ໃນນະຄອນຫຼວງ ນິວ ເດລີ, ປະເທດ ອິນເດຍ, ບັນດາເຈົ້າໜ້າທີ່ໄດ້ປະກາດພາວະສຸກເສີນດ້ານສຸຂະອະນາໄມໃນເດືອນນີ້ ໃນຂະນະທີ່ລະດັບມົນລະພິດໃນອາກາດໄດ້ເພີ່ມຂຶ້ນເຖິງລະດັບທີ່ອັນຕະລາຍ, ເປັນບັນຫານຶ່ງທີ່ນະຄອນຫຼວງດັ່ງກ່າວໄດ້ຕໍ່ສູ້ໃນຊຸມເດືອນຂອງລະດູໜາວ ເມື່ອລົມທີ່ພັດຢູ່ບ່ອນເກົ່າ ແລະ ອຸຫະພູມທີ່ເຢັນຂຶ້ນ ໄດ້ກັກອາກາດທີ່ເປັນພິດຢູ່ເທິງຕົວເມືອງນັ້ນ. ບັນດາແພດໝໍໄດ້ເຕືອນວ່າ ອາກາດທີ່ເປີເປື້ອນແມ່ນກຳລັງກໍ່ໃຫ້ເກີດຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບຂອງຜູ້ອາໄສຢູ່ໃນທ້ອງຖິ່ນ 20 ລ້ານຄົນ. ນັກຂ່າວວີໂອເອ ອານຈະນາ ປາສຣິຈາ ມີລາຍງານກ່ຽວກັບເລື່ອງນີ້ຈາກນະຄອນຫຼວງຂອງ ອິນເດຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອສະຖານທີ່ໆສຳຄັນ ແລະ ຕຶກຕ່າງໆຂອງນະຄອນຫຼວງ ນິວ ເດລີ ໄດ້ຫາຍໄປຢູ່ເບື້ອງຫຼັງຂອງຄວັນພິດສີຂີ້ເຖົ່ານັ້ນ, ທ່ານນາງ ນານດີນີ ກູຮາ ໄດ້ເດີນທາງອອກໄປຈາກເມືອງດັ່ງກ່າວເປັນເວລາສອງສາມອາທິດ. ພຽງບໍ່ເທົ່າໃດວັນທີ່ຜ່ານມາ ທີ່ຜົນກວດກາສຸຂະພາບໄດ້ສະແດງໃຫ້ເຫັນວ່າ ຜູ້ອາໄສຢູ່ໃນເມືອງດັ່ງກ່າວເປັນເວລາດົນນານນັ້ນ ໄດ້ເປັນໂຣກຫອບຫືດຮຸນແຮງຂຶ້ນ.
ທ່ານນາງ ນານດີນີ ກູຮາ, ອະດີດອາຈານສອນມະຫາວິທະຍາໄລ ໄດ້ກ່າວວ່າ “ຂ້າພະເຈົ້າຕ້ອງໄດ້ໃຊ້ເຄື່ອງຊ່ອຍຫາຍໃຈ ແລະ ຢາສີດດັງແລ້ວ. ສະນັ້ນຂ້າພະເຈົ້າບໍ່ຢາກເປັນໄຂ້ແຮງຫຼາຍ ຈົນຕ້ອງໄດ້ເຂົ້າໂຮງໝໍ.”
ທ່ານນາງ ກູຮາ ໄດ້ສັງເກດເບິ່ງບັນດາແພດໝໍ ຜູ້ທີ່ໄດ້ໃຫ້ຄຳແນະນຳຄົນທີ່ສາມາດອອກຈາກນະຄອນຫຼວງ ນິວ ເດລີ ໃນລະດູໜາວ ເມື່ອເມືອງດັ່ງກ່າວຕິດຄ້າງຢູ່ໃນໝອກພິດນັ້ນ.
ດຣ. ເອີວິນ ຄູມາ, ປະທານ ສູນກາງເພື່ອການຜ່າຕັດໜ້າເອິກ, ທີ່ໂຮງໝໍ ທ່ານ ກັງກາ ຣາມ ໄດ້ກ່າວວ່າ “ການບໍ່ສາມາດຫາຍໃຈໄດ້, ການໂຈມຕີຢ່າງກະທັນຫັນຂອງໂຣກຫືດ, ໂຣກປອດບວມກະທັນຫັນໃນໝູ່ເດັນນ້ອຍ ແລະ ຜູ້ເຖົ້າຜູ້ແກ່, ສາມຢ່າງນີ້ແມ່ນຜົນກະທົບໂດຍກົງທີ່ພວກເຮົາເຫັນ.”
ຜົນກະທົບທີ່ຕາມມາໃນໄລຍະຍາມແມ່ນຮ້າຍແຮງຍິ່ງກວ່ານີ້.
ດຣ. ເອີວິນ ຄູມາ ໄດ້ກ່າວວ່າ “ໃນຄວາມຄິດຂອງຂ້າພະເຈົ້າ ມັນບໍ່ມີຜູ້ສູບຢາທີ່ແທ້ຈິງໃນບັນດາເມືອງທີ່ມີມົນລະພິດນັ້ນ ເພາະວ່າ ບໍ່ວ່າເຈົ້າຈະສືບຫາຍໃຈເອົາຄວັນຂອງມົນລະພິດ ຫຼື ເຈົ້າຈະຫາຍໃຈເອົາຄວັນຢາສູບນັ້ນ, ຜົນກະທົບໃນລະບົບຂອງພວກເຮົາຈະແມ່ນອັນດຽວກັນ. ທັງສອງຢ່າງຈະນຳໄປສູ່ກໍລະນີຂອງໂຣກປອດ ລວມທັງມະເຮັງປອດ.”
ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນໝອກຄວັນນັ້ນ, ລົດເກືອບເຄິ່ງນຶ່ງຂອງເມືອງດັ່ງກ່າວ ແມ່ນໄດ້ຖືກຫ້າມບໍ່ໃຫ້ແລ່ນຖະໜົນເປັນເວລາ 12 ມື້ ໂດຍການອະນຸຍາດໃຫ້ລົດທີ່ມີທະບຽນເລກຄູ່ ແລະ ເລກຄີກອອກມາໃນວັນທີ່ຕ່າງກັນ.
ບັນດານັກຊ່ຽວຊານດ້ານສິ່ງແວດລ້ອມກ່າວວ່າ ເພື່ອທີ່ຈະອະນາໄມອາກາດຂອງເຂົາເຈົ້ານັ້ນ ນິວ ເດລີ ຕ້ອງມີມາດຕະການທີ່ຖາວອນເພື່ອຫຼຸດຜ່ອນການຕິດຄ້າງຂອງລົດເກືອບ 9 ລ້ານຄັນໃນຖະໜົນຂອງເຂົາເຈົ້າ ໂດຍການເພີ່ມການຂົນສົ່ງສາທາລະນະ.
ທ່ານ ອານູມີຕາ ຣອຍຈາວດູຣີ, ຜູ້ອຳນວຍການໃຫຍ່ ສູນກາງເພື່ອວິທະຍາສາດ ແລະ ສິ່ງແວດລ້ອມ ໃນນະຄອນຫຼວງ ນິວ ເດລີ ໄດ້ກ່າວວ່າ “ພາກສ່ວນການຂົນສົ່ງຈະຕ້ອງມີມາດຕະການໃໝ່ ເພາະວ່າການອາໄສຍານພາຫະນະສ່ວນຕົວ ໄດ້ຂະຫຍາຍຂຶ້ນເປັນລະດັບນັ້ນ ແລະ ຂໍ້ມູນໃນ ນິວ ເດລີ ໄດ້ສະແດງໃຫ້ເຫັນວ່າ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ການປ່ອຍຄວັນພິດຈາກພາກສ່ວນການຂົນສົ່ງເທົ່ານັ້ນ ແມ່ນໄດ້ເພີ່ມຂຶ້ນເປັນ 40 ເປີເຊັນ.”
ການດຳເນີນການດັ່ງກ່າວຈະບໍ່ເກີດຂຶ້ນໃນໄວໆນີ້. ສະນັ້ນບັນດາແພດໝໍຈຶ່ງໄດ້ເພັ່ງເລັງໃສ່ການເຮັດໃຫ້ຄົນຮູ້ສຶກ ກ່ຽວກັບ ສິ່ງທີ່ເຮັດໃຫ້ເປັນຄວັນພິດທີ່ອັນຕະລາຍສຸດໃນອາກາດຂອງນະຄອນຫຼວງ ນິວ ເດລີ, ຄືອະນຸພາກນ້ອຍໆທີ່ຮູ້ຈັກດັ່ງກັບ PM 2.5.
ດຣ. ເອີວິນ ຄູມາ ກ່າວວ່າ “ມັນບໍ່ມີເຫດຜົນທີ່ຈະລົມກັບປະຊາຊົນ ກ່ຽວກັບ ຕົວເລກ. ຖ້າເຈົ້າສາມາດບອກເຂົາເຈົ້າ PM ແມ່ນ 400, PM ແມ່ນ 450, ມັນບໍ່ຄ່ອຍເຊື່ອມໂຍງກັນປານໃດ. ແຕ່ຖ້າເຈົ້າບອກເຂົາເຈົ້າວ່າ ເດັກຍິງທີ່ບໍ່ສູບຢາ ອາຍຸ 28 ປີ ໃນນະຄອນຫຼວງ ເດລີ ເປັນມະເຮັງປອດ, ແລະ ນັ້ນກໍຄົງຈະເປັນຍ້ອນຜົນກະທົບຈາກຄວັນພິດໃນອາກາດ, ແລ້ວໃນທັນທີທັນໃດນັ້ນຄົນກໍຈະຕື່ນ ແລະ ໃຫ້ຄວາມເອົາໃຈໃສ່. ສະນັ້ນພວກເຮົາຢາກໃຊ້ຂໍ້ຄວາມດ້ານສຸຂະພາບ ເປັນວິທີການສະແດງເຖິງຄວາມຮູ້ສຶກ ກ່ຽວກັບ ຄວາມຮີບດ່ວນຕໍ່ປະຊາຊົນ.
ຍ້ອນແນວນັ້ນເດັກນ້ອຍຫຼາຍຄົນ, ຄືເດັກອາຍຸ 4 ປີຄົນນີ້, ການຕິດຕັ້ງຊິງຊ້າໃນຮົ່ມແມ່ນໄດ້ມາທົດແທນອັນທີ່ຕັ້ງຢູ່ໃນສວນສາທາລະນະຕ່າງໆ.
ທ່ານນາງ ຊຸດາ ມາວາ ຜູ້ເປັນແມ່ເຖົ້າກ່າວວ່າ “ສິ່ງທີ່ເຮົາເຮັດໄດ້ຫຼາຍທີ່ສຸດກໍແມ່ນພາລາວໄປຫຼິ້ນໃນຫ້າງຊັບພະສິນຄ້າບາງແຫ່ງ ຢູ່ບໍລິເວນຂອງຫຼິ້ນນັ້ນ. ແຕ່ພວກເຮົາບໍ່ຢາກໃຫ້ລາວຖືກອາກາດຢູ່ຂ້າງນອກ.”
ບາງຄົນຍັງສ່ຽງອອກໄປກາງໝອກຄວັນທີ່ໜາແໜ້ນ ເພື່ອມ່ວນຊື່ນໃນວັນພັກ.