ການສຶກສາຄົ້ນຄວ້າໃໝ່ສະເໜີແນະໃຫ້ເຫັນວ່າ ການຮູ້ສອງ ພາສາແມ່ນດີສໍາລັບສະໝອງຂອງທ່ານ. ດັ່ງທີ່ນາງ Rosanne
Skirble ຜູ້ສື່ຂ່າວວີໂອເອ ລາຍງານວ່າ ຜູ້ໃຫຍ່ທີ່ເວົ້າໄດ້ສອງ
ພາສາ ຕັ້ງແຕ່ຕອນຍັງນ້ອຍມາ ໄດ້ສະແດງໃຫ້ເຫັນຄວາມໄດ້
ປຽບໃນຄວາມສາມາດດ້ານການໃຊ້ສະໝອງທຽບໃສ່ກັບພວກ
ທີ່ຮູ້ແຕ່ພາສາດຽວ.
ການສຶກສາໃນບັ້ນກ່ອນໆ ໄດ້ສະແດງໃຫ້ເຫັນວ່າ ການຮູ້ສອງ
ພາສາເບິ່ງຄືວ່າ ຈະເປັນຜົນດີຕໍ່ການພັດທະນາຄວາມສາມາດ ໃນການໃຊ້ສະໝອງໃນລະດັບສູງ. ການສຶກສາຄົ້ນຄວ້າບັ້ນໃໝ່ ໄດ້ສະໜອງຫລັກຖານໃຫ້ເຫັນເຖິງຄວາມໄດ້ປຽບ ໃນການໃຊ້
ສະໝອງດັ່ງກ່າວ ຢູ່ໃນພວກຄົນແກ່ທີ່ຮູ້ສອງພາສາ, ອີງຕາມ
ທ່ານ Brian Gold ນັກປະສາດວິທະຍາ ທີ່ໂຮງຮຽນແພດສາດ
ຂອງມະຫາວິທະຍາໄລ Kentucky ທີ່ເປັນຜູ້ນໍາພາການຂຽນ
ບົດຄົ້ນຄວ້າ ກ່ຽວກັບເລື້ອງນີ້.
ພວກເຂົ້າຮ່ວມການຄົ້ນຄວ້າ ມີສາມກຸ່ມດ້ວຍກັນ ຄື ກຸ່ມພວກອາຍຸແກ່ທີ່ຮູ້ສອງພາສາ,
ພວກອາຍຸແກ່ທີ່ຮູ້ພາສາດຽວ ແລະພວກໜຸ່ມນ້ອຍ. ພວກນັກຄົ້ນຄ້ວາບອກໃຫ້ເຂົາເຈົ້າ
ເລືອກສີ ແລະຮູບປະພັນຕ່າງໆ ໃນບົດຝຶກຫັດໃຊ້ສະໝອງແບບງ່າຍໆຫລາຍໆຢ່າງ.
ທ່ານ Gold ແລະເພື່ອນຮ່ວມງານຂອງທ່ານ ໃຊ້ເທັກນິກການສະແດງຮູບພາບຂອງ
ສະໝອງ ເພື່ອສົມ
ທຽບເບິ່ງວ່າ ສາມກຸ່ມນີ້ຈະເຮັດໄດ້ດີຕ່າງກັນຫລາຍປານໃດ ໃນການສັບປ່ຽນການກະທໍາ
ໜ້າທີ່ທາງສະໝອງເຫລົ່ານີ້. ຜົນທີ່ອອກມາສະແດງໃຫ້ເຫັນແບບແຜນ ທີ່ແຕກຕ່າງກັນ
ກ່ຽວກັບກິດຈະກໍາຂອງສະໝອງຢູ່ໃນພາກສ່ວນດ້ານໜ້າຂອງສະໝອງ ທີ່ກ່ຽວພັນກັບ
ການເຮັດວຽກເຫລົ່ານັ້ນ. ທ່ານ Brian Gold ອະທິບາຍວ່າ:
“ພວກເຮົາພົບເຫັນວ່າພວກອາຍຸແກ່ ທີ່ຮູ້ສອງພາສາ ສາມາດເປີດສະໝອງ
ໃຊ້ໄດ້ ໃນຂະໜາດທີ່ໃກ້ຄຽງ ກັບຜູ້ທີ່ເຂົ້າຮ່ວມການຄົ້ນຄວ້າ ທີ່ຍັງໜຸ່ມນ້ອຍ.
ສະນັ້ນ ພວກເຂົາເຈົ້າຈຶ່ງບໍ່ຕ້ອງໄດ້ໃຊ້ຄວາມພະຍາຍາມຫລາຍ ແລະພວກ ເຂົາເຈົ້າຍັງສາມາດເຮັດໄດ້ໄວລື່ນພວກທີ່ຮູ້ພາສາດຽວ ນຳດ້ວຍ ຊຶ່ງແນະໃຫ້
ເຫັນວ່າ ພວກເຂົາເຈົ້າໄດ້ໃຊ້ສະໝອງຂອງເຂົາເຈົ້າຢ່າງມີປະສິດທິພາບຫຼາຍກ່ວາ.”
ທ່ານ Gold ກ່າວຕື່ມວ່າ ການຮູ້ພາສາທີສອງ ແມ່ນບໍ່ມີຄວາມແຕກຕ່າງຫຍັງໃນກຸ່ມພວກ
ໜຸ່ມ ທີ່ສາມາດເຮັດໄດ້ດີກວ່າ ພວກອາຍຸແກ່ທັງສອງກຸ່ມ. ທ່ານກ່າວຢໍ້າອີກວ່າພວກອາຍຸ
ແກ່ ທີ່ຮູ້ສອງພາສາ ປະກົດວ່າໄດ້ສະສົມຄວາມສາມາດ ໃນການໃຊ້ສະໝອງຈາກກິດຈະ ກໍາດ້ານສະໝອງທີ່ຖືກພັດທະນາ ມາຕະຫລອດຊີວິດຂອງເຂົາເຈົ້ານັ້ນໄວ້.
ທ່ານເວົ້າວ່າ ການຄົ້ນຄວ້າຂອງທ່ານໄດ້ຢືນຢັນຜົນການສຶກສາຄົ້ນຄວ້າບັ້ນກ່ອນ ກ່ຽວກັບ ການຮູ້ສອງພາສາໃນກຸ່ມຄົນປ່ວຍ ທີ່ເປັນ ໂຣກຄວາມຈຳເຊື່ອມ ຫລື Alzheimer’s. ການ
ສຶກສາຄົ້ນຄວ້າ ບັ້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ພວກທີ່ຮູ້ສອງພາສາ ໄດ້ມີອາການ ສະໝອງເຊື່ອມ ທີ່ເກີດຈາກພະຍາດທີ່ເຮັດໃຫ້ສິ້ນເປືອງ ສະໝອງ ຫລາຍກວ່າພວກ ທີ່ ຮູ້ແຕ່ພາສາດຽວ ແຕ່ວ່າພວກເຂົາເຈົ້າກໍສາມາດໃຊ້ສະໝອງຂອງເຂົາເຈົ້າ ທໍາໜ້າທີ່ໄດ້ດີ ໃນລະດັບດຽວກັນກັບພວກຄົນປ່ວຍທີ່ມີອາການສະໝອງເສື່ອມໜ້ອຍກວ່າ.
ເບິ່ງວີດິໂອກ່ຽວຂ້ອງແລະຮຽນພາສາອັງກິດໄປພ້ອມ:
ທ່ານ Gold ເວົ້າວ່າ: “ການຄົ້ນພົບນີ້ ສະເໜີແນະໃຫ້ເຫັນວ່າ ການຮູ້ສອງພາສາ ຊ່ວຍຊົດ ເຊີຍການທີ່ເຂົາເຈົ້າມີອາການ ສະໝອງເສື່ອມຫລາຍກ່ວານັ້ນໃຫ້ ເຂົາເຈົ້າ. ຜົນການຄົ້ນຄວ້າຂອງພວກເຮົາແມ່ນສອດຄ່ອງກັບສະພາບການ ດັ່ງກ່າວນັ້ນ ເພາະວ່າ ໂດຍພື້ນຖານ ແລ້ວ ມັນບອກວ່າ ພວກຮູ້ສອງພາສາ ທີ່ມີອາຍຸແກ່ ແມ່ນສາມາດເຮັດໄດ້ຫລາຍຢ່າງ ໂດຍການໃຊ້ສະໝອງ ໜ້ອຍກວ່າ.”
ທ່ານ Gold ກ່າວຕໍ່ໄປວ່າ ການສຶກສາຄົ້ນຄວ້າດັ່ງກ່າວ ຢືນຢັນວ່າ ການຮູ້ສອງພາສາ ສາ ມາດມີບົດບາດ ຊ່ວຍໃນການປະຕິບັດງານຂອງສະໝອງ ແລະປົກປ້ອງຄວາມຈໍາໃນສະ ໝອງ. ທ່ານ ກ່າວມ້ວນທ້າຍວ່າ ບາດກ້າວຕໍ່ໄປຂອງທ່ານ ກໍຄື ຄົ້ນຄວ້າວ່າ ການຮຽນພາ ສາທີສອງ ຫລືການຍົກຍ້າຍໄປຢູ່ປະເທດອື່ນໃນ ຕອນທີ່ເປັນຜູ້ໃຫຍ່ແລ້ວນັ້ນ ສາມາດສະ ໜອງຄວາມໄດ້ປຽບທາງ ສະໝອງ ແບບດຽວກັນກັບການຮູ້ສອງພາສາ ມາແຕ່ຍັງນ້ອຍ ຫລື ຮູ້ມາຕະຫລອດຊີວິດນີ້ຫລືບໍ່.
ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ພິມເຜີຍແຜ່ຢູ່ໃນວາລະສານດ້ານ ປະສາດວິທະຍາ
ຫລື The Journal of Neuroscience.
ເບິ່ງວີດິໂອກ່ຽວຂ້ອງກັນເປັນພາສາອັງກິດ: