ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແສງສີຟ້າ ສາມາດຊ່ວຍ ຫຼຸດຜ່ອນ ຄວາມເຄັ່ງຕຶງໄດ້


ຫ້ອງທີ່ມີແສງສີຟ້າສາດສ່ອງໃສ່
ຫ້ອງທີ່ມີແສງສີຟ້າສາດສ່ອງໃສ່

ພວກ​ນັກຄົ້ນຄວ້າຊາວສະເປນໄດ້ພາກັນພັດທະນາເຕັກນິກອັນນຶ່ງຂຶ້ນມາ ເພື່ອແກ້ໄຂ
ຄວາມຕຶງຄຽດຢ່າງໜັກທາງດ້ານສະໝອງ ທີ່ເປັນຄວາມເຄັ່ງຕຶງທີ່ຮ້າຍແຮງ ໃນໄລຍະສັ້ນ
ຊຶ່ງເກີດຂຶ້ນຍ້ອນມີການຜິດຖຽງກັນໃນໄລຍະທີ່ມີການພົວພັນທາງດ້ານສັງຄົມ ຫລືການ
ພົວພັນ ສ່ວນຕົວບຸກຄົນນັ້ນ ໄດ້ຢ່າງວ່ອງໄວ. ການປິ່ນປົວດັ່ງກ່າວ ແມ່ນພົວພັນກັບການ
ໃຊ້ແສງໄຟສີຟ້າທີ່ເປັນຄືກັນກັບແຜ່ນກະດານ. ມາຣຽມມາ ດີຢາໂລ (Mariama Diallo)
ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະ​ນໍາມາ​ສະ​ເໜີທ່ານ ​ໃນ​
ອັນດັບຕໍ່ໄປ.

ພວກ​ນັກຄົ້ນຄວ້າເວົ້າວ່າ ມັນອາດໃຊ້ເວລານານກວ່າ 30 ນາທີເພື່ອຊ່ວຍໃຫ້ຄົນທີ່ທົນ
ທຸກຕໍ່ຄວາມຕຶງຄຽດທາງສະໝອງຢ່າງຮ້າຍແຮງ ຟື້ນຄືນຈາກຊ່ວງໄລຍະທີ່ມີສະພາບ
ການດັ່ງກ່າວນັ້ນໄດ້. ແຕ່ພວກເຂົາເຈົ້າກໍໄດ້ຄົ້ນພົບວ່າ ເມື່ອຄົນເຈັບໄດ້ຮັບແສງທີ່ສາດ
ສ່ອງມາໃສ່ເປັນສີຟ້າ ຂັ້ນຕອນການຜ່ອນຄາຍຄວາມເຄັ່ງຕຶງກໍຈະເກີດຂຶ້ນໄວກວ່າເກົ່າ.

ທ່ານ ເຮຊຸສ ມິງກິວລົງ (Jesus Minguillon), ນັກຄົ້ນຄວ້າ ຈາກມະຫາວິ ທະຍາໄລ
ກຣານາດາ (Granada) ເວົ້າເປັນພາສາສະເປນວ່າ:
“ພວກເຮົາສົມທຽບການຜ່ອນຄາຍຄວາມຕຶງຄຽດໂດຍໃຊ້ແສງສາດສ່ອງສີຟ້າໃສ່ກັບ
ແສງສີຂາວ ແລະກໍພົບວ່າແສງໄຟສີຟ້າພາໃຫ້ບັນລຸເຖິງຈຸດຕຶງຄຽດໜ້ອຍທີ່ສຸດຂອງ
ຄົນໄວກວ່າແສງໄຟສີຂາວ 3 ເທື່ອ.”

ພາຍຫລັງທີ່ສິ້ນສຸດການກວດເບິ່ງຄວາມຕຶງຄຽດ, ພວກອາສາສະໝັກເຂົ້າຮ່ວມການຄົ້ນ
ຄວ້ານີ້ ກໍໄດ້ຮັບແສງສີຟ້າສາດສ່ອງມາໃສ່ ໃນຂະນະທີ່ພວກເຂົາເຈົ້ານັ່ງຢູ່ເທິງຕັ່ງນວມ
ທີ່ມີຮູບຊົງຄືຖົງໃນໝາກຖົ່ວ. ເຂົາເຈົ້າໃສ່ ໝວກບັນທຶກຄື້ນໄຟຟ້າໃນສະໝອງ ຫລື EEG
ເພື່ອບັນທຶກຂໍ້ມູນ.

ຜົນການຄົ້ນຄວ້ານີ້ ສາມາດເຮັດໃຫ້ມີການປ່ຽນແປງບັນຫາການປະພຶດຂອງເດັກນ້ອຍ
ຢູ່ໃນຫ້ອງຮຽນໄດ້.

ສາດສະດາອາຈານ ມິແກລ ແອນໂຈລ ໂລເປສ ກໍໂດ (Miguel Angel Lopez Gordo)
ທີ່ມະຫາວິທະຍາໄລກຣານາດາ (Granada) ເວົ້າເປັນພາສາສະເປນວ່າ:
“ເມື່ອໃດເດັກນ້ອຍຢູ່ໃນໜີ້ ມີອາການດື້ດ້ານຢ່າງແຮງ ມັນອາດໃຊ້ເວລານານເຖິງເຄິ່ງ
ຊົ່ວໂມງຈຶ່ງຈະສາມາດຜ່ອນຄາຍອາການນັ້ນລົງໄດ້ ແຕ່ວ່າເມື່ອໃຊ້ແສງສີຟ້າ ພວກເຂົາ
ກໍຈະສາມາດຫລຸດຜ່ອນອາການນັ້ນໄດ້ພາຍໃນ 1 ນາທີ ຫລືປະມານນັ້ນຫລະ. ພວກ
ເຮົາສະແດງໃຫ້ເຫັນວ່າ ພວກເຂົາບໍ່ຕ້ອງຖືກບອກໃຫ້ອອກໄປຢູ່ນອກຫ້ອງ ດົນປານໃດ.”

ເທັກນິກອັນນີ້ຍັງສາມາດນຳເອົາໄປໃຊ້ຢູ່ນອກຫ້ອງຮຽນອີກດ້ວຍ.

ສາດສະດາອາຈານກໍໂດກ່າວເພີ້ມອີກວ່າ “ຕົວຢ່າງເຊັ່ນ ໃຜຜູ້ນຶ່ງທີ່ຂີ່ລົດໄປການໃນເຊົ້າ
ວັນຈັນ ແລະມີຄວາມຕຶງຄຽດຫລາຍພາຍຫລັງທີ່ມີລົດຕິດ. ພວກເຂົາເຈົ້າອາດຈະເຂົ້າໄປ
ຢູ່ໃນຫ້ອງແບບນີ້ ປະມານ 3 ນາທີ ເພື່ອໄປຮັບເອົາແສງສີຟ້າສາດໃສ່... ມັນອາດຊ່ວຍ
ເຮັດໃຫ້ພວກເຂົາເຈົ້າສາມາດຜ່ອນຄາຍຄວາມຕຶງຄຽດໄດ້ເຊັ່ນດຽວກັນໃນເວລາທີ່ພວກ
ເຂົາເຈົ້າກັບບ້ານ.

ເພາະສະນັ້ນ ມັນຊ່ວຍປັບປຸງຄຸນນະພາບຂອງຊີວິດຄົນໄດ້ຢ່າງຫລວງຫລາຍ.

ທ່ານນາງ ມາຣິອາ ໂຮເຊ ແຊນເຊ ແຄຣິອອນ ຈາກມະຫາວິທະຍາໄລກຣານາດາ
(Granada)ເວົ້າເປັນພາສາສະເປນເຊັ່ນກັນວ່າ:
“ພວກເຮົາຫວັງວ່າອັນນີ້ຈະເປີດປະຕູໃຫ້ແກ່ຂະແໜງການກາຍະບໍາບັດ ເພື່ອໃຫ້ມີການ
ຊ່ວຍເຫລືອ ແກ່ປະຊາຊົນທີ່ມີບັນຫາສຸຂະພາບທາງສະໝອງແລະກໍຊ່ວຍປະຊາຊົນອື່ນໆ
ນອກເໜືອຈາກພວກນີ້ ເພື່ອເຮັດໃຫ້ທຸກຄົນໃຫ້ມີໄລຍະທີ່ຜ່ອນ ຄາຍຄວາມຕຶງຄຽດໄດ້.”

ບົດຄົ້ນຄວ້ານີ້ໄດ້ພິມເຜີຍແຜ່ຢູ່ໃນວາລະສານ PlosOne ຊຶ່ງເປັນວາລະສານທີ່ມີການ
ກວດທົບທວນ ລະຫວ່າງພວກນັກຄົ້ນຄວ້ານໍາກັນ ແລະເປັນວາລະສານດ້ານວິທະຍາສາດ
ທີ່ເປີດກວ້າງ ໃຫ້ຄົນເຂົ້າເບິ່ງໄດ້ ໂດຍຫໍສະໝຸດລັດດ້ານວິ ທະຍາສາດ ທີ່ເປັນອົງການບໍ່
ຫວັງຜົນກໍາໄລນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG