ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ບລິງກັນຮຽກຮ້ອງໃຫ້ຣັດເຊຍ 'ຢຸດການກະທໍາ ທີ່ຂາດການໄຕ່ຕອງ ແລະເປັນການຮຸກຮານ ' ຕໍ່ຢູເຄຣນ


ພາບທີ່ສະໜອງໃຫ້ໂດຍຫ້ອງການຂ່າວຂອງທໍານຽບປະທານາທິບໍດີຢູເຣນ ໃນວັນທີ 6 ພຶດສະພາ, 2021 ສະແດງໃຫ້ເຫັນວ່າ ທ່ານ Volodymyr Zelensky, ປະທານາທິບໍດີຢູເຄຣນ (ກາງຢູ່ຂ້າງຊ້າຍ) ພົບປະກັບ ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ສະຫະລັດ (ກາງຢູ່ຂ້າງຂວາ) ທີ່ນະຄອນຫລວງກີຢິບ.
ພາບທີ່ສະໜອງໃຫ້ໂດຍຫ້ອງການຂ່າວຂອງທໍານຽບປະທານາທິບໍດີຢູເຣນ ໃນວັນທີ 6 ພຶດສະພາ, 2021 ສະແດງໃຫ້ເຫັນວ່າ ທ່ານ Volodymyr Zelensky, ປະທານາທິບໍດີຢູເຄຣນ (ກາງຢູ່ຂ້າງຊ້າຍ) ພົບປະກັບ ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ສະຫະລັດ (ກາງຢູ່ຂ້າງຂວາ) ທີ່ນະຄອນຫລວງກີຢິບ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງກັນ ກ່າວໃນວັນພະຫັດວານນີ້ວ່າ ເຖິງແມ່ນຣັດເຊຍໄດ້ຖອນກຳລັງຈຳນວນນຶ່ງອອກຈາກເຂດຊາຍແດນຢູເຄຣນແລ້ວກໍຕາມ, ແຕ່ວ່າ "ກຳລັງອັນຫລວງຫລາຍ" ແລະອຸປະ ກອນຕ່າງໆຍັງເອົາໄວ້ຢູ່ຫັ້ນຢູ່ ແລະສະຫະລັດຢາກໃຫ້ຣັດເຊຍຢຸດການກະທຳທີ່ ຂາດການໄຕ່ຕອງ ແລະຮຸກຮານນັ້ນ.

ໂດຍກ່າວຄຳປາໄສຂະນະທີ່ຢູ່ຄຽງຂ້າງກັບ ທ່ານ ໂວໂລດິເມຍ ເຊເລນສະກີ (Volodymyr Zelenskiy) ປະທານາທິບໍດີຢູເຄຣນ ຢູ່ນະຄອນຫລວງກຽບນັ້ນ, ທ່ານ ບລິງກັນບອກໃຫ້ຮູ້ວ່າ ຣັດເຊຍຍັງມີຄວາມສາມາດທີ່ຈະປະຕິບັດການຮຸກຮານໂດຍມີການແຈ້ງເຕືອນພາຍໃນເວລາສັ້ນໆ ຖ້າຫາກປະເທດນັ້ນຢາກເຮັດ.

ທ່ານ ບລິງກັນ ກ່າວອີກວ່າ “ຂ້າພະເຈົ້າຂໍຍ້ອງຍໍຢູເຄຣນທີ່ມີຄວາມອົດກັ້ນ ເຊິ່ງໄດ້ສະແດງອອກຂະນະທີ່ປະເຊີນໜ້າກັບການກະທຳເກາະຜິດເຫລົ່ານັ້ນ.”

ໃນທ້າຍເດືອນແລ້ວນີ້, ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ແລະສະຫະພາບເອີຣົບກ່າວວ່າ ມີທະຫານຣັດເຊຍປະມານ 150.000 ຄົນ ໄດ້ເຕົ້າໂຮມກັນຢູ່ຕາມຊາຍແດນຂອງຢູເຄຣນແລະໃນເຂດຄຣິມເມຍ ເຊິ່ງເປັນຈໍານວນທີ່ຫຼາຍກ່ວາເວລາໃດໝົດ ນັບຕັ້ງແຕ່ປີ 2014 ທີ່ຣັດເຊຍຍຶດຄອງເອົາແຫລມຄຣີມເມຍ.

ຣັດເຊຍກ່າວວ່າ ກຳລັງທະຫານດັ່ງກ່າວ ໄດ້ເຂົ້າຮ່ວມການຊ້ອມລົບ ແລະໃນທ້າຍເດືອນເມສາທະຫານພວກນັ້ນ ກໍໄດ້ກັບຄືນສູ່ຄ້າຍຂອງເຂົາເຈົ້າແລ້ວ.

ທ່ານ ເຊເລນສະກີ (Zelenskiy) ກ່າວໃນວັນພະຫັດວານນີ້ວ່າ ຍັງມີໄພຂົ່ມຂູ່ຢູ່ໃນເຂດຊາຍແດນ, ແລະວ່າຢູເຄຣນບໍ່ຢາກໃຫ້ມີເຫດການທີ່ເຮັດໃຫ້ແປກໃຈໃດໆ.

ທ່ານ ບລິງກັນ ກ່າວວ່າສະຫະລັດ ກຳລັງຫາທາງຊ່ວຍເຫຼືອດ້ານຄວາມໝັ້ນຄົງເພີ່ມເຕີມແກ່ຢູເຄຣນ, ແລະການກະທຳຂອງຣັດເຊຍແມ່ນຫົວຂໍ້ຂອງການສົນທະນາກັນຢ່າງກວ້າງຂວາງ ໃນກອງປະຊຸມເນໂຕ (NATO) ແລະ ຈີ-7 ທີ່ຫາກໍ່ຈັດຂຶ້ນມໍ່ໆມານີ້.

ທ່ານຍັງໄດ້ກ່າວອີກວ່າ ການເຈລະຈາໃນວັນພະຫັດວານນີ້ ລວມມີຂໍ້ຕົກລົງມີນສຄ໌ (Minsk) ເພື່ອຢຸດຕິການປະທະກັນຢູ່ພາກຕາເວັນອອກຂອງຢູເຄຣນ, ບ່ອນທີ່ຣັດເຊຍໄດ້ໃຫ້ການສະໜັບສະໜູນພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍຢູ່ໃນເຂດ ດອນບາສ (Donbas). ທ່ານ ບລິງກັນ ກ່າວວ່າ ສະຫະລັດຈະສືບຕໍ່ຊອກຫາວິທີທາງຕ່າງໆ ເພື່ອເຮັດໃຫ້ຄວາມພະຍາຍາມທາງການທູດກ້າວໄປໃນການແກ້ໄຂຂໍ້ຂັດແຍ້ງ, ແລະວ່າ "ຣັດເຊຍຍັງສືບຕໍ່ເປັນຝ່າຍທີ່ຝ່າຝືນຢູ່."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG