ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງ​ພັກ​ການ​ເມືອງທີ່​ສຳ​ຄັນ ຮ້ອງ​ໂຮ ວ່າ​ປອມ​ແປງ ການ​ເລືອກ​ຕັ້ງ ຢູ່​ໃນ​ເຂດ ຊາວເຄີດອີ​ຣັກ​​


A woman shows her finger after voting in front of the painting of Bhagat Singh, an Indian revolutionary freedom fighter, during the first phase of Uttar Pradesh state elections in a village near Modinagar, India.
A woman shows her finger after voting in front of the painting of Bhagat Singh, an Indian revolutionary freedom fighter, during the first phase of Uttar Pradesh state elections in a village near Modinagar, India.

ສອງ​ພັກ​ການ​ເມືອງ​ທີ່​ສຳ​ຄັນ​ທີ່ປົກ​ຄອງ​ຕົນ​ເອງ​ໃນ​ອີ​ຣັກ ຢູ່​ໃນ​ຂົງ​ເຂດເຄີ​ດກຳ​ລັງ​ພ​າ​ກັນ
ຮ້ອງ​ໂຮ​ວ່າມີການ​ປອມແປງ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ສະ​ພາ​ໃນ​ວັນ​ອາ​ທິດ​ວານ​ນີ້ ຊຶ່ງ​ພັກ​
ນຶ່ງ​ກ່າວ​ວ່າ ​ຕົນ​ຈະ​ປະ​ຕິ​ເສດ ບໍ່​ຮັບ​ເອົາ​ຜົນ​ການ​ເລືອກ​ຕັ້ງ.

ບັນ​ດາ​ຜູ້​ສະ​ໝັກ​ເກືອບ 800 ຄົນ ໄດ້​ແຂ່ງ​ຂັນ​ເອົາ​ 111 ບ່​ອນ​ນັ່ງ. ການ​ອອກ​ມາ​ປ່ອນ​ບັດ
​ປາ​ກົດ​ວ່າມີ​ຫຼາຍສົມ​ຄວນ ເຖິງ​ແມ່ນ​ວ່າ​ຊາວ​ເຄີດ​ຈະພະ​ຍ​າ​ຍາມ​ຢຶ​ນ​ຢັນ​ຄືນ​ເຖິງ​ການ​ປົກ
​ຄອງ​ຕົນ​ເອງ ຫຼັງ​ຈາກ​ການ​ທັບ​ມ້າງ​ຈາກ​ແບກ​ແດັດ.

ສະ​ຫະ​ພັນ​ຮັກ​ຊາດ​ຊາວເຄີ​ດ​ (PUK) ຊຶ່ງ​ແມ່ນນຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ພັກ​ການ​ເມືອງ​ທີ່​ສຳ
​ຄັນ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ຕົນ​ຈະ​ບໍ່​ຮັບ​ເອົ​າ​ຜົນ​ການ​ລົງ​ຄະ​ແນນ​ສຽງຂອງວັນ​ອາ​ທິດວານ​ນີ້.

ໂຄ​ສົກ​ພັກ PUK ທ່ານ​ຊາ​ດີ ອາ​ເມດ ປີ​ຣາ ກ່າວ​ຫາ​ຫົວ​ໜ້າ​ຄູ່​ແຂ່ງພັກ​ການ​ເມືອງຄື ພັກ​
ຊາວເຄີ​ດປະ​ຊາ​ທິ​ປະ​ໄຕ​ພັກ (KDP) ວ່າປອມແປງ​ການ​ເລືອກ​ຕັ້ງ​ຢູ່​ໃນ​ສອງ​ແຂວງ​ທີ່​ຢູ່
​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພັກ KDP.

ທ່ານ​ປີ​ຣາ ບໍ່​ໄດ້​ເວົ້າ​ສະ​ເພາະ​ເຈາະ​ຈົງ ແຕ່​ກ່າວ​ວ່າ​ພັກ PUK ຮຽກ​ຮ້ອງ​ໃຫ້​ມີ​ການ​ສື​ບ​
ສວນຄືນ.

ໃນ​ຂະ​ນະ​ດຽວ​ກັນໂຄ​ສົກພັກ KDP ທ່ານ​ໂກ​ສ​ໂຣ ໂກ​ຣານ ຜູ້​ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ເຊັ່ນ
​ດຽວ​ກັນ ກໍໄດ້​ຕ້ານ​ການກ່າວ​ຫາ​ຄືນ​ວ່າ ພັກ PUK ໄດ້​ຢູ່​ເບື້ອງ​ຫຼັງ​ການ​ປອມແປງ​ເລືອກ​
ຕັ້ງ​ຢູ່​ໃນ​ສອງ​ເມືອງ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດຫຍັງ​ເຊັ່ນ​ກັນ.

ຄະ​ນະ​ກຳ​ມະການ​ເລືອກ​ຕັ້ງ​ຄົນ​ນຶ່ງ​ກ່າວ​ວ່າ ບໍ່​ມີ​ພັກ​ການ​ເມືອງ​ພັກໃດ​ມີ​ສິດ​ທີ່​ຈະ​ປະ​ຕິ​
ເສດ​ຜົນ​ການ​ເລືອກ​ຕັ້ງ ແລະ​ພຽງ​ແຕ່​ກ່າວ​ວ່າ ​ມີ​ແຕ່​ຄະ​ນະ​ກຳ​ມະ​ການ​ເທົ່າ​ນັ້ນ​ຈະສາ​ມາດ
​ເຮັດ​ໄດ້.

ຊາວ​ເຄີດອີ​ຣັກ​ຫຼາ​ຍ​ຄົນ ​ຢາກມີປະເທດເປັນ​ເອກ​ກະ​ລາດ ແລະຫວັງ​ຢາກ​ມີ​ບົດ​ບາດ​ຕໍ່ສູ້​
ກັບພວກ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ທີ່​ເປັນ​ພາກ​ສ່ວນ​ການ​ນຳ​ພາ​ແນວ​ໂຮມ​ສະ​ຫະ​ລັດ ເພື່ອ​
ນຳ​ເຂົາ​ເຈົ້າ​ໄປ​ສູ່​ເປົ້າ​ໝາຍ​ດັ່ງ​ກ່າວ.

ແຕ່​ວ່າ​ສູນ​ກາງ​ລັດ​ຖະ​ບານ​ອີ​ຣັກ ໄດ້​ປະ​ກາ​ດ​ການ​ເປັນ​ເອກ​ກະ​ລາດ​ຢ່າງປະ​ຊາ​ມະ​ຕິ ​ປີ​
ກາຍ​ນີ້ວ່າຜິດ​ກົດ​ໝາຍ. ໄດ້​ສົ່ງ​ກຳ​ລັງ​ອີ​ຣັກ​ເຂົ້າ​ສູ່​ຂົງ​ເຂດ ແລະ​ຂັບ​ໄລ່​ຊາວ​ເຄີດ​ອອກ​
ຈາກ​ບັ​ນ​ດາທົ່ງ​ນ້ຳ​ມັນທີ່​ສຳ​ຄັນ​ສຳລັບ​ເສດ​ຖະ​ກິດ​ຂອງ​ຊາ​ວ​ເຄີດ.

Iraqi Kurds will head to the polls this Sunday to elect a new parliament for the semi-autonomous Kurdistan Region of Iraq, a year after a controversial independence referendum led to an armed crackdown from the Iraqi government.

The region’s politics have been dominated by a coalition between the pro-independence Kurdistan Democratic Party (KDP) and the left-leaning Patriotic Union of Kurdistan (PUK) for almost three decades.

A range of smaller parties have representation, but not enough to shift the balance of power.

Many observers expect turnout for this election to be lower than during the previous one, citing Kurd’s disenfranchisement with the political process over perceived corruption and voter fraud, and a lack of change in the region’s status. Others see the election as a chance to improve public perception of the region’s chaotic political system.

“I think at the end of the day it will be beneficial,” said Yousif Ismail of the Washington Kurdish Institute. “It gives more legitimacy to the Kurdistan region politics.”

“This election is not for all of Iraq,” he added, “which gives people more motivation to show up.”

Senior KDP leader Hoshyar Zebari echoed this sentiment, saying the election would be “critical to restoring the legitimacy of our institutions” following accusations of widespread fraud in nationwide parliamentary elections in Iraq in May.

XS
SM
MD
LG