ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ປະຕິຍານການນຳພາ ສະຫະລັດ ດ້ວຍຄວາມນອບນ້ອມ ແລະ ຄວາມໝັ້ນໃຈ


US Blinken USAGM
please wait
Embed

No media source currently available

0:00 0:03:45 0:00

ທ່ານແອນໂທນີ ບລິງເຄັນ ຜູ້ທີ່ຖືກເລືອກເປັນລັດຖະມົນຕີກະຊວງການ ຕ່າງປະເທດ ສະຫະລັດ ໂດຍປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ, ໄດ້ກ່າວວ່າວິໄສທັດຂອງທ່ານເພື່ອຟື້ນຟູສະຖານະຂອງ ອາເມຣິກາ ໃນຕ່າງປະເທດແມ່ນການນຳພາທີ່ອີງໃສ່ “ຄວາມນອບນ້ອມ ແລະ ຄວາມໝັ້ນໃຈ.” ທ່ານ ບລິງເຄັນ ໄດ້ໃຫ້ການຕໍ່ໜ້າຄະນະກຳມະການຄວາມສຳພັນຕ່າງປະເທດສະພາສູງໃນວັນອັງຄານທີ່ຜ່ານມາ, ນັກຂ່າວວີໂອເອ ຊິນດີ ເຊນ ມີລາຍງານຈາກ ນະຄອນຫລວງ ວໍຊິງຕັນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງ ໄດ້ຈັດການຮັບຟັງຄຳໃຫ້ການເພື່ອຮັບ ຮອງເອົາການແຕ່ງຕັ້ງອະດີດຮອງລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ. ທ່ານໄດ້ເຜີຍໃຫ້ເຫັນວິໄສທັດຂອງທ່ານ ສຳລັບການນຳພາຂອງ ອາເມຣິກາ ໃນຕ່າງປະເທດ, ໂດຍເວົ້າວ່າ ຄວາມນອບນ້ອມ ແລະ ຄວາມໝັ້ນໃຈ ແມ່ນສອງດ້ານຂອງຫຼຽນອັນດຽວກັນ.

ທ່ານ ແອນໂທນີ ບລິງເຄັນ ຜູ້ຖືກສະເໜີຊື່ສຳລັບຕຳແໜ່ງລັດຖະມົນຕີການຕ່າງປະເທດ ໄດ້ກ່າວວ່າ “ການນອບນ້ອມຖ່ອມຕົວ, ເພາະວ່າພວກເຮົາມີວຽກຢ່າງຫຼວງຫຼາຍໃຫ້ເຮັດຢູ່ບ້ານເພື່ອຮັກສາສະຖານະພາບຂອງພວກເຮົາຢູ່ຕ່າງປະເທດ. ແຕ່ພວກເຮົາກໍຈະເຮັດໜ້າທີ່ດ້ວຍຄວາມໝັ້ນໃຈ. ດ້ວຍຄວາມໝັ້ນໃຈກໍແມ່ນວ່າ ເມື່ອ ອາເມຣິກາ ມີສະພາບທີ່ສົມບູນທີ່ສຸດນັ້ນ ຈະມີຄວາມສາມາດ ທີ່ຫຼາຍກວ່າປະເທດໃດໆໃນໂລກເພື່ອລວມກຸ່ມກັບຄົນອື່ນໆສຳລັບຜົນປະໂຫຍດສ່ວນລວມ.”

ເມື່ອເວົ້າເຖິງ ການບຸກເຂົ້າໄປລັດຖະສະພາ ສະຫະລັດ ໂດຍພວກສະໜັບສະໜູນທ່ານ ທຣຳ ໃນຂະນະທີ່ບັນດາສະມາຊິກສະພາເຕົ້າໂຮມກັນ ເພື່ອຢັ້ງຢືນການເລືອກຕັ້ງປະທານາທິບໍດີນັ້ນ, ສະ ມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ບອບ ເມເນັນເດສ ໄດ້ກ່າວວ່າການນຳພາຂອງ ສະ ຫະລັດ ໃນຕ່າງປະເທດແມ່ນຜູກພັນກັບຄວາມເຄົາລົບຕໍ່ປະຊາທິປະໄຕຢູ່ພາຍໃນປະເທດ.

ທ່ານ ບອບ ເມເນັນເດສ ກ່າວວ່າ “ການໂຈມຕີຕໍ່ຮາກຖານປະຊາທິປະໄຕຂອງພວກເຮົານີ້ ໄດ້ກໍ່ໃຫ້ເກີດ ການເຕືອນຄວາມຈຳທີ່ໜ້າສະຫຼົດໃຈວ່າຄວາມສາມາດຂອງພວກເຮົາ ເພື່ອສະແດງອຳນາດໃນຕ່າງປະເທດແມ່ນເຊື່ອມໂຍງກັບຄວາມສົມບູນ ແລະ ຄວາມແຂງແກ່ນຂອງປະຊາທິປະໄຕຂອງພວກເຮົາຢ່າງແຍກບໍ່ອອກ.”

ກ່ຽວກັບ ນະໂຍບາຍການຕ່າງປະເທດ, ທ່ານ ບລິງເຄັນ ໄດ້ກ່າວວ່າທ່ານເຫັນຜົນປະໂຫຍດສ່ວນລວມບາງຢ່າງກັບລັດຖະບານທ່ານ ທຣຳ ທີ່ພົ້ນຈາກຕຳແໜ່ງ.

ທ່ານ ແອນໂທນີ ບລິງເຄັນ ກ່າວວ່າ “ຂ້າພະເຈົ້າຍັງເຊື່ອວ່າ ປະທານາທິບໍດີ ທຣຳ ແມ່ນຖືກຕ້ອງໃນການເອົາທ່າທີທີ່ແຂງແກ່ນກັບ ຈີນ. ຂ້າພະເຈົ້າບໍ່ເຫັນດີຫຼາຍກັບວິທີທີ່ທ່ານໄດ້ເຮັດກັບຫຼາຍຂົງ ເຂດ, ແຕ່ກົດເກນພື້ນຖານແມ່ນສິ່ງທີ່ຖືກຕ້ອງ, ແລະ ຂ້າພະເຈົ້າຄິດວ່າມັນຈະເປັນປະໂຫຍດຕໍ່ນະ ໂຍບາຍການຕ່າງປະເທດຂອງພວກເຮົາຢ່າງແທ້ຈິງ.”

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ຣອນ ຈອນສັນ ໄດ້ອອກມາຕອບໂຕ້.

ທ່ານ ຣອນ ຈອນສັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ປະທານາທິບໍດີ ທຣຳ ໄດ້ເປີດຕາຂອງທຸກຄົນ ໃນແງ່ຂອງເຈຕະນາຮ້າຍຂອງ ຈີນ.

ນັກວິເຄາະບາງຄົນເວົ້າວ່າ ເຂົາເຈົ້າມີຄວາມຍິນດີກັບຄຳເວົ້າທີ່ສຳຄັນ ແລະ ບໍ່ເປັນການກະຫາຍການຕໍ່ສູ້ຂອງການໃຫ້ການຈາກບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ແລະ ເດໂມແຄຣັດ.

ທ່ານ ບຣາຍອັນ ຄາທູລິສ, ຈາກສູນກາງເພື່ອຄວາມກ້າວໜ້າ ອາເມຣິກັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນມີຄວາມປາຖະໜາ ຢາກໃຫ້ກັບຄືນສູ່ການໂຕ້ຖຽງປະເພດທີ່ປົກກະຕິຫຼາຍຂຶ້ນ ກ່ຽວກັບ ນະໂຍບາຍຕ່າງປະເທດດັ່ງທີ່ຖືກຄັດຄ້ານໂດຍຄົນ, ໂດຍສະເພາະຜູ້ທີ່ຢູ່ຫໍລັດຖະສະພາ, ທີ່ຮູ້ສຶກວ່າ ເຂົາເຈົ້າບໍ່ໄດ້ຮັບການປຶກສາຫາລືຢ່າງໃກ້ຊິດໂດຍລັດຖະບານທ່ານ ທຣຳ ຫຼື ລັດຖະບານທ່ານ ໂອບາມາ, ເຊິ່ງແມ່ນຄວາມພະຍາຍາມທີ່ແທ້ຈິງເພື່ອໃຫ້ມັນມີການເຈລະຈາແນວໃໝ່, ຂ້າພະເຈົ້າຄິດວ່ານະໂຍບາຍການຕ່າງປະເທດ, ເພື່ອເຮັດໃຫ້ມັນມີຄວາມວຸ້ນວາຍໜ້ອຍລົງ, ແລະ ມີຄວາມບໍ່ແນ່ນອນໜ້ອຍລົງດັ່ງທີ່ພວກເຮົາໄດ້ເຫັນໃນສາມສີ່ປີທີ່ຜ່ານມາ.”

ບັນດາສະມາຊິກສະພາສູງສ່ວນຫຼາຍປາກົດວ່າ ໄດ້ເຫັນດີກັບການວິເຄາະອີກອັນນຶ່ງ ກ່ຽວກັບ ປະ ສົບການນະໂຍບາຍການຕ່າງປະເທດຂອງທ່ານ ບລິງເຄັນ ໃນຖະນະເປັນອະດີດຮອງລັດຖະມົນຕີການຕ່າງປະເທດ.

ທ່ານ ແບຣດລີ ໂບແມນ, ຜູ້ກໍ່ຕັ້ງກຸ່ມປ້ອງກັນປະຊາທິປະໄຕກ່າວວ່າ “ທ່ານ ແອນໂທນີ ບລິງເຄັນ, ໃນທັດສະນະຄະຕິຂອງຂ້າພະເຈົ້າ, ເປັນບຸກຄົນທີ່ມີປະສົບການ ແລະ ຄວາມສາມາດຜູ້ທີ່ຈະນຳເອົາຄວາມຮູ້ອັນເລິກເຊິ່ງ ກ່ຽວກັບ ຫຼາຍບັນຫາທີ່ພວກເຮົາໄດ້ປະເຊີນມາ. ແລະ ສະນັ້ນຂ້າພະເຈົ້າຈຶ່ງຫວັງ ແລະ ຄາດວ່າທ່ານຈະໄດ້ຮັບການຢັ້ງຢືນໃນການລົງຄະແນນສຽງໂດຍສອງພັກການເມືອງ ໂດຍປາສະຈາກການເລື່ອນເວລາໃດໆ.”

ສະມາຊິກສະພາສູງຫຼາຍຄົນໄດ້ກ່າວວ່າ ເຂົາເຈົ້າຫວັງຈະມີການລົງຄະແນນສຽງ ສະພາສູງຄົບຄະ ນະ ເພື່ອຢັ້ງຢືນຮັບຮອງເອົາທ່ານ ບລິງເຄັນ ຍ້ອນສິ່ງທ້າທາຍຕ່າງໆທີ່ສະຫະລັດກຳລັງປະເຊີນຢູ່, ລວມມີບັນຫາ ອີຣ່ານ, ຈີນ, ຣັດເຊຍແລະ ເກົາຫຼີໃຕ້, ຈະບໍ່ລໍຖ້າ.

XS
SM
MD
LG