ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບລິງເກັນ ຈະປຶກສາຫາລື ເລື້ອງການປະຕິຮູບ ໃນການເດີນທາງຢ້ຽມຢາມ ອຸສເບັກກິສຖານ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໂອ້ລົມກັບພວກນັກຮຽນ ຂະນະທີ່ທ່ານເຂົ້າຮ່ວມໃນງານການຮຽນພາສາອັງກິດ ຢູ່ທີ່ມະຫາວິທະຍາໄລລັດ ພາສາໂລກ ຂອງອຸສເບັກກິສຖານ ໃນນະຄອນຫຼວງ ທາສເຄັນ ຂອງອຸສເບັກກິສຖານ, ໃນວັນທີ 1 ມີນາ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໂອ້ລົມກັບພວກນັກຮຽນ ຂະນະທີ່ທ່ານເຂົ້າຮ່ວມໃນງານການຮຽນພາສາອັງກິດ ຢູ່ທີ່ມະຫາວິທະຍາໄລລັດ ພາສາໂລກ ຂອງອຸສເບັກກິສຖານ ໃນນະຄອນຫຼວງ ທາສເຄັນ ຂອງອຸສເບັກກິສຖານ, ໃນວັນທີ 1 ມີນາ 2023.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂ​ທນີ ບລິງເກັນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ທ່ານຫວັງວ່າ ຈະປຶກສາຫາລືກ່ຽວກັບສາຍສຳພັນສອງຝ່າຍ ແລະແຜນການປະຕິຮູບຂອງອຸສເບັກກິສຖານ ຂະນະທີ່ທ່ານເລີ້ມຕົ້ນການເດີນ ທາງຢ້ຽມຢາມ ນະຄອນຫຼວງທາສເຄັນ.

ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ໂດຍມີ ທ່ານບັກຕີຢໍ ໄຊດັອບ (Bakhtiyor Saidov) ຮັກສາການລັດຖະມົນຕີການຕ່າງປະເທດຂອງອຸສເບັກກິສຖານ ຢູ່ຄຽງຂ້າງ ນຶ່ງວັນຫຼັງຈາກທັງສອງນັກການທູດ ໄດ້ເຂົ້າຮ່ວມໃນການເຈລະຈາ ກັບຄູ່ຕຳແໜ່ງຂອງພວກເພິ່ນ ຈາກປະເທດໃນເຂດເອເຊຍກາງ.

ທ່ານໄຊດັອບ ໄດ້ກ່າວເຖິງການເດີນທາງມາຢ້ຽມຢາມຂອງວັນພຸດນີ້ ຈະລວມທັງ ການເຈລະຈາດ້ານການເມືອງ ພ້ອມດ້ວຍຫົວຂໍ້ຕ່າງໆເຊັ່ນວ່າ ການຄ້າ ການລົງທຶນ ເທັກໂນໂລຈີ ແລະການສຶກສາ.

ທ່ານໄຊດັອບ ໄດ້ກ່າວວ່າ “ພວກເຮົາຂໍຂອບໃຈທີ່ຄະນະລັດຖະບານ ຂອງສະ ຫະລັດ ສືບຕໍ່ໃຫ້ການສະໜັບສະໜຸນ ວາລະການປະຕິຮູບຂອງປະທານາທິບໍດີ ເມຍຊີໂຢເຢບ ທີ່ແນໃສ່ເພື່ອຮັບປະກັນການປົກຄອງທີ່ດີ, ດ້ວຍຕົວບົດກົດໝາຍ, ສິດທິມະນຸດ ພ້ອມດ້ວຍ ການສ້າງສາຍສຳພັນອັນດີ ແລະເປັນມິດຢ່າງເລິກເຊິ່ງ ກັບປະເທດເພື່ອນບ້ານທັງຫຼາຍ.”

ທ່ານບລິງເກັນ ໄດ້ກ່າວໃນວັນອັງຄານມື້ວານນີ້ ໃນລະຫວ່າງການຢຸດແວ່ ກາຊັກສະຖານ ວ່າ ສະຫະລັດ ກຳລັງເອົາໃຈໃສ່ໃນເລື້ອງການວາງມາດຕະການລົງໂທດໃນການຕອບໂຕ້ຕໍ່ການບຸກລຸກຢູເຄຣນຂອງຣັດເຊຍ ຈະມີຜົນກະທົບຕໍ່ປະເທດອື່ນໆໃນຂົງເຂດແນວໃດ.

U.S. Secretary of State Antony Blinken said Wednesday he looked forward to discussing bilateral relations and Uzbekistan’s reform plans as he began a visit to Tashkent.

Blinken spoke to reporters alongside Bakhtiyor Saidov, Uzbekistan’s acting foreign minister, a day after both diplomats took part in talks with their counterparts from Central Asia.

Saidov said Wednesday’s visit would include political talks as well as topics such as commerce, investment, technology and education.

“We appreciate the U.S. administration’s continued support for President Mirziyoyev’s reform agenda aimed at ensuring good governance, rule of law, human rights, as well as deepening good and friendly relationships with our neighbors,” Saidov said.

Blinken said Tuesday during a stop in Kazakhstan that the United States is paying attention to how sanctions enacted in response to Russia’s invasion of Ukraine are affected other countries in the region.

XS
SM
MD
LG