ກະຊວງປ້ອງກັນປະເທດສະຫະລັດ ໄດ້ເລືອກເອົາບໍລິສັດ Blue Origin ຂອງ ທ່ານເຈັຟ ເບໂຊສ (Jeff Bezos), ບໍລິສັດ SpaceX ຂອງ ທ່ານອີລອນ ມັສຄ (Elon Musk), ແລະບໍລິສັດຮ່ວມທຶນ Boeing-Lockheed ຂອງ United Launch Alliance ຫຼື ULA ເພື່ອການແຂ່ງຂັນສໍາລັບພາລະກິດ ກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ອັນໄດ້ເຮັດໃຫ້ມີການຄັດເລືອກໃນເບື້ອງຕົ້ນ ພາຍໃຕ້ໂຄງການມູນຄ່າ 5.6 ຕື້ໂດລາ, ອີງຕາມລາຍງານຂອງອົງການຂ່າວ Reuters.
ທຳນຽບຫ້າແຈ ຍັງບໍ່ໄດ້ບອກວ່າ ຄວນເປັນຈະຫຼວດຂອງບໍລິສັດໃດທີ່ຕົນຈະທໍາ ການເລືອກ, ແຕ່ໄດ້ຢ້ຳວ່າ 7 ບໍລິສັດໄດ້ທໍາການປະມູນເຂົ້າໃນໂຄງການດັ່ງ ກ່າວ, ເຊິ່ງສະແຫວງຫາຈະຫຼວດທີ່ຕ້ອງມີຄວາມພ້ອມທີ່ຈະບິນຂຶ້ນສູ່ອະວະກາດ ໃນພາລະກິດຄັ້ງທຳອິດຂອງພວກເຂົາເຈົ້າພາຍໃນເດືອນທັນວາທີ່ຈະມາເຖິງນີ້.
ທັງສາມບໍລິສັດ ເປັນບັນດາບໍລິສັດທຳອິດທີ່ໄດ້ຮັບການຄັດເລືອກພາຍໃຕ້ໂຄງ ການຈັດຊື້ຍານອະວະກາດດ້ານຄວາມໝັ້ນຄົງແຫ່ງຊາດໄລຍະ 3 ທີ່ໃຫ້ຜົນ ຕອບແທນແກ່ທໍານຽບ 5 ແຈ, ເຊິ່ງເປັນການແຂ່ງຂັນທີ່ມີມູນຄ່າຫຼາຍຕື້ໂດລາ ລະຫວ່າງບັນດາບໍລິສັດຈະຫຼວດຂອງ ສະຫະລັດ ທີ່ລົງແຂ່ງຂັນກັນເພື່ອສົ່ງ ດາວທຽມທີ່ລະອຽດອ່ອນທີ່ສຸດທາງທະຫານ ແລະມີຄວາມສາມາດທີ່ສຸດ ຂອງປະເທດ ຂຶ້ນສູ່ອະວະກາດໃນທົດສະວັດຕໍ່ໄປ.
ບໍລິສັດ SpaceX ແລະ ບໍລິສັດ ULA, ອັນເປັນສອງບໍລິສັດຂະໜາດໃຫຍ່ໃນອຸດສາຫະກໍາຍານອະວະກາດນັ້ນ, ໄດ້ສະໜອງເຄື່ອງຍິງຈະຫຼວດທີ່ສໍາຄັນຂອງທໍານຽບ 5 ແຈ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ພາຍໃຕ້ໂຄງການທີ່ມີກ່ອນແລ້ວ ເຊິ່ງຮ້ອງວ່າໄລຍະ 2. ໂຄງການ ດັ່ງກ່າວນັ້ນ ໄດ້ເຮັດໃຫ້ ULA ມີສ່ວນແບ່ງໃນພາລະກິດຂອງທໍານຽບ 5 ແຈ ທັງໝົດ 60 ເປີເຊັນ ຈົນຮອດປີ 2027, ໂດຍສ່ວນທີ່ເຫຼືອແມ່ນເປັນຂອງ ບໍລິສັດ SpaceX.
ແຕ່ໃນໄລຍະທີສາມຂອງໂຄງການ, ທໍານຽບ 5 ແຈ ໄດ້ສະແຫວງຫາບໍລິສັດທີ່ ມີຄວາມຫຼາກຫຼາຍກວ່າ ສໍາລັບພາລະກິດກ່ຽວກັບອະວະກາດຂອງຕົນໃນທົດ ສະວັດຕໍ່ໄປ, ສ່ວນໃຫຍ່ແມ່ນເພື່ອຊຸກຍູ້ໃຫ້ມີການແຂ່ງຂັນໃນຂະແຫນງການ ປ່ອຍຍານອະວະກາດຂອງ ສະຫະລັດ.
ຟໍຣັມສະແດງຄວາມຄິດເຫັນ