ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ສະແດງໃຫ້ເຫັນຄວາມໝັ້ນໝາຍຂອງສະຫະລັດ ຕໍ່ອາຟຣິກາ ທ່າມກາງວິດກິດການອື່ນໆໃນໂລກ


Blinken Demonstrates US Commitment to Africa Amid Other World Crises
please wait

No media source currently available

0:00 0:02:07 0:00

ວີດີໂອກ່ຽວກັບລາຍງານ ທ່ານບລິງເກັນ ສະແດງໃຫ້ເຫັນຄວາມໝັ້ນໝາຍຂອງສະຫະລັດ ຕໍ່ອາຟຣິກາ ທ່າມກາງວິດກິດການອື່ນໆໃນໂລກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ກຳລັງຈັດການເຈລະຈາໃນວັນອັງຄານ ແລະວັນພຸດຜ່ານມານີ້ ຢູ່ໄນຈີເຣຍ, ຊຶ່ງເປັນປະເທດທີ່ໃຫຍ່ສຸດໂດຍຈຳນວນປະຊາກອນ ແລະເສດຖະກິດ ໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ. ການຢ້ຽມຢາມຂອງທ່ານຢູ່ທະວີບແຫ່ງນີ້ ມີຂຶ້ນທ່າມກາງຄວາມເປັນຫ່ວງຫຼາຍຢ່າງກ່ຽວກັບສະຖຽນລະພາບ ໃນຂົງເຂດຊາແຮລຂອງອາຟຣິກາຕາເວັນຕົກ ຫຼັງຈາກເກີດການກໍ່ລັດຖະປະຫານ ຢູ່ໃນມາລີ, ເບີກີນາ ຟາໂຊ, ກີເນຍ ແລະໄນເຈີ ນັບຕັ້ງແຕ່ປີ 2020. ຊິນດີ ເຊນ ນັກຂ່າວອະວຸໂສ ດ້ານການທູດຂອງວີໂອເອ ມີລາຍງານ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານລັດຖະມົນຕີການຕ່າງປະເທດ ແອນໂຕນີ ບລິງເກັນ ໄດ້ພົບປະກັບປະທາ ນາທິບໍດີຂອງໄນຈີເຣຍ ທ່ານໂບລາ ທີນູບູ ໃນວັນອັງຄານຜ່ານມານີ້ ແລະໄດ້ຍົກຍ້ອງການນຳພາປະເທດຂອງທ່ານ ແຕ່ໄດ້ກ່າວວ່າ ມັນບໍ່ແມ່ນຄວາມລັບທີ່ວ່າ ມີຄວາມທ້າທາຍຫຼາຍຢ່າງ ທີ່ຕ້ອງໄດ້ຮັບການແກ້ໄຂເພື່ອທີ່ຈະປົດລັອກທ່າແຮງຂອງອາຟຣິກາໃນລະບອບປະຊາທິປະໄຕທີ່ໃຫຍ່ສຸດ ໄດ້ຢ່າງເຕັມສ່ວນ.

ທ່ານແອນໂຕນີ ບລິງເກັນ ລັດຖະມົນຕີການຕ່າງປະເທດ ເວົ້າວ່າ “ການຮັບມືກັບເລື້ອງການສໍ້ລາດບັງຫຼວງ ເຮັດໃຫ້ມັນງ່າຍຂຶ້ນ ສຳລັບບໍລິສັດທັງຫຼາຍຂອງຕ່າງປະເທດ ທີ່ຈະສົ່ງທຶນກັບຄືນມາ-ສິ່ງທັງໝົດເຫຼົ່ານີ້ ຈະດຶງການຫັນປ່ຽນເຂົ້າມາໃນທິດທາງຂອງປະເທດ ແລະດຶງການລົງທຶນເຂົ້າມາເພື່ອໃຫ້ເກີດການປ່ຽນ ແປງໂດຍກົງ. ຂ້າພະເຈົ້າຮູ້ວ່າ ປະທານາທິບໍດີ ທີນູບູ ໄດ້ສຸມໃສ່ຄວາມທ້າທ້າຍທັງຫຼາຍເຫຼົ່ານີ້ ແລະພວກເຮົາຍັງຍິນດີນຳການປະຕິຮູບດ້ານເສດຖະກິດທີ່ໜັກແໜ້ນຂອງທ່ານ ເພື່ອລວບລວມສະກຸນເງິນແລະເງິນອຸດໜຸນສຳລັບນ້ຳມັນເຊື້ອໄຟເຂົ້າກັນ.”

ທ່ານບລິງເກັນ ໄດ້ກ່າວວ່າ ທ່ານໄດ້ປຶກສາຫາລືເລື້ອງການກໍ່ລັດຖະປະຫານໃນເດືອນກໍລະກົດໂດຍຄະນະທະຫານໃນປະເທດເພື່ອນບ້ານ ໄນເຈີ.

ທ່ານບລິງເກັນ ເວົ້າວ່າ “ພວກເຮົາຍັງໄດ້ປຶກສາຫາລື ຄວາມທ້າທາຍຕໍ່ປະຊາທິ ປະໄຕແລະຄວາມໝັ້ນຄົງໃນອາຟຣິກາຕາເວັນຕົກ. ພວກເຮົາຂອບອົກຂອບໃຈຢ່າງຍິ່ງຕໍ່ການນຳພາຂອງໄນຈີເຣຍ ໃນກຸ່ມ ECOWAS ເພື່ອພະຍາຍາມແລະ ນຳເອົາຄວາມເປັນລະບຽບຮຽບຮ້ອຍທາງດ້ານລັດຖະທຳມະນູນ ແລະປະຊາທິ ປະໄຕກັບຄືນມາສູ່ໄນເຈີ, ຫຼັງຈາກທີ່ໄດ້ຖືກລົບກວນ.”

ທ່ານບລິງເກັນ ໄດ້ເດີນທາງໄປຍັງໄນຈີເຣຍ ຈາກກົດດີວົວ ບ່ອນທີ່ທ່ານໄດ້ພົບປະກັບປະທານາທິບໍດີ ຂອງກົດດີວົວ ທ່ານອາລາສຊານ ອວດຕາຣາ ແລະໄດ້ປຶກສາຫາລືກັນກ່ຽວກັບຄວາມທ້າທ້າຍຕ່າງໆດ້ານຄວາມໝັ້ນຄົງໃນຂົງເຂດ.

ທ່ານບລິງເກັນເວົ້າວ່າ “ພວກເຮົາຂອບອົກຂອບໃຈ ໂດຍສະເພາະ ການນຳພາທີ່ໄດ້ສະແດງໃຫ້ເຫັນເຖິງການຕໍ່ຕ້ານລັດທິຫົວຮຸນແຮງ ແລະຄວາມຮຸນແຮງໂດຍກົດດີວົວ.”

ທ່ານບລິງເກັນໄດ້ກ່າວອີກວ່າ ຄັ້ງນີ້ເປັນການເດີນທາງມາໄນຈີເຣຍ ເປັນຄັ້ງທີສາມ ໃນຖານະເປັນນັກການທູດຂັ້ນສູງຂອງສະຫະລັດ ລວມທັງການຢ້ຽມຢາມແບບທາງໄກ ໃນລະຫວ່າງຫຼາຍມື້ຂອງໂຣກລະບາດໂຄວິດ-19 ກ່ອນໜ້ານີ້. ນັກຊ່ຽວຊານຄົນນຶ່ງ ໄດ້ກ່າວຕໍ່ວີໂອເອ ວ່າ ຄວາມໝັ້ນໝາຍດ້ານການທູດຂອງລັດຖະບານທ່ານໄບເດັນ ຕໍ່ອາຟຣິກາ ແມ່ນໂດດເດັ່ນຫຼາຍ.

ທ່ານແທຣີ ແມັກຄູລລີ ທີ່ປຶກສາອະວຸໂສຢູ່ສະຖາບັນດ້ານສັນຕິພາບຂອງສະຫະລັດ ແລະເປັນອະດີດເອກອັກຄະລັດຖະທູດສະຫະລັດປະຈຳກົດດີວົວ ກ່າວຕໍ່ວີໂອເອ ວ່າ “ທ່ານຮູ້ດີ ຂ້າພະເຈົ້າເຄີຍເຮັດວຽກຢູ່ໃນ ແລະກ່ຽວກັບອາຟຣິກາ ຕັ້ງແຕ່ປີ 1985. ແລະຂ້າພະເຈົ້າບໍ່ເຄີຍເຫັນການເອົາໃຈໃສ່ຕໍ່ທະວີບແຫ່ງນີ້ ໂດຍລັດຖະບານສະຫະລັດ ຫຼາຍປານນີ້ແທ້ໆໃດ, ຊຶ່ງຂ້າພະເຈົ້າຄຶດວ່າ ເປັນເລື້ອງທີ່ດີຫຼາຍ ເປັນສັນຍານຂອງການພົວພັນທີ່ດີຍິ່ງ.”

ໃນວັນຈັນຜ່ານມານີ້ ທ່ານບລິງເກັນ ໄດ້ເລີ້ມອອກເດີນທາງດ້ວຍການຢຸດແວ່ ປະເທດເກາະ ເຄປ ເວີດີ (Cape Verde) ໃນເຂດອາຟຣິກາຕາເວັນຕົກ ທີ່ເປັນຄູ່ພາຄີຂອງສະຫະລັດມາຍາວນານ.

U.S. Secretary of State Antony Blinken is holding talks Tuesday and Wednesday in Nigeria, the largest country by population and economy in sub-Saharan Africa. His visit to the continent comes amid concerns about stability in the Sahel sub-region of West Africa following several coups in Mali, Burkina Faso, Guinea and Niger since 2020. VOA's senior diplomatic correspondent Cindy Saine reports.

Secretary of State Antony Blinken met with Nigerian President Bola Tinubu on Tuesday and praised his leadership but said it is no secret that there are challenges that need to be overcome to unlock the full potential of Africa’s largest democracy.

((Antony Blinken, Secretary of State))

“Tackling corruption, making it easier for foreign companies to repatriate capital — these will all pull in a transformative direction and pull in transformative direct investment. I know that President Tinubu is focused on these challenges, and we also welcome his very bold economic reforms to unify the currency and fuel subsidies.”

Blinken said he had discussed the July coup by a military junta in neighboring Niger.

((Antony Blinken, Secretary of State))

“We also discussed challenges to democracy and security in West Africa. We very much appreciate Nigeria's leadership in ECOWAS to try and move to a return of the constitutional order and democracy in Niger, after it's been disrupted.”

Blinken traveled to Nigeria from the Ivory Coast where he met with Ivorian President Alassane Ouattara and discussed regional security challenges.

((Antony Blinken, Secretary of State))

“We appreciate, particularly, the leadership shown by Cote d’Ivoire in countering extremism and violence."

Blinken said this is his third trip to Nigeria as the top U.S. diplomat, including a virtual visit during the early days of the COVID-19 pandemic. One expert told VOA the Biden administration’s diplomatic commitment to Africa is remarkable.

((Terry McCulley, US Institute of Peace))

“You know, I've been working in and on Africa since 1985. And I've really never seen so much attention by the U.S. government to the continent, which I think is a great, great sign of U.S. engagement.”

On Monday, Blinken launched the trip with a stopover in Cape Verde a long-standing partner of the United States.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG