ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Gates ກັບຄືນມາ ຄອງຕຳແໜ່ງ ເປັນຜູ້ຮັ່ງມີ ທີ່ສຸດ ໃນໂລກ


ທ່ານ Bill Gates (ຂວາ) ມະຫາເສດຖີພັນລ້ານຂອງໂລກ ແລະ ມະຫາເສດຖີ Warren Buffett (ຊ້າຍ).
ທ່ານ Bill Gates (ຂວາ) ມະຫາເສດຖີພັນລ້ານຂອງໂລກ ແລະ ມະຫາເສດຖີ Warren Buffett (ຊ້າຍ).
ທ່ານ Bill Gates ຜູ້​ກໍ່​ຕັ້ງຮ່ວມບໍລິສັດ Microsoft ໄດ້​ຮັບ​
ຕໍາ ​ແໜ່​ງເປັນຜູ້​ທີ່​ຮັ່ງມີ​ທີ່​ສຸດ​ໃນ​ໂລກຄືນອີກ ໂດຍມີ​ຊັບສົມ
ບັດ​ທັງ​ໝົດ 76 ພັນ​ລ້ານ​ໂດ​ລາ.

ທ່ານ Gates ​ໄດ້​ກັບ​ຄືນ​ມາຢູ່​ໃນ​ຕຳແໜ່ງສູງສຸດຂອງບັນ
ຊີລາຍຊື່ມະຫາເສດຖີ ພັນລ້ານປະ​ຈໍາ ປີຂອງນິຕະຍະສານ
ຟອບສ໌ ​ຫລັງ​ຈາກໄດ້ຕົກອັນດັບມາເປັນ ເວລາ 4 ປີ. ທ່ານ​
ໄດ້ມີຊັບສົມບັດ​ ລື່ນມະຫາ​ເສດຖີ ດ້ານ​ສື່ສານຄົມມະນາ
ຄົມ ຂອງເມັກຊິໂກ ທ່ານ Carlos Slim Helu ທີ່ຕິດອັນ​
ດັບ​ສອງ ​ໃນ​ປັດ​ຈຸ​ບັນນີ້ ໂດຍຄາດ​ຄະ​ເນ​ວ່າ ມີຊັບ​ສົມບັດ​
ຢູ່ 72 ພັນ​ລ້ານ​ໂດ​ລາ.

ທ່ານ Gates ​ໄດ້​ຄອງຕຳແໜ່ງສູງສຸດ ຂອງບັນຊາດັ່ງກ່າວ 15 ​ເທື່ອ​ ໃນຮອບ 20 ປີ ​ທີ່
ຜ່ານ​ມາ.

ຈໍາ ນວນມະຫາ​ເສດຖີ ພັນລ້ານ ທີ່ໄດ້ເຂົ້າໄປຢູ່​ໃນ​ບັນຊີລາຍ​ຊື່​ຂອງນິຕະຍະ​ສານຟອບສ໌
​ໄດ້​ເພີ້​ມຂື້ນ​ຫລາຍ​ກວ່າ 200 ຄົນ​ໃນ​ປີ​ນີ້ ມາ​ເປັນ 1,645 ຄົນໂດຍທີ່ ​ຊັບ​ສົມບັດ​ເຂົາ​ເຈົ້າ
​ທັງໝົດ ຮວມກັນແລ້ວ ແມ່ນມີມູນຄ່າ​ຢູ່ 6 ພັນ​ 4 ຮ້ອຍຕື້ໂດ​ລາ. ການເພີ້ມຂຶ້ນ ດັ່ງກ່າວນີ້ ແມ່ນເປັນຍ້ອນຕະຫລາດ​ຮຸ້ນທີ່ຖີບໂຕສູງຂຶ້ນ.

ສະຫະລັດ ​ເປັນ​ປະ​ເທດທີ່​ມີ ມະຫາ​ເສດຖີ ພັນລ້ານ ຫລາຍ​ທີ່​ສຸດ ຄື 492 ຄົນ. ຕິດ​ຕາມ​
ມາ​ດ້ວຍ​ຈີນ 152 ຄົນ ​ແລະ ຣັດ​ເຊຍ 111 ຄົນ.

ມີ​ແຕ່ 10 ​ກວ່າເປີ​ເຊັນ ​ໃນ​ຈໍາ​ ນວນ​ບັນຊີລາຍ​ຊື່ທີ່​ເປັນ​ຜູ້ຍິງ ຊຶ່ງເປັນຈຳນວນສູງ ເປັນປະ
ຫວັດການ​. ​ທ່ານ​ນາງ Christy Walton ຊຶ່ງເປັນທາຍາດຂອງບໍລິສັດ Wal-Mart ເປັນ
​ຜູ້ຍິງ​ທີ່ຮັ່ງມີທີ່​ສຸດໃນໂລກ ຄືຕິດ​ອັນ​ດັບ​ທີ 9 ​ໂດຍມີຊັບສົມບັດ​ ປະມານ 36 ພັນ​ 7 ຮ້ອຍ
ລ້ານໂດ​ລາ.

ຫ້າອັນດັບສູງສຸດ​ ຫລັງ​ຈາກ ທ່ານ Gates ​ແລະ ທ່ານ Helu ແລ້ວ ​ແມ່ນຜູ້​ຜະລິດ​ເຄື່ອງ
ນຸ່ງຊາວສະ​ເປນທ່ານ Amancio Ortega ນັກ​ລົງທຶນສະຫະລັດ ທ່ານ Warren Buffett ​ແລະຫົວໜ້າ Oracle ທ່ານ Larry Ellison.

ມະຫາເສດຖີ ດ້ານອິນ​ເຕີແນັດ ກໍຕິດອັນດັບສູງໃນບັນຊີ​ລາຍ​ຊື່. 25 ຄົນທີ່ຕິດ ອັນດັບ
ສູງສຸດແມ່ນຮວມ​ທັງ ບັນດາ​ຜູ້​ກໍ່​ຕັ້ງບໍລິສັດ Google ທ່ານ Larry Page ​ແລະ ທ່ານ
Sergey Brin, ຫົວໜ້າບໍລິສັດ Amazon ທ່ານ Jeff Bezo ​ແລະ ຜູ້​ກໍ່​ຕັ້ງບໍລິສັດ
Facebook ທ່ານ Mark Zuckerberg.

ທ່ານ zuckerberg ​ເປັນ​ຜູ້​ມີລາຍ​ຮັບ​ຫລາຍ​ທີ່​ສຸດ​ ຢູ່​ໃນ​ບັນຊີລາຍ​ຊື່ ຄືຊັບສົມບັດຂອງ
ທ່ານໄດ້ເພີ້ມຂຶ້ນ ເປັນຫລາຍ​ກວ່າ​ສອງ​ເທົ່າ ຕົກເປັນເງິນ 28 ພັນ​ 5 ຮ້ອຍ ລ້ານ​ໂດ​ລາ. ​
XS
SM
MD
LG