ສະຫະລັດ ໄດ້ສົ່ງຂະບວນກຳປັ່ນບັນທຸກເຮືອບິນໂຈມຕີ ແລະ ໜ່ວຍປະຕິບັດພາລະ
ກິດຖິ້ມລະເບີດໄປເຂດຕາເວັນອອກກາງ ໃນການຕອບໂຕ້ຕໍ່ສິ່ງທີ່ ທີ່ປຶກສາດ້ານຄວາມ
ປອດໄພແຫ່ງຊາດທ່ານ ຈອນ ໂບລຕັນ ໄດ້ກ່າວວ່າ ເປັນ “ບັນຫາຫຼາຍຢ່າງ ແລະ ສັນ
ຍານຄວາມເຄັ່ງຕຶງ ແລະ ຄຳເຕືອນຕ່າງໆ” ທີ່ເຊື່ອມໂຍງກັບ ອີຣ່ານ.
ໃນຖະແຫຼງການສະບັບນຶ່ງທີ່ຖືກເຜີຍແຜ່ ໃນວັນອາທິດວານນີ້, ທ່ານ ໂບລຕັນ ກ່າວ
ວ່າ ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນຂຶ້ນ ເພື່ອ “ສົ່ງຂໍ້ຄວາມທີ່ຈະແຈ້ງ ແລະ ແນ່
ນອນເຖິງລະບອບການປົກຄອງ ອີຣ່ານ ທີ່ວ່າຖ້າມີການໂຈມຕີໃດໆ ທີ່ກ່ຽວຂ້ອງກັບ
ສະຫະລັດ ຫຼື ພັນທະມິດຂອງພວກເຮົາ, ເຂົາເຈົ້າຈະໄດ້ປະເຊີນກັບການໃຊ້ກຳລັງ
ຢ່າງບໍ່ລົດລະ.”
ທ່ານໄດ້ເວົ້າຕື່ມວ່າ ສະຫະລັດ “ບໍ່ໄດ້ພະຍາຍາມເຮັດສົງຄາມກັບລະບອບການປົກ
ຄອງ ອີຣ່ານ, ແຕ່ພວກເຮົາໄດ້ກຽມພ້ອມຢ່າງເຕັມທີ່ ເພື່ອຕອບໂຕ້ ຕໍ່ການໂຈມຕີທຸກ
ຄັ້ງ, ບໍ່ວ່າຈະແມ່ນໂດຍພວກຕົວແທນ, ກອງກຳລັງຕິດອາວຸດ ພິທັກປະຕິບັດອິສລາມ
ຫຼື ກອງກຳລັງ ອີຣ່ານ ທົ່ວໄປ.”
ລັດຖະບານທ່ານ ທຣຳ ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບໄພຂົ່ມຂູ່ໂດຍສະເພາະເຈາະຈົງ.
ນອກຈາກກຳປັ່ນບັນທຸກເຮືອບິນ USS Abraham Lincoln ແລ້ວ, ກຸ່ມໂຈມຕີຍັງລວມ
ມີ ເຮືອບິນຮົບ, ເຮລິຄັອບເຕີ, ກຳປັ່ນພິຄາດ ແລະ ທະຫານຫຼາຍກວ່າ 6,000 ຄົນ ຕອນ
ທີ່ເຂົາເຈົ້າໄດ້ເດີນທາງອອກຈາກທ່າເຮືອ ສະຫະລັດ ໄປໃນຕົ້ນເດືອນເມສານີ້.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ, ໃນລະຫວ່າງການລົມກັບບັນດາ
ນັກຂ່າວທີ່ເດີນທາງໄປ ຢູໂຣບ ກັບທ່ານນັ້ນ, ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນກ່ຽວກັບ ສິ່ງ
ທີ່ໄດ້ເຮັດໃຫ້ ສະຫະລັດ ຕັດສິນໃຈ, ແຕ່ໄດ້ກ່າວວ່າ ມັນໄດ້ຖືກພິຈາລະນາມາດົນພໍສົມ
ຄວນແລ້ວ ແລະ ວ່າລັດຖະບານ “ມີເຫດຜົນທີ່ດີ” ທີ່ຢາກຈະສື່ສານກັບ ອີຣ່ານ ໃຫ້ກະ
ຈ່າງແຈ້ງ ກ່ຽວກັບ ວິທີທີ່ເຂົາເຈົ້າຈະຕອບໂຕ້ຕໍ່ການກະທຳຂອງ ອີຣ່ານ.
ບັນດາເຈົ້າໜ້າທີ່ ອີຣ່ານ ບໍ່ໄດ້ຕອບຢ່າງເປີດເຜີຍໃນທັນທີທັນໃດ ຕໍ່ການປະກາດຂອງ
ທ່ານ ໂບລຕັນ.
ນຶ່ງອາທິດທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດຂອງ ອີຣ່ານ ທ່ານ ຈາວາດ ຊາຣິຟ
ໄດ້ກ່າວຫາທ່ານ ໂບລຕັນ ແລະ ຄົນອື່ນໆ, ລວມທັງນາຍົກລັດຖະມົນຕີ ອິສຣາແອລ
ທ່ານ ເບັນຈາມິນ ເນຕັນຢາຮູ ວ່າ “ວາງແຜນມຸ່ງຮ້າຍ.”
ທ່ານ ຊາຣິຟ ໄດ້ກ່າວຕໍ່ໂທລະພາບຂ່າວ CBS ວ່າ “ຂ້າພະເຈົ້າບໍ່ຄິດວ່າຈະມີການມຸ່ງ
ຮ້າຍໃດໆເກີດຂຶ້ນ.”