ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ພົບ​ປະ​ກັບ​ພັນ​ທະ​ມິດ​ອົງ​ການ NATO ໃນ​ນະ​ຄອນຫຼວງ ເບີ​ລິນ ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ຣະ​ມັນ ທ່ານ​ນາງອານ​ນາ​ເລ​ນາ ແບ​ບັອກ, ຊ້າຍ, ຮອງ​ເລ​ຂາ​ທິ​ການ​ໃຫຍ່ NATO ທ່ານເມີ​ເຊຍ ຈີ​ໂອ​ນາ, ທີ​ສອງ​ຈາກ​ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ, ທີ​ສອງ​ຈາກ​ຂວາ. ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 15 ພຶດ​ສະ​ພາ, 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ຣະ​ມັນ ທ່ານ​ນາງອານ​ນາ​ເລ​ນາ ແບ​ບັອກ, ຊ້າຍ, ຮອງ​ເລ​ຂາ​ທິ​ການ​ໃຫຍ່ NATO ທ່ານເມີ​ເຊຍ ຈີ​ໂອ​ນາ, ທີ​ສອງ​ຈາກ​ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ, ທີ​ສອງ​ຈາກ​ຂວາ. ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 15 ພຶດ​ສະ​ພາ, 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ ດ​ມິ​ໂຕ​ຣ ຄູ​ເລ​ບາ ໃນ​ນະ​ຄອນຫຼວງ​ເບີ​ລິນ​ປະ​ເທດ ເຢຍ​ຣະ​ມັນ, ບ່ອນ​ທີ່​ທັງ​ສອງ​ທ່ານ​ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ແຜນ​ການ​ທີ່​ຈະ​ເຮັດ​ວ​ຽກ​ຮ່ວມ​ກັນ​ເພື່ອ​ຮັບ​ປະ​ກັນ​ວ່າ​ການ​ສົ່ງ​ອອ​ກ​ອາ​ຫານ​ຂອງ​ຢູ​ເຄ​ຣ​ນ​ຈະ​ໄປ​ຮອດ​ຜູ້​ບໍ​ລິ​ໂພກ​ໃນ​ອາ​ຟ​ຣິ​ກາ ແລະ ເອ​ເຊຍ.

ທັງ​ສອງ​ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ອົງ​ການ NATO, ເຊິ່ງ​ຖືກ​ຮຽກ​ຂຶ້ນ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ພື້ນ​ດິນ​ໃນ​ຢູ​ເຄ​ຣນ ແລະ ເພື່ອ​ປະ​ສານ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຕໍ່​ຢູ​ເຄ​ຣນ ແລະ ອາ​ວຸດ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ປ້ອ​ງ​ກັນ​ຕົນ​ເອງ​ຕໍ່​ຣັດ​ເຊຍ.

ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ​ໃນ​ວັນ​ທີ 24 ກຸມ​ພາ​ທີ່​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ລາ​ຄາ​ອາ​ຫານ​ສູງ​ຂຶ້ນ ແລະ ໄດ້​ຂະ​ຫຍາຍ​ໄພ​ຂົ່ມ​ຂູ່​ຂອງ​ຄວາມ​ອຶດ​ຫິວ​ໃນຫຼາຍ​ພາກ​ສ່ວນ​ຂອງ​ໂລກ. ບັນ​ດາ​ລັດ​ຖະ​ມົນ​ຕີ​ຈາກ​ກຸ່ມ​ເຈັດ​ປະ​ເທດ​ໄດ້​ປະ​ຊຸມ​ກັນ​ໃນ​ປະ​ເທດ​ເຢຍ​ຣະ​ມັນ ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຣັດ​ເຊຍ ​ຢຸດ​ການ​ກີດ​ກັນ​ທ່າ​ເຮືອ​ ໃນ​ທະ​ເລ​ດຳ​ຂອງ​ຢູ​ເຄ​ຣນ ເພື່ອ​ເປີດ​ການ​ສົ່ງ​ອອກອາ​ຫານ​ປະ​ເພດ​ເມັດ​, ຝຸ່ນ, ແລະ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄວາມ​ຕ້ອງ​ການ​ເປັນ​ຢ່າ​ງ​ສູງ​ຂອງ​ຢູ​ເຄ​ຣນ.

ທ່ານ ບ​ລິງ​ເຄັນ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ອົງ​ການ NATO ກໍ​ຍັງ​ມີ​ແຜນ​ທີ່​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ຜູ້​ນຳ ຟິນ​ແລນ ທີ່​ຈະ​ຂໍ​ສະ​ໝັກ​ເຂົ້າ​ຮ່ວມ​ອົງ​ການ NATO ໂດຍ​ປະ​ສະ​ຈາກ​ການ​ເລື່ອນ​ເວ​ລາ. ສະ​ຫະ​ລັດ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ສະ​ໜັບ​ສະ​ໜູນ​ການ​ສະ​ໝັກ​ຂອງ​ຟິນ​ແລນ ແລະ ສວີ​ເດັນ ເພື່ອ​ເຂົ້າ​ຮ່ວມ​ມັນ​ທະ​ມິດ​ດ້ານ​ຄວາມ​ປອດ​ໄພ​ຂ້າ​ມມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເຕືອນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຟິນ​ແລນ ທ່ານ​ຊາວ​ລີ ນີ​ນິ​ສ​ໂຕ​ໃນ​ການ​ລົມ​ໂທ​ລະ​ສັບ​ທີ່​ໄດ້​ເລີ່ມ​ຂຶ້ນ​ໂດຍ​ຟິນ​ແລນ​ວ່າ ການ​ພະ​ຍາ​ຍາມ​ໃດໆ​ໂດຍ​ລັດ​ຖະ​ບານ ແຮ​ລ​ຊິງ​ກີ ເພື່ອ​ເຂົ້າ​ຮ່ວມ​ອົງ​ການ NATO ຈະ​ສ້າງ​ຄວາມ​ເສ​ຍ​ຫາຍ​ຕໍ່​ສາຍ​ພົວ​ພັນ​ສອງ​ຝ່າຍ. ບັນ​ດາ​ຜູ້​ນຳ​ຂອງ​ຟິນ​ແລນ​ໄດ້​ອ້າງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ ຂອງ​ຣັດ​ເຊຍ​ວ່າ ​ເປັ​ນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ເຂົາ​ເຈົ້າ, ໃນ​ເມື່ອ​ຟິນ​ແລນ ແລະ ຣັດ​ເຊຍ ມີ​ເຂດ​ຊາຍ​ແດນ​ຕິດ​ກັນ 1,300 ກິ​ໂລ​ແມັດ.

ປະ​ທາ​ນາ​ທິ​ບໍ​ດີເທີ​ກີ ທ່ານຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ​ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ປະ​ເທດ​ຟິນ​ແລນ ແລະ ສວີ​ເດັນ ເຂົ້າ​ຮ່ວມ​ພັນ​ທະ​ມິດ​ດັ່ງ​ກ່າວ. ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ສະ​ຫະ​ລັດ​ເວົ້າ​ວ່າ​ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ຊີ້​ແຈງ​ຄຳ​ເຫັນ​ຂອງ​ເທີ​ກີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG