ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດ ລົດຖີບສາທາລະນະ ຖືກແກ້ງແຍ້ງ ແຂ່ງຂັນ ຈາກ ບໍລິສັດ ຈີນ


Bike Sharing Business Brings Competition from China
please wait

No media source currently available

0:00 0:03:14 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຊີລີກັອນ ວາເລ ໄດ້ເປັນແຮງບັນດານໃຈໃຫ້ແກ່ນັກທຸລະກິດຈີນ ແລະ ນັກລົງທຶນດ້ານ
ເທັກໂນໂລຈີມາດົນນານແລ້ວ. ແຕ່ຕອນ ນີ້ບໍລິສັດລົດຖີບສາທາລະນະທີ່ບໍ່ຕ້ອງການ
ບ່ອນຈອດຂອງຈີນ ໄດ້ມາຕັ້ງຢູ່ໃນຂົງເຂດດັ່ງກ່າວ, ນີ້ໄດ້ກາຍເປັນການປ່ຽນແປງທີ່
ສຳຄັນໄປແລ້ວບໍ? ນັກຂ່າວວີໂອເອ ຄາລາ ຢູ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ
ຈະນຳລາຍ ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານຕ້ອງການທີ່ຈະທ່ອງທ່ຽວໄປຕາມອ້ອມເມືອງບໍ? ລອງໃຊ້ວິທີຂອງຈີນ ເບິ່ງ, ດ້ວຍ
ການໃຊ້ແອັບພລີເຄຊັນໂທລະສັບມືຖື ເພື່ອຊອກຫາ ແລະ ປົດລັອກລົດຖີບ ແລະ ເອົາ
ມັນໄປຈອດໄວ້ຢູ່ບ່ອນໃດກໍໄດ້. ເສຍເງິນແຕ່ພຽງ ນຶ່ງໂດລາຕໍ່ 30 ນາທີເທົ່ານັ້ນ.

ທ່ານ ໂທບີ ຊຸນ ຜູ້ກໍ່ຕັ້ງຮ່ວມ ແລະ ຜູ້ບໍລິຫານລະດັບສູງຂອງບໍລິສັດ ໄລມ໌ໄບຄ໌
(Limebike) ກ່າວວ່າ “ປະຊາຊົນໄວໜຸ່ມຈຳນວນຫຼາຍຂຶ້ນເລື້ອຍໆ ຈະພາກັນເລືອກ
ເອົາທີ່ຢູ່ອາໄສຢູ່ໃນຕົວເມືອງ. ຕ້ອງຂອບໃຈບໍລິສັດ ອູເບີ (Uber) ແລະ ລິຟ (Lyft), ທີ່
ເຮັດໃຫ້ເຂົາເຈົ້າຫຼາຍຄົນ ເລືອກເອົາການບໍ່ມີລົດ. ພາຍໃຕ້ປະຫວັດທີ່ເປັນແນວນັ້ນ,
ເຈົ້າຈະແກ້ໄຂບັນຫາການສັນຈອນໄດ້ແນວໃດ? ມັນມີຄວາມຕ້ອງການ ຢູ່ທີ່ນັ້ນ.”

ບໍລິສັດທີ່ຫາກໍຕັ້ງຂຶ້ນໃໝ່ Limebike ໃນ ຊີລີກັອນ ວາເລ ໄດ້ນຳເອົາ ແບບຢ່າງລົດ
ຖີບສາທາລະນະທີ່ບໍ່ມີບ່ອນຈອດຂອງ ຈີນ ມາ ສະຫະລັດ. ເລີ່ມຕົ້ນກັບພື້ນທີ່ຕ່າງໆ
ຂອງສະຫະລັດ ແລະ ເມືອງນ້ອຍຕ່າງໆ, ຕອນນີ້ບໍລິສັດ Limebike ມີຜູ້ໃຊ້ 3 ແສນ
ຄົນ ເຮັດໃຫ້ມີຄົນຂີ່ລົດຖີບຫຼາຍເຖິງ 10 ພັນຄັ້ງຕໍ່ມື້. ແຕ່ບໍລິສັດຂູ່ແຂ່ງ ຈີນ ຊື່ວ່າ ໂອໂຟ
(Ofo) ທີ່ມີມູນຄ່າຫຼາຍກວ່າ 2 ພັນລ້ານໂດລານັ້ນ, ແມ່ນກຳລັງຈັອງສາຍຕາໃສ່ນະ
ຄອນ ແຊນ ແຟຣນຊິສໂກ.

ທ່ານ ຄຣິສ໌ ເທເລີ ຈາກບໍລິສັດ Ofo ກ່າວວ່າ “ບໍລິສັດ Ofo ມີຄວາມໝາຍໝັ້ນເພື່ອຮັບ
ປະກັນວ່າ ພວກເຮົາແມ່ນບໍລິສັດໝາຍເລກນຶ່ງໃນຕະຫຼາດ ສະຫະລັດ.

ທ່ານ Taylor, ອະດີດຜູ້ບໍລິຫານບໍລິສັດ Uber, ຈື່ໄດ້ປະສົບການຈາກ Uber ໃນປະ
ເທດຈີນ, ເຂົ້າມາພ້ອມດ້ວຍເທັກໂນໂລຈີໃໝ່, ສາມາດຮັບໄດ້ ດ້ວຍການລອກຮຽນ
ແບບຂອງບໍລິສັດໃນທ້ອງຖິ່ນເທົ່ານັ້ນ. ຕອນນີ້, ທ່ານ ເທເລີ ກຳລັງວ່າຈ້າງຜູ້ທີ່ມີພອນ
ສະຫວັນໃນທ້ອງຖິ່ນ ແລະ ສ້າງທີມ ອາເມຣິກັນ ຂຶ້ນມາ.

ທ່ານ ຄຣິສ໌ ເທເລີ ກ່າວວ່າ “ພວກເຮົາມີຄວາມມຸ່ງໝັ້ນອັນແທ້ຈິງ ທີ່ຈະເປັນພາກສ່ວນ
ນຶ່ງຂອງຊຸມຊົນໃນທຸກໆຕົວເມືອງ ທີ່ພວກເຮົາໄດ້ໄປເປີດໃຊ້ບໍລິການ. ແລະ ພວກເຮົາ
ມີທີມງານຕ່າງໆໃນທຸກເມືອງ.”

ແຕ່ບໍລິສັດ Limebike ກໍໄດ້ສູ້ຄືນ ດ້ວຍການປະຕິບັດງານແຫ່ງ ໃໝ່ຂອງເຂົາເຈົ້າໃນ
ບໍລິເວນເຂດອ່າວທະເລ ທີ່ປະກອບລົດຖີບ ໃຫ້ມີຄວາມໄວ 8 ລະດັບ, ເຊິ່ງຖືກອອກ
ແບບມາເພື່ອເອົາຊະນະຄ້ອຍທີ່ສູງຊັນ ທັງຫຼາຍໃນນະຄອນ ແຊນ ແຟຣນຊິສ໌ໂກ.

ທ່ານ ແຄນ ຄອນຕີ ຈາກບໍລິສັດ Limebike ກ່າວວ່າ “ປັດຈຸ ບັນນີ້, ມັນບໍ່ມີບໍລິສັດຂອງ
ຈີນ ມາລົງທຶນຢູ່ທີ່ນີ້ ແລະ ສ້າງຄວາມປະ ທັບໃຈຢ່າງແທ້ຈິງໃນຖານະບໍລິສັດອຸປະໂພກ
ອາເມຣິກັນ. ນີ້ແມ່ນ ກ່ຽວກັບ ວິທີທີ່ເຈົ້າເຮັດສິ່ງນີ້ໃນ ສະຫະລັດ ແລະ ວິທີທີ່ເຈົ້າໃຊ້ມັນ
ໂດຍຖືວ່າເປັນການເລີ່ມຕົ້ນສຳລັບເວທີທີ່ໃຫຍ່ກວ່າ. ພວກເຮົາໄດ້ແນມເຫັນວ່າ ບໍລິສັດ
Limebike ກາຍເປັນເຄື່ອງໝາຍຂອງການດຳລົງຊີວິດແທ້ໆ.”

ທັງບໍລິສັດ ອາເມຣິກັນ ແລະ ຈີນ ຕ່າງກໍໄດ້ປະເຊີນກັບອຸປະສັກບາງຢ່າງທີ່ຄ້າຍຄືກັນ,
ຄືການທຳລາຍຊັບສິນ. ແລະ ລັດຖະບານໃນທ້ອງຖິ່ນແມ່ນມີຄວາມສົງໄສ ກ່ຽວກັບ ບັນ
ຫາຄວາມປອດໄພສາທາລະນະ.

ທັງບໍລິສັດ Limebike ແລະ Ofo ແມ່ນມີທີ່ຕັ້ງຢູ່ເຂດອ່າວທະເລ ເບແອເຣຍ, ແຕ່ທັງ
ສອງ ບໍລິສັດຍັງບໍ່ທັນສາມາດເຂົ້າມາເຖິງໃນນະຄອນ ແຊນ ແຟຣນຊິສ໌ໂກ ເທື່ອ.
ອຸປະສັກທີ່ໃຫຍ່ທີ່ສຸດບໍ່ແມ່ນພຽງແຕ່ເປັນເລື່ອງເງິນທຶນ ຫຼື ການທຳລາຍຊັບສິນເທົ່ານັ້ນ,
ແຕ່ບັນຫາມັນແມ່ນບ່ອນລົດຖີບພວກນີ້.

ບໍລິສັດ ຝອດ ໂກໄບຄ໌ (Ford GoBike) ແມ່ນບໍລິສັດລົດຖີບສາທາລະນະ ທີ່ມີບ່ອນ
ຈອດ. ໄດ້ຮັບສັນຍາພິເສດເປັນທົດສະວັດໃນປີ 2013 ສຳລັບເຂດ ອ່າວ ເບແອເຣຍ
ໃນນະຄອນແຊນ ແຟຣນຊິສ໌ໂກ. ແຕ່ດ້ວຍລາຄາເກືອບ 3 ເທົ່າໂຕຂອງລາຄາລົດຖີບ
ທີ່ບໍ່ມີບ່ອນຈອດນັ້ນ, ນະຄອນ ແຊນ ແຟຣນຊິສ໌ໂກ ຈຶ່ງກຳລັງພິຈາລະນາວ່າຈະຮັບ
ເອົາລົດຖີບ ທັງສອງບໍລິສັດນີ້ ເຂົ້າມາໃຊ້ຢູ່ໃນເມືອງດັ່ງກ່າວ.

ທ່ານ ເບັນ ໂຮເຊ ເຈົ້າໜ້າທີ່ປະຊາສຳພັນຂົງເຂດຕົວເມືອງນະຄອນ ແຊນ ແຟຣນຊິສ໌
ໂກ ກ່າວວ່າ “ກ່ອນອື່ນໝົດ, ພວກເຮົາຢາກຮັບປະກັນວ່າ ລົດສຳລັບເຊົ່າ ແລະ ປັນກັນ
ໃຊ້ນັ້ນ ແມ່ນປອດໄພ ທີ່ຈະໃຊ້ ສຳລັບທຸກຄົນ. ສອງ, ແມ່ນຄວາມສະເໝີພາບ, ພວກ
ເຮົາຢາກຮັບປະ ກັນວ່າ ລົດຖີບນັ້ນແມ່ນມີໃຫ້ ສຳລັບທຸກຄົນຢູ່ໃນເມືອງ. ແລະ ສຸດທ້າຍ
ແມ່ນຄວາມຮັບຜິດຊອບ, ພວກເຮົາຢາກຮັບປະກັນວ່າ, ບໍລິສັດຕ່າງໆ, ຖ້າເຂົາເຈົ້າໄດ້
ຮັບໃບຄຳຮ້ອງ ຫຼື ໃບອະນຸຍາດ, ເຂົາເຈົ້າຕ້ອງປະຕິບັດ ຕາມທີ່ເຂົາເຈົ້າໄດ້ສັນຍາໄວ້
ໃນຂໍ້ຕົກລົງ.”

ລົດຖີບບໍ່ມີສະຖານີຈອດ ໄດ້ສະໜອງຄວາມສະດວກສະບາຍໃຫ້ແກ່ພວກຂີ່ລົດຖີບ
ຫຼາຍຂຶ້ນ.

ນາງ ພຣີຊິລລາ ຈູ ນັກທ່ອງທ່ຽວຈາກນະຄອນ ບັອສຕັນ ກ່າວວ່າ “ຂ້າພະເຈົ້າເຫັນ
ຄວາມສະດວກຂອງມັນ. ເພາະວ່າເຈົ້າບໍ່ຕ້ອງຮູ້ວ່າຈຸດ ໝາຍປາຍທາງຂອງເຈົ້າຢູ່ໃສ
ຫຼື ບ່ອນຈອດປາຍທາງຂອງເຈົ້າຢູ່ໃສ. ແລະ ເຈົ້າບໍ່ຕ້ອງເປັນຫ່ວງ ກ່ຽວກັບ ວ່າມັນຈະ
ມີສະຖານີຈອດຫວ່າງ ໃຫ້ເຈົ້າບໍ່.”

ທ່ານຈະເລືອກເອົາສະຖານີຈອດທີ່ເປັນລະບຽບ ຫຼື ຈະເອົາຄວາມຍືດຍຸ່ນສະດວກສະ
ບາຍ? ຈະເອົາຄວາມຊຳນານຂອງຊາວ ອາເມຣິກັນ ໃນທ້ອງຖິ່ນ ຫຼື ກຸ່ມ ບໍລິສັດຂອງ
ຈີນ? ການຕໍ່ສູ້ກັນ ເພື່ອຍາດຕະຫຼາດລົດຖີບ ເພື່ອໃຊ້ຮ່ວມກັນ ແມ່ນກຳລັງເລີ່ມຂຶ້ນ.

XS
SM
MD
LG