ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ລາ​ອອກ​ຈາກ​ຕຳ​ແໜ່ງ ຍ້ອນ​ຖືກ​ກົດ​ດັນ ​ເພີ້ມ​ຂຶ້ນນັບ​ມື້


ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ​ອີ​ໂວ ໂມ​ຣາ​ເລ​ສ ແນມ​ອອກ​ໄປ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ນະ​ຄອນ ລາ ປາ​ຊ ຂອງ​ໂບ​ລີ​ເວຍ, ວັນ​ທີ 10 ພະ​ຈິກ 2019
ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ​ອີ​ໂວ ໂມ​ຣາ​ເລ​ສ ແນມ​ອອກ​ໄປ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ນະ​ຄອນ ລາ ປາ​ຊ ຂອງ​ໂບ​ລີ​ເວຍ, ວັນ​ທີ 10 ພະ​ຈິກ 2019

ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ​ອີ​ໂວ ໂມ​ຣາ​ເລ​ສ ໄດ້​ປະ​ກາດ​ ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ ໃນ​ການ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ໂທ​ລະ​ພາບ ໃນ​ວັນ​ອາ​ທິດ​ວານນີ້ ຫຼັງ​ຈາກ ມີ​ການ​ປະ​ທ້ວງ​ມາ​ໄດ້ຫຼາຍ​ອາ​ທິດ​ແລ້ວ ຍ້ອນເລື້ອງ “ຄວາມ​ຜິດ​ປົກ​ກະ​ຕິ” ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ແລ້ວນີ້.

​ກ່ອນ​ໜ້ານີ້ ໃນວັນ​ອາ​ທິດ ທ່ານ​ໄດ້​ຕົກ​ລົງ​ທີ່​ຈະ​ຈັດ​ການ​ເລືອກ​ຕັ້ງ​ໃໝ່ ຫຼັງ​ຈາກ​ອົງ​ການ​ຈັດ​ຕັ້ງ​ບັນ​ດາລັດ​ອາ​ເມ​ຣິ​ກັນ​ ຫຼືເອີ້ນ​ຫຍໍ້​ວ່າ OAS ໄດ້​ເປີດ​ເຜີຍ​ຜົນ​ຂອງ​ການກວດ​ສອບ ​ໃນການ​ປ່ອນ​ບັດ​ເລືອກຕັ້ງ ໃນ​ວັນທີ 20 ເດືອນ​ຕຸ​ລາ ຜ່ານ​ມາ ຊຶ່ງ​ທ່ານ​ໂມ​ຣາ​ເລ​ສ ໄດ້​ຊະ​ນະ​ຢ່າງວຸດ​ວິດ. ອົງ​ການ OAS ໄດ້​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ປົກ​ກະ​ຕິ ໃນ​ເກືອບ​ທຸກ​ດ້ານ ທີ່​ຕົນ​ໄດ້​ກວດ​ເບິ່ງ​ຄືນນັ້ນ.

ແຕ່​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຜູ້​ບັນ​ຊາ​ການ​ກອງ​ທັບ​ຂອງ​ໂບ​ລີ​ເວຍ ນາ​ຍ​ພົນ ວີລ້ຽມ​ສ໌ ຄາ​ລີ​ມານ ໄດ້​ກ່າວ​ວ່າ ການ​ຈັດ​ການ​ເລືອກ​ຕັ້ງ​ໃໝ່ ແມ່ນບໍ່​ພຽງ​ພໍ. ນາ​ຍ​ພົນ ຄາ​ລີ​ມານ ໄດ້​ເວົ້າ​ວ່າ “ຫຼັງ​ຈາກ​ໄດ້​ວິ​ເຄາະ​ສະ​ຖາ​ນະ​ການ​ກ່ຽ​ວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ພາຍ​ໃນແລ້ວ ພວກ​ເຮົາ​ຈຶ່ງ​ຂໍ​ໃຫ້​ ທ່ານປະ​ທາ​ນາ​ທິ​ບໍ​ດີ ລາ​ອອກ​ ໂດຍ​ທີ່​ຈະ​ອຳ​ນວຍ​ໃຫ້ມີ​ ຄວາມ​ສະ​ຫງົບ​ສຸກ ແລະ​ສະ​ຖຽນ​ລະ​ພາບ ​ທີ່ຈະຮັກ​ສາ​ໄວ້​ໄດ້ ເພື່ອ​ຄວາມ​ຈົບ​ງານຂອງ​ໂບ​ລີ​ເວຍ ຂອງ​ພວກ​ເຮົາ.”

ການ​ປະ​ກາດ​ດັ່ງ​ກ່າວ​ໂດຍ ນາ​ຍ​ພົນ ຄາ​ລີ​ມານ ແລະ ອົງ​ການ OAS ນັ້ນ ນຳ​ໄປ​ສູ່​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໂດຍເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຂັ້ນ​ລັດ​ຖະ​ມົນ​ຕີ ຫຼາຍ​ຄົນ ພ້ອມ​ກັນ​ກັບ ຫົວ​ໜ້າ​ ສານ​ເລືອກ​ຕັ້ງ​ສູງ​ສຸດ​ນຳດ້ວຍ.

ສະ​ຫະ​ລັດ ກໍ​ໄດ້ປິ​ຕິ​ຍິນ​ດີນຳ​ການ​ຕັດ​ສິນ​ໃຈ ທີ່​ຈະ​ຈັດ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃໝ່.

ລັດ​ຖະ​ມົນ​ຕີ​ວ່າ​ການຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພ່ອມ​ພຽວ ກ່າວ​ວ່າ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ທວີດ​ເຕີ ວ່າ “ສະ​ໜັບ​ສະ​ໜຸນ​ຢ່າງ​ເຕັມ​ສ່ວນການກວດ​ພົບ​ເຫັນ ໃນບົດ​ລາຍ​ງານທີ່​ເປັນ​ທາງ​ການຂອງ​ອົງ​ການ OAS ທີ່​ໄດ້​ແນະ​ນຳ​ໃຫ້​ຈັດ​ການ​ເລືອກ​ຕັ້ງ​ໃໝ່ ໃນ​ໂບ​ລີ​ເວຍ ເພື່ອ​ຮັບ​ປະ​ກັນ​ວ່າ ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ແທ້​ຈິງເປັ​ນ​ໄປ​ຕາມ​ຄວາມ​ຕັ້ງ​ໃຈ​ຂອງ​ປະ​ຊາ​ຊົນ. ຄວາມ​ເຊື່ອ​ໝັ້ນ​ຂອງ​ລະ​ບົບ​ການ​ເລືອກ​ຕັ້ງ ຕ້ອງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ.”

ທ່ານ​ໂມ​ຣາ​ແລ​ສ ຜູ້​ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ມາ​ໄດ້ 4 ສະ​ໄໝ​ແລ້ວນັ້ນ ກ່ອນ​ໜ້ານີ້ ໄດ້ເອີ້ນ​ການ​ປະ​ທ້ວງກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທ່ານນັ້ນ ວ່າ ເປັນ​ການກໍ່​ລັດ​ຖະ​ປະ​ຫານ.

ປະ​ທາ​ນາ​ທິ​ບໍ​ດີ ທີ່​ດຳ​ລົງ​ຕຳ​ແໜ່ງ​ມາ​ຍາວ​ນານ ບໍ່​ໄດ້​ຊີ້​ແຈງວ່າ ທ່ານ​ຈະ​ລົງ​ແຂ່ງ​ຂັນ​ອີກ​ຄັ້ງ​ນຶ່ງຫຼືບໍ່ ໃນ​ການ​ເລືອກ​ຕັ້ງ​ໃໝ່. ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້ ບັນ​ດາ​ຜູ້​ດາ​ຜູ້​ນຳ​ຝ່າຍ​ຄ້ານ ໄດ້​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ທ່ານ​ໂມ​ຣາ​ເລ​ສ ລົງ​ຈາກ​ຕຳ​ແໜ່ງ.

ຜູ້​ນຳ​ຂອງ​ອາ​ເມ​ຣິ​ກາ​ລາ​ຕິນ ​ທີ່​ດຳ​ລົງ​ຕຳ​ແໜ່ງມາ​ຍາວ​ນານ ໄດ້​ເຂົ້າ​ການ​ເລືອກ​ຕັ້ງ ໂດຍ​ຕ້ອງ​ການ 10 ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ ເພື່ອ​ທີ່​ຈະ​ນຳ​ໄປ​ສູ່​ການ​ຫລີກ​ລ່​ຽງ ການ​ເລືອກ​ຕັ້ງ​ຂັ້ນ​ຊີ​ຂາດ ແລະ​ຮັບ​ປະ​ກັນ​ການ​ດຳ​ລົງ​ຕຳ​ແໜ່ງຂອງ​ທ່ານ​ ສະ​ໄໝ​ທີ​ສີ່.

ຜົນ​ການ​ນັບ​ຄະ​ແນນ​ພຽງ​ບາງ​ສ່ວນ ໄດ້​ຖືກ​ເປີ​ດ​ເຜີຍ ຫຼັງ​ຈາກ​ການ​ເລືອກ​ຕັ້ງ ຊຶ່ງ​ໄດ້​ຄາດ​ຄະ​ເນ​ວ່າ ທ່ານ​ໂມ​ຣາ​ແລ​ສ ຈະ​ປະ​ເຊີນ​ກັບ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ ໃນ​ເດືອນ​ທັນ​ວາ ກັບຄູ່​ແຂ່ງ​ຂອງງ​ທ່ານ ກໍຄື​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ ຄາ​ຣ​ໂລ​ສ ເມ​ສາ.

ໃນ​ເວ​ລາຕໍ່ມາ ບໍ່​ເຖິງ 24 ຊົ່ວ​ໂມງ ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ໄດ້​ເປີດ​ເຜີຍ ຕົວ​ເລກ​ໃໝ່ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈຳ​ນວນ​ສຽງ​ທີ່​ໄດ້​ນັບ​ໄປ​ແລ້ວ 95 ເປີ​ເຊັນ ໂດຍ​ທີ່​ທ່ານ​ໂມ​ຣາ​ເລ​ສ ໄດ້​ຮັບ​ຄະ​ແນນ​ສຽງ ພຽງ 0.7 ເປີ​ເຊັນ ຊຶ່ງບໍ່​ຮອດ 10 ເປີ​ເຊັນ​ທີ່​ຕ້ອງ​ການນັ້ນ.

ການ​ປະ​ກາດ​ດັ່ງ​ກ່າວ ໄດ້​ກະ​ຕຸ້ນ​ໃຫ້​ຝ່າຍ​ຄ້ານ ຈົ່ມ​ວ່າ ມີ​ການ​ສໍ້​ໂກງ ແລະ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ໃນຫຼາຍ​ຫົວ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG