ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານບລິງເກັນ ໄດ້ໃຫ້ຄໍາໝັ້ນ ທີ່ຈະຍັງຄົງປະຕິບັດງານ ໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາແກ່ອັຟການິສຖານຕໍ່ໄປ


ຮູບພາບປະກອບ-ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ໃຫ້ປາກຄໍາໃນລະຫວ່າງການພິຈາລະນາຂອງຄະນະກໍາມະການຄວາມສໍາພັນຕ່າງປະເທດຂອງລັດຖະສະພາ, ຢູ່ທີ່ຕຶກສະພາ, ວັນທີ 14 ກັນຍາ, ປີ 2021.
ຮູບພາບປະກອບ-ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ໃຫ້ປາກຄໍາໃນລະຫວ່າງການພິຈາລະນາຂອງຄະນະກໍາມະການຄວາມສໍາພັນຕ່າງປະເທດຂອງລັດຖະສະພາ, ຢູ່ທີ່ຕຶກສະພາ, ວັນທີ 14 ກັນຍາ, ປີ 2021.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ສະມາຊິກສະພາຂອງສະຫະລັດໃນມື້ວັນອັງຄານຜ່ານມານີ້ວ່າ ລັດ ຖະບານຂອງທ່ານໄບເດັນ ກໍາລັງໃຫ້ບູລິມະສິດ ໃນການຍົກຍ້າຍພົນລະເມືອງຊາວອາເມຣິກາ ແລະປະຊາຊົນຊາວອັຟການິສຖານ ທີ່ເຮັດວຽກໃຫ້ອົງການສື່ມວນຊົນໂລກຂອງສະຫະລັດ ແລະອົງການກອງທຶນແຫ່ງຊາດເພື່ອປະຊາທິປະ ໄຕແຫ່ງຊາດຈາກອັຟການິສຖານ. ຄວາມພະຍາຍາມດັ່ງກ່າວມີຂຶ້ນໃນຂະນະທີ່ສະຫະລັດພວມພິຈາລະນາເບິ່ງວິທີການສົ່ງເງິນຊ່ວຍເຫລືອຫຼາຍລ້ານໂດລາໄປໃຫ້ຊາວອັຟການິສຖານໂດຍກົງ ບໍ່ແມ່ນ ຜ່ານທາງລັດຖະບານຕາລິບານ. ນັກຂ່າວຂອງ VOA ປະຈໍາລັດຖະສະພາ ແຄັດເທີຣີນ ກິບຊັນ (Katherine Gypson) ມີລາຍງານເພີ້ມຕື່ມກ່ຽວກັບເລື້ອງນີ້, ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະບານທີ່ແທ້ຈິງຂອງອັຟການິສຖານ ຄືກຸ່ມຕາລິບານ ໄດ້ຖືກເຕືອນໃນມື້ວັນອັງຄານຜ່ານມານີ້ ໂດຍສະມາຊິກສະພາລະດັບສູງຂອງສະຫະລັດວ່າ ອາດຈະມີການລົງໂທດທາງດ້ານເສດຖະກິດໃນຕໍ່ໜ້າໄດ້.

ສະມາຊິກສະພາສູງສະຫະລັດທ່ານໂຣເບີດ ເມີເນັນເດສ (Robert Menendez) ຈາກພັກເດໂມແຄັຣດ ກ່າວວ່າ:

“ສະຫະລັດ ແລະອົງການສະຫະປະຊາຊາດ ຄວນສືບຕໍ່ການລົງໂທດທາງດ້ານເສດຖະກິດທີ່ມີຢູ່ແລ້ວຕໍ່ກຸ່ມຕາລິບານ. ສະຫະລັດຄວນຈະທຳການລົງໂທດທາງດ້ານເສດຖະກິດ ທີ່ໄດ້ມີການໂຈະໃນຊ່ວງການດໍາເນີນການເຈລະຈານັ້ນຄືນໃໝ່ ແລະສະຫະລັດຄວນພິຈາລະນາກ່ຽວກັບການເອົາມາດຕະການໃໝ່ເພື່ອທຳການ ລົງໂທດໜັກຂຶ້ນຕໍ່ກຸ່ມດັ່ງກ່າວ ແລະບັນດາຫົວໜ້າຂອງພວກເຂົາ ໃນຂະນະທີ່ໃຫ້ເປັນທີ່ແນ່ນອນວ່າ ການຊ່ວຍເຫລືອທາງດ້ານມະນຸດສະທໍາທີ່ເປັນການຊ່ວຍຊີວິດ ແມ່ນສາມາດຊ່ວຍໝົດທຸກຄົນທີ່ອ່ອນແອໄດ້.”

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ໃຫ້ຄໍາໝັ້ນສັນຍາວ່າ ເງິນຊ່ວຍເຫລືອກ້ອນໃໝ່ຈໍານວນ 64 ລ້ານໂດລາ ແມ່ນຈະສົ່ງໄປໃຫ້ປະຊາຊົນຊາວອັຟການິສຖານໂດຍກົງ ແລະບໍ່ແມ່ນລັດຖະບານກຸ່ມຕາລິບານ ໃນຂະນະທີ່ທ່ານເອງຕ້ອງພົບກັບຄໍາຖາມທີ່ຫຍຸ້ງຍາກທີ່ສຸດ ໃນມື້ທີສອງ ຢູ່ທີ່ຕຶກສະພາກ່ຽວກັບການຈັດແຈງຂອງລັດຖະບານທ່ານໄບເດັນໃນການຍົກຍ້າຍທີ່ສັບ ສົນວຸ້ນວາຍຢູ່ທີ່ສະໜາມບິນກາບູລໃນເດືອນທີ່ຜ່ານມານັ້ນ.

ໂດຍທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະ ລັດ ກ່າວວ່າ:

“ຂ້າພະເຈົ້າບໍ່ຕ້ອງການປິດບັງສິ່ງນີ້, ເພາະພວກເຮົາຮູ້ວ່າ ໃນຂະນະທີ່ກຸ່ມຕາລິບານສະແຫວງຫາ ແລະຈະຕ້ອງສະໜັບສະໜຸນ ແລະປົກປ້ອງການຊ່ວຍເຫລືອຂັ້ນພື້ນຖານທາງດ້ານມະນຸດສະທໍາ ໂດຍຜ່ານໜ່ວຍງານຕ່າງໆເຫລົ່ານີ້ ເຊັ່ນ ອາຫານ ແລະຢາ, ມັນອາດຈະເປັນເລື້ອງທີ່ແຕກຕ່າງອອກໄປ ເມື່ອມັນກາຍມາເປັນເລື້ອງທີ່ແນເປົ້າໝາຍໂດຍກົງໃສ່ບັນດາແມ່ຍິງ ແລະເດັກນ້ອຍຍິງທັງຫລາຍນັ້ນ. ດັ່ງນັ້ນພວກເຮົາຈະຕ້ອງໃຫ້ຄວາມສົນໃຈກັບສິ່ງດັ່ງກ່າວນັ້ນໃຫ້ຫລາຍຂຶ້ນ, ແລະພະຍາຍາມໃຫ້ໝັ້ນໃຈວ່າ ຄວາມຊ່ວຍເຫລືອດັ່ງກ່າວນັ້ນສາມາດໄປເຖິງພວກເຂົາເຈົ້າ. ນັ້ນແມ່ນສິ່ງທີ່ຕ້ອງໄດ້ຕິດຕາມຢ່າງຈິງຈັງ.”

ແຕ່ວ່າ ຊະຕາກໍາຂອງພັນທະມິດຊາວອັຟການິສຖານຫລື SIVs ຜູ້ທີ່ເຄີຍໃຫ້ ການຊ່ວຍເຫລືອສະຫະລັດ ແລະເຄີຍໄດ້ຮັບສັນຍາວ່າຈະໃຫ້ວີຊາພິເສດເພື່ອອອກຈາກອັຟການິສຖານນັ້ນແມ່ນຍັງບໍ່ແນ່ນອນເທື່ອ, ໂດຍທີ່ສະມາຊິກສະພາ ຂອງທັງສອງຝ່າຍກ່າວວ່າ ລັດຖະບານຂອງປະທານາທິບໍດີທ່ານໄບເດັນ ຍັງບໍ່ໄດ້ດໍາເນີນການພຽງພໍ ທີ່ຈະເລັ່ງດໍາເນີນການໃນການຮັບຄຳຮ້ອງດັ່ງກ່າວ.

ສະມາຊິກສະພາສູງຈາກພັກຣີພັບບຣິກັນທ່ານຈິມ ຣິສ (Jim Risch) ກ່າວວ່າ:

“ບໍ່ນັບຈໍານວນພັນທະມິດຊາວອັຟການິສຖານ ທີ່ມາເຖິງກ່ອນການແຕກຂອງນະຄອນຫລວງກາບູລ, ພວກເຈົ້າໄດ້ອົບພະຍົບຜູ້ຄົນຈໍານວນ 705 ຄົນໃນຈໍານວນຜູ້ຂໍວີຊາທັງໝົດ 20,000 ຄົນ. ເກີດຫຍັງຂຶ້ນກັບຜູ້ຄົນເຫລົ່ານີ້?”

ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກເຂົາເຈົ້າຍັງຄົງດໍາເນີນງານເພື່ອຍົກຍ້າຍພົນ ລະເມືອງອາເມຣິກາ ແລະພັນທະມິດຊາວອັຟການິສຖານອອກຈາກປະເທດນັ້ນ, ແຕ່ວ່າຜູ້ນໍາຂັ້ນສູງຈາກສະພາຮັກສາຄວາມປອດໄພພາຍໃນຂອງສະຫະລັດຈາກພັກຣີພັບບຣິກັນກ່າວວ່າ ຈໍານວນປະຊາຊົນຊາວອັຟການິສຖານ ທີ່ມີຄວາມສ່ຽງທັງໝົດທີ່ຍັງຫລົງເຫລືອຢູ່ນັ້ນ ແມ່ນຫລາຍກວ່າຈໍານວນທີ່ຄາດໄວ້.

ສະມາຊິກສະພາສູງຈາກພັກຣີພັບບຣິກັນທ່ານຣັອບ ພອດທ໌ແມນ (Rob Portman) ກ່າວວ່າ:

“ພວກເຮົາຄິດວ່າ ປາຊາຊົນຊາວອັຟການິສຖານທີ່ມີຄວາມສ່ຽງປະມານ 30,000 ຄົນໄດ້ຖືກຍົກຍ້າຍອອກມາຈາກຈໍານວນທີ່ປະເມີນໄວ້ 60,000 ຄົນ. ນັ້ນແມ່ນໂຕເລກທີ່ດີທີ່ສຸດທີ່ເຮົາສາມາດຄິດໄລ່ໄດ້ ເພາະວ່າພວກເຮົາບໍ່ສາມາດຫາໂຕເລກທີ່ແນ່ນອນຈາກຝ່າຍບໍລິຫານຂອງລັດຖະບານໄດ້.”

ຫລັງຈາກບໍ່ເທົ່າໃດອາທິດໃນຄວາມກັງວົນນັ້ນ, ທ່ານໄບເດັນ ໄດ້ໃຫ້ຄໍາໝັ້ນວ່າຈະຈັດລໍາດັບຄວາມສໍາຄັນໃຫ້ແກ່ປະຊາຊົນຊາວອັຟການິສຖານຜູ້ທີ່ເຮັດວຽກໃຫ້ກັບອົງການສື່ມວນຊົນໂລກຂອງສະຫະລັດ ແລະໃນຂະນະນີ້ຍັງຄົງລີ້ຊ່ອນຢູ່ໃນ ອັຟການິສຖານ.

ໂດຍທ່ານຄຣິສ ຄູນສ໌ (Chris Coons), ສະມາຊິກສະພາສູງຈາກພັກເດໂມແຄຣັດຖາມວ່າ:

“ມີພະນັກງານປະມານ 550 ຄົນ ແລະສະມາຊິກຄອບຄົວຂອງພວກເຂົາເຈົ້າ ຈາກສຽງອາເມຣິກາ, ວິທະຍຸຢູໂຣບເສລີ, ແລະວິທະຍຸອິດສະຫຼະພາບ ຜູ້ທີ່ບໍ່ໄດ້ຮັບການຍົກຍ້າຍນັ້ນ ທາງກະຊວງໄດ້ຈັດລໍາດັບຄວາມສໍາຄັນໃນການຍົກຍ້າຍພວກເຂົາຢູ່ບໍ?”

ເຊິ່ງທ່ານບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດຕອບວ່າ:

“ແມ່ນແລ້ວ.”

ສະຫະລັດ ແລະບັນດາປະເທດພັນທະມິດ ໄດ້ຍົກຍ້າຍຜູ້ຄົນທັງໝົດ 124,000 ຄົນ, ເຊິ່ງສ່ວນໃຫຍ່ເປັນຊາວອັຟການິສຖານ ຈາກສະໜາມບິນກາບູລ, ພວກເຂົາເຈົ້າເກືອບທັງໝົດໄດ້ຍົກຍ້າຍອອກມາໃນລະຫວ່າງການແຕກຂອງນະຄອນຫລວງກາບູລໃນລະຫວ່າງວັນທີ 15 ສິງຫາ ແລະຖ້ຽວບິນສຸດທ້າຍຂອງກອງທັບສະ ຫະລັດ ທີ່ບິນອອກຈາກອັຟການິສຖານແມ່ນໃນວັນທີ 31 ສິງຫາທີ່ຜ່ານມາ.

U.S. Secretary of State Antony Blinken told U.S. lawmakers Tuesday the Biden administration was prioritizing evacuating Americans and Afghans working for the U.S. Agency for Global Media and the National Endowment for Democracy from Afghanistan. The effort comes as the U.S. weighs how to send millions of dollars in aid directly to Afghans and not to the de facto Taliban government. VOA’s congressional correspondent Katherine Gypson has more.

((Broll of Taliban in Blinken Afghanistan-AP Afghanistan))

The de facto government of Afghanistan — the Taliban — were warned Tuesday by top U.S. lawmakers that further sanctions could be on the way.

((Sen. Robert Menendez, Democrat))

“The United States and the United Nations should maintain existing sanctions on the Taliban. The U.S. should reimpose those sanctions that were waived during the negotiation process. And the U.S. should consider new measures to impose higher costs on the group and its leaders while ensuring that life-saving humanitarian aid is able to assist those most vulnerable.”

((Cutaways of Blinken and then broll of Kabul evacuation and end on AP Afghan Aid))

U.S. Secretary of State Antony Blinken pledged that $64 million in new U.S. aid will go directly to the people of Afghanistan and not the Taliban — as he faced a second tough day of questions on Capitol Hill about the Biden administration’s management of the chaotic evacuation at Kabul airport last month.

((Antony Blinken, U.S. Secretary of State))

“I don't want to sugarcoat this, because we know that while the Taliban seeks and will probably support and protect basic humanitarian assistance through these agencies, like for food and medicine, it may be a different story when it comes to things that are directed specifically at women and girls. So we're going to be very focused on that, and trying to make sure that that assistance can go through. That it's monitored effectively.”

But the fate of thousands of SIVs — Afghan allies who assisted the U.S. and were promised special visas to leave Afghanistan — remains uncertain, with lawmakers on both sides of the aisle saying the Biden administration still has not done enough to speed up the application process.

((Sen. Jim Risch, Republican))

“Not counting the SIVs that arrived before Kabul’s fall, you evacuated 705 of roughly 20,000 principal SIV applicants. What happened to these people?”

((Broll of Afghans at Kabul Airport and then back-time Portman))

U.S. officials say they are still working to evacuate Americans and Afghans from the country, but the top Republican on the Senate Homeland Security and Governmental Affairs Committee says the overall number of at-risk Afghans left behind is even larger than expected.

((Sen. Rob Portman, Republican))

“We think about 30,000 at-risk Afghans were evacuated out of an estimated 60,000. That's the best numbers we can come up with, because we can't get good numbers from the administration.”

((Blinken cutaways-evacuation broll- US Agency for Global Media signage?))

After weeks of concern, Blinken did pledge to prioritize the evacuation of Afghans who worked for the U.S. Agency for Global Media and who are now in hiding in Afghanistan.

((Sen. Chris Coons, Democrat))

“There's about 550 employees and family members from Voice of America, Radio Free Europe, Radio Liberty, who were not evacuated. Is the department prioritizing their evacuation?”

((Antony Blinken, Secretary of State))

“Yes.”

The U.S. and its allies evacuated 124,000 people — mostly Afghans — from the Kabul airport, most of them between the fall of Kabul on August 15th and the last U.S. military flight out of Afghanistan on August 31st.

XS
SM
MD
LG