ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງຜິວດໍາ ກ້າວຂຶ້ນໄປມີບົດບາດ ໃນການນໍາພາຫລາຍປະເທດ ແລະອົງການລະດັບໂລກ


Black Women Advance to Leadership Roles
please wait

No media source currently available

0:00 0:05:04 0:00

ແມ່ຍິງຜິວດໍາກ້າວຂຶ້ນໄປມີບົດບາດ ໃນການນໍາພາຂັ້ນສູງ ນັບແຕ່ການເປັນປະທານາທິບໍດີຜູ້ຍິງຄົນໃໝ່ຫລ້າສຸດຂອງທະວີບອາຟຣິກາ ໄປຈົນເຖິງການດຳລົງຕຳແໜ່ງສູງອັນດັບສອງຂອງອາເມຣິກາ, ຮອດການນຳພາອົງການການຄ້າໂລກ.

ນັບແຕ່ການເປັນປະທານາທິບໍດີຜູ້ຍິງຄົນໃໝ່ຫລ້າສຸດຂອງທະວີບອາຟຣິກາ ໄປຈົນເຖິງການດຳລົງຕຳແໜ່ງສູງອັນດັບສອງຂອງອາເມຣິກາ, ຮອດການນຳພາອົງການການຄ້າໂລກ, ແມ່ຍິງຜິວດຳ ກຳລັງທັບມ້າງອຸປະສັກໃນຫຼາຍໆດ້ານ. Mariama Diallo ມີລາຍງານກ່ຽວກັບການສ້າງປະຫວັດສາດ ເມື່ອມໍ່ໆ ມານີ້ ແລະໃນອະດີດຜ່ານມາໃນຂະນະທີ່ໂລກສະເຫຼີມສະຫຼອງຜົນສຳເລັດຂອງແມ່ຍິງ ໃນເດືອນມີນານີ້ ຊຶ່ງບົວສະຫວັນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ມັນເປັນປີແຫ່ງການສ້າງປະຫວັດສາດສຳລັບແມ່ຍິງຜິວດໍາ.
ຮອງປະທານາທິບໍດີແທນຊາເນຍ (Tanzania), ທ່ານນາງຊາເມຍ ຊູລູຮູ ຮາຊຊານ (Samia Suluhu Hassan) ໄດ້ກາຍເປັນປະທານາທິບໍດີແມ່ຍິງຜິວດໍາ ຄົນທຳອິດຂອງປະເທດ ໃນວັນທີ 19 ມີນາຜ່ານມາ, ອີງຕາມລັດຖະທຳມະນູນຫຼັງຈາກການເສຍຊີວິດຂອງທ່ານ ຈອນ ມາກູຟູລີ (John Magufuli) ຜູ້ນຳປະ ເທດກ່ອນກໍານົດ ໃນການດໍາລົງຕໍາແໜ່ງ ເປັນປະທານາທິບໍດີຂອງສະໄໝທີ 2 ຂອງເພິ່ນທີ່ຈະສິ້ນສຸດລົງໃນປີ 2025 ນັ້ນ.

ປະຊາຊົນບາງຄົນກ່າວວ່າ ພວກເຂົາມີຄວາມຫວັງໃນແງ່ດີ. ທ່ານນາງ ໂມແດັສເຕີ ແຮນດໍບາ (Modester Handomba) - ຜູ້ທີ່ອາໄສຢູ່ໃນເມືອງດາເອສ ຊາລາມ (Dar es Salaam), ກ່າວເປັນພາສາສວາຮີລີວ່າ:
"ຂ້ອຍຮູ້ສຶກດີໃຈຫຼາຍທີ່ພວກເຮົາມີປະທານາທິບໍດີເປັນຜູ້ຍິງດຽວນີ້. ທ່ານນາງຈະຊ່ວຍສະໜັບສະໜູນ ແລະສ້າງຄວາມເຂັ້ມແຂງ ໃຫ້ພວກເຮົາ ໃນບາງທຸລະກິດຂອງພວກເຮົາ, ໂດຍສະເພາະ ແມ່ນເຈົ້າຂອງທຸລະກິດ ເພື່ອໃຫ້ພວກເຮົາ ຂະ ຫຍາຍໂຕຂຶ້ນ."

ໃນຊຸມປີມໍ່ໆມານີ້, ແມ່ຍິງອາຟຣິກາຄົນອື່ນໆ ໄດ້ຂຶ້ນຄອງຕຳແໜ່ງສູງສຸດຫລາຍ ຄົນ.

ທ່ານໂມຮໍາເມດ ຊາລຽວ ຄາມາຣາ (Mohamed Saliou Camara) ຈາກພະແນກສຶກສາກ່ຽວກັບທະວີບອາຟຣິກາ, ທີ່ມະຫາວິທະຍາໄລຮົວຫວາດ (Howard) ກ່າວວ່າ:
“ປັດຈຸບັນ, ອາຟຣິກາມີແມ່ຍິງ 22 ຄົນ ທີ່ເປັນປະມຸກລັດ ຫລືຫົວໜ້າໃນລັດຖະບານ, ໝາຍຄວາມວ່າເປັນປະທານາທິບໍດີ ຫຼືນາຍົກລັດຖະມົນຕີ, ບໍ່ວ່າຈະເປັນການຮັກສາການຊົ່ວຄາວ ຫຼືການຮັກສາການແທນ ຫຼືໄດ້ຮັບການເລືອກຕັ້ງຢ່າງເຕັມສ່ວນທີ່ມາຈາກ 15 ປະເທດໃນນອາຟຣິກາ."

ໃນຫລາຍໆຄົ້ນນັ້ນ ປະກອບມີປະທານາທິບໍດີໄລເບີເຣຍ, ທ່ານນາງ ເອເລນ ຈອນສັນ ເຊລີຟ (Ellen Johnson Sirleaf), ທ່ານນາງ ຈອຍຢໍ ແບນດາ (Joyaw Banda) ຂອງມາລາວີ, ທ່ານນາງ ຊາເລ-ເວີກ ຊີວເດ (Sahle-Work Zewde) ຂອງເອທິໂອເປຍ, ທ່ານນາງ ແຄັດເທີຣິນ ຊາມບາ ແພນຊາ (Catherine Samba Panza) ຂອງປະເທດສາທາລະນະລັດອາຟຣິກາກາງ.

ເຊເນການເຄີຍມີນາຍົກລັດຖະມົນຕີຍິງສອງຄົນ ແລະປະເທດອື່ນໆໃນອາຟຣິກາມີ ເຄີຍມີຮອງປະທານາທິບໍດີແມ່ຍິງຫລາຍຄົນ, ເຊິ່ງລວມທັງປະເທດແກມເບຍ, ແຊມເບຍ ແລະ ແທນຊາເນຍ.

ພ້ອມກັນນັ້ນ ໃນການສ້າງປະຫວັດສາດໃນປີ 2021 ນີ້ ... ກໍຄືນັກເສດຖະ ສາດແລະອະດີດລັດຖະມົນຕີຂອງລັດຖະບານໄນຈີເຣຍ, ທ່ານນາງ ໂກຊີ ໂອຄອນໂຈ-ໄອເວຍລາ (Ngozi Okonjo-Iweala).

ໃນວັນທີ 1 ມີນາ, ທ່ານນາງໄດ້ກາຍເປັນຜູ້ຍິງຄົນທຳອິດ ແລະເປັນຄົນອາຟຣິກາຜູ້ທຳອິດທີ່ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ຂອງອົງການການຄ້າໂລກ ຫລື WTO. ທ່ານນາງ ໂອຄອນໂຈ-ໄອເວຍລາ (Okonjo-Iweala) ກ່າວວ່າ ທ່ານນາງມີຄວາມຮູ້ສຶກເຖິງບຸນຄຸນ ແລະມີຄວາມພູມໃຈ ຕໍ່ບົດບາດຂອງທ່ານນາງໃນການສ້າງປະຫວັດສາດ ແລະມີແຜນທີ່ຈະໃຫ້ເຮັດມັນເກີດໝາກເກີດຜົນໄດ້ຮັບ. ທ່ານນາງ ໂອຄອນໂຈ-ໄອເວຍລາ, ຜູ້ອຳນວຍການໃຫຍ່ຂອງອົງການການຄ້າໂລກ ກ່າວວ່າ:
"ຂ້າພະເຈົ້າຢາກໃຫ້ແນ່ໃຈວ່າ ປະຊາຊົນຈື່ຈໍາໄວ້ວ່າ ທະວີບຂອງຂ້າພະເຈົ້າຜະລິດຜູ້ນຳຂອງອົງການ WTO ຄັ້ງທຳອິດທີ່ເຮັດໃຫ້ເກີດຄວາມປ່ຽນແປງໃຫ້ແຕກຕ່າງໄປ."

ເພື່ອນຍິງທີ່ມາຈາກໄນຈີເຣຍ, ທ່ານນາງ ນໂກໂຢ ໂຕໂຢະ (Nkoyo Toyo), ອະດີດສະມາຊິກສະພາ ແລະອະດີດເອກອັກຄະລັດຖະທູດປະຈຳເອທິໂອເປຍແລະ ສະຫະພາບອາຟຣິກາກ່າວວ່າ ບົດບາດຂອງທ່ານນາງ ໂອຄອນໂຈ-ໄອເວຍລາໃນຖານະທີ່ເປັນຫົວໜ້າອົງການການຄ້າໂລກແມ່ນເຮັດໃຫ້ມີຖ້ອຍຄໍາທີ່ຂັນແຂງ.

ທ່ານນາງ ນໂກໂຢ ໂຕໂຢະ (Nkoyo Toyo), ອະດີດສະມາຊິກສະພາຂອງໄນຈີເຣຍກ່າວວ່າ:
"ໃນເວລາທີ່ທ່ານເລີ່ມເປີດຊ່ອງຫວ່າງໃຫ້ແມ່ຍິງໄດ້ອອກປາກອອກສຽງ, ທ່ານກໍຍັງໄດ້ເປີດຊ່ອງຫວ່າງໃຫ້ສຽງຂອງຜູ້ຄົນອີກຫຼາຍໆຄົນ ທີ່ບໍ່ໄດ້ຮັບການພິຈາລະ ນາດັງຂຶ້ນມານໍາອີກ, ໃນແງ່ຂອງຄວາມຄິດທີ່ສຳຄັນກ່ຽວກັບວິທີທີ່ລັດທິທຶນນິຍົມແລະລະບົບຂອງລະບົບໂລກ ໄດ້ເຊື່ອງບໍ່ໃຫ້ຄົນເຫັນໄດ້ ໂດຍອີງໃສ່ຄວາມເຂົ້າ ໃຈກ່ຽວກັບຄວາມຕ້ອງການຂອງຄົນໃນສ່ວນໃດນຶ່ງ. ການລວມເອົາແມ່ຍິງເຂົ້ານໍາທີ່ວ່ານີ້ ແມ່ນບາດກ້າວໄປຂ້າງໜ້າອັນໃຫຍ່ຫຼວງ.”

ແລະໃນຕົ້ນປີນີ້, ອີກຄັ້ງນຶ່ງທີ່ມີການສ້າງປະຫວັດສາດໃນສະຫະລັດ. ທ່ານນາງ ຄາມາລາ ແຮຣີສ, ຮອງປະທານາທິບໍດີສະຫະລັດກ່າວວ່າ:

"ຂ້າພະເຈົ້າ, ຄາມາລາ ເດິວີ ແຮຣີສ (Kamala Devi Harris), ຂໍສາບານຢ່າງຈິງຈັງວ່າ ... "

ໃນເດືອນມັງກອນຜ່ານມາ, ຮອງປະທານາທິບໍດີຄາມາລາ ແຮຣີສໄດ້ກາຍເປັນຄົນອາເມຣິກັນເຊື້ອສາຍອາຟຣິກາ ແລະແມ່ຍິງຄົນທຳອິດທີ່ໄດ້ດຳລົງຕຳແໜ່ງ ເປັນຜູ້ນຳສູງອັນດັບສອງໃນສະຫະລັດ.

ທ່ານນາງໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລຮົວວາດໃນນະຄອນຫລວງວໍຊິງຕັນ, ບ່ອນທີ່ທ່ານໂມຮໍາເມດ ຊາລຽວ ຄາມາຣາ (Mohamed Saliou Camara) ເປັນຫົວໜ້າພະແນກສຶກສາກ່ຽວກັບທະວີບອາຟຣິການັ້ນ.
“ໃນທີ່ສຸດ ອາເມຣິກາໄດ້ກ້າວມາເຖິງລະດັບນີ້ໄດ້ ເຊິ່ງຮອງປະທານາທິບໍດີ ຂອງສະຫະລັດແມ່ນແມ່ຍິງຜິວດຳ. ແມ່ຍິງຜິວດຳຜູ້ທີ່ໄດ້ພິສູດໃຫ້ເຫັນດ້ວຍຕົນເອງວ່າ ຂ້ອຍມາຢືນຢູ່ຈຸດນີ້ໄດ້ ບໍ່ແມ່ນຍ້ອນວ່າຂ້ອຍເປັນຄົນຜິວດຳ, ຂ້ອຍມາຢືນຢູ່ຈຸດນີ້ໄດ້ບໍ່ແມ່ນຍ້ອນວ່າຂ້ອຍເປັນແມ່ຍິງ. ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າໂດຍຈະເວົ້າພຽງແຕ່ເປັນການໝິ່ນປະໝາດດອກ, ແຕ່ມັນຕ້ອງເວົ້າໄດ້ວ່າ ທ່ານນາງໄດ້ລົງສະໝັກແຂ່ງຂັນເປັນປະທານາທິບໍດີ ດ້ວຍສະຖານະພາບຂອງການຜູ້ສະໝັກເລືອກຕັ້ງທີ່ດີ, ແລະທ່ານນາງໄດ້ເຮັດໃຫ້ຕົນເອງໄດ້ຮັບສິດແລະໄດ້ຮັບຄວາມເຄົາລົບນັບຖືໃນການຖືກເລືອກໃຫ້ເປັນໃຫ້ເປັນຄູ່ຮ່ວມລົງແຂ່ງຂັນຜູ້ທີ່ຖືກແຕ່ງຕັ້ງໃຫ້ລົງສະໝັກປະທານາທິບໍດີຈາກພັກເດໂມແຄຣັດ.”

ທ່ານນາງແຮຣີສ ແມ່ນລູກສາວຂອງແມ່ຄົນອິນເດຍ ແລະພໍ່ຄົນເຈໄມກາ.

ທ່ານຄາມາຣາກ່າວເພີ້ມອີກວ່າ:
"ມັນເໜືອກວ່າການເປັນຊາວອາເມຣິກາເຊື້ອສາຍອາຟຣິການັ້ນອີກ, ມັນຍັງກ້າວເຂົ້າໄປຫາຊາວອາເມຣິກັນເຊື້ອສາຍເອເຊຍ, ມັນເຂົ້າໄປໃນຊາວອາເມຣິກັນເຊື້ອສາຍມາຈາກເຂດທະເລຄາຣິບຽນອີກ, ຂ້ອຍເຊື່ອວ່າຮອງປະທານາທິບໍດີ ແຮຣີສ ເປັນຕົວແທນຂອງຂົງເຂດມະຫາສະໝຸດປາຊິກຟິກແລະອາຟຣິກາ ຫລື Panafrican ແລະເອກະລັກສ່ວນຕົວຂອງຊາວອາຟຣິກາລະດັບໂລກ. ແລະຂ້ອຍຄິດວ່າມັນບໍ່ພຽງແຕ່ເປັນການເປີດປະຕູເທົ່ານັ້ນ ແຕ່ເປັນປະຕູໂຂງໃຫຍ່ສຳລັບແມ່ຍິງຜິວດຳ, ເດັກຍິງຜິວດຳເທົ່ານັ້ນແຕ່ຍັງສໍາລັບແມ່ຍິງເອເຊຍ, ເດັກຍິງເອເຊຍອີກດ້ວຍ.”

ແຕ່ທ່ານຄາມາຣາກໍກ່າວວ່າ ສິ່ງທ້າທາຍຍັງມີຫລາຍຢູ່ໃນຂະນະທີ່ບາງປະເທດໄດ້ແຕ່ງຕັ້ງຜູ້ຍິງໃຫ້ກໍາຕຳແໜ່ງສູງສຸດ ທີ່ມີອິດທິພົນໃນລະດັບນຶ່ງ ແຕ່ບໍ່ແມ່ນມີອຳນາດຢ່າງແທ້ຈິງ.

ອ່ານຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້:

From being Africa’s newest female president, to holding the second highest office in America, to leading the World Trade Organization, Black women are breaking barriers in various fields. Mariama Diallo reports on recent and past history-making moments as the world celebrates women’s achievements in March.

It’s been a history-making year for Black women.

Tanzania’s Vice-President Samia Suluhu Hassan became the country’s first female president on March 19th according to the constitution after the untimely death of its leader John Magufuli, whose second term was to end in 2025.

Some residents say they are optimistic.

Modester Handomba - Resident, Dar es Salaam, in Swahili, female:

"I feel so happy that we have a female president right now. She will help support and empower us in some of our businesses, especially business owners so that we can grow."

In recent years, other African women have climbed to top positions.

Mohamed Saliou Camara - African Studies Department, Howard University:
“As of now, Africa has had 22 women heads of state or heads of government, meaning president or prime ministers, whether it’s interim or acting or fully elected coming from 15 African countries.”

This includes Liberian President Ellen Johnson Sirleaf, Malawi’s Joyce Banda, Ethiopia’s Sahle-Work Zewde, the Central African Republic’s Catherine Samba Panza among others.

Senegal has had two female prime ministers and other African countries have had female vice presidents, including Gambia, Zambia and Tanzania.

Also making history in 2021 … economist and former Nigerian government minister Ngozi Okonjo-Iweala.

On March 1 she became the first woman and the first African to hold the position of director-general at the World Trade Organization.

Okonjo-Iweala said she is humbled and proud of her history-making role and plans to deliver results.

Ngozi Okonjo-Iweala – Director-General, World Trade Organization:
“I want to make sure that people remember my continent producing the first leader of the WTO that made a difference.”

Fellow Nigerian Nkoyo Toyo, a former member of parliament and former ambassador to Ethiopia and the African Union, says Okonjo-Iweala's role as WTO leader makes a strong statement.

Nkoyo Toyo, Former Nigerian Lawmaker:
“When you start opening up the room to the voices of women, you’re also opening the room to the voices of many other people who are not being taken on board, in terms of mainstream thoughts around how capitalism and how the systems of the world have been blind based on the understanding of the needs of certain parts. This inclusion is a huge step forward.”

And earlier this year, another history-making moment in the United States.

Kamala Harris – U.S. Vice President:
“I, Kamala Devi Harris, do solemnly swear…”

In January, Vice President Kamala Harris became the first African American and first woman to hold the second-highest office in the US.

She attended Howard University in Washington, where Mohamed Saliou Camara leads the African Studies Department:
“America has finally reached this level where the VP of the U.S. is a Black woman. A Black woman who has also proven herself that I am not here just because I am Black, I am not here just because I am a woman. I don’t mean by just in a demeaning way, but it is to say she ran for president with a good stage of candidates, and she earned her own right and respect to be picked as the running mate of the Democratic nominee.”

Harris is the daughter of an Indian mother and Jamaican father.

Mohamed Saliou Camara - African Studies Department, Howard University
“It goes beyond African American, it goes into Asian American, it goes into Caribbean American // I believe VP Harris represents the true Panafrican and global African identity. And I think it opens not just a door but a gate for Black women, Black girls but also Asian women, Asian girls.”

But Camara says challenges remain as some countries appoint women to top positions that come with some influence, but no real power.

XS
SM
MD
LG