ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນ​ຫາ​ໃນ​ຂະ​ແໜງ​ ອະ​ສັງ​ຫາ​ລິ​ມະ​ຊັບຂອງ ​ຈີນ ​ແຜ່​ລາມ​ອອກ​ໄປ​ນອກ​ປະ​ເທດ ​ຄື​ແນວ​ໃດ


ປາຍຂອງກຸ່ມ ເອເວີແກຣນ ຕິດຢູ່ຕຶກສຳນັກງານໃຫຍ່ຂອງເຂົາເຈົ້າໃນເມືອງ ເສິນເຈິ່ນ, ແຂວງ ກວາງຕົງ, ຈີນ. 24 ກັນຍາ, 2021.
ປາຍຂອງກຸ່ມ ເອເວີແກຣນ ຕິດຢູ່ຕຶກສຳນັກງານໃຫຍ່ຂອງເຂົາເຈົ້າໃນເມືອງ ເສິນເຈິ່ນ, ແຂວງ ກວາງຕົງ, ຈີນ. 24 ກັນຍາ, 2021.

ທ່ານ ມາໂກ ເມັດສເລີ (Marco Metzler) ມີຜູ້ຕິດຕາມໃໝ່ຢູ່ເວັບໄຊ້ LinkedIn 2,000 ຄົນໃນແຕ່ລະວັນ, ເຊິ່ງໝົດທຸກຄົນຖ້າເບິ່ງວ່າແມ່ນຫຍັງຈະເກີດຂຶ້ນກັບເງິນຂອງລາວ. ທ່ານ ເມັດສເລີ ໄດ້ລົງທຶນ 50,000 ໂດລາເມື່ອເດືອນແລ້ວນີ້ໃນຮຸ້ນຢູ່ນອກປະເທດຂອງຜູ້ພັດທະນາອະສັງຫາລິມະຊັບກຸ່ມ ເອເວີແກຣນ ຈີນ ເພື່ອເບິ່ງວ່າລາວຈະໄດ້ສິ່ງຕອບແທນຫຍັງບໍ່. ອະດີດນັກວິເຄາະຢູ່ອົງ ການປະເມີນສິນເຊື່ອ Fitch Ratings ຄົນດັ່ງກ່າວແມ່ນບໍ່ໄດ້ຄາດຫວັງຫຍັງຫຼາຍ. ທ່ານໄດ້ອອກມາພິສູດ ກ່ຽວກັບ ຝ່າຍອະສັງຫາລິມະຊັບທີ່ປະເຊີນກັບບັນຫາຂອງ ຈີນ ດ້ວຍການບັນທຶກໂຊກ​ຊະຕາຂອງການລົງທຶນຂອງທ່ານຢູ່ໃນສື່ສັງຄົມ.

ທ່ານ ເມັດສເລີ ໄດ້ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າເປັນຫ່ວງ ກ່ຽວກັບ ສິ່ງທີ່ກຳລັງເກີດຂຶ້ນ, ແລະ ຈາກອະດີດຂອງຂ້າພະເຈົ້າ, ຂ້າພະເຈົ້າສາມາດທີ່ຈະອ່ານລາຍງານການປະເມີນ ແລະ ເພື່ອເບິ່ງວ່າແມ່ນຫຍັງກຳລັງເກີດຂຶ້ນໃນເສດຖະກິດໃນໂລກເຊັ່ນກັນ, ແລະ ຂ້າພະເຈົ້າຮູ້ສຶກມີພາລະທີ່ຈະອອກມາເວົ້າຕໍ່ໂລກ ແລະ ເພື່ອເຕືອນກ່ຽວກັບສະຖານະການ. ພວກເຮົາບໍ່ໄດ້ລົງທຶນເພື່ອເອົາເງິນມາຄືນ, ສະນັ້ນຂ້າພະເຈົ້າຮູ້ຢ່າງແນ່ນອນວ່າເງິນນີ້ແມ່ນຈະເສຍຖິ້ມ.”

ບໍລິສັດ ເອເວີແກຣນ ແມ່ນໄດ້ປະສົບຄວາມຫຍຸ້ງຍາກນັບຕັ້ງແຕ່ປີກາຍນີ້, ເວລາທີ່ລັດຖະບານ ຈີນ ໄດ້ເລີ່ມທຳການກວດກາເຂັ້ມງວດຕໍ່ຝ່າຍອະສັງຫາລິ ມະຊັບຂອງປະເທດ ເພື່ອຄວບຄຸມໜີ້ສິນເກີນຂອບເຂດ ແລະ ຈຳກັດການໝູນເງິນ. ຕຶກອາພາດເມັ້ນສູງຕ່າງໆໃນປັດຈຸບັນນີ້ໄດ້ຂະຫຍາຍໄປໄກເຖິງເຂດຊານເມືອງຂອງຕົວເມືອງທີ່ສຳຄັນຕ່າງໆຂອງ ຈີນ, ແຕ່ຫ້ອງແຖວຫຼາຍຫ້ອງແມ່ນເປົ່າຫວ່າງ, ເປັນເຈົ້າຂອງແທນໂດຍນັກໝູນເງິນທີ່ບໍ່ມີໜ້າ ແລະ ທະນາຄານຂອງເຂົາເຈົ້າ. ກຸ່ມ ເວີແກຣນ, ເຊິ່ງແມ່ນນຶ່ງໃນບັນດາຜູ້ພັດທະນາອະສັງ ຫາລິມະຊັບທີ່ໃຫຍ່ທີ່ສຸດຂອງ ຈີນ ຕາມລາຍໄດ້, ຕອນນີ້ແມ່ນກຳລັງຂາຍຊັບສິນຕ່າງໆ ແລະ ອາດຈະເລັງໃສ່ການປັບປຸງໂຄງສ້າງໃໝ່ເພື່ອຫຼຸດຜ່ອນໜີ້ສິນ.

ບໍລິສັດທັງຫຼາຍ ຫຼື ລັດຖະບານທີ່ລົງທຶນໃນຫຸ້ນຕ່າງປະເທດ, ແລະ ບຸກຄົນຜູ້ທີ່ຄ້າຂາຍຫຸ້ນທີ່ຈົດ ທະບຽນຢູ່ນອກ ຈີນ ແຜ່ນດິນໃຫຍ່ ແລະ ເສດຖະກິດມູນຄ່າ 15 ພັນ 42 ຕື້ໂດລາຂອງເຂົາເຈົ້ານັ້ນ, ແມ່ນໄດ້ຮຽນຮູ້ທີ່ຈະຮັບມື ຢ່າງມິດງຽບກວ່າທ່ານ ເມັດເລີ ອີກ, ດ້ວຍວິກິດການຫະສັງຫາລິມະຂັບຂອງ ຈີນ ໃນປີ 2021. ບັນຫາພວກນີ້ແມ່ນກຳລັງເປັນໄພຂົ່ມຂູ່ຕໍ່ລາຍໄດ້ຂອງຫຸ້ນ, ເຮັດໃຫ້ລາຄາຂອງຫຸ້ນບາງອັນຕໍ່າລົງ ແລະ ອາດທຳລາຍຢ່າງໜ້ອຍນຶ່ງສ່ວນສີ່ຂອງເສດຖະກິດທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG