ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໓໐ ມິຖຸນາ ໒໐໒໔

ການພັດທະນາ ດ້ານອຸດສາຫະກຳການຂຸດຄົ້ນ ແລະແປຮູບແຮ່ທາດ ໃນລາວ ຍັງປະເຊີນກັບບັນຫາ ໃນ 8 ດ້ານ


ໂຄງການຂຸດຄົ້ນແຮ່ທາດເຫຼັກທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນເກະາ ວາວອນນີ ໃນພາກຕາເວັນອອກສຽງໃຕ້ ຂອງເກາະຊູລາເວສີ.
ໂຄງການຂຸດຄົ້ນແຮ່ທາດເຫຼັກທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນເກະາ ວາວອນນີ ໃນພາກຕາເວັນອອກສຽງໃຕ້ ຂອງເກາະຊູລາເວສີ.

ການພັດທະນາໃນດ້ານອຸດສາຫະກຳການຂຸດຄົ້ນ ແລະແປຮູບແຮ່ທາດໃນລາວ ຍັງຕ້ອງປະເຊີນກັບບັນຫາອຸປະສັກໃນ 8 ດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດທີ່ບໍ່ເປັນໄປຕາມກົດໝາຍນັ້ນ.

ເຈົ້າໜ້າທີ່ໃນຄະນະກວດກາຂອງສະພາແຫ່ງຊາດລາວ ເປີດເຜີຍວ່າ ການກວດກາບັນດາໂຄງການຂຸດຄົ້ນແຮ່ທາດໃນທົ່ວປະເທດ ພົບວ່າ ໄດ້ມີການອະນຸມັດໃຫ້ສຳປະທານໄປແລ້ວເຖິງ 978 ໂຄງການ ໃນນີ້ ເປັນການອະນຸມັດໂດຍອຳນາດໃນຂັ້ນສູນກາງ 297 ໂຄງການ ແລະອຳນາດໃນຂັ້ນທ້ອງຖິ່ນ 671 ໂຄງການ ໂດຍທີ່ຍັງບໍ່ລວມເຖິງ 93 ໂຄງການທີ່ເປັນການອະນຸຍາກແບບເລັ່ງດ່ວຍແຕ່ຢ່າງໃດ ພ້ອມກັນນີ້ ການກວດກາດັ່ງກ່າວກໍຍັງພົບດ້ວຍວ່າ ມີບັນຫາໃນ 8 ດ້ານດ້ວຍກັນທີ່ເປັນອຸປະສັກຕໍ່ການພັດທະນາອຸດສາຫະກຳການຂຸດຄົ້ນ ແລະແປຮູບແຮ່ທາດໃນລາວ ຄືການກຳນົດບົດບາດການຄຸ້ມຄອງບໍ່ຊັດເຈນ ການບັງຄັບໃຊ້ກົດໝາຍບໍ່ເຂັ້ມງວດ ການຈັດເກັບລາຍໄດ້ບໍ່ມີເອກະພາບ ລັດຂາດງົບປະມານສຳລັບການສຳຫຼວດແຮ່ທາດ ການບໍລິຫານບໍ່ລວມສູນ ການອະນຸຍາດສຳປະທານບໍ່ໂປ່ງໃສ ຊຸມຊົນບໍ່ໄດ້ຮັບຜົນປະໂຫຍດ ແລະຂາດມາດຕະການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ຈຶ່ງກະທົບຕໍ່ສັງຄົມລາວ ຢ່າງກວ້າງຂວາງ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ຢືນຢັນວ່າ:

“ພວກເຮົາໄດ້ລົງໄປຕິດຕາມ-ກວດກາການຈັດຕັ້ງປະຕິບັດໜ້າທີ່-ວຽກງານຂອງອົງການປົກຄອງແຂວງ ໂດຍສະເພາະບັນຫາທີ່ມີຄວາມເຄັ່ງຮ້ອນ ການພັດທະນາໂຄງການອີ່ຫຍັງຕ່າງໆ ໂດຍສະເພາະແມ່ນໂຄງການຂຸດຄົ້ນແລ້ວ ກະສົ່ງອອກແຮ່ທາດນີ້ ມັນກະທົບຕໍ່ທຳມະຊາດ ເປັນການທຳລາຍສິ່ງແວດລ້ອມ ທຳລາຍປ່າໄມ້ເນາະ ຈຳນວນນຶ່ງກະກະທົບຕໍ່ກັບແຫລ່ງນ້ຳທຳການຜະລິດ ແຫລ່ງນ້ຳກິນ-ນ້ຳໃຊ້ຂອງປະຊາຊົນ ແລ້ວກະເຂດທຳການຜະລິດຂອງພໍ່ແມ່-ພີ່ນ້ອງ-ປະຊາຊົນ ກໍຈຳນວນນຶ່ງກະຖືວ່າ ແຄບເຂົ້າຫັ້ນແຫລະ ບາງບ່ອນກະຮອດລະດູການຜະລິດ ນ້ຳກໍບໍ່ພຽງພໍ.”

ການອະນຸມັດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານຫຼາຍທີ່ສຸດນັ້ນ ຖືເປັນໂຄງການທີ່ໄດ້ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວຫຼາຍທີ່ສຸດ ໂດຍສະເພາະແມ່ນການໃຫ້ສຳປະທານແບບເລັ່ງດ່ວນ ນັບຈາກປີ 2021 ເປັນຕົ້ນມານັ້ນ ກໍຄືໂຄງການທີ່ປະຊາຊົນລາວກັງວົນໃຈຫຼາຍທີ່ສຸດ ເພາະເປັນການອະນຸຍາດໂດຍຂາດການປະສານງານກັນລະຫວ່າງສູນກາງກັບທ້ອງຖິ່ນ ແລະບໍ່ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງດ້ວຍແລ້ວ ກໍຍັງບໍ່ມີການສຶກສາ-ສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ທັງຍັງບໍ່ມີການກວດກາການຈັດຕັ້ວປະຕິບັດໂຄງການຕົວຈິງອີກດ້ວຍ ໂດຍສາເຫດທີ່ສຳຄັນທີ່ເຮັດໃຫ້ເກີດບັນຫາເຫຼົ່ານີ້ ກໍຄືການທຸຈະລິດຂອງພະນັກງານລັດທີ່ກ່ຽວຂ້ອງໃນການອຸນຸຍາດໃຫ້ສຳປະທານນັ້ນເອງ ດັ່ງທີ່ສະມາຊິກສະພາແຫ່ງຊາດລວ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາທີ່ມັນເກີດຂຶ້ນຢູ່ໃນປະເທດເຮົາໃນປັດຈຸບັນນີ້ເນາະ ບໍ່ວ່າຈະແມ່ນເກີດມີການສໍ້ລາດບັງຫຼວງ ຈັດເກັບລາຍຮັບ ບໍ່ເຂົ້າສູ່ງົບປະມານ ລາຍຮັບຮົ່ວໄຫລ ຫຼືວ່າ ການລົງທຶນ ມີມູນຄ່າສູງ ຄຸນນະພາບຕ່ຳ ບໍ່ມີປະສີດທິພາບ ບໍ່ມີປະສິດທິຜົນ ທັງໝົດເຫຼົ່ານັ້ນ ລ້ວນມາຈາກຄົນ ເປັນຕົ້ນກໍແມ່ນບັນດາກະຊວງລ້ວນແຕ່ບໍ່ປະຕິບັດຕາມກົດໝາຍ ເພາະວ່າ ມາເບິ່ງການລະເມີດກົດໝາຍນີ້ ບໍລິສັດກະບໍ່ແມ່ນຜູ້ລະເມີດເອງ ກໍລ້ວນແຕ່ແມ່ນກະຊວງທີ່ວ່າ ບັນດາໂຄງການຕ່າງໆຫັ້ນ ມີສ່ວນຮູ້ຮ່ວມຄິດນຳກັນ ເຂົາເຈົ້າ ຈຶ່ງລະເມີດໄດ້.”

ສະມາສິກສະພາແຫ່ງຊາດລາວ ໃຫ້ການຢືນຢັນດ້ວຍວ່າ ການຂຸດຄົ້ນແຮ່ທາດແບບທົດລອງເລັ່ງດ່ວນທີ່ໄດ້ດຳເນີນການຂຸດຄົ້ນນັບຕັ້ງແຕີ່ປີ 2021 ເປັນຕົ້ນມາໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ ແລະຮຸນແຮງຫຼາຍຂຶ້ນນັບມື້ ເພາະນອກຈາກຈະເປັນການຂຸດຄົ້ນແຮ່ທາດທີ່ບໍ່ມີກສນສຶກສາສຳຫຼວດ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມແຕ່ຢ່າງໃດແລ້ວ ກໍຍັງປາກົດດ້ວຍວ່າ ມີການຂຸດຄົ້ນຢ່າງຊະຊາຍ ໂດຍທີ່ບັນດາພະນັກງານລັດທີ່ກ່ຽວຂ້ອງນັ້ນ ບໍ່ໄດ້ດຳເນີນມາດຕະການໃດເລີຍຕໍ່ບັນດາບໍລິສັດທີ່ໄດ້ຮັບສຳປະທານ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກທີ່ເປັນສຳປະທານຂອງບັນດາບໍລິສັດຈີນນັ້ນ ຄືພາກສ່ວນທີ່ໄດ້ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດໃນລາວຢ່າງກວ້າງຂວາງທີ່ສຸດໃນເວລານີ້ ໃນຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍຈະສ້າງລາຍຮັບໃຫ້ໄດ້ 2,800 ລ້ານໂດລາ ຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດເພີ້ມຂຶ້ນອີກໃນປີ 2024 ແລະຕໍ່ເນື່ອງໄປຈົນເຖິງປີ 2030 ນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG