ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໓໐ ມິຖຸນາ ໒໐໒໔

ໄຟ​ໄໝ້​ຕຶກ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ​ຂອງ​ລາວ ບໍ່​ຄາດ​ວ່າ​ ຈະ​ເປັນ​ການ​ເຈ​ຕະ​ນາ


ພະ​ນັກ​ງານ​ເບິ່ງ​ຕຶກກ​ະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ​ຖືກ​ໄຟ​ໄໝ້.
ພະ​ນັກ​ງານ​ເບິ່ງ​ຕຶກກ​ະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ​ຖືກ​ໄຟ​ໄໝ້.

ໃນເວລາປະມານ 12:30 ຕອນທ່ຽງຂອງວັນທີ 24 ມິຖຸນາ 2024 ໄດ້ເກີດເຫດການໄຟໄໝ້ ຢູ່ຕຶກກະຊວງເ​ທັກໂນໂລຈີ ແລະ ການສື່ສານ, ເຂດ ສຳນັກງານນາຍົກລັດຖະມົນຕີ ໃນ​ນະ​ຄອນຫຼວງ ວຽງ​ຈັນ ຂອງ​ປະ​ເທດ​ລາວ.

ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ກັບປະຊາຊົນ ແລະ ຄົນທີ່ຢູ່ບໍລິເວນອ້ອມຂ້າງເປັນຈຳນວນຫຼາຍ, ເນື່ອງຈາກຕຶກດັ່ງກ່າວ ແມ່ນຕັ້ງຢູ່ໃຈກາງເມືອງ ເຊິ່ງໃກ້ກັບໂຮງຮຽນອຸດົມວຽງຈັນ ແລະ ບັນດາອາຄານສຳນັກງານອື່ນໆ.

​ເຫດ​ໄຟ​ໄໝ້​ນີ້ ​ຄາດ​ວ່າຈະບໍ່​ເປັນ​ການ​ເຈ​ຕະ​ນາ ຫຼື ປອງ​ຮ້າຍ. ຕາມການບອກເລົ່າຂອງພະນັກງານທີ່ຢູ່ໃນເຫດການກໍແມ່ນວ່າ:

“ສາເຫດແມ່ນຄິດວ່າ ມາຈາກ ແອເຢັນຊ໋ອດ, ແລ້ວໄຟຄ່ອຍໆລຸກລາມໄປ ບວກໃສ່ກັບ ພື້ນທີ່ເປັນຜ້າພົມ ເຊິ່ງເປັນເຊື້ອໄຟທີ່ເຮັດໃຫ້ໄຟໄໝ້ລຸກລາມຢ່າງໄວວາ. ຈຸດເກີດເຫດແມ່ນຢູ່ຫ້ອງປະຊຸມຊັ້ນ 2 ແລະ ໄໝ້ຂຶ້ນໄປເທິງຊັ້ນ 3. ໃນເບື້ອງຕົ້ນພາຍຫຼັງເກີດເຫດແມ່ນມີພະນັກງານຈຳນວນໜຶ່ງ ໃຊ້ບັ້ງມອດໄຟຈຳນວນ 10 ບັ້ງ ເພື່ອຄວບຄຸມໄຟ ໃນຂະນະລໍຖ້າໜ່ວຍດັບເພີງເຂົ້າມາ. ເຊິ່ງພາຍຫຼັງໜ່ວຍ ດັບເພີງມາຮອດທີ່ເກີດເຫດ, ພ້ອມລົດມອດໄຟຈຳນວນ 5 ຄັນ ແລະ ເຈົ້າ​ໜ້າ​ທີ່​ດັບ​ເພີງ 32 ຄົນ. ໜ່ວຍງານດັ່ງກ່າວໃຊ້ເວລາທັງໝົດປະມານ 1​ ຊົ່ວໂມງ ໃນການມອດໄຟ ແລະ ຄວບຄຸມສະຖານະການທັງໝົດໄວ້ໄດ້.”

ໄຟ​ກຳ​ລັງ​ລຸກ​ໄໝ້​ຢູ່​ໜ້າ​ຕຶກ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ
ໄຟ​ກຳ​ລັງ​ລຸກ​ໄໝ້​ຢູ່​ໜ້າ​ຕຶກ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ ການ​ສື່​ສານ

ການ​ເດີນ​ທາງ​ໄປ​ຮອດ​ຈຸດ​ເກີດ​ເຫດ​ຂອງ​ໜ່ວຍ​ດັບ​ເພີງ​ແມ່ນ​ໃຊ້​ເວ​ລາ​ປະ​ມານ 15 ຫາ 20 ນາ​ທີ.

ຜູ້​ທີ່​ຢູ່​ໃນ​ເຫດ​ການ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ຂອງ​ພວກ​ເຮົາ​ວ່າ “ບໍ່ໄດ້ຍິນວ່າ ມີຜູ້ບາດ ເຈັບ ຫຼື ເສຍຊີວິດໃດໆ, ທັງນີ້ ລາຍລະອຽດກ່ຽວ​ກັບສາ​ເຫດ ແລະ ຄວາມເສຍ ຫາຍ ແມ່ນເຈົ້າໜ້າທີ່ກຳລັງດຳເນີນການກວດສອບ ແລະ ເກັບກຳຫຼັກຖານຢູ່. ຄວາມເສຍຫາຍເບື້ອງຕົ້ນແມ່ນຢູ່ບໍລິເວນດ້ານໜ້າຂອງອາຄານ ແລະ ພາຍໃນ ບາງສ່ວນຂອງຊັ້ນ 2 ແລະ ຊັ້ນ 3.”

ເວ​ລາ​ທີ່​ເກີດ​ເຫດ​ໄຟ​ໄໝ້​ນັ້ນ ​ແມ່ນບໍ່​ມີ​ງານ​ທີ່​ສຳ​ຄັນ ຫຼື ກອງ​ປະ​ຊຸ​ມ ​ຖືກ​ຈັດ​ຂຶ້ນ. ສ່ວນທ່ານ​ລັດ​ຖະ​ມົນ​ຕີ ​ແມ່ນບໍ່​ໄດ້​ຢູ່​ໃນ​ຕຶກ​, ເນື່ອງ​ຈາກ​ໄປ​ປະ​ຊຸມ​ຢູ່​ຂ້າງນອກ ແລະ ກໍ​ເປັນ​ໄລ​ຍະ​ພັກ​ທ່ຽງດ້ວຍ.

ກະ​ຊວງ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ອອກ​ມາ​ຖະ​ແຫຼງ​ການ ກ່ຽວ​ກັບອັກ​ຄີ​ໄພ​ຄັ້ງ​ນີ້ ແລະ ກໍ​ບໍ່​ມີ​ລາຍ​ງານ​ຈາກ​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ໃຫ້​ລາຍ​ລະ​ອຽດ​ໃດໆ ແຕ່ກໍມີວີດີໂອຄລິບຂອງຜູ້ເຫັນເຫດການໄດ້ຖືກນຳລົງໃນສື່ສັງຄົມ.

ຕຶກກະຊວງເຕັກໂນໂລຊີ ແລະການສື່ສານ ທີ່​ມີ​ຄວາມ​ສູງສີ່ຊັ້ນ ແມ່ນຕັ້ງຢູ່ຖະ ໜົນ ສີດຳດວນ, ບ້ານຫັດສະດີ, ເມືອງ ຈັນທະບູລີ. ຕຶກ​ດັ່ງ​ກ່າ​ວ​ໄດ້​ເປີດ​ໃຊ້​ງານ​ໃນ​ປີ 2013.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG