ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນວັນຈັນມື້ນີ້ ຫຼັງຈາກການເຈລະຈາກັບນັກການທູດລະດັບສູງຂອງ ຈີນ ທ່ານ ຫວັງ ຢີ ທີ່ກະຊວງການຕ່າງປະເທດໄດ້ອະທິບາຍວ່າ “ເປີດເຜີຍ ແລະ ມີໝາກຜົນ.”
ການພົບປະຕ່າງໆໄດ້ມີຂຶ້ນໃນວັນທີສອງ ແລະ ວັນສຸດທ້າຍຂອງການຢ້ຽມຢາມປັກກິ່ງ ທີ່ໄດ້ແນເປົ້າໃສ່ການເຮັດໃຫ້ສາຍພົວພັນໝັ້ນຄົງລະຫວ່າງສອງມະຫະອຳນາດນັ້ນ.
ໂຄສົກກະຊວງການຕ່າງປະເທດທ່ານ ແມັດທິວ ມິລເລີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າທ່ານ ບລິງເຄັນ ແລະ ທ່ານ ຫວັງ “ໄດ້ແກ້ໄຂຫຼາຍບັນຫາສອງຝ່າຍ ແລະ ທົ່ວໂລກ” ພ້ອມກັບ “ໂອກາດຕ່າງໆທີ່ຈະຊອກຫາການຮ່ວມມືໃນສິ່ງທ້າທາຍຂ້າມຊາດຮ່ວມກັນ.”
ທ່ານ ມິລເລີ ໄດ້ກ່າວວ່າ “ທ່ານລັດຖະມົນຕີໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການຈັດການການແຂ່ງຂັນຢ່າງມີຄວາມຮັບຜິດຊອບລະຫວ່າງ ສະຫະລັດ ແລະ ສປ ຈີນ ຜ່ານຊ່ອງທາງການສື່ສານທີ່ເປີດເພື່ອຮັບປະກັນວ່າການແຂ່ງຂັນຈະບໍ່ນຳໄປສູ່ຄວາມຂັດແຍ້ງ. ທ່ານລັດຖະມົນຕີໄດ້ກ່າວຢ້ຳວ່າ ສະຫະລັດ ຈະສືບຕໍ່ໃຊ້ການທູດເພື່ອຍົກບັນຫາຫຼາຍຂົງເຂດຂຶ້ນມາ ແລະ ປົກປ້ອງເພື່ອຜົນປະໂຫຍດ ແລະ ຄຸນຄ່າຂອງປະຊາຊົນ ອາເມຣິກັນ.”
ກະຊວງການຕ່າງປະເທດຂອງ ຈີນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ທ່ານ ຫວັງ ໄດ້ບອກທ່ານ ບລິງເຄັນ ວ່າກອງປະຊຸມນັ້ນຖືກຈັດຂຶ້ນໃນຊ່ວງເວລາທີ່ສຳຄັນໃນສາຍພົວພັນ ສະຫະລັດ ກັບ ຈີນ, ແລະ ວ່າມັນຈຳເປັນທີ່ຈະ “ຕ່າວປີ້ນຄວາມຮູ້ສຶກທີ່ເປັນແງ່ລົບ.”
ທ່ານ ຫວັງ ໄດ້ກ່າວວ່າສິ່ງທີ່ສຳຄັນທີ່ສຸດໃນການສ້າງຄວາມສະຖຽນລະພາບລະຫວ່າງສອງປະເທດນັ້ນແມ່ນຄວາມເຄົາລົບຕໍ່ກັນແລະກັນ.
ກ່ຽວກັບໄຕ້ຫວັນນັ້ນ, ທ່ານ ຫວັງໄດ້ກ່າວວ່າ ສະຫະລັດ ຕ້ອງຄັດຄ້ານເອກະລາດຂອງ ໄຕ້ຫວັນ ແລະ ວ່າ ຈີນ ບໍ່ມີຊ່ອງຫວ່າງທີ່ຈະປະນີປະນອມ ກ່ຽວກັບ ບັນຫານັ້ນ.
ການເຈລະຈາຕ່າງໆ, ເຊິ່ງມີກຳນົດທີ່ຈະໃຊ້ເວລາ 2 ຊົ່ວໂມງ, ໄດ້ແກ່ຍາວໄປສາມຊົ່ວໂມງ.