ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທ​ຣຳ ​ປົດ​ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ ແຫ່ງຊາດ ຜູ້​ທີ 3 ຂອງ​ທ່ານ ອອກ​ຈາກ ​ຕຳ​ແໜ່ງ


 ທ່ານຈອນ ໂບລຕັນ (John Bolton), ທີ່ປຶກສາດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ ກຳ​ລັງ​ຟັງ​ທ່ານ ທ​ຣຳ ກ່າວ​ຄຳ​ປາ​ໄສຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຮ່ວມ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ Viktor Orban ຂອງ​ຮັງ​ກາ​ຣີ ຢູ່​ທຳ​ນຽບ​ຂາວໃນວັນ​ທີ 13, 2019
ທ່ານຈອນ ໂບລຕັນ (John Bolton), ທີ່ປຶກສາດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ ກຳ​ລັງ​ຟັງ​ທ່ານ ທ​ຣຳ ກ່າວ​ຄຳ​ປາ​ໄສຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຮ່ວມ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ Viktor Orban ຂອງ​ຮັງ​ກາ​ຣີ ຢູ່​ທຳ​ນຽບ​ຂາວໃນວັນ​ທີ 13, 2019

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານວານນີ້ ວ່າ ທ່ານ​ໄດ້​ປົດ​ທ່ານຈອນ ໂບ​ລ​ຕັນ (John Bolton), ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງແຫ່ງຊາດຂອງ​ທ່ານ, ອອກ​ຈາກ​ຕຳ​ແໜ່ງໂດຍໃຫ້​ເຫດ​ຜົນ​ວ່າ “ທ່ານບໍ່​ເຫັນ​ພ້ອມຢ່າງແຮງ ​ກັບ” ຄຳ​ສະ​ເໜີ​ດ້ານ​ນະ​ໂຍ​ບາຍຫລາຍໆ​ອັນ​ ຂອງ​ທ່ານ​ໂບ​ລ​ຕັນ. Patsy Widakuswara, ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ​ທຳ​ນຽບ​ຂາວ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ທ່ານຈອນ ໂບ​ລ​ຕັນ (John Bolton), ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງແຫ່ງຊາດ ຄິດ​ວ່າຈະ​ໄປ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າວ ໃນ​ຕອນ​ບ່າຍວັນ​ອັງ​ຄານວານນີ້
ເພື່ອໄປ​ສົນ​ທະ​ນາ​ກ່ຽວ​ກັບ​ມາດ​ຕະ​ການ​ລົງ​ໂທດ​ທີ່​ແນ​ໃສ່​ຕ້ານການກໍ່​ການ​ຮ້າຍ, ໂດຍຢືນ ຢູ່​ຄຽງ​ຂ້າງ​ຂອງທ່ານສ​ຕີ​ເວັນ ມ​ນຸ​ສຈິນ (Steven Mnuchin), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ​ທ່ານໄມ​ຄ໌ ພອມ​ພຽວ (Mike Pompeo), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

​ທ່ານ ໄມ​ຄ໌ ພອມ​ພຽວກ່າວ​ວ່າ: "ຄຳ​ສັ່ງ​ປະ​ຕິ​ບັດ​ງານໃນ​ມື້ນີ້ ທີ່ອອກ​ມາໂດຍປະ​ທາ​ນາ​ທິ​ບໍ​ດີທ​ຣຳ ໄດ້​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຕ້ານ​ການກໍ່ການ​ຮ້າຍ​ຂອງ​ສະ​ຫະ​ລັດ."

ແຕ່​ວ່າ ເພິ່ນ​ຜັດ​ຖືກປະ​ທາ​ນາ​ທິ​ບໍ​ດີທ​ຣຳ ປົດ​ອອກ​ຈາກ​ຕຳ​ແໜ່ງໂດຍ​ຜ່ານ​ທາງ ທວີດ​ເຕີເສຍ​ກ່ອນ ບໍ່​ຮອດ​ສອງ​ຊົ່ວໂມງ ຫລັງ​ຈາກນັ້ນ.

ທ່ານ​ໂບ​ລ​ຕັນ​ຕອບ​ກັບຄືນໂດຍ​ເວົ້າ​ວ່າ ທ່ານ​ໄດ້​ສະ​ເໜີ​ຂໍ​ລາ​ອອກ​ກ່ອນ​ໜ້າ​ທີ່ທ່ານຈະ​ຖືກ​ປົດອອກ​ຈາກ​ຕຳ​ແໜ່ງ.

ການລົງ​ຈາກ​ຕຳ​ແໜ່ງ​ແບບ​ກະ​ທັນ​ຫັນ​ຂອງ​ທ່ານ ​ໄດ້​ເກີດ​ຂຶ້ນພາຍ​ຫລັງ​ທີ່​ການ​ເຈ​ລະ​ຈາສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບານ​ຢູ່​ໃນ​ຄ້າຍແຄ້ມ​ເດ​ວິດ ຖືກ​ຍົກ​ເລີກແລ້ວ.

ການ​ເຈ​ລະ​ຈາ​ທີ່​ວ່ານີ້ ແມ່ນ​ຈະ​ມີ​ການສົນ​ທະ​ນາ​ກັນກ່ຽວ​ກັບ​ການ​ຖອນ​ທະ​ຫານ​ສະ​ຫະ​ລັດ ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ. ມີ​ລາຍ​ງານ​ວ່າ ທ່ານໂບ​ລ​ຕັນບໍ່​ເຫັນພ້ອມ​ກັບ​ການ​ເຮັດ​ຂໍ້​ຕົກ​ລົງ​ນັ້ນ.

ອາ​ຈານທອດ ແບ​ລ​ທ໌ (Todd Belt), ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຈອດ​ຈ໌ ວໍ​ຊິ​ງ​ຕັນ (George Washington) ໃຫ້​ຄຳ​ເຫັນ​ວ່າ:
"ເບິ່ງ​ຄື​ວ່າ ບັນ​ຫາ​ບາງ​ອັນ ໃນ​ທີ່​ສຸດ​ກໍ​ກັບກາຍ​ເປັນ​ເລື້ອງທີ່​ຂັດ​ກັນບາງ​ຢ່າງທີ່​ເກີດ​ຂຶ້ນ​ກັບທ່ານຈອນ ໂບ​ລ​ຕັນ (John Bolton) ໃນ​ເວ​ລາ​ຕໍ່​ມາ, ​ຫລັງຈາກ ທ່ານທ​ຣຳໄດ້ຕັດ​ສິນ​ໃຈວ່າ​ຈະ​ບໍ່​ພົບ​ກັບ​ກຸ່ມ​ຕາ​ລີ​ບານ​ແລ້ວ."

ນອກນັ້ນ ມັນຍັງ​ເກີດ​ຂຶ້ນໃນ​ຕອນ​ທີ່ປະ​ທາ​ນາ​ທິ​ບໍ​ດີກຳ​ລັງ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດກັບ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ຈຳ​ນວນ​ນຶ່ງ ຊຶ່ງລວມ​ມີເກົາ​ຫລີ​ເໜືອ ແລະ​ອີ​ຣ່ານ.

ທ່ານ ອາ​ເລັກ​ສ໌ ແວັດ​ແທນ​ກາ (Alex Vatanka), ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງ​ຢູ່​ສະ​ຖາ​ບັນ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ:
"ທ່ານຈອນ ໂບ​ລ​ຕັນ (John Bolton) ຫາ​ທາງ​ໃຫ້ໄດ້ຮັບ​ການ​ສະ​ໜັບ​ສະ​ໜຸນ ຕໍ່ເລື້ອງປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງມາ​ແຕ່ດົນແລ້ວ, ຊຶ່ງ​ເປັນ​ທີ່​ຈະ​ແຈ້ງ ແລ້ວວ່າ ມັນ​ເປັນເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ໃຫຍ່ສຳ​ລັບ​ສາ​ທາ​ລະ​ນະ​ລັດອິ​ສ​ລາມ​ແຫ່ງນັ້ນ. ການ​ທີ່ທ່ານ​ອອກ​ໄປ ແລະ​ການ​ປ່ຽນ​ລະ​ບອບ​ການ​ປົກ​ຄອງ​ອາດ​ຈະຕົກອອກຈາກບັນ​ຊີຂອງ​ເລື້ອງ​ທີ່ຈະ​ນຳ​ມາພິ​ຈາ​ລະ​ນາ​ໄດ້, ສິ່ງນີ້ ອາດຈະເຮັດ​ໃຫ້ການ​ພົບ​ປະ​ກັນລະ​ຫວ່າງເຕ​ຫະ​ຣ່ານກັບ​ວໍ​ຊິ​ງ​ຕັນ ມີໂອ​ກາດ​ເກີດ​ຂຶ້ນໄດ້.”

ທ່ານຈອນ ໂບ​ລ​ຕັນ (John Bolton) ຖືກມອງວ່າ​ເປັນ "ຜູ້​ມັກ​ໃຊ້ວິ​ທີ​ການ​ທະ​ຫານ", ຊຶ່ງ​ເປັນ​ຜູ້​ຫາ​ທາງ​ໃຫ້​ມີ​ການສະ​ໜັບສະ​ໜຸນ​ ແກ່​ອຳ​ນາດ​ທາງ​ທະ​ຫານ​ຂອງ​ອາ​ເມ​ຣິ​ກາ. ທ່ານ​ມັກ​ຂັດ​ແຍ້ງ​ກັນ​ກັບ​ທ່ານ​ທ​ຣຳ ຜູ້​ທີ່​ເຖິງ​ແມ່ນ​ວ່າ​ຈະ​ໃຊ້​ຖ້ອຍ​ຄຳ​ທີ່​ຮຸນ​ແຮງ ແຕ່​ກໍ​ບໍ່​ມັກ​ໃຫ້​ທະ​ຫານ ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຕ່າງ​ປະ​ເທດ.

ການ​ປົດ​ທ່ານ​ໂບ​ລ​ຕັນ​ອອກ​ຈາກ​ຕຳ​ແໜ່ງ ມີ​ຂຶ້ນ​ພາຍ​ຫລັງ​ທ່າ​ອ່ຽງທີ່ສູງຂຶ້ນ ຂອງການ​ອອກ​ໄປຂອງ​ທີມ​ງານ​ດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ.

ອາ​ຈານທອດ ແບ​ລ​ທ໌ (Todd Belt) ໃຫ້​ຄຳ​ເຫັນເ​ພີ້ມ​ອີກວ່າ:
"ປະ​ເທດ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ບໍ່​ມັກຄວາມບໍ່​ແນ່ນອນ​ຢູ່ໃນ​ທຳ​ນອງນີ້ ແລະກໍ​ບໍ່​ມັກ​ການ​ອອກ​ຈາກ​ຕຳ​ແໜ່ງ​ໄປ​ຂອງ​ຄົນ​ໃນ​ຄະ​ນະລັດ​ຖະ​ບານນີ້​ເຊັ່ນ​ກັນ. ພວກ​ເຂົາ​ເຈົ້າຢາກ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ເວົ້າ​ເປັນ​ສຽງ​ດຽວ​ກັນ ແລະ​ເຂົາ​ເຈົ້າ​ແມ່ນບໍ່​ໄດ້​ເຫັນວ່າ​ມັນເປັນ​ແບບນັ້ນ ຢູ່​ໃນ​ຄະ​ນະລັດ​ຖະ​ບານຂອງ​ປະ​ທາ​ນາ​ທິ​ບໍ​ດີນີ້."

ທ່ານ ໄມ​ຄ໌ ພອມ​ພຽວ (Mike Pompeo), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້ກ່າວເນັ້ນ​ຢ້ຳ​ວ່າ ການ​ລົງຈາກຕຳ​ແໜ່ງ​ຂອງ​ທ່ານ​ໂບ​ລ​ຕັນບໍ່​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ການ​ສືບ​ຕໍ່​ວຽກ​ງານນີ້ ແຕ່​ຢ່າງ​ໃດ.

ທ່ານ​ກ່າວ​ດັ່ງ​ນີ້: "ຂ້າ​ພະ​ເຈົ້າ​ບໍ່​ຄິດດອກວ່າ ຈະ​ມີ​ຜູ້​ນຳ​ປະ​ເທດ​ໃດ​ໃນ​ໂລກໜ້າ​ຈະ​ຄິດ​ເອົາ​ເອງວ່າ ນະ​ໂຍ​ບາຍຕ່າງ​ປະ​ເທດຂອງ​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຈະ​ປ່ຽນ​ໄປ​ຢ່າງ​ເປັນ​ຮູບ​ປະ​ທຳ ຍ້ອນ​ວ່າ ມີ​ຜູ້​ໃດ​ຜູ້​ນຶ່ງ​ຢູ່​ໃນ​ກຸ່ມ​ພວກ​ເຮົາ​ອອກ​ໄປ."

ທ່ານຈອນ ໂບ​ລ​ຕັນ (John Bolton) ແມ່ນ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຜູ້​ທີ 3 ທີ່​ທ່ານ​ທ​ຣຳ​ໄດ້​ປົດ​ອອກ​ຈາກ​ຕຳ​ແໜ່ງໃນໄລ​ຍະຜ່ານ​ມາ​ທີ່ບໍ່​ຮອດ 3 ປີ. ຜູ້​ທີ່​ຈະ​ມາ​ກຳ​ຕຳ​ແໜ່ງ​ແທນ​ທ່ານມີ​ກຳ​ນົດ​ວ່າ​ຈະ​ຖືກ​ແຕ່ງ​ຕັ້ງ​ໃນ​ອາ​ທິດ​ໜ້ານີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ ຢູ່​ລຸ່ມນີ້:

U.S. President Donald Trump announced on Tuesday that he had fired his national security adviser John Bolton, saying that he "disagreed strongly with many" of Bolton's policy suggestions. White House Correspondent Patsy Widakuswara has the story.

National Security Adviser John Bolton was supposed to be in this Tuesday afternoon briefing to discuss sanctions to combat terrorism, alongside Treasury Secretary Steven Mnuchin and Secretary of State Mike Pompeo.

Mike Pompeo, Secretary of State:
"Today's executive order by President Trump adds further muscle to U.S. counterterrorism efforts."

But he was fired by President Trump, less than two hours prior, via twitter.

Bolton pushed back, saying he offered to resign before he was fired.

His sudden departure came on the heels of canceled Camp David peace talks with the Taliban.

Those talks were to discuss the withdrawal of U.S. troops from Afghanistan. Bolton was reportedly against making that deal.

Todd Belt, George Washington University
"It looks like some of the problems ended up with some of the disagreements that happened with John Bolton subsequently, after he ((Trump)) decided not to do the meeting with the Taliban."

It also came at a time when the president is pursuing diplomatic efforts with a number of adversaries, including North Korea and Iran.


Alex Vatanka, Middle East Institute:
"John Bolton for a long time was advocating for regime change, which is the biggest concern obviously of the Islamic Republic. With him being gone and regime change probably being taken off the table, this creates a space for potential dialogue between Tehran and Washington."

John Bolton is seen as a "hawk", a strong advocate for American military power. He often clashed with Trump, who despite his aggressive rhetoric, is averse to foreign military involvement.

Bolton's firing follows the high turnover trend in the president's foreign policy and national security team.

Todd Belt, George Washington University
"Our allies don't like that sort of uncertainty and turnover in the administration either. They want the administration to speak with one voice and they want it to speak consistently, and they're just not getting that from this presidential administration."

Secretary of State Mike Pompeo insisted Bolton's departure does not impact continuity.

Mike Pompeo, Secretary of State
"I don't think any leader around the world should make any assumption that because one of us departs, that President Trump's foreign policy will change in a material way."

John Bolton is the third national security adviser that Trump has ousted in less than three years. His replacement is scheduled to be appointed next week.

XS
SM
MD
LG