ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເດັກນ້ອຍທີ່ເວົ້າໄດ້ສອງພາສາ ມີຄວາມສາມາດທາງສະໝອງ ສູງລື່ນຜູ້ທີ່ເວົ້າໄດ້ພຽງພາສາດຽວ


ເດັກນ້ອຍທີ່ເວົ້າໄດ້ສອງພາສາ ມີຄວາມສາມາດທາງສະໝອງ ສູງລື່ນຜູ້ທີ່ເວົ້າໄດ້ພຽງພາສາດຽວ
ເດັກນ້ອຍທີ່ເວົ້າໄດ້ສອງພາສາ ມີຄວາມສາມາດທາງສະໝອງ ສູງລື່ນຜູ້ທີ່ເວົ້າໄດ້ພຽງພາສາດຽວ

ຄົນອາເມຣິກັນສ່ວນຫລາຍບໍ່ຮຽນພາສາຕ່າງປະເທດ ຫລື ບໍ່ຮຽນພາສາທີສອງ ຫລື ທີສາມ ຕັ້ງແຕ່ເກີດແມ່ນແຕ່ວ່າມັນເປັນສິ່ງທີ່ຄົນມັກຮຽນກັນຢູ່ທົ່ວໄປໃນປະເທດອື່ນກໍຕາມ. ການສຶກ ສາຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າ ຄົນທີ່ເວົ້າໄດ້ຫລາຍພາສາມີຄວາມສາມາດທາງສະໝອງ ສູງລື່ນຜູ້ທີ່ເວົ້າໄດ້ພຽງພາສາດຽວ. ການສຶກສາຄົ້ນຄວ້າເຫຼົ່ານີ້ຍັງສະແດງໃຫ້ເຫັນວ່າ ເດັກທາ ຣົກແມ່ນເປັນນັກຮຽນຮູ້ດ້ານພາສາແບບທຳມະຊາດ ຫລືໃນຕົວຕັ້ງແຕ່ເກີດມາຢູ່ແລ້ວ. ນາງ Carol Pearson ຜູ້ສື່ຂ່າວຂອງ VOA ໄດ້ກວດເບິ່ງບັນຫານີ້ ແລະມີລາຍງານການສຶກ ສາຄົ້ນຄວ້າບັ້ນຫລ້າສຸດ.

ການ​ສຶກສາຄົ້ນຄວ້າຫລາຍ​ບັ້ນສະ​ແດງ​ໃຫ້​ເຫັນ​ວ່າ​ ເດັກ​ທາຣົກ​ລຶ້ງ​ເຄີຍ​ກັບ​ພາສາ​ແມ່​ຂອງ
​ພວກ​ເຂົາ ກ່ອນ​ພວກເຂົາ​ຈະ​ເກີດ​ອອກມາ​ອີກ. ອາຈານ Kathy Hirsh-Pasek ທີ່ກຳກັບ
ນໍາໂຄງການ​ສິດສອນ​ພາສາ​ແກ່​ເດັກ​ທາຣົກທີ່ມະຫາວິທະຍາ​ໄລ TEMPLE ​ໃນ​ເມືອງ
ຟີ​ລາ​ແດນ​ເຟຍ​ຊີ້​ແຈງ​ວ່າ.


“ພວກ​ເຮົາ​ຄິດ​ວ່າ​ ທີ່​ຈິງ​ແລ້ວຂະ​ບວນ
ການ​ຂອງການ​ພັດທະນາ​ດ້ານພາສາ​ອັນ
ທຳ​ອິດ​ກ່ອນໝູ່ໝົດ ​ແມ່ນ​ເລີ້ມຂຶ້ນຕອນ
ທີ່​ເດັກ​ຢູ່ໃນ​ທ້ອງ​ແມ່ ​ເພາະວ່າ​ພວກ​ເຂົາ
ລັກໄດ້​ຍິນ​ຄຳ​ເວົ້າຂອງ​ແມ່​ພວກ​ເຂົາ​ເວົ້າ”

ນັກຂ່າວ Ravi Khanna​ ທີ່ໄດ້​ຮຽນ​ 5 ພາສາ​ຢູ່​ບ້ານ​ເກີ​ດ​ຂອງ​ລາວຢູ່​ອິນ​ເດຍ​ເວົ້າວ່າ:

“ຕອນ ຂ້ອຍຢູ່​ການ​ກຸດ​ຕານັ້ນ ແມ່ນ​ຂ້ອຍ​ມີ​ອາຍຸ​ໄດ້ 3 ຂວບ. ​ແລະ​ຂ້ອຍ​ກໍ​ຮຽນ​ເວົ້າພາສາ Bengali ​ເພາະ​ທຸກ​ຄົນ​ໃນ​ຄຸ້ມ​ບ້ານ​ຂ້ອຍ​ເປັນຄົນ Bengali ໝົດ”

ນັກຂ່າວ Ravi Khanna ທີ່ໄດ້ຮຽນ 5 ພາສາ ຢູ່ບ້ານເກີດຂອງລາວຢູ່ອິນເດຍ
ນັກຂ່າວ Ravi Khanna ທີ່ໄດ້ຮຽນ 5 ພາສາ ຢູ່ບ້ານເກີດຂອງລາວຢູ່ອິນເດຍ

ມີ​ຕອນ​ນຶ່ງ​ທີ່​ພວກ​ນັກ​ຊ່ຽວຊານ​ຄິດ​ວ່າ ການ​ສອນ​ໃຫ້​ເດັກນ້ອຍ​ເວົ້າຫລາຍ ​ພາສາ​ບາດ​ດຽວນັ້ນ ຈະ​ເຮັດ​ໃຫ້ພວກເຂົາ​ສັບສົນ. ​ແຕ່​ນາຍ Ravi Khanna ​ຜູ້​ສື່​ຂ່າວ​ຂອງ VOA ​ໃຫ້ຄຳເຫັນວ່າ:

“ພັນ​ລະຍາ​ເກົ່າ​ຂອງ​ຂ້ອຍ​
ຄິ​ດວ່າ ​ເດັກນ້ອຍ​ຈະ​ເກີດ
ຄວາມ​ສັບສົນ. ສະນັ້ນລາວ​
ບໍ່​ໃຫ້​ຂ້ອຍສອນ​ພາສາຮິນ​ດີ
ໃຫ້​ລູກ​ຂ້ອຍ. ຂ້ອຍ​ຕ້ອງ​ໄດ້
ໂຕ້ຖຽງກັບ​ລາວ ​ແລະ​ລາວ
ກໍ​ຍັງ​ເວົ້າວ່າ ​ພວກ​ເຂົາ​ສິຮູ້
ສຶກສັບສົນ. ​ແລະ​ຂ້ອຍ​ກໍ​
ຖຽງຄືນ​ວ່າ ພວກ​ເຂົາ​ບໍ່
ສັບສົນ​ດອກ ​ແລະ​ ແລ້​ວພວ​ກ​ເຂົາ​ກໍ​ໄດ້​ຮຽນພາສາຮິນ​ດີ”


“ຊ້າງ....”

ເວລາ​ໄດ້​ປ່ຽນແປງ​ຄວາມ​ຄິດ​ຂອງ​ຄົນ​ໃນ​ການ​ສອນ​ພາສາ​ຕ່າງປະ​ເທດ​ໃຫ້ລູກ​ຂອງ​ພວກ​ເຂົາ​ເຈົ້າ. ຢູ່​ທີ່​ບ່ອນຝຶກ​ອົບຮົມ​ກ່ຽວກັບ​ດ້ານ​ພາສາທີ່​ເມືອງນີວຢອກ, ຄົນເວົ້າກັນວ່າ ​ພວກ​ເດັກ​ທາຣົກ​ໄດ້​ຮຽນຫລາຍໆ ພາສາ​ກ່ອນ​ພວກ​ເຂົາເລີ້ມຍ່າງ​ໄດ້. ​ໃນ​ປີ 2007 ອາຈານ Ann Senghas ​ທີ່ມະຫາວິທະຍາ​ໄລ Columbia ​ເວົ້າກ່ຽວກັບ​ສິ່ງ​ທີ່​ຄົນ​ໄດ້​ຮັບ​ຮູ້ກັນ​ໃນທຸກ​ວັນນີ້ກໍ​ຄືວ່າ:

ອາຈານ Senghas ​ເວົ້າວ່າ: “ພວກ​ເຮົາມີ​ຄວາມ​ສາມາດ​ມາ​ແຕ່​ເກີດ​ຢູ່​ແລ້ວ ທີ່​ຈະ​ຮຽນໄດ້​ຫລາຍໆ ພາສາ​. ມັນ​ເປັນ​ສະພາບ​ທຳ​ມະ​ຊາດ​ຂອງ​ມະນຸດ​ເຮົາ ​ແລະ​ຂອງ​ປະຊາ​ຄົມມະນຸດຊາດເຮົາ”

ເລື່ອງ​ນີ້​ເປັນ​ສິ່ງທີ່ນາຍ Ravi Khanna ຮູ້​ມາ​ແຕ່ດົນ​ແລ້ວ.

“ຂ້ອຍ​ສອນ​ຄຳ​ສັບ​ຮິນ​ດີ​ໃຫ້​ແກ່​ຫລາ​ນສາວ​ຂອງ​ຂ້ອຍ​ ເພາະວ່າ​ລູກ​ໄພ້​ຂ້ອຍເວົ້າຢູ່​ເລື້ອຍວ່າ​ ຫລານສາວ​ຂ້ອຍ​ຄວນ​ໄດ້​ມີ​ໂອກາດ​ໄດ້​ສຳ​ພັດ​ກັບ​ພາສາ​ຕ່າງປະ​ເທດ​ຫລາຍໆພາສາ”

ການ​ສຶກສາຄົ້ນຄວ້າ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ທີ່​ໄດ້​ຮຽນສອງ​ພາສາ​ຕັ້ງ ​ແຕ່​ເກີດ​ແມ່ນ​ມີ​ຄວາມ​ມັກ​ເວົ້າທັງ​ສອງ​ພາສາ. ນາງ Gina Lai (lye) ເຮັດ​ວຽກຢູ່​ພະ​ແນ​ກພາສາ​ຈີນກາງ
ຂອງ VOA ​ເວົ້າວ່າ:

ນາງ Gina Lai, ຢູ່​ພະ​ແນ​ກພາສາ​ຈີນກາງ​ ຂອງ VOA
ນາງ Gina Lai, ຢູ່​ພະ​ແນ​ກພາສາ​ຈີນກາງ​ ຂອງ VOA

“ພໍ່​ແມ່​ຂອງ​ຂ້ອຍ​ເວົ້າພາສາ​ຈີ​ນກາງ. ​ພວກ​ເພິ່ນ​ເວົ້າພາສາ​ຈີນ​ກາງ ​ແລະ​ພາສາ​ຈີນ​ໄຕ້​ຫວັນ​ກັບ​ຂ້ອຍ”

ອາຈານ Janet Werker ທໍາ
ການ​ສຶກສາຄົ້ນຄວ້າ​ການ​ເວົ້າ
ສອງ​ພາສາ​ຢູ່​ໃນ​ກຸ່ມ​ເດັກ​ທາຣົກ
ທີ່​ມະຫາວິທະຍາ​ໄລ British
COLUMBIA ທີ່​ເມືອງ VANCOUVER ​ປະ​ເທດ​ກາ​ນາ​ດາ ໃຫ້​ຄວາມ​ເຫັນ​ວ່າ:

“ພວກ​ເດັກທາຣົກທີ່​ໃຫຍ່​ຂຶ້ນ
ມາ​ຖ້າມກາງການ​ເວົ້າສອງ​ພາສາ ​ໄດ້​ຮຽນບໍ່ພຽງ​ແຕ່​ຄຸນ​ລັກສະນະ​ສະ​ເພາະ​ຂອງ ​ພາສາ​ຕ່າງໆ ​ເທົ່າ​ນັ້ນ ແຕ່ພວກ​ເຂົາ​ຍັງ​ເອົາ​ໃຈ​ໃສ່​ເບິ່ງ​ທ່າ​ທາງ​ຂອງ​ການສະ​ແດງ​ອອກ​ທາງ​ໃບໜ້າ ຊຶ່ງ​ອາດເຮັດ​ໃຫ້​ພວກ​ເຂົາ​ເຈົ້າຈໍາ​ແນ​ກ​ໄດ້ຄວາມ​ແຕກ​ຕ່າງ​ໃນ​ສອງ​ພາສາ​ນັ້ນໆ”

ສະນັ້ນ​ເດັກນ້ອຍ​ບໍ່ພຽງ​ແຕ່​ຟັງ​ເທົ່າ​ນັ້ນ ​ພວກ​ເຂົາ​ຍັງ​ເບິ່ງ​ປາກ​ແມ່ນຳ​ອີກ​ດ້ວຍ​ໃນ​ເວລາແມ່​ພວກ​ເຂົາ​ເວົ້າ. ​ແລະ​ພວກ​ເຂົາ​ກໍ​ສາມາດ​ຈຳແນ​ກ​ໄດ້​ເຖິງຄວາມ​ແຕກ​ຕ່າງ​ລະຫວ່າງ​ພາສາ​ຕ່າງໆທີ່​ແມ່​ຂອງພວກ​ເຂົາ​ເວົ້າ. ​ໃນຕອນທີ່ຍັງ​ເປັນ​ເດັກນ້ອຍ, ນາງ Lai ບໍ່ມີ​ບັນຫາ​ຫຍັງໃນ​ການ​ປ່ຽນ​ຈາກການ​ເວົ້າ​ພາສາ​ຈີນ​ກາງ​ ໄປ​ເວົ້າພາສາຈີນ​ໄຕ້​ຫວັນ. ນາງ Lai ອະທິບາຍວ່າ:
“ທີ່​ຈິງ​ແລ້ວ​ມັນ​ເປັນ​ສອງ​ພາສາ​ທີ່​ແຕກ​ຕ່າງ​ກັນ ສະນັ້ນຂ້ອຍ ບໍ່​ເຫັນ​ວ່າ​ຈະ​ມີ​ຫຍັງ​ຫລົງ ຫລື​ສັບສົນ​ກັນ​ລະຫວ່າງ​ການ​ເວົ້າສອງ​ພາສາ​ນີ້”

ນາງ Sandra LeMaire, ບັນ​ນາ​ທິການ ຢູ່​ ພະ​ແນ​ກ​ເຮັດ​ເວັບ​ໄຊ໌ຂອງ​ VOA
ນາງ Sandra LeMaire, ບັນ​ນາ​ທິການ ຢູ່​ ພະ​ແນ​ກ​ເຮັດ​ເວັບ​ໄຊ໌ຂອງ​ VOA

ຄົນ​ທີ່​ສາມາດເວົ້າ​ໄດ້ຫລາຍພາ
ສາຢ່າງ​ຄ່ອງ​ແຄ້ວ ​ແມ່ນ​ສາ
ມາດ​ປ່ຽນຈາກ​ການ​ເວົ້າຈາກ​ພາສາ​ນຶ່ງ​ໄປ​ເວົ້າອີກ​ພາສາ​ນຶ່ງ​ໄດ້​ຢ່າ​ງງ່າຍດາຍ ດັ່ງທີ່ ນາງ Sandra LeMaire, ບັນ​ນາ​ທິການຢູ່​ພະ​ແນ​ກ​ເຮັດ​ເວັບ​ໄຊ໌ຂອງ​ VOA ​ທີ່ເວົ້າ​ໄດ້ 4 ພາສາຢ່າງ​ຄ່ອງ​ແຄ້ວ ​ກ່າວວ່າ ລາວ​ບໍ່ມີ​ບັນຫາ​ຫຍັງ​ໃນ​ການ​ປ່ຽນຈາກ​ພາສານຶ່ງ​ໄປ​ເວົ້າອີກ​ພາ​ສານຶ່ງ.

ນາງ LeMaire ​ອະທິບາຍວ່າ:
“ຖ້າ​ຈະ​ເວົ້າແລ້ວ ມັນກໍ​ຄື​ກັນ​ກັບ​ການ​ປ່ຽນ​ເກ​ຍລົດ ຈາກ​ເກ​ຍນຶ່ງ​ໄປ​ຫາ​ເກ​ຍສອງ. ນັ້ນຄື​ການ​ປ່ຽນຈາກ​ການ​ເວົ້າພາສາ​ນຶ່ງ​ ໄປ​ເວົ້າອີກ​ພາສາ​ນຶ່ງ​ສຳລັບ​ຂ້ອຍ”.

ການຄົ້ນຄວ້າ​ທີ່​ມະຫາວິທະຍາ​ໄລ Penn State ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ເວົ້າ​ໄດ້​ຫລາຍ​ພາສາ​ ສາມາດ​ເຮັດ​ໄດ້​ຫລາຍ​ຢ່າງ​ພ້ອມ​ກັນ​ກວ່າ​ພວກ​ທີ່​ເວົ້າໄດ້ແຕ່​ພາສາ​ດຽວ. ​ແລະ​ການ
ຄົ້ນຄວ້າ​ຫລາຍໆບັ້ນທີ່ ມະຫາ​ວິທະຍາ​ໄລ York ທີ່​ເມືອງ Toronto ​ໄດ້​ສະ​ແດງ​ໃຫ້
ເຫັນ​ວ່າ ພວກ​ທີ່​ເວົ້າ​ໄດ້​ສອງ​ພາສາ ກໍ​ຍັງ​ສາມາດ​ຄິດ​ຫາ​ຂໍ້​ມູນ​ທີ່​ສຳຄັນ​ທີ່​ສຸດ​ໄດ້ ​ແລະ​ກໍ
ກໍ​າຈັດ​ເອົາ​ຂໍ້​ມູນ​ທີ່​ບໍ່​ກ່ຽວຂ້ອງ​ອອກ​ໄດ້ດີກ​ວ່າ​ພວກທີ່​ເວົ້າ​ໄດ້​ພາສາ​ດຽວ. ​ສະຫລຸບ​ແລ້ວ
ກໍ​ຄື​ວ່າ ມີ​ຫລັກ​ຖານ​ພິສູດ​ໃຫ້​ເຫັນ​ຫລາຍໆຢ່າງ​ວ່າ ການ​ຮຽນ​ເວົ້າ​ຫລາຍ​ພາສາ​ແມ່ນ
ເປັນການ​ດີ​ສຳລັບ​ທ່ານ.

XS
SM
MD
LG