ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທັງສະຫະລັດ ແລະຝຣັ່ງ ຕ່າງກໍປະເຊີນ ກັບບັນຫາທ້າທາຍ ດ້ານຄົນເຂົ້າເມືອງ


Both US, France Face Immigration Challenges
please wait

No media source currently available

0:00 0:02:51 0:00

ການໂຈມຕີຂອງພວກກໍ່ການຮ້າຍຢູ່ປະເທດຝຣັ່ງພາໃຫ້ມີການ
ເພັ່ງເລັງຄວາມສົນໃຈຄັ້ງໃໝ່ ໃສ່ປະຊາຄົມ ຄົນເຂົ້າເມືອງຊາວ
ມຸສລິມ ຢູ່ໃນປະເທດດັ່ງກ່າວ ທີ່ມີການກ່າວຫາວ່າ ພວກມືສັງ ຫານຫົວຮຸນແຮງອິສລາມໄດ້ກໍ່ໂຕຂຶ້ນມານັ້ນ. ພວກຜູ້ນຳຝຣັ່ງ ຮຽກຮ້ອງໃຫ້ມີຄວາມປຸ້ມລຸ້ມສາມັກຄີກັນໂດຍໃຫ້ຂໍ້ສັງເກດວ່າ
ພວກຫົວຮຸນແຮງ ແມ່ນເປັນພຽງພາກສ່ວນນ້ອຍໆ ໃນສັງຄົມ
ມຸສລິມເທົ່ານັ້ນ. ແຕ່ພວກນິຍົມແນວທາງເດີມຂອງຝຣັງ ກ່າວ
ວ່າ ການຫລັ່ງໄຫຼເຂົ້າມາໃນປະເທດຂອງພວກຄົນເຂົ້າເມືອງ
ຈາກອາຟຣິກາ ແລະ ພາກຕາເວັນອອກກາງ ແມ່ນສະໜອງ
ຖານປະຕິບັດງານ ໃຫ້ແກ່ພວກຫົວຮຸນແຮງຈັດຢູ່ໃນດິນແດນ
ຝຣັ່ງ. ຜູ້ສື່ຂ່າວຂອງວີໂອເອ Greg Flakus ມີລາຍງານຈາກ
Houston ວ່າ ການແບ່ງແຍກທາງການເມືອງທີ່ຄ້າຍຄືກັນນີ້ ແມ່ນຍັງມີຢູ່ກ່ຽວກັບເລື້ອງຄົນເຂົ້າເມືອງຢູ່ໃນສະຫະລັດ ແຕ່
ສະຖານະການຕ່າງກັນຫຼາຍ ຊຶ່ງໄພສານ ຈະນຳເອົາລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຫດການກໍ່ຄວາມຮຸນແຮງທີ່ຝຣັ່ງເມື່ອໄວໆມານີ້ ໄດ້ພາໃຫ້ມີຄວາມວິຕົກກັງວົນຄັ້ງໃໝ່ໃນ ທົ່ວທະວີບຢູໂຣບກ່ຽວກັບພວກກໍ່ການຮ້າຍຢູ່ພາຍໃນປະເທດ ທີ່ມາຈາກປະຊາຄົມມຸສລິມ ບ່ອນທີ່ພວກຄົນເຂົ້າເມືອງ ແລະລູກເຕົ້າຂອງພວກເຂົາເຈົ້າ ມັກດຳລົງຊີວິດແຍກຈາກສັງ ຄົມໂດຍທົ່ວໆໄປ.

ທ່ານນາງ Julie Fette ອາຈານສອນດ້ານການສຶກສາກ່ຽວກັບປະເທດຝຣັ່ງທີ່ມະຫາວິທະ ຍາໄລ Rice ກ່າວວ່າ ນະໂຍບາຍຕ່າງໆ ແລະທັດສະນະຄະຕິ ທາງດ້ານສັງຄົມຂອງຝຣັ່ງ ໄດ້ຈຳກັດການປັບໂຕເຂົ້າ ຂອງຊາວມຸສລິມ.

ທ່ານນາງ Julie Fette ເວົ້າວ່າ “ຊາວມຸສລິມສ່ວນໃຫຍ່ຢູ່ໃນປະເທດຝຣັ່ງແມ່ນນິຍົມ ແນວທາງປານກາງ ເປັນປະຊາຊົນທີ່ປະຕິບັດຕາມກົດໝາຍ ທີ່ໄດ້ພະຍາຍາມໃຫ້ ສຳເລັດຜົນ ໃນການດຳລົງຊີວິດ ຢູ່ໃນຝຣັ່ງ ທີ່ພວມປະເຊີນກັບ ການຈຳແນກກີດ ກັນແລະຂັດຂວາງຢູ່ແລ້ວຈຳນວນນຶ່ງ.”

ທ່ານນາງ Julie Fette ທີ່ໄດ້ດຳລົງຊີວິດຢູ່ປະເທດຝຣັ່ງເປັນເວລາ 5 ປີແລະຂຽນປື້ມຫົວ ນຶ່ງ ກ່ຽວກັບການຈຳແນກກີດກັນ ທີ່ຜ່ານມາໃນອະດີດຢູ່ປະເທດດັ່ງກ່າວນັ້ນເວົ້າວ່າ ໃນ ຂະນະທີ່ຊາວມຸສລິມຈຳນວນຫຼາຍໆຄົນໄດ້ປະສົບກັບຄວາມສຳເລັດໃນການປັບໂຕນັ້ນ ແຕ່ອີກຈຳນວນນຶ່ງແມ່ນຍັງດີ້ນຮົນຕໍ່ສູ້ຢູ່.

ທ່ານນາງ Julie Fette ກ່າວວ່າ “ຍັງມີຊາວມຸສລິມຈຳນວນນຶ່ງ ທີ່ເປັນຄົນທຸກຍາກ ເປັນຊົນຊັ້ນຕ່ຳ ມີສິດບໍ່ເຕັມສ່ວນທີ່ມັກຈະຖືກຂັບໄລ່ໃຫ້ອອກໄປຢູ່ໃນເຂດຊານ ເມືອງ ຊຶ່ງເປັນຄຳເວົ້າທີ່ເກືອບໝາຍຄວາມວ່າ ເປັນຄຸ້ມຄົນທຸກຫຼືຄຸ້ມສະລຳຢູ່ໃນ ຝຣັ່ງ ແລະຖືກກັນບໍ່ໃຫ້ມີໂອກາດກ່ຽວກັບການຂຶ້ນຊັ້ນໃນສັງຄົມໄດ້.”

ແຕ່ທ່ານນາງກ່າວວ່າ ພວກຄົນເຂົ້າເມືອງຊາວມຸສລິມຢູ່ໃນສະຫະລັດແມ່ນມີທ່າອຽງເປັນ ພວກທີ່ມີອາຊີບວຽກງານທີ່ມີການສຶກສາດີແລະປະກອບເປັນບໍ່ຮອດນຶ່ງເປີເຊັນຂອງພົນ ລະເມືອງດັ່ງນັ້ນສາສະໜາຈຶ່ງບໍ່ແມ່ນເລື່ອງໃຫຍ່ໃນການອະພິປາຍກ່ຽວກັບເລື້ອງຄົນເຂົ້າ ເມືອງຢູ່ທີ່ນີ້.

ຢູ່ປະເທດຝຣັ່ງ ມັນເປັນການຍາກຫລາຍທີ່ຈະເຮັດສິ່ງໃດສິ່ງນຶ່ງ ໂດຍບໍ່ມີເອກກະສານທີ່ ຖືກຕ້ອງ ແຕ່ກົງກັນຂ້າມຢູ່ໃນສະຫະລັດ ພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ສາມາດ ຊອກຫາວຽກຫາການຢ່າງງ່າຍດາຍ ແລະຢູ່ໃນຫຼາຍລັດສາມາດໄດ້ຮັບໃບຂັບຂີ່ນຳດ້ວຍ.

ດ້ວຍເຫດຜົນດັ່ງກ່າວນີ້ ການອະພິປາຍທາງດ້ານການເມືອງ ແລະການສົນທະນາຫາລື ທາງດ້ານການສຶກສາ ຈຶ່ງເພັ່ງເລັງໃສ່ ການຮັກສາຄວາມປອດໄພ ຢູ່ຕາມເຂດຊາຍແດນ ແລະຮັບມືກັບພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານ ຫຼາຍກວ່າ 11 ລ້ານຄົນ ທີ່ອາໄສຢູ່ ໃນສະຫະລັດເວລານີ້.

ແຕ່ທ່ານ Marc Rosenblum ຈາກສະຖາບັນ ນະໂຍບາຍການຍ້າຍຖິ່ນຖານ ກ່າວວ່າ ເຖິງແມ່ນວ່າ ມີຄວາມແຕກຕ່າງກັນກໍຈິງ ແຕ່ບັນຫາທ້າທາຍ ດ້ານຄົນເຂົ້າເມືອງຂອງສະ ຫະລັດແລະຢູໂຣບ ແມ່ນຄ້າຍຄືກັນ.

ທ່ານກ່າວວ່າ “ນີ້ແມ່ນໄດ້ມີການປ່ຽນແປງຢ່າງກວ້າງຂວາງຕໍ່ໂລກ ທີ່ພວກເຮົາອາ ໄສຢູ່ແລະທຸກໆປະເທດຕາເວັນຕົກຕ່າງກໍມີພວກຄົນເຂົ້າເມືອງເປັນຈຳນວນຫຼວງ ຫຼາຍ ດັ່ງນັ້ນ ໃນໄລຍະຍາວ ຄວາມສຳເລັດ ໃນການປັບໂຕເຂົ້າກັບສັງຄົມສ່ວນ ໃຫຍ່ຕ້ອງປະກອບເປັນພາກສ່ວນນຶ່ງດ້ວຍ.”

ທ່ານ Rosenblum ກ່າວວ່າ ສະຫະລັດ ແມ່ນໃຊ້ເປັນໂຕແບບ ໃນການປະສົມປະສານ ແລະການປັບໂຕຂອງພວກຄົນເຂົ້າເມືອງເຂົ້າໃນພົນລະເມືອງຂອງຊາດ. ແຕ່ທ່ານກ່າວ ວ່າການແບ່ງແຍກທາງການເມືອງກ່ຽວກັບເລື້ອງນະໂຍບາຍຈຳເປັນຕ້ອງໄດ້ຮັບການແກ້ ໄຂ ເພື່ອຈະຮັບມືຢ່າງມີປະສິດທິຜົນກັບບັນຫາທ້າທາຍ ທີ່ມີຢູ່ໃນເວລານີ້.

ທ່ານ Rosenblum ເວົ້າວ່າ “ໂດຍມີພວກຄົນເຂົ້າເມືອງ 40 ລ້ານຄົນ ຢູ່ໃນສະຫະ
ລັດ ແລະພວກຄົນເຂົ້າເມືອງ ທີ່ບໍ່ໄດ້ຮັບອະນຸຍາດ ອີກ 11 ລ້ານຄົນ ແມ່ນພາກ ສ່ວນອັນໃຫຍ່ຫຼວງຂອງປະຊາຊົນຂອງພວກເຮົາ ແລະຜູ້ຄົນເປັນຈຳນວນຫລວງ ຫລາຍ ທີ່ໄດ້ຮັບຜົນກະທົບໃນແຕ່ລະມື້ ຈາກການຕັດສິນໃຈກ່ຽວກັບນະໂຍບາຍ
ເຫຼົ່ານີ້ ແລະການອະພິປາຍໃນດ້ານນະໂຍບາຍ.”

ທ່ານກ່າວວ່າ ພວກກຳນົດນະໂຍບາຍຂອງສະຫະລັດ ຈຳເປັນຕ້ອງໄດ້ຊອກຫາການແກ້ ໄຂແບບມີມະນຸດສະທຳ ແລະສາມາດຈັດຕັ້ງປະຕິບັດໄດ້ຕໍ່ບັນຫາທີ່ພົວພັນໃນເລື້ອງຄົນ ເຂົ້າເມືອງ.

The terrorist attacks in France have focused new attention on that nation's Muslim immigrant communities -- from which the alleged radical Islamist killers emerged.French leaders have called for unity, noting that the radicals represent a small minority within the Muslim population.But French conservatives say the influx of immigrants from Africa and the Middle East has provided violent extremists a base on French soil.As VOA's Greg Flakus reports from Houston, a similar political divide exists over immigration in the United States, but the situation is far different.

Last week's violent events in France have renewed concerns throughout Europe about home-grown terrorists emerging from Muslim communities, where immigrants and the children of immigrants often live apart from the general society.

French policies and societal attitudes have limited Muslim assimilation, says Rice University French Studies professor Julie Fette.

"Most Muslims in France are moderate, law-abiding citizens, who have been trying to make a life for themselves in France, facing their own sets of discrimination and blockages."

Fette, who lived in France for five years and wrote a book about past discrimination there, says while many Muslims are successfully integrating, others still struggle.

"There remains a sort of core nugget of poor, lower-class, under-privileged Muslims, who have tended to be pushed out to the suburbs, which is a word almost for ghetto in France, and have been excluded from chances at social mobility."

But Muslim immigrants to the United States, she says, tend to be well-educated professionals and represent less than one percent of the population -- so religion has not been a big part of the immigration debate here.

In France, it is difficult to do anything without proper documents, whereas in the United States undocumented immigrants easily find jobs and in many states can obtain a driver's license.

As a result, U.S. political debates and academic discussions focus on securing the border and dealing with the more than 11 million undocumented immigrants who reside in this country.

But Marc Rosenblum of the Migration Policy Institute says, in spite of the differences, the U.S. and European immigration challenges are similar.

"This is a very globalized world we live in and all the western countries have large immigrant populations, so, in the long run, successful integration has to be part of it."

Rosenblum says the United States has served as a model for integrating immigrants into the national population.But he says political divisions over policy need to be resolved to effectively address the current challenges.

"With 40 million immigrants in the United States and 11 million unauthorized immigrants, that is a huge chunk of our population and a huge number of people who are impacted every day by these policy decisions and policy debates."

He says US policy makers need to find humane, workable solutions to the problems associated with immigration.

XS
SM
MD
LG