ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານບລິງເກັນ ພວມມຸ້ງໜ້າໄປຍັງພາກຕາເວັນອອກກາງ ເພື່ອສານຕໍ່ການຢຸດຍິງ ແລະບູລະນະສ້ອມແປງເຂດກາຊາ ຄືນຄືເກົ່າ


ພາບໂດຍທົ່ວໄປຂອງຄວາມເສຍຫາຍຕໍ່ເຮືອນຊານ ຊຶ່ງໄດ້ຖືກທຳລາບໂດຍການໂຈມຕີທາງອາກາດ ຂອງອິສຣາແອລ ໃນລະຫວ່າງການສູ້ລົບກັນລະຫວ່າງ ອິສຣາແອລ ແລະກຸ່ມຮາມັສ ຢູ່ໃນເຂດກາຊາ.
ພາບໂດຍທົ່ວໄປຂອງຄວາມເສຍຫາຍຕໍ່ເຮືອນຊານ ຊຶ່ງໄດ້ຖືກທຳລາບໂດຍການໂຈມຕີທາງອາກາດ ຂອງອິສຣາແອລ ໃນລະຫວ່າງການສູ້ລົບກັນລະຫວ່າງ ອິສຣາແອລ ແລະກຸ່ມຮາມັສ ຢູ່ໃນເຂດກາຊາ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມເດີນທາງໄປຍັງພາກຕາເວັນອອກກາງ ໃນວັນຈັນມື້ນີ້ ຫຼັງຈາກທີ່ມີການຢຸດຍິງ ລະຫວ່າງອິສຣາແອລແລະກຸ່ມຮາມັສທີ່ຍັງມີຜົນບັງຄັບໃຊ້ໃນຕອນເຊົ້າຂອງ ສຸກທີ່ຜ່ານມານີ້.

ອັນນີ້ ເປັນການເດີນທາງໄປຍັງຂົງເຂດດັ່ງກ່າວ ຄັ້ງທຳອິດ ຂອງທ່ານບລິງເກັນ ໃນຖານະເປັນນັກການທູດຂັ້ນສູງຂອງສະຫະລັດ. ທ່ານຈະພົບປະກັບຄູ່ຕຳແໜ່ງຂອງທ່ານຈາກອິສຣາແອລແລະປາແລັສໄຕນ໌ ອັນເປັນສ່ວນນຶ່ງໃນຄວາມພະຍາ ຍາມຂອງວໍຊິງຕັນ ເພື່ອທີ່ຈະສານຕໍ່ການສະຫງົບເສິກຢູ່ໃນເຂດກາຊາ.

ສະຫະລັດ ໄດ້ກ່າວວ່າ ຕົນໝັ້ນໝາຍທີ່ຈະເຮັດວຽກ ຮ່ວມກັບອຳນາດການປົກ ຄອງຂອງປາແລັສໄຕນ໌ ແລະອົງການສະຫະປະຊາຊາດ ເພື່ອສະໜອງການຊ່ອຍເຫຼືອດ້ານມະນຸດສະທຳຢ່າງວ່ອງໄວ ແລະເຕົ້າໂຮມການສະໜັບສະໜຸນຂອງນານາຊາດໃຫ້ແກ່ກາຊາ ແລະຄວາມພະຍາຍາມໃນການບູລະນະຟື້ນຟູເຂດກາຊາ.

ທ່ານບລິງເກັນ ໄດ້ກ່າວຕໍ່ອົງການຂ່າວ CNN ໃນວັນອາທິດວານນີ້ວ່າ “ຈຸດເພັ່ງເລັງຂອງພວກເຮົາຢ່າງບໍ່ລົດລະໃນດຽວນີ້ ແມ່ນການຮັບມືກັບສະຖານະການດ້ານມະນຸດສະທຳ ໂດຍເລີ້ມບູລະນະສ້ອມແປງແລະສ້າງສາໃຫ້ດີຄືນຄືເກົ່າ ແລະພົວພັນກັບໝົດທຸກຄົນຢ່າງເອົາຈິງເອົາຈັງ ກັບຊາວປາແລັສໄຕນ໌ ກັບຊາວ ອິສຣາແອລ ກັບຄູ່ພາຄີທັງຫຼາຍຢູ່ໃນພາກພື້ນ.”

ໃນຂະນະດຽວກັນ ບັນດາຜູ້ໄກ່ເກ່ຍຂອງອີຈິບ ໄດ້ເດີນທາງຂ້າມໄປຍັງເຂດຊາຍແດນກາຊາ ແລະໄດ້ພົບປະກັບກຸ່ມຮາມັສ ທີ່ເປັນຝ່າຍປໍລະປັກທີ່ມີຫ້ອງການ ຕັ້ງຢູ່ໃນເຂດຝັ່ງແມ່ນ້ຳຈໍແດນ ຫຼື West Bank, ກັບປະທານາທິບໍດີ ມາມູດ ອັບບັສ ໃນຄວາມພະຍາຍາມເຮັດໃຫ້ການຢຸດຍິງນັ້ນຍືນຍົງ. ອີຈິບ ໄດ້ໄກ່ເກ່ຍໃຫ້ສະຫງົບເສິກລະຫວ່າງ ອິສຣາແອລ ແລະກຸ່ມຮາມັສ ທີ່ນຳພາໂດຍພວກຫົວຮຸນແຮງປາແລັສໄຕນ໌.

ຢູ່ທີ່ອົງການສະຫະປະຊາຊາດ ບັນດາສະມາຊິກສະພາຄວາມໝັ້ນຄົງໄດ້ສະແດງ ຄວາມຍິນດີນຳການຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມັສ ໂດຍຮຽກ ຮ້ອງຄືນໃໝ່ເພື່ອໃຫ້ບັນລຸສັນຕິພາບຢ່າງຮອບດ້ານ “ບົນພື້ນຖານຕາມວິໄສທັດຂອງພູມິພາກບ່ອນທີ່ທັງສອງປະເທດປະຊາທິປະໄຕ ອິສຣາແອລ ແລະປາແລັສໄຕນ໌ ອາໄສຢູ່ຄຽງຂ້າງກັນ ໃນຄວາມສະຫງົບສຸກ ໂດຍມີເຂດແດນທີ່ປອດໄພ ແລະຍອມຮັບນຳກັນ” ໃນຖະແຫລງການສະບັບທ້າຍສັບປະດາຜ່ານມານີ້.

ບັນດານັກຊ່ຽວຊານບາງສ່ວນ ໄດ້ກ່າວວ່າ ການຢຸດຍິງດັ່ງກ່າວ ຈະບໍ່ແກ້ໄຂບັນຫາທັງຫຼາຍໃນໄລຍະຍາວ ທີ່ໄດ້ຂັດຂວາງຕໍ່ການແກ້ໄຂບັນຫາຂັດແຍ້ງທີ່ແກ່ຍາວມາໄດ້ຫຼາຍທົດສະວັດແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG