ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຖິງ​ຈະ​ບໍ່​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ​ອົງ​ການ​ອະ​ນາ​ໄມ​ໂລກ ​ໃຕ້​ຫວັນກໍ​ຍັງ​ໄດ້​ຮັບ ຂໍ້​ມູນ​ດ້ານ​ສາ​ທາ​ລະ​ນະ​ສຸກ ​ຈາກ​ເພື່ອນ​ມິດ​ຂອງ​ຕົນ


ພວກ​ປະ​ທ້ວງ​ພາ​ກັນ​ເຂົ້າ​ຮ​່ວມ​ການ​ໂຮມ​ຊຸມ​ນຸມຢູ່​ນະ​ຄອນ​ໄທ​ເປ​ຂອງ​ໃຕ້​ຫວັນ ​ເພື່ອ​ຄັດ​ຄ້ານ​ການ​ທີ່​ໃຕ້​ຫວັນ​ຖືກ​ປະ​ຕິ​ເສດ ບໍ່​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ທີ່​ນະ​ຄອນ​ເຈ​ນີ​ວາ ໃນ​ວັນ​ທີ 21 ພຶດ​ສະ​ພາ, 2017
ພວກ​ປະ​ທ້ວງ​ພາ​ກັນ​ເຂົ້າ​ຮ​່ວມ​ການ​ໂຮມ​ຊຸມ​ນຸມຢູ່​ນະ​ຄອນ​ໄທ​ເປ​ຂອງ​ໃຕ້​ຫວັນ ​ເພື່ອ​ຄັດ​ຄ້ານ​ການ​ທີ່​ໃຕ້​ຫວັນ​ຖືກ​ປະ​ຕິ​ເສດ ບໍ່​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ທີ່​ນະ​ຄອນ​ເຈ​ນີ​ວາ ໃນ​ວັນ​ທີ 21 ພຶດ​ສະ​ພາ, 2017

ການ​ປະ​ຕິ​ເສດ​ທີ່​ຄາດ​ວ່າ​ຈະບໍ່​ໃຫ້​ໃຕ້​ຫວັນໄປ​ສັງ​ເກດ​ການ​ຢູ່​ໃນ​ກ​ອງປະ​ຊຸມ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ເປັນ​ຄັ້ງ​ທີ​ສາມ​ຕິດ​ຕໍ່​ກັນນັ້ນ ຈະ​ເຮັດ​ໃຫ້​ປະ​ເ​ທດ​ດັ່ງ​ກ່າວ​ເຂົ້າ​ເຖິງ​ຂໍ້​ມູນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ລວມ​ທັງ​ຂໍ້​ມູນ​ກ່ຽວ​ກັບການ​ລະ​ບາດ​ຂອງ​ພະ​ຍາດໄດ້ຊ້າ. ແຕ່​ວ່າ ​ລັດ​ຖະ​ບານ​ປະ​ເທດທີ່​ຊິນ​ເຄີຍ​ຕໍ່​ການຖື​ກ​ປະ​ຕິ​ເສດ​ເຫລົ່າ​ນັ້ນ ແມ່ນ​ພົບ​ເສັ້ນ​ທາງລັບຕ່າງໆ​ເພື່ອໃຫ້​ໄດ້​ຮັບຄຳ​ເຕືອນ​ໄພດ້ານ​ສາ​ທາ​ລະ​ນະ​ສຸກ ແລະ​ຂໍ້​ມູນ​ທີ່​ທັນ​ກັບ​ສະ​ພາບ​ການ​ອັນ​ອື່ນໆ ທີ່​ຕົນ​ຕ້ອງ​ການ.

ຢູ່​ໃນກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO ທີ່​ມີ​ສະ​ມາ​ຊິກຢູ່ 193 ປະ​ເທດຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20-28 ພຶດ​ສະ​ພາຢູ່​ນະ​ຄອນ​ເຈ​ນີ​ວາປີນີ້ນັ້ນ ເບິ່ງ​ຄື​ວ່າ ຈະ​ບໍ່​ໃຫ້​ໃຕ້​ຫວັນເຂົ້າ​ຮ່ວມນຳ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຜູ້​ສັງ​ເກດ​ການທາງ​ການ​ເມືອງກ່ຽວ​ກັບ​ເກາະ​ແຫ່ງນັ້ນ. ຈີນ​ທີ່​ໄດ້​ຮັບ​ການສະ​ໜັບ​ສະ​ໜຸນ​ຈາກ​ປະ​ເທດ​ພັນ​ທະ​ມິດທາງ​ການ​ທູດ​ ຫລາຍກວ່າ 170 ປະ​ເທດນັ້ນ, ຕາມ​ປົກ​ກະ​ຕິ​ແລ້ວ, ​ແມ່ນ​ຫ້າມ​ໃຕ້​ຫວັນ​ບໍ່​ໃຫ້​ເຂົ້າ​ຢູ່​ໃນ​ອົງ​ການ​ສາ​ກົນເຊັ່ນ​ອົງ​ການນີ້ ເພາະ​ຈີນ​ເຫັນ​ວ່າ ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ແຫ່ງນັ້ນ​ເປັນ​ຂອງ​ຕົນຫລາຍ​ກວ່າຈະ​ເຫັນ​ວ່າເປັນ​ປະ​ເທດ​ນຶ່ງ ​ທີ່​ມີ​ສິດ​ທາງ​ການ​ທູດ​ເພື່ອ​ເຂົ້າ​ຮ່ວມ​ອົງ​ການ​ຕ່າງໆ​ໄດ້.

ປະ​ທານ​ປະ​ເທດ ສີ ຈິນ​ຜິງ​ຂອງ​ຈີນ ຈັບ​ມື​ກັບ​ທ່ານ Ma Ying-jeou ປະ​ທາ​ນາ​ທິ​ບໍ​ດີ​ຂອງໃຕ້​ຫວັນ ຢູ່ກອງ​ປະ​ຊຸມ​ສຸດຍອດ ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 7 ພະ​ຈິກ 2015
ປະ​ທານ​ປະ​ເທດ ສີ ຈິນ​ຜິງ​ຂອງ​ຈີນ ຈັບ​ມື​ກັບ​ທ່ານ Ma Ying-jeou ປະ​ທາ​ນາ​ທິ​ບໍ​ດີ​ຂອງໃຕ້​ຫວັນ ຢູ່ກອງ​ປະ​ຊຸມ​ສຸດຍອດ ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 7 ພະ​ຈິກ 2015

ໃຕ້​ຫວັນທີ່​ເປັນ​ປະ​ເທດ​ທີ່​ຮູ້​ກັນ​ວ່າ ມີ​ການ​ຄຸ້ມ​ຄອງ​ດ້ານ​ການດູ​ແລ​ສຸ​ຂະ​ພາບໃຫ້​ຄົນ​ທົ່ວ​ໄປ​ທີ່ບໍ່​ແພງນັ້ນ ແມ່ນ​ໄດ້​ຮັບ​ຂໍ້​ມູນ​ທີ່​ຕົນ​ຕ້ອງ​ການ​ຈາກພັນ​ທະ​ມິດທາງ​ການ​ທູດ​ຢູ່​ໃນ WHO ແລະ​ຈາກ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ການ​ແພດ​ເອ​ກະ​ຊົນ ທີ່​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ສັງ​ເກດ​ການ​ຢູ່​ໃນ​ກອງ​ປະ​ຊຸມ​ຕ່າງ​ໆ​ນັ້ນ. ເຖິງ​ແມ່ນ​ວ່າ ບາງ​ຄັ້ງຈະ​ຊ້າ​ແດ່​ກໍ​ຕາມ ແຕ່​ຂໍ້​ມູນ​ຄວາມ​ລັບ​ນັ້ນ ກໍ​ໄດ້​ເຮັດ​ໃຫ້ໃຕ້​ຫວັນສ​າ​ມາດ​ນຳ​ທັນ​ຄວາມ​ໄວ​ຂອງການ​ເກີດ​ບັນ​ຫາ​ໃຫຍ່ໆ ເຊັ່ນ​ການ​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດ​ຕ່າງໆ​ ນັ້ນ​ທັນ.

ທ່ານ ໄບ​ຣ​ອັນ ແຈງ (Brian Chang) ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ສະ​ມາ​ຄົມ​ການ​ແພດ​ຂອງ​ໃຕ້​ຫວັນ​ທີ່​ມີ​ສະ​ມາ​ຊິກ 50,000 ບໍ​ລິ​ສັດ ກ່າວ​ວ່າ "ໃຕ້​ຫວັນໄດ້​ຖືກ​ກົດ​ດັນ​ຈາກ​ຈີນ​ມາ​ເປັນ​ເວ​ລາ​ດົນ​ນານ​ຫລາຍ​ອີ່​ຫລີ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG