ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ພົບປະກັນ ກັບປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊີລວາ (Luiz Inácio Lula da Silva) ທີ່ບຣາຊິລ ໃນວັນພຸດວານນີ້ ກ່ອນການເຈລະຈາ ກັບຄູ່ຕໍາແໜ່ງ ຈາກກຸ່ມ G-20.
“ສະຫະລັດ ແລະ ບຣາຊີລ ກຳລັງເຮັດຫຼາຍສິ່ງຫຼາຍຢ່າງ ທີ່ສຳຄັນຮ່ວມກັນ, ພວກເຮົາເຮັດວຽກຮ່ວມກັນໃນລະດັບສອງຝ່າຍ, ພາກພື້ນ, ແລະລະດັບໂລກ. ມັນເປັນການຮ່ວມມືທີ່ມີຄວາມສໍາຄັນຫຼາຍ, " ທ່ານບລິງເກັນ ກ່າວຫຼັງຈາກກອງປະຊຸມໃນບຣາຊິເລຍ (Brasilia).
ຫຼັງຈາກນັ້ນ, ລັດຖະມົນຕີການຕ່າງປະເທດ ໄດ້ເດີນທາງໄປນະຄອນຣີໂອ ເດ ຈາເນໂຣ (Rio de Janeiro), ເຊິ່ງເປັນບ່ອນຈັດກອງປະຊຸມ ລະດັບລັດຖະ ມົນຕີຂອງກຸ່ມ G20. ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາ-ວຣັອຟ (Sergei Lavrov) ຈະເຂົ້າຮ່ວມ, ດັ່ງນັ້ນ, ຈຶ່ງມີໂອກາດທີ່ຈະມີການພົວພັນແບບເຊິ່ງໜ້າທີ່ເກີດຂຶ້ນໄດ້ຍາກ ໃນການພົບປະກັນລະຫວ່າງສອງປະເທດ.
ທ່ານບລິງເກັນ ຍັງມີແຜນຈະປຶກສາຫາລື ກ່ຽວກັບພາລະກິດສະໜັບສະໜູນຄວາມໝັ້ນຄົງຫຼາຍຝ່າຍຢູ່ ເຮຕີ (Haiti) ກັບບັນດາຄູ່ຮ່ວມມື G20 ຢູ່ນອກ ກອງປະຊຸມ, ເພື່ອເປັນການຕອບສະໜອງ ຕໍ່ການຮຽກຮ້ອງ ຂອງປະຊາຊົນຊາວເຮຕີ ເພື່ອຂໍຄວາມຊ່ວຍເຫຼືອໃນການຟື້ນຟູຄວາມໝັ້ນຄົງ ແລະ ສະຖຽນລະພາບ.
ຄາດວ່າຈະບໍ່ມີຖະແຫຼງການຮ່ວມຂອງກຸ່ມ G20 ກ່ຽວກັບເຂດກາຊາ, ຢູເຄຣນ.
ກຸ່ມ G20, ລວມມີ 19 ປະເທດລວມທັງກຸ່ມ G7, ສະຫະພາບຢູໂຣບ ແລະ ສະຫະພາບອາຟຣິກາ, ເຊິ່ງກວມເອົາປະມານ 85 ເປີເຊັນ ຂອງ GDP ທົ່ວໂລກ, 75 ເປີເຊັນ ຂອງການຄ້າທົ່ວໂລກ ແລະ 2/3 ຂອງປະຊາກອນໂລກ.
ກຸ່ມ G7 ປະກອບດ້ວຍ 7 ປະເທດທີ່ຮັ່ງມີ ແລະມີອໍານາດທີ່ສຸດຂອງໂລກ.
ຟໍຣັມສະແດງຄວາມຄິດເຫັນ