ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຮືອ​ທີ່​ຂົ​ນ​ສົ່ງ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ 50 ຄົນຫຼົ້ມ ​ຢູ່ນອກ​ຊາຍ​ຝັ່ງ​ຂອງ ລີ​ເບຍ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫຼັງ​ຈາກ​ໄດ້​ຮັບ​ການ​ກູ້​ໄພ​ໂດຍ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ ລີ​ເບຍ ໃນ​ເມືອງ ຄອມ​ສ໌, ປະ​ເທດ ລີ​ເບຍ. 27 ສິງ​ຫາ, 2019. REUTERS/Ayman Sahely
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫຼັງ​ຈາກ​ໄດ້​ຮັບ​ການ​ກູ້​ໄພ​ໂດຍ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ ລີ​ເບຍ ໃນ​ເມືອງ ຄອມ​ສ໌, ປະ​ເທດ ລີ​ເບຍ. 27 ສິງ​ຫາ, 2019. REUTERS/Ayman Sahely

ເຮືອ​ທີ່​ນຳ​ພາ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ຈະ​ເດີນ​ທາງ​ໄປ ຢູ​ໂຣບ ຢ່າງ​ໜ້ອຍ 50 ຄົນ​ໄດ້ຫຼົ້ມ​ຢູ່​
ທະ​ເລ​ເມ​ດີ​ເທີ​ເຣ​ນຽນ, ນອກ​ຊາຍ​ຝັ່ງ​ຂອງ​ປະ​ເທດ ລີ​ເບຍ ໃນ​ວັນ​ເສົາ​ວານນີ້, ອີງ​ຕາມ
​ການ​ກ່າວ​ຂອງ​ອົງ​ການ​ອົບ​ພະ​ຍົບ ສະ​ຫະ​ປະ​ຊາ​ຊາດ ຫຼື UNHCR ແລະ ຕຳຫຼວດ​ຍາມ​
ຊາຍ​ຝັ່ງ​ຂອງ​ປະ​ເທດ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ກຸ່ມ​ສະ​ໜັບ​ສະ​ໜູນ​ອິດ​ສະຫຼະ​ໄດ້​ກ່າວ​ວ່າ
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ 56 ຄົນ​ຢູ່​ເຮື​ອ​ອີກ​ລຳ​ນຶ່ງ “ແມ່ນ​ກຳ​ລັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ” ໃນ​ທະ​
ເລ​ນັ້ນ.

ໂຄ​ສົກ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ ທ່ານ ອາ​ຢຸບ ກາ​ສ​ຊິມ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ
ເຮືອ​ໄດ້ຫຼົ້ມ​ຢູ່ນອກ​ຊາຍ​ຝັ່ງ​ຂອງ​ເມືອງ ມິ​ສ​ຣາ​ຕາ ທາງ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ
ລ​ີ​ເບຍ, ຫ່າງ​ຈາກ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ 187 ກິ​ໂລ​ແມັດ.

ອົງ​ການ UNHCR ໄດ້​ກ່າວ​ວ່າ ການ​ພະ​ຍາ​ຍາມ​ກູ້​ໄພ​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ຕອ​ນ​ບ່າຍ​ຂອງ
ວັນ​ເສົາ​ວານນີ້, ແລະ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​
ເຈັບ.

ກຸ່ມ ອາ​ລາມ ໂຟນ (Alarm Phone) ເຊິ່ງ​ແມ່ນ​ກຸ່ມ​ສະ​ໜັບ​ສະ​ໜູນ​ອິດ​ສະຫຼະ ສຳ​ລັບ​
ຄົນ​ຜູ້​ທີ່​ເດີນ​ທາງ​ຂ້າມ​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ ໄດ້​ກ່າວ​ວ່າ ເຮືອ​ລຳ​ທີ​ສອງ​ຂອງ​ພວກ​ຍົກ​
ຍ້າຍ​ຖິ່ນ​ຖານ​ແມ່ນກຳ​ລັງ​ເດືອດ​ຮ້ອນ, ພ້ອມ​ກັບ​ “ປະ​ມານ 56 ໄດ້ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ກຸ່ມ​ດັ່ງ​ກ່າວ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ເທິງ​ເຮືອ, ຜູ້​ທີ່​
ໄດ້​ເດີນ​ທາງ​ອອກ​ຈາກ​ຊາຍ​ຝັ່ງ​ຂອງ​ປະ​ເທດ ລີ​ເບຍ ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ໂດຍ​ເວົ້າ
​ວ່າ “ເຂົາ​ເຈົ້າ​ໂທ​ຫາ​ເພື່ອ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຮີບ​ດ່ວນ ແລະ ຢ້ານ​ຕາຍ.”

ອົງ​ການ ອາ​ລາມ ໂຟນ ໄດ້​ກ່າວ​ວ່າ “ເຂົາ​ເຈົ້າ​ຍັງ​ຄົງ​ເດືອດ​ຮ້ອນ​ຢູ່​ໃນ​ທະ​ເລ ໂດຍບໍ່​ມີ
​ສັນ​ຍານ​ຂອງ​ຄວາມ​ຊ່ວຍ​ເຫຼືອ. ຕອນນີ້​ເຂົາ​ເຈົ້າ​ໄດ້​ຢູ່​ໃນ​ທະ​ເລ​ດົນ​ກວ່າ 60 ຊົ່ວ​ໂມງ​
ແລ້ວ.”

ປະ​ເທດ ລີ​ເບຍ ໄດ້​ກາຍ​ເປັນ​ຈຸດ​ເດີນ​ທາງ​ທີ່​ສຳ​ຄັນ​ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄປ ຢູ​
ໂຣບ ຫຼັງ​ຈາກ​ການ​ໂຄ່ນ​ລົ້ມ ແລະ ເສຍ​ຊີ​ວິດ​ຂອງ​ຜູ້​ນຳ​ຜະ​ເດັດ​ການ​ທ່ານ ມວມ​ມາ
ກາ​ດາ​ຟີ ໃນ​ປີ 2011, ເມື່ອ​ປະ​ເທດ​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ອາ​ຟ​ຣິ​ກາ​ນັ້ນ ໄດ້​ຕົກ​ຢູ່​ໃນ​
ຄວາມ​ວຸ້ນ​ວາຍ, ໂດຍ​ກຸ່ມ​ທະ​ຫານ​ບ້ານ​ຕິດ​ອາ​ວຸດ​ໄດ້​ຖືກ​ປົດ​ປ່ອຍ ແລະ ອຳ​ນາດ​ສູນ​
ກາງ​ໄດ້​ລົ້ມ​ລະ​ລາຍ.

ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ, ສະ​ຫະ​ພາບ ຢູ​ໂຣບ ໄດ້​ຮ່ວມ​ມື​ກັບ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ
ແລະ ກອງ​ກຳ​ລັງ ລີ​ເບຍ ອື່ນໆ ເພື່ອ​ພະ​ຍາ​ຍາມ​ຢຸດ​ການ​ເດີນ​ທາງ​ຂ້າມ​ທະ​ເລ​ທີ່​ອັນ​
ຕະ​ລາຍ​ນັ້ນ.

ກຸ່ມ​ສິດ​ທິ​ມະ​ນຸດ​ເວົ້າ​ວ່າ ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ນັ້ນ​ໄດ້​ເຮັດ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖາ​ນ​
ຂຶ້​ນ​ຢູ່​ພາຍ​ໃຕ້​ອຳ​ນາດ​ຂອງ​ກຸ່ມ​ຕິດ​ອາ​ວຸດ​ທີ່​ໂຫດ​ຮ້າຍ ຫຼື ຖືກ​ຂັງ​ໃນ​ສູນ​ຄຸມ​ຂັງ​ທີ່​ສົກ​ກະ
​ປົກ ທີ່​ຂາດ​ອາ​ຫານ ແລະ ນ້ຳ​ຢ່າງ​ພຽງ​ພໍ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢ່າງ​ໜ້ອຍ 6,000 ຄົນຈາກ​ປະ​ເທດ ເອ​ຣິ​ເທ​ຣຍ, ເອ​ທິ​ໂອ​ເປຍ, ໂຊ
​ມາ​ເລຍ, ຊູ​ດານ ແລະ ປະ​ເທດ​ອື່ນໆ​ ໄດ້ຖືກ​ຂັງ​ຢູ່​ໃນ​ສະ​ຖານ​ທີ່​ຄຸມຂັງ​ຢູ່​ປະ​ເທດ ລີ​ເບຍ
ທີ່​ດຳ​ເນີນ​ການໂດຍ​ກຸ່ມ​ທະ​ຫານ​ບ້ານ ທີ່ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ທໍ​ລະ​ມານ ແລະ
ການ​ລ່ວງ​ລະ​ເມີດ​ອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG