ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມະຫາເສດຖີພັນລ້ານ ເບໂຊສ ກັບຄືນສູ່ໂລກ ຫຼັງຈາກໄດ້ສຳເລັດ ໃນການເດີນທາງ ຂຶ້ນສູ່ວົງໂຄຈອນ ລະດັບຕ່ຳ


ມະຫາເສດຖີ ທຸລະກິດ ທ່ານແຈຟ ເບໂຊສ ແລະແມ່ຍິງນັກບິນຄົນທຳອິດ ທ່ານນາງວາລລີ ຟັງ ກຳລັງອອກຈາກຍານອະວະກາດ ຢູ່ເມືອງແວນ ຮອນ ລັດເທັnຊັສ ວັນທີ 20 ກໍລະກົດ 2021.
ມະຫາເສດຖີ ທຸລະກິດ ທ່ານແຈຟ ເບໂຊສ ແລະແມ່ຍິງນັກບິນຄົນທຳອິດ ທ່ານນາງວາລລີ ຟັງ ກຳລັງອອກຈາກຍານອະວະກາດ ຢູ່ເມືອງແວນ ຮອນ ລັດເທັnຊັສ ວັນທີ 20 ກໍລະກົດ 2021.

ມະຫາເສດຖີ ແຈຟ ເບໂຊສ ກັບຄືນມາໂລກມະນຸດຢ່າງປອດໄພໃນວັນອັງຄານວານນີ້
ຫຼັງຈາກຍານອະວະກາດບລູ ອໍຣີຈີນ ນິວເຊເຟີດ ໄດ້ຖືກສົ່ງໃຫ້ຂຶ້ນໄປຢູ່ໃນວົງໂຄຈອນ
ລະດັບຕ່ຳ ເປັນເວລາ 10 ນາທີ.

ທ່ານເບໂຊສ ກ່າວຫຼັງຈາກຍານອະວະກາດ ໄດ້ລົງມາເຖິງພື້ນດິນ ໃກ້ກັບເມືອງແວນ
ຮອນ (Van Horn) ໃນລັດເທັກຊັສ ໂດຍເວົ້າວ່າ “ເປັນມື້ທີ່ດີເລີດບໍ່ເຄີຍ ມີມາກ່ອນ.”

ຍານອະວະກາດ ໄດ້ໃສ່ຊື່ເປັນກຽດໃຫ້ແກ່ ທ່ານອາລັນ ເຊເຟີດ ຄົນອາເມຣິກັນຜູ້ທຳອິດ
ທີ່ໄດ້ຖືກສົ່ງຂຶ້ນສູ່ອະວະກາດ.

ຜູ້ຊາຍທີ່ຮັ່ງມີທີ່ສຸດໃນໂລກຄົນນີ້ ໄດ້ຖືກສົ່ງຂຶ້ນໄປສູ່ວົງໂຄຈອນ ໃນວັນອັງຄານວານນີ້
ຈາກຖານຍິງແຫ່ງນຶ່ງ ຢູ່ທະເລຊາຍທີ່ສອກຫລີກຫ່າງໄກໃນລັດເທັກຊັສ ໃນຂະນະທີ່
ທ່ານໄດ້ກາຍມາເປັນມະຫາເສດຖີຄົນທີສອງ ທີ່ໃຊ້ທຶນຕົນເອງ ເດີນ ທາງຂຶ້ນສູ່ອະວະ
ກາດໃນເດືອນນີ້.ຈະຫຼວດທີ່ໄດ້ມີການຄຳນວນໂດຍອັດຕະໂນມັດ ໄດ້ຖືກສົ່ງຂຶ້ນໄປ ສູງ
ເຖິງ 106 ກິໂລແມັດຫຼັງຈາກຄວາມໄວຂອງຈະຫຼວດໄດ້ເພີ້ມຂຶ້ນເປັນມາກ 3. ເມື່ອເຖິງ
ລະດັບແລ້ວ ຈະຫຼວດກໍໄດ້ແຍກຕົວ ອອກຈາກຍານອະວະກາດ ແລະຫຼັງຈາກນັ້ນຍານ
ອະວະກາດກໍໄດ້ກັບຄືນສູ່ໂລກໂດຍລົງຈອດໃກ້ໆກັບບ່ອນສົ່ງ. ພວກລູກເຮືອສາມາດຮູ້
ສຶກເຖິງສະພາບຂອງສູນຍາກາດ ເປັນເວລາລະຫວ່າງ 3 ຫາ 4ນາທີ ກ່ອນທີ່ຈ້ອງຂອງ
ຍານຈະກາງອອກ ກັບຄືນລົງມາສູ່ໂລກ.ຄວາມສູງໄດ້ກາຍຂີດໝາຍ85 ກິໂລແມັດ ໂດຍ
ມະຫາເສດຖີອັງກິດ ທ່ານຣິ ເຈີດ ແບຣນສັນ (Richard Branson) ໃນວັນທີ 11 ກໍລະ
ກົດ ເວລາທ່ານ ແລະລູກເຮືອຫ້າຄົນ ໄດ້ບິນຂຶ້ນສູ່ອະວະກາດ ໂດຍຍານເວີຈີນ ກາລັກ
ຕິກ (Virgin Galatic) ເຮືອບິນອະວະກາດ ທີ່ຂັບດັນໂດຍຈະຫຼວດ.

ຜູ້ຊາຍອາຍຸ 57 ປີຄົນ ຊຶ່ງເປັນຜູ້ກໍ່ຕັ້ງບໍລິສັດການຄ້າຍັກໃຫຍ່ທາງອິນເຕີແນັດ ອາມາ
ຊອນ(Amazon e-commerce) ໄດ້ສ້າງຕັ້ງບໍລິສັດ ບລູ ອໍຣີຈີນ ໃນ ປີ 2000 ໂດຍມີ
ເປົ້າໝາຍທີ່ຈະສ້າງອານານິຄົມອະວະກາດຢ່າງເປັນການຖາວອນ ບ່ອນທີ່ຜູ້ຄົນຈະໄປ
ຢູ່ ແລະເຮັດວຽກຢູ່ທີ່ນັ້ນ.

ທ່ານເບໂຊສ ໄດ້ເຂົ້າຮ່ວມໂດຍອ້າຍຂອງທ່ານ ທ່ານມາກ ພ້ອມດ້ວຍອະດີດນັກ ບິນທີ່
ບຸກເບີກແມ່ຍິງ ອາຍຸ 82 ປີ ທ່ານນາງແມຣີ ວາລເລສ (Wallace) ຫຼື “Wally” Funk
ແລະທ້າວໂອລີເວີ ເດເມັນ (Oliver Doemen) ອາຍຸ 18 ປີ ທີ່ເຮັດໃຫ້ພວກເຂົາເຈົ້າ
ເປັນກຸ່ມຄົນ ທີ່ເຖົ້າທີ່ສຸດ ແລະໜຸ່ມທີ່ສຸດ ທີ່ຖືກສົ່ງຂຶ້ນສູ່ອະວະກາດ.

ທ່ານນາງຟັງ (Funk) ແມ່ນຜູ້ນຶ່ງໃນອັນທີ່ຮ້ອງວ່າ ເມີກູຣີ (Mercury) 13 ຊຶ່ງເປັນກຸ່ມ
ຂອງແມ່ຍິງເອກກະຊົນ ທີ່ໃຫ້ທຶນສະໜັບສະໜູນ ເຝິກແອບພວກແມ່ຍິງ ສຳລັບການເດີນ
ທາງໄປອະວະກາດ. ເຂົາເຈົ້າທັງໝົດບໍ່ເຄີຍເດີນທາງໄປອະວະ ກາດ.

ທ້າວເດເມັນ ເກີດຢູ່ປະເທດໂຮລລັງ ໄດ້ເປັນຄົນຫລ້າສຸດເພີ້ມເຂົ້າໃສ່ລູກເຮືອ ຫຼັງຈາກ
ຜູ້ຊະນະເລີດທີ່ບໍ່ເປີດເຜີຍຊື່ ຂອງການປະມູນ 28 ລ້ານໂດລາສຳລັບ ບ່ອນນັ່ງຢູ່ໃນ
ຍານອະວະກາດນິວເຊເຟີດ ໄດ້ຖອນອອກໄປໂດຍໃຫ້ຂໍ້ສັງເກດ ວ່າມີການຂັດແຍ້ງໃນ
ໝາຍກຳນົດການ. ພໍ່ຂອງທ້າວເດເມັນໄດ້ເປັນຜູ້ລອງລົງ ຢູ່ໃນການປະມູນ ຊຶ່ງເຮັດໃຫ້
ນັກອະວະກາດໜຸ່ມຂອງບລູ ອໍຣີຈີນເປັນຄົນທຳ ອິດທີ່ຈ່າຍເງິນຄ່າໂດຍສານ.

Billionaire Jeff Bezos was back on earth safely Tuesday after a 10-minute suborbital flight aboard Blue Origin's New Shepard spacecraft.

“Best day ever,” Bezos said after the capsule touched down near Van Horn, Texas.

The spacecraft is named after Alan Shepard, the first American launched into space.

The world’s richest man blasted off Tuesday from a remote desert launch site in Texas, as he became the second billionaire to self-fund a trip to space this month.

The fully automated rocket reached an altitude of about 106 kilometers after reaching Mach 3. Once at altitude, the booster separated from the capsule and returned to earth landing upright near the launch site. The crew was able to experience weightlessness for 3 to 4 minutes before a parachute landing back on earth

The altitude surpassed the 85-kilometer mark reached by British billionaire Richard Branson on July 11 when he and five crewmates flew aboard his Virgin Galactic rocket-powered space plane.

The 57-year-old founder of e-commerce giant Amazon founded Blue Origin in 2000 with the goal of creating permanent space colonies where people will live and work.

Bezos was joined by his brother, Mark, plus 82-year-old aviation pioneer Mary Wallace “Wally” Funk and 18-year-old Oliver Daemen, making them the oldest and youngest persons to fly into space.

Funk was one of the so-called Mercury 13, group of women who were part of a privately funded program to train women for space travel. None of them traveled to space.

The Dutch-born Daemen was a last-minute addition to the crew after the anonymous winner of a $28 million auction for a seat on New Shepard dropped out, citing a scheduling conflict. Daemen’s father was a runner-up in the auction, which makes the young astronaut Blue Origin’s first paying customer.

XS
SM
MD
LG