ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ພິພາກສາ ບຣາຊີລ ສັ່ງໃຫ້ປິດ ຊາຍແດນ ເພື່ອບໍ່ໃຫ້ ຊາວເວເນຊູເອລາ ເຂົ້າປະເທດ


ຢູ່ໃນຮ້ອງກິລາ ຂອງໂຮງຮຽນ Tancredo Neves ທີ່ເຕັມໄປດ້ວຍພວກຕູບຜ້າ ແມ່ນໄດ້ຖືກນຳໃຊ້ ເປັນສະຖານທີ່ພັກຊົ່ວຄາວ ສຳລັບພວກຊາວເວເນຊູເອລາ ໃນເມືອງ ບາວ ວິສຕາ ຂອງລັດໂຣຣາຍມາ, ປະເທດບຣາຊີລ, ວັນທີ 8 ມີນາ 2018.
ຢູ່ໃນຮ້ອງກິລາ ຂອງໂຮງຮຽນ Tancredo Neves ທີ່ເຕັມໄປດ້ວຍພວກຕູບຜ້າ ແມ່ນໄດ້ຖືກນຳໃຊ້ ເປັນສະຖານທີ່ພັກຊົ່ວຄາວ ສຳລັບພວກຊາວເວເນຊູເອລາ ໃນເມືອງ ບາວ ວິສຕາ ຂອງລັດໂຣຣາຍມາ, ປະເທດບຣາຊີລ, ວັນທີ 8 ມີນາ 2018.

ຜູ້ພິພາກສາທ່ານນຶ່ງ ຢູ່ໃນປະເທດບຣາຊີລ ໄດ້ສັ່ງຫ້າມບໍ່ໃຫ້ຊາວເວເນຊູເອລາ ຂ້າມ
ຊາຍແດນ ເຂົ້າໄປໃນບຣາຊີລ ເພື່ອຈະຫລົບໜີ ຈາກ ບັນຫາເສດຖະກິດ ແລະ ຄວາມ
ວຸ້ນວາຍ ທາງການເມືອງ ໃນປະເທດພວກເຂົາເຈົ້າ.

ເຖິງຢ່າງໃດກໍຕາມ ບັນດາທະນາຍຄວາມຂອງລັດຖະບານກາງ ໄດ້ຂໍອຸທອນຕໍ່ຄຳຕັດສິນ
ດັ່ງກ່າວ ແລະ ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ດ່ານຊາຍແດນຍັງເປີດຢູ່ຄືເກົ່າ ໃນວັນຈັນ
ວານນີ້.

ຜູ້ພິພາກສາ ສານລັດຖະບານກາງ ທ່ານ ແຮລເດີ ບາເຣໂຕ ໄດ້ສັ່ງໃຫ້ປິດຊາຍແດນ ໃນ
ລັດໂຣຣາຍມາ ຢູ່ທາງພາກເໜືອຂອງປະເທດ. ທ່ານໄດ້ກ່າວວ່າ ການເຂົ້າປະເທດ ຂອງ
ພວກອົບພະຍົບ ຄວນຖືກໂຈະໄວ້ ຈົນກວ່າວ່າ ລັດສາມາດບັນລຸຄວາມສົມດຸນ ລະຫວ່າງ
ການເຂົ້າມາຂອງພວກອົບພະຍົບ ກັບການອອກໄປຈາກ ບຣາຊີລ ຂອງພວກເຂົາ ທີ່ເຂົ້າ
ມາຢູ່ໃນແຫ່ງອື່ນໆ ນັ້ນ.

ຄຳສັ່ງຂອງສານ ໄດ້ຮັບການສະໜັບສະໜຸນ ຈາກຜູ້ປົກຄອງ ລັດໂຣຣາຍມາ ທ່ານ ຊູລີ
ຄາມໂປສ ຜູ້ທີ່ໄດ້ກ່າວວ່າ ລັດຂອງຕົນ ໄດ້ຂໍຮ້ອງໃຫ້ສານສູງສຸດ ຂອງປະເທດ ສັ່ງປິດ
ຊາຍແດນ.

ບັນດາເຈົ້າໜ້າທີ່ຂອງລັດ ກ່າວວ່າ ໂດຍປະມານໄດ້ວ່າ ມີ ຊາວເວເນຊູເອລາ ຂ້າມຊາຍ
ແດນເຂົ້າໄປໃນ ບຣາຊີລ 500 ຄົນ ໃນແຕ່ລະວັນ ແລະ ຫຼາຍໆຄົນອາໄສຢູ່ໃນ ລັດ
ໂຣຣາຍມາ ເພາະວ່າ ພວກເຂົາເຈົ້າ ບໍ່ມີເງິນທີ່ຈະເດີນທາງຕໍ່ໄປໄດ້.

ໂດຍກະປະມານໄດ້ອີກວ່າ ມີຊາວເວເນຊູເອລາ ຫຼາຍໝື່ນຄົນ ໄດ້ຍົກຍ້າຍເຂົ້າໄປຢູ່ໃນ
ລັດໂຣຣາຍມາ ໃນໄລຍະສາມປີຜ່ານມານີ້ ເຊິ່ງໄດ້ລົ້ນເຫຼືອ ການໃຫ້ບໍ ລິການທາງດ້ານ
ສະຫວັດດີການສັງຄົມຂອງລັດ.

ປະທານາທິບໍດີ ຂອງບຣາຊີລ ທ່ານ ມິແຊລ ເທມເມີຣ ໄດ້ກ່າວວ່າ ໃນຫຼາຍໆກໍລະນີ ທີ່
ວ່າ ຊາຍແດນຂອງບຣາຊີລ ທີ່ຕິດກັບເວເນຊູເອລາ ນັ້ນ ຈະບໍ່ຖືກປິດໄວ້.

ຫຼາຍກວ່າ 1 ລ້ານຄົນ ໄດ້ຫລົບໜີອອກຈາກ ເວເນຊູເອລາ ນັບຕັ້ງແຕ່ປີ 2015 ເປັນຕົ້ນ
ມາ ໂດຍເປັນການຫລົບໜີຈາກ ວິກິດການດ້ານເສດຖະກິດ ແລະການເມືອງ ຢູ່ໃນບ້ານ
ເກີດຂອງພວກເຂົາເຈົ້າ. ຫຼາຍໆຄົນ ກໍໄດ້ໄປຢູ່ ໂຄລອມເບຍ ແຕ່ບັນດາເຈົ້າໜ້າທີ່ ຢູ່ທີ່
ນັ້ນ ແລະຢູ່ແຫ່ງອື່ນໃນທະວີບອາເມຣິກາໃຕ້ ແມ່ນກຳລັງເຄັ່ງຄັດ ເລື້ອງຊາຍແດນຂອງ
ພວກເຂົາເຈົ້າ ເຊິ່ງໄດ້ເຮັດໃຫ້ປະເທດບຣາຊີລ ທີ່ປາກເວົ້າພາສາປອກຕຸຍການ ນັ້ນ
ເປັນທີ່ນິຍົມຊົມຊອບ ຂອງພວກອົບພະຍົບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG