ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສົບຂອງທ່ານ ບິລລີ ແກຣມ ຈະເປີດໃຫ້ ປະຊາຊົນ ໄປສະແດງ ຄວາມເຄົາລົບ ທີ່ ຫໍລັດຖະສະພາ


ພະນັກງານກະກຽມສະຖານທີ່ ສຳລັບການພິທີເຄົາລົບສົບ ນັກສອນສາສະໜາ ທ່ານ ບິລລີ ແກຣມ ໃນຫໍລັດຖະສະພາ ແຄັບປິຕອລຮິລ. ນະຄອນຫຼວງວໍຊິງຕັນ. 27 ກຸມພາ, 2018.
ພະນັກງານກະກຽມສະຖານທີ່ ສຳລັບການພິທີເຄົາລົບສົບ ນັກສອນສາສະໜາ ທ່ານ ບິລລີ ແກຣມ ໃນຫໍລັດຖະສະພາ ແຄັບປິຕອລຮິລ. ນະຄອນຫຼວງວໍຊິງຕັນ. 27 ກຸມພາ, 2018.

ສົບຂອງມື້ລາງນັກສອນສາສະໜາ ອາເມຣິກັນ ທ່ານ ບິລລີ ແກຣມ ມີກຳນົດທີ່ຈະນຳ
ໄປຕັ້ງໃຫ້ປະຊາຊົນເຄົາລົບໃນວັນພຸດ ແລະ ວັນພະຫັດມື້ອື່ນນີ້ ໃນຫ້ອງໂຖງ ຂອງຕຶກ
ລັດຖະສະພາ ສະຫະລັດ ຫຼັງຈາກທ່ານໄດ້ເຖິງແກ່ມໍລະນະກຳ ໃນສັບປະດາແລ້ວນີ້
ຮວມອາຍຸໄດ້ 99 ປີ.

ຜູ້ຊາຍທ່ານນີ້ ແມ່ນເປັນທີ່ຮູ້ຈັກກັນ ໃນນາມ “ນັກສອນສາສະໜາຂອງ ອາເມຣິກາ”
ນັ້ນ ແມ່ນໄດ້ຮັບກຽດ ແບບທີ່ບໍ່ຄ່ອຍໄດ້ເຫັນກັນ, ເຊິ່ງຄັ້ງສຸດທ້າຍທີ່ໄດ້ຈັດຂຶ້ນນັ້ນ
ແມ່ນສຳລັບການເສຍຊີວິດຂອງທ່ານນາງ ໂຣຊາ ພາກສ “Rosa Parks” ນັກສິດທິ
ພົນລະເມືອງ ທີ່ມີຊື່ສຽງ ໃນປີ 2005.

ບັນດາສະມາຊິກຄອບຄົວຂອງທ່ານ ແກຣມ ຈະເຂົ້າຮ່ວມກັບບັນດາສະ ມາຊິກລັດຖະ
ສະພາ ພ້ອມກັບປະທານາທິບໍດີ ດໍໂນລ ທຣຳ ແລະພັນ ລະຍາ, ທ່ານນາງ ເມລາເນຍ
ໃນພິທີຕ້ອນຮັບສົບສ່ວນຕົວໃນວັນພຸດມື້ນີ້.

ຫຼັງຈາກນັ້ນ, ປະຊາຊົນກໍຈະໄດ້ຮັບອະນຸຍາດໃຫ້ເຂົ້າຢ້ຽມສົບ ແລະ ສະແດງຄວາມ
ເຄົາລົບຂອງເຂົາເຈົ້າ.

ພິທີສົ່ງສະການຂອງທ່ານ ແກຣມ ຈະມີຂຶ້ນໃນວັນສຸກຈະມາເຖິງນີ້ ໃນເມືອງ ຊາລັອດ
“Charlotte” ລັດ ຄາໂຣໄລນາເໜືອ.

ນັກສອນສາສະໜາຄົນດັ່ງກ່າວແມ່ນຜູ້ຊີ້ນຳທາງຈິດໃຈ ແລະ ມີຄວາມສະໜິດສະໜົມ
ກັບປະທານາທິບໍດີ ສະຫະລັດ ທຸກໆຄົນ ນັບແຕ່ທ່ານ ແຮຣີ ທຣູແມນ “Harry
Truman” ໃນຊຸມປີ 1940 ຫາທ່ານ ບາຣັກ ໂອບາມາ ໃນສັດຕະວັດທີ 21. ທ່ານ
ແກຣມ ມັກຈະຖືກຂໍໃຫ້ສູດມົນ ພາວະນາ ຫຼືສັ່ງສອນຢູ່ໃນງານສາທາລະນະແຫ່ງຊາດ
ຂອງ ສະຫະລັດ ເຊັ່ນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີຄົນໃໝ່.

ທ່ານໄດ້ສັ່ງສອນຫຼາຍກວ່າ 200 ລ້ານຄົນ ໃນ 185 ປະເທດ ແລະ ດິນແດນຕ່າງໆ.
ທ່ານໄດ້ຈັດງານຊຸມນຸມທີ່ຍິ່ງໃຫຍ່, ທີ່ເອີ້ນວ່າ ການເຜີຍແຜ່ສາສະໜາຂອງ ບິລລີ
ແກຣມ, ເຊິ່ງມີປະຊາຊົນຫຼາຍພັນຄົນໄດ້ເຂົ້າຮ່ວມ, ແລະ ໄດ້ເທດສະໜາຕໍ່ຫຼາຍລ້ານ
ຄົນ ຜ່ານທາງໂທລະ ພາບ, ວິທະຍຸ ແລະ ດາວທຽມ.

American evangelist Billy Graham is set to lie in honor Wednesday and Thursday in the U.S. Capitol Rotunda after dying last week at the age of 99.

The man known as "America's Pastor" is getting a rare honor, last given to civil rights icon Rosa Parks upon her death in 2005.

Members of Graham's family will join members of Congress as well as President Donald Trump and his wife, Melania, for a private arrival ceremony Wednesday.

After that, members of the public will be allowed to visit and pay their respects.

Graham's funeral will take place Friday in Charlotte, North Carolina.

The evangelist was a spiritual adviser and acquaintance of every U.S. president from Harry Truman in the 1940s to Barack Obama in the 21st century. Graham was often asked to pray or preach at public national U.S. events, such as inaugurations of new presidents.

He preached to more than 200 million people in 185 countries and territories. He staged massive rallies, called the Billy Graham Crusades, that were attended by thousands of people, and reached millions through television, radio and satellite.

XS
SM
MD
LG