ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮ່າງກົດໝາຍ ທີ່ຢາກໃຫ້ຈ່າຍເງິນຊ່ວຍເຫລືອ ກະຕຸ້ນເສດຖະກິດ ເພີ້ມຂຶ້ນ ຍັງຄ້າງຢູ່ໃນສະພາສູງ ສຫລ


ໄຟຢູ່ຫ້ອງການຂອງລັດຖະສະພາຍັງຮຸ່ງຢູ່ໃນຂະນະທີ່ ບັນດາສະມາຊິກສະພາກໍາລັງເຮັດວຽກຮອດຄໍ່າໃນຕອນທີ່ສະພາສູງຕ້ອງໄດ້ຕັດສິນໃຈກ່ຽວກັບການອະນຸມັດເງິນກະຕຸ້ນເສດຖະກິດໃຫ້ຄົນອາເມຣິກັນ ຜູ້ລະ 2,000 ໂດລາ ໃນວັນ 30 ທັນວາ, 2020
ໄຟຢູ່ຫ້ອງການຂອງລັດຖະສະພາຍັງຮຸ່ງຢູ່ໃນຂະນະທີ່ ບັນດາສະມາຊິກສະພາກໍາລັງເຮັດວຽກຮອດຄໍ່າໃນຕອນທີ່ສະພາສູງຕ້ອງໄດ້ຕັດສິນໃຈກ່ຽວກັບການອະນຸມັດເງິນກະຕຸ້ນເສດຖະກິດໃຫ້ຄົນອາເມຣິກັນ ຜູ້ລະ 2,000 ໂດລາ ໃນວັນ 30 ທັນວາ, 2020

ຜູ້ນຳສຽງສ່ວນຫລາຍຂອງສະພາສູງສະຫະລັດທ່ານ ມິດຈ໌ ແມັກຄອນແນລ (Mitch McConnell), ຊຶ່ງເປັນຜູ້ນຳສູງສຸດຂອງພັກຣີພັບບລີກັນຢູ່ໃນສະພາດັ່ງກ່າວ ໄດ້ເວົ້າໃນວັນພຸດຜ່ານມານີ້ວ່າ ສະພາສູງຈະບໍ່ຮັບເອົາຮ່າງກົດໝາຍຂອງສະພາຕໍ່າຢ່າງໄວວາ ເພື່ອເພີ່ມການຈ່າຍເງິນຊ່ວຍເຫຼືອບັນເທົາໂຣກລະ ບາດໃຫ້ແກ່ຊາວອາເມຣິກັນເກືອບໝົດທຸກຄົນຫຼາຍເຖິງ 2,000 ໂດລາ ຈາກ 600 ໂດລາໃນປັດຈຸບັນນີ້.

ສະມາຊິກສະພາສູງລັດເຄັກຕັກກີຄົນນີ້ກ່າວວ່າຮ່າງກົດໝາຍຂອງສະພາຕໍ່າ "ບໍ່ມີເສັ້ນທາງທີ່ຈະຕ້ອງຜ່ານສະພາສູງໄດ້ຢ່າງໄວວາໄດ້."

ໂດຍມີລັດຖະສະພາຊຸດໃໝ່ ທີ່ຈະສາບານຕົວເຂົ້າຮັບຕໍາແໜ່ງໃນວັນທີ 3 ມັງ ກອນນີ້, ມັນຍັງບໍ່ທັນເປັນທີ່ຈະແຈ້ງວ່າຈະເປັນແນວໃດ ຈະມີການກະທຳການໃດໆ ຂອງລັດຖະສະພາຊຸດປັດຈຸບັນ ຫລືບໍ່. ຖ້າບໍ່ມີການກະທຳການອັນໃດຮ່າງກົດຂອງສະພາຕໍ່າກໍຈະໝົດອາຍຸລົງ.

ພວກສັງກັດພັກເດໂມແຄຣັດໄດ້ສະໜັບສະໜູນການຈ່າຍເງິນໃນຈໍານວນທີ່ສູງຂຶ້ນເປັນເວລາດົນນານແລ້ວ, ແລະສະມາຊິກສະພາຕໍ່າພັກຈາກກເດໂມແຄຣັດທີ່ເປັນສຽງສ່ວນຫລາຍນັ້ນ ໄດ້ຕົກລົງທີ່ຈະເພີ່ມເງິນຂຶ້ນເຖິງ 2,000 ໂດລາຢ່າງໄວວາ ຫຼັງຈາກປະທານາທິບໍດີ ດໍໂນລ ທຣໍາໄດ້ສະແຫວງຫາການໜັບສະໜູນໃຫ້ຈ່າຍເງິນໃນຈໍານວນທີ່ໃຫຍ່ກວ່າ.

ທ່ານປະທານາທິບໍດີໄດ້ກ່າວຢໍ້າຄືນຈຸດຢືນຂອງທ່ານໃນທວີດເຕີໃນວັນພຸດຜ່ານມາວ່າ: "2000 ໂດລາໄວເທົ່າທີ່ຈະໄວໄດ້!"

ທ່ານແມັກຄອນແນລ (McConnell) ໄດ້ສະກັດກັ້ນຄວາມພະຍາຍາມຫຼາຍຢ່າງຂອງສະມາຊິກສະພາສັງກັດພັກເດໂມແຄຣັດ ເພື່ອໃຫ້ມີການລົງຄະແນນສຽງທີ່ບອກວ່າ ເຫັນດີ ຫລືບໍ່ ເຫັນດີ, ແລະໃນວັນອັງຄານຜ່ານມາກໍໄດ້ນຳສະເໜີມາດຕະການຂອງທ່ານເອງ ທີ່ເອົາກັບບັນຫາດັ່ງກ່າວໄປສົມທົບໃສ່ກັບສອງຂໍ້ຮຽກຮ້ອງທີ່ບໍ່ກ່ຽວຂ້ອງກັນທີ່ທ່ານໄດ້ຮຽກຮ້ອງທີ່ກ່ຽວຂ້ອງກັບຮ່າງກົດໝາຍປ້ອງກັນປະເທດຂອງສະຫະລັດທີ່ປະທານາທິບໍດີໄດ້ມີຄວາມເຫັນຄັດຄ້ານນັ້ນ.

ທ່ານແມກຄອນແນລ (McConnell) ກ່າວໃນວັນພຸດຜ່າມານີ້ວ່າ "ຖ້າຄອບຄົວທີ່ມີຄວາມຫຍຸ້ງຍາກສະເພາະໃດນຶ່ງ ມີຄວາມຈຳເປັນຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ ຫຼັງຈາກຊຸດການຊ່ວຍເຫລືອທີ່ໃຫຍ່ ແລະເປັນປະຫວັດການທີ່ໄດ້ລົງນາມໃຫ້ເປັນກົດໝາຍໄປແລ້ວໃນ 4 ວັນທີ່ຜ່ານມາໄດ້ມີຜົນບັງຄັບໃຊ້ ຈາກນັ້ນສິ່ງທີ່ພວກເຂົາຈະຕ້ອງການແມ່ນການຊ່ວຍເຫຼືອທີ່ສະຫຼາດ ທີ່ມີເປົ້າໝາຍເຈາະຈົງ.” ທ່ານກ່າວອີກວ່າ "ບໍ່ແມ່ນການຢືມເງິນທີ່ໃຫຍ່ຫລວງທີ່ກວາມເອົາຄົນອື່ນທີ່ມີຢູ່ມີກິນຢູ່ແລ້ວນໍາ."

ຜູ້ນຳສະມາຊິກສະພາທີ່ມີສຽງສ່ວນນ້ອຍຂອງສະພາສູງ, ທ່ານຈຊັກ ຊຸມເມີໄດ້ຄັດຄ້ານຄວາມພະຍາຍາມຂອງທ່ານແມັກຄອນແນລທີ່ຈະຜູກມັດເງິນກະຕຸ້ນໃສ່ກັບຄວາມຮຽກຮ້ອງຂອງທ່ານທຣໍາທີ່ວ່າບໍລິສັດສື່ສັງຄົມໃຫ້ຖືກລົບລ້າງການໄດ້ຮັບການປົກປ້ອງທາງກົດໝາຍບາງຢ່າງອອກໄປ ແລະໃຫ້ມີການສືບສວນໃໝ່ກ່ຽວກັບການສໍ້ໂກງໃນການເລືອກຕັ້ງ. ພວກສັງກັດພັກຣີພັບບລີກັນໄດ້ດຳເນີນຄະດີຫຼາຍສິບເລື່ອງໂດຍທີ່ບໍ່ໄດ້ພົບເຫັນຫຼັກຖານທີ່ສໍາຄັນວ່າມີການສໍ້ໂກງໃນການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກທີ່ຊະນະໂດຍທ່ານໂຈ ໄບເດັນນັ້ນ ແຕ່ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG