ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານບລິງເກັນ ພົບປະກັບຊາວວີເກີ ເພື່ອຊອກຫາຄຳແນະນຳ ຈາກພວກເຂົາເຈົ້າ ໃນການຮັບມືກັບຈີນ


ຍາມຜູ້ນຶ່ງຢືນຢູ່ໃນຫໍສັງເກດການ ໃນສູນຄຸມຂັງທີ່ເມືອງຄາສກາຣ ເຂດເຄິ່ງປົກຄອງຕົນເອງຂອງຊາວວີເກີ ຊິນຈຽງ, ປະເທດຈີນ, ວັນທີ 3 ພຶດສະພາ 2021.
ຍາມຜູ້ນຶ່ງຢືນຢູ່ໃນຫໍສັງເກດການ ໃນສູນຄຸມຂັງທີ່ເມືອງຄາສກາຣ ເຂດເຄິ່ງປົກຄອງຕົນເອງຂອງຊາວວີເກີ ຊິນຈຽງ, ປະເທດຈີນ, ວັນທີ 3 ພຶດສະພາ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນວັນອັງ ຄານວານນີ້ ໄດ້ພົບປະທາງອອນໄລນ໌ ກັບຊາວວີເກີມຸສລິມ ຜູ້ທີ່ໄດ້ຖືກຄຸມຂັງຢູ່ສູນແຫ່ງຕ່າງໆໃນຂົງເຂດຊິນຈຽງຂອງຈີນ ເພື່ອຮັບຟັງກ່ຽວກັບປະສົບການຂອງພວກເຂົາເຈົ້າ ແລະຊອກຫາຄຳແນະນຳ ສຳລັບວິທີທີ່ດີສຸດ ໃນການກົດດັນຈີນ ໃຫ້ຍຸຕິການກົດຂີ່ຢູ່ທີ່ນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ ທ່ານບລິງເກັນ ຕ້ອງການຮັບຟັງໂດຍກົງ ຈາກອະດີດຜູ້ຖືກຄຸມຂັງ 7 ຄົນ ພ້ອມກັບຍາດຕິພີ່ນ້ອງຄົນອືນໆ ແລະບັນດານັກເຄື່ອນໄຫວ ກ່ຽວກັບສະພາບການທີ່ພວກເຂົາແລະປະຊາຄົມວີເກີປະເຊີນຢ່າງກວ້າງຂວາງຫຼາຍຂຶ້ນ.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ “ທ່ານລັດຖະມົນຕີ ຄຶດວ່າ ມັນສຳຄັນທີ່ຈະພົບປະກັບບຸກຄົນເຫຼົ່ານັ້ນ ເພື່ອຮັບຟັງເລື້ອງລາວຕ່າງໆຈາກພວກເຂົາໂດຍກົງ, ເພື່ອຮັບຟັງທັດສະນະຈາກພວກເຂົາໂດຍກົງຂອງຄວາມໂຫດຮ້າຍທາລຸນ ທີ່ຍັງມີຢູ່ຕໍ່ເນື່ອງໃນແຂວງຊິນຈຽງ ແລະການກັກຂັງພວກຊາວວີເກີ ນຶ່ງລ້ານຄົນນັ້ນ.” ທ່ານໄພຣສ໌ ກ່າວຕໍ່ໄປວ່າ “ນອກນັ້ນ ມັນເປັນໂອກາດສຳລັບພວກຜູ້ທີ່ເຂົ້າຮ່ວມທັງຫຼາຍ ທີ່ຈະໃຫ້ຄຳແນະນຳໃດໆທີ່ພວກເຂົາເຈົ້າອາດຈະມີຢູ່ນັ້ນ.”

ຈີນ ໄດ້ຖືກນາໆຊາດຕ້ອງຕິ ແລະຖືກວາງມາດຕະການລົງໂທດສຳລັບການຄຸມຂັງຊາວວີເກີ ຫຼາຍກວ່ານຶ່ງລ້ານຄົນ ແລະພວກຊົນກຸ່ມນ້ອຍອື່ນໆ ເພື່ອການສຳມະນາດ້ານການເມືອງ ໃນເຂດຊິນຈຽງ.

ທ່ານໄພຣສ໌ ໄດ້ກ່າວວ່າ ການພົບປະດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການສືບຕໍ່ນະໂຍບາຍຂອງອາເມຣິກາ ກ່ຽວກັບເລື້ອງທີ່ສຳຄັນ ທີ່ແຕກຕ່າງກັນ ລະຫວ່າງ ລັດຖະບານທ່ານໄບເດັນ ກັບລັດຖະບານທ່ານທຣຳ.

ທັງສອງລັດຖະບານ ໄດ້ເອີ້ນການຄຸມຂັງໃນຂົງເຂດຊິນຈຽງນັ້ນ ວ່າ “ການຂ້າລ້າງເຜົ່າພັນ” ແລະໄດ້ວາງມາດຕະການລົງໂທດຕ່າງໆ ຕໍ່ຈີນ ສຳລັບການລະ ເມີດສິດທິມະນຸດທັງຫຼາຍ. ອະດີດລັດຖະມົນຕີການຕ່າງປະເທດ ທ່ານໄມຄ໌ ພອມພຽວ ໄດ້ພົບປະກັບພວກຊາວວີເກີ ທີ່ເຄີຍຖືກຄຸມຂັງຫຼາຍຄັ້ງແລ້ວ ໃນລະຫວ່າງທີ່ທ່ານດຳລົງຕຳແໜ່ງໃນຖານະເປັນນັກການທູດລະດັບສູງຂອງອາເມຣິກາ.

ທ່ານໄພຣສ໌ ໄດ້ກ່າວວ່າ “ອາເມຣິກາ ໄດ້ເວົ້າອອກມາຢ່າງຊັດເຈນ ແລະສະໝ່ຳສະເໝີກ່ຽວກັບການລະເມີດທັງຫຼາຍ ກ່ຽວກັບຄວາມໂຫດຮ້າຍທັງຫຼາຍ ກ່ຽວກັບການຂ້າລ້າງເຜົ່າພັນທີ່ມີຢູ່ຕໍ່ເນື່ອງ ທີ່ກຳລັງເກີດຂຶ້ນຢູ່ໃນຊິນຈຽງ.” ທ່ານກ່າວຕື່ມວ່າ “ແລະ ໃນຂະນະທີ່ພວກເຮົາເຫັນວ່າເໝາະສົມ ຂ້າພະເຈົ້າສົງໄສວ່າ ພວກເຮົາຈະນຳໃຊ້ເຄື່ອງມື່ຕ່າງໆເພີ້ມຕື່ມອີກໃນການເດີນໜ້າຕໍ່ໄປເພື່ອນຳເອົາພວກເຈົ້າໜ້າທີ່ທັງຫຼາຍທີ່ຮັບຜິດຊອບນຳສິ່ງທີ່ໄດ້ເກີດຂຶ້ນຢູ່ທີ່ນັ້ນ ມາຊີ້ແຈງຕໍ່ການກະທຳຂອງພວກເຂົາ.”

ນັບຕັ້ງແຕ່ລັດຖະບານທ່ານທຣຳ ສະຫະລັດ ໄດ້ເພີ້ມການກົດດັນຕໍ່ຈີນຂຶ້ນເລື້ອຍໆ ໃນຫຼາຍໆເລື້ອງ ໂດຍສະເພາະຢ່າງຍິ່ງ ການປາບປາມໃນຊິນຈຽງ ແລະການປິດປາກປິດສຽງຕໍ່ພວກທີ່ມີຄວາມເຫັນແຕກຕ່າງດ້ານການເມືອງ ແລະສິດທິມະນຸດໃນຮົງກົງ. ການເຄື່ອນໄຫວຕ່າງໆລວມມີ ການຫ້າມເດີນທາງ ການວາງມາດຕະການລົງໂທດດ້ານການເງິນ ແລະການຈຳກັດດ້ານການຄ້າຕໍ່ສິນຄ້າຂອງຈີນ ທີ່ນຳເຂົ້າມາໃນສະຫະລັດຕ່າງໆເປັນຕົ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG