ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໙ ກັນຍາ ໒໐໒໔

ໄທ ວາງເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 40 ລ້ານຄົນ ໃນຂະນະທີ່ ລາວ ໄດ້ວາງເປົ້າໝາຍໄວ້ ທີ່ 4 ລ້ານຄົນ


ການທ່ອງທ່ຽວແບບອະນຸລັກ ຫຼື ດ້ານທຳມະຊາດ ທີ່ເອີ້ນວ່າ Eco-Tourism
ການທ່ອງທ່ຽວແບບອະນຸລັກ ຫຼື ດ້ານທຳມະຊາດ ທີ່ເອີ້ນວ່າ Eco-Tourism

ລັດຖະບານໄທ ວາງເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 40 ລ້ານຄົນ ໃນປີ 2024 ນີ້ ໃນຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍໄວ້ ທີ່ 4 ລ້ານຄົນ ຊຶ່ງຕ່ຳກວ່າ ໄທ ຄິດເປັນສັດສ່ວນເຖິງ 10 ເທົ່າ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ການທ່ອງທ່ຽວແຫ່ງປະເທດໄທ ລາຍງານວ່າ ນັບແຕ່ວັນທີ 1 ມັງກອນ ເຖິງ ວັນທີ 10 ມິຖຸນາ 2024 ນີ້ ມີຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນປະເທດໄທ ຫຼາຍກວ່າ 15 ບ້ານຄົນ ຊຶ່ງເຮັດໃຫ້ພາກທຸລະກິດບໍລິການ ແລະທ່ອງທ່ຽວໃນໄທ ມີລາຍໄດ້ຄິດເປັນມູນຄ່າລວມເກີນກວ່າ 7 ແສນລ້ານບາດ ຫຼື ປະມານ 20,000 ລ້ານໂດລາ ໂດຍມີນັກທ່ອງທ່ຽວຊາວຈີນ ທີ່ເດີນທາງມາໄທ ຫຼາຍທີ່ສຸດຄື 3 ລ້ານກວ່າຄົນ ຕິດຕາມດ້ວຍນັກທ່ອງທ່ຽວຊາວມາເລເຊຍ 2.1 ລ້ານຄົນ ຣັດເຊຍ 9 ແສນກວ່າຄົນ ອິນເດຍ 870,000 ກວ່າຄົນ ແລະເກົາຫຼີໃຕ້ 840,000 ກວ່າຄົນ ໂດຍເພີ້ມຂຶ້ນເຖິງ 38 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2023 ຈຶ່ງເຮັດໃຫ້ລັດຖະບານໄທ ໄດ້ມີມະຕິໃຫ້ເພີ້ມເປົ້າໝາຍການດຶງດູດນັກທ່ອງທ່ຽວຕ່າງຊາດ ໃນປີ 2024 ນີ້ ຈາກ 35 ລ້ານຄົນເປັນ 40 ລ້ານຄົນ ເພື່ອສ້າງລາຍຮັບໃຫ້ໄດ້ເຖິງ 2.5 ລ້ານລ້ານບາດ ແລະສ້າງລາຍຮັບຈາກການສົ່ງເສີມການທ່ອງທ່ຽວພາຍໃນປະເທດໃຫ້ໄດ້ອີກ 1.0 ລ້ານລ້ານບາດ ຫຼືຄິດເປັນມູນຄ່າລວມກັນເຖິງ 1 ແສນລ້ານໂດລາ ທັງນີ້ ກໍດ້ວຍການພັດທະນາປະເທດໄທ ໃຫ້ສາມາມາດຮອງຮັບນັກທ່ອງທ່ຽວໄດ້ໃນທຸກໆດ້ານນັ້ນເອງ ດັ່ງທີ່ ທ່ານນາງຖາປະນີຍ໌ ກຽດໄພບູນຍ໌ ຜູ້ວ່າການການທ່ອງທ່ຽວແຫ່ງປະເທດໄທ ໃຫ້ການຢືນຢັນວ່າ:

“ນະໂຍບາຍຂອງລັດຖະບານຫັ້ນ ຢາກຈະໃຫ້ທະລຸໄປເຖິງ 40 ລ້ານຄົນ ລວມເຖິງລາຍໄດ້ເອງຫັ້ນ 3.5 ລ້ານລ້ານ, 2.5 ລ້ານລ້ານຫັ້ນ ມາຈາກຕ່າງປະເທດ ແລະ 1.0 ລ້ານລ້ານຫັ້ນ ມາຈາກໃນປະເທດ ແນ່ນອນວ່າ ຕ້ອງອາໄສຄວາມຮ່ວມມືແທ້ໆ ເພາະວ່າ ການສົ່ງເສີມແລະພັດທະນາການທ່ອງທ່ຽວຢ່າງເປັນຮູບປະທຳຫັ້ນ ເຮົາໃຫ້ຄວາມສຳຄັນກັບເລື້ອງຂອງການທີ່ປະເທດໄທ ຕ້ອງເປັນ Vacation Paradises ເປັນແຫລ່ງທ່ອງທ່ຽວພັກຜ່ອນແລະຍ່ອນອາລົມ ສູນກາງດ້ານກິລາເພື່ອການທ່ອງທ່ຽວ ເປັນຄົວຂອງໂລກ ຫຼືເປັນແຫລ່ງທີ່ເປັນສີລະປະ-ພາບພະຍົນ ອັນນີ້ ກໍເປັນສິ່ງທີ່ເຮົາຈະຕ້ອງເຮັດ.”

ທັງນີ້ ໂດຍເປົ້າໝາຍຂອງລັດຖະບານໄທ ດັ່ງກ່າວ ຖືເປັນເປົ້າໝາຍທີ່ສູງທີ່ສຸດ ເມື່ອທຽບໃສ່ປະເທດສະມາຊິກໃນອາຊຽນດ້ວຍກັນ ຊຶ່ງຕິດຕາມດ້ວຍມາເລເຊຍ ສິງກະໂປ ຫວຽດນາມ ອິດໂດເນເຊຍ ຟີລິບປິນ ກຳປູເຈຍ ມຽນມາ ລາວ ແລະບຣູໄນ ຕາມລຳດັບ ໂດຍສຳລັບລັດຖະບານນັ້ນ ກໍໄດ້ວາງເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 4 ລ້ານຄົນ ເພື່ອຈະສ້າງລາຍຮັບໃນພາກທຸລະກິດບໍລິການແລະທ່ອງທ່ຽວ ໃຫ້ໄດ້ໃນມູນຄ່າລວມ 1,000 ລ້ານໂດລາ ໃນປີ 2024 ນີ້ ຊຶ່ງຄິດເປັນສັດສ່ວນຈຳນວນນັກທ່ອງທ່ຽວ ແລະລາຍຮັບຈານການທ່ອງທ່ຽວທີ່ຕ່ຳກວ່າຂອງໄທ ເຖິງ 10 ເທົ່າ ແລະ 100 ເທົ່າຕາມລຳດັບ ເນື່ອງຈາກວ່າ ພາກບໍລິການແລະທ່ອງທ່ຽວ ໃນລາວ ນັ້ນ ຍັງຈະຕ້ອງໄດ້ຮັບການພັດທະນາແລະປັບປຸງໃນທຸກດ້ານເພື່ອໃຫ້ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ດັ່ງທີ່ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ:

“ສຳລັບແຜນ-ວຽກປັບປຸງສິ່ງອຳນວຍຄວາມສະດວກນີ້ ກມີແຜນປັບປຸງບັນດາສະຖານທີ່ທ່ອງທ່ຽວໃຫ້ໄດ້ມາດຕະຖານ ຈັດລະດັບສະຖານທີ່ທ່ອງທ່ຽວຢູ່ບັນດາສະຖານທີ່ເປົ້າໝາຍໃຫ້ໄດ້ ຕິດປ້າຍດາວມາດຕະຖານ ສ້າງ ແລະຕິດປ້າຍຊີ້ບອກ ຕາມເສັ້ນທາງເຊື່ອມຕໍ່ແຕ່ລະພາກ ເຊື່ອມຕໍ່ປະເທດໃກ້ຄຽງ ແລະຕາມເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ປັບປຸງເມືອງທ່ອງທ່ຽວໃຫ້ໄດ້ມາດຕະຖານ ແລະປັບປຸງສິ່ງອຳນວຍຄວາມສະດວກຈຸດຊົມວີວຕ່າງໆ ແລະປັບປຸງສິ່ງອຳນວຍຄວາມສະດວກກິດຈະກຳການທ່ອງທ່ຽວແບບອະນຸລັກ ຫຼືວ່າ Eco-Tourism.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG