ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ບ​ລິງ​ເ​ຄັນກ່າວ​ວ່າ 'ຈີນ​ທີ່​​ຕ່າງ​ຈາກເກົ່າຫລາຍ' ກຳ​ລັງ​ປາ​ກົດ​ຂຶ້ນ ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ ​ຂອງທ່ານສີ ຈິ້ນ​ຜິງ


​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເ​ຄັນ ຕອບ​ຄຳ​ຖາມ​ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ສແຕນ​ຝອດ, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 17 ຕຸ​ລາ, 2022
​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເ​ຄັນ ຕອບ​ຄຳ​ຖາມ​ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ສແຕນ​ຝອດ, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 17 ຕຸ​ລາ, 2022

​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເ​ຄັນເວົ້າ​ວ່າ ສາ​ທາ​ລະ​ນະ​ລັດປະ​ຊາ​ຊົນ​ຈີນ ຫລື ສ.ປ. ຈີນ ໄດ້​ທ້າ​ທາຍ​ຕໍ່​ຜົນປະ​ໂຫຍດ​ແຫ່ງ​ຊາດຂອງສະ​ຫະ​ລັດ ​ໃນ​ຊຸມ​ປີ​ຕໍ່​ໜ້ານີ້ ແຕ່​ ເຖິງ​ແມ່ນ​ ຈະ “ມີການ​ປາ​ກົດ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງດ້ານ​ທີ່ເປັນ​ປໍ​ລະ​ປັກ​ກັນ” ກໍ​ຕາມ ມັນກໍ​ຍັງ​ມີ “ດ້ານທີ່ຮ່ວມ​ມື​ກັນໄດ້” ໃນ​ການ​ພົວ​ພັນ​ສອງ​ຝ່າຍ ເຊັ່ນ​ການຕໍ່​ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ​ການ​ສົ່ງ​ເສີມ​ດ້ານສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

​ເຈົ້າ​ໜ້າ​ທີ່​ການ​ທູດ​ລະ​ດັ​ລສູງສຸດ​ຂອງ​ສະຫະລັດ ຍັງ​ໄດ້​ໃຫ້​ຄວາມ​ມຸ້ງ​ໝັ້ນ​ສັນ​ຍາ​ຄືນ​ໃໝ່​ ຂອງ​ສະຫະລັດ​ຕໍ່​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ​ໃນ​ຂອບ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ ທ່າມກາງ​ການ​ປ່ຽນ​ແປງວິ​ທີ​ທາງ​ຂອງ​ຈີນ ​ຕໍ່​ໄຕ້​ຫວັນ.

Secretary Blinken Promotes Tech Diplomacy in Silicon Valley
please wait

No media source currently available

0:00 0:02:24 0:00

ສ​.ປ. ຈີນ ໄດ້​ຖື​ວ່າ​ສະ​ຖາ​ນະ​ການທີ່​ມີ​ຢູ່ທຸກວັນນີ້​ ເປັນ "ສິ່ງ​ທີ່ຍອມ​ຮັບ​ເອົາບໍ່ໄດ້​ອີກ​ຕໍ່​ໄປ" ແລະ​ກໍາ​ລັງ​ຊອກ​ຫາທາງ ​ທີ່​ຈະ​ນໍາ​ເອົາດິນ​ແດນ​ປະ​ຊາ​ທິ​ປະ​ໄຕ​ທີ່​ປົກ​ຄອງຕົນ​ເອງແຫ່ງນັ້ນ ໄປ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ປັກ​ກິ່ງ "ໃນ​ໄລ​ຍະ​ເວ​ລາທີ່​ໄວຂຶ້ນຫຼາຍ" ແລະ​ອາດ​ຈະໃຊ້​ກຳ​ລັງ​ບັງ​ຄັບເອົາ, ອີງ​ຕາມ​ທ່ານບ​ລິງ​ເຄັນກ່າວ.

ຄຳ​ປາ​ໄສ​ຂອງ​ທ່ານ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມີວ​ນິ​ສ​ຈີນ ​ກຽມ​ພ້ອມ ​ທີ່​ຈະ​ມອບ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວລາ 5 ປີ ຄັ້ງ​ທີ​ສາມ​ໃຫ້​ແກ່ເລຂາທິການ​ໃຫຍ່​ພັກຄອມ​ມີວ​ນິ​ສ​ຈີນທ່ານສີ ຈິ້ນ​ຜິງ​ໃນ​ເດືອນ​ນີ້.

"ດ້ານການແຂ່ງຂັນ (ຂອງການພົວພັນລະຫວ່າງສະຫະລັດ-ຈີນ) ແມ່ນຢູ່ ດ້ານໜ້າ ແລະເປັນຈຸດໃຈກາງ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານບ​ລິງ​ເຄັນ ທີ່ກ່າວໃນວັນຈັນວານນີ້ ໃນລະຫວ່າງການສົນທະນາກັບອະດີດລັດຖະມົນຕີກະ​ຊວງການຕ່າງປະເທດ ທ່ານ​ນາງຄອນ​ໂດ​ລີ​ຊາ ໄຣ​ສ໌ (Condoleezza Rice) ທີ່ເມືອງສ​ແຕນ​ຝອດລັດຄາ​ລິ​ຟໍ​ເນຍ.

“ພວກ​ເຮົາ​ໄດ້​ເຫັນ​ປະ​ເທດ​ຈີນ​ທີ່​ແຕກ​ຕ່າງ​ກັນ​ຫຼາຍໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານສີ ຈິ້ນ​ຜິງ. ມັນເປັນການກົດຂີ່ຫຼາຍຂຶ້ນຢູ່ພາຍ​ໃນ​ປະ​ເທດ. ມັນມີ​ລັກ​ສະ​ນະຮຸນ​ແຮງ​ຫຼາຍ​ຂຶ້ນຢູ່ຕ່າງປະ​ເທດ ແລະໃນຫຼາຍໆກໍລະນີ ມັນເຮັດໃຫ້ ເກີດສິ່ງທ້າ ທາຍຕໍ່ຜົນປະໂຫຍດຂອງພວກເຮົາເອງ ພ້ອມ​ທັງ​ທ້າ​ທາຍ​ຕໍ່ຄ່ານິ​ຍົມຂອງພວກເຮົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເຄັນ. ຍຸດ​ທະ​ສາດ​ຄວາມໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ​ໄດ້​ລະ​ບຸ​ວ່າ ຈີນ​ເປັນ​ຄູ່​ແຂ່ງ​ທີ່​ຮ້າຍ​ກາດ​ສຳ​ລັບ​ສະ​ຫະ​ລັດ.

ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນສົນທະນາກັບອະດີດລັດຖະມົນຕີກະ​ຊວງການຕ່າງປະເທດ ທ່ານ​ນາງຄອນ​ໂດ​ລີ​ຊາ ໄຣ​ສ໌ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ແລະດ້ານ​ການ​ທູດ ທີ່ມະ​ຫາ​ວິ​ທະ​ຍາ​ໄລສ​ແຕນ​ຝອດ, ລັດຄາ​ລິ​ຟໍ​ເນຍ, ວັນ​ທີ 17 ຕຸ​ລາ, 2022.
ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນສົນທະນາກັບອະດີດລັດຖະມົນຕີກະ​ຊວງການຕ່າງປະເທດ ທ່ານ​ນາງຄອນ​ໂດ​ລີ​ຊາ ໄຣ​ສ໌ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ແລະດ້ານ​ການ​ທູດ ທີ່ມະ​ຫາ​ວິ​ທະ​ຍາ​ໄລສ​ແຕນ​ຝອດ, ລັດຄາ​ລິ​ຟໍ​ເນຍ, ວັນ​ທີ 17 ຕຸ​ລາ, 2022.

ແຕ່ທ່ານບ​ລິງ​ເຄັນກໍກ່າວຕື່ມວ່າ "ບັນຫາໃຫຍ່" ບາງຢ່າງເຊັ່ນ ສະພາບດິນ​ຟ້າອາ ກາດແລະສາ​ທາ​ລະ​ນະສຸກຂອງໂລກ ແມ່ນ "ຍາກທີ່ຈະແກ້ໄຂ​ໄດ້ຫຼາຍກວ່າ" ຖ້າສະຫະລັດ ແລະຈີນ "ໃນຕົວຈິງແລ້ວບໍ່ເຂົ້າໄປ​ໃຫ້ການຮ່ວມມືກັນ".

ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີໄດ້ວາງ 15 ຈຸດ​ໃຫຍ່ ​ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ຜູ້​ແທນ​ພັກ​ຄອມ​ມີວ​ນິ​ສ​ຈີນເກືອບຮອດ 2,300 ຄົນ ​ໃນ​ວັນ​ອາ​ທິດ​ວານນີ້, ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ "ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ແລະ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ" ຢ່າງ​ເດັດ​ດ່ຽວ​, ເຮັດ​ໃຫ້ບັນ​ລຸເປົ້າ​ໝາຍ​ການ​ພັດ​ທະ​ນາ​ການ​ທະ​ຫານ​ຂອງຈີນໃຫ້ທັນ​ສະ​ໄໝ ຂຶ້ນ, ຊຸກ​ຍູ້​ການທ້ອນ​ໂຮມ​ປະ​ເທດ​ຊາດເຂົ້າ​ເປັນ​ອັນ​ດຽວ​ກັນ,” ຊຶ່ງທ່ານສີ ໝາຍ​ເຖິງ​ການ​ນຳ​ເອົາໄຕ້​ຫວັນ​ ມາ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ ສ.ປ. ຈີນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG