ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນໍ້າຖ້ວມໃນແຂວງສະຫວັນນະເຂດ ເຮັດໃຫ້ ລະບົບບໍລິການດ້ານສາທາ ລະນະສຸກເສຍຫາຍໜັກ


ສະພາບນໍ້າຖ້ວມເມືອງເຊໂປນ ໃນແຂວງສະຫວັນນະເຂດ ໃນເດືອນຕຸລາ 2020
ສະພາບນໍ້າຖ້ວມເມືອງເຊໂປນ ໃນແຂວງສະຫວັນນະເຂດ ໃນເດືອນຕຸລາ 2020

ໄພນໍ້າຖ້ວມຄັ້ງໃຫຍ່ໃນແຂວງສະຫວັນນະເຂດ ເຮັດໃຫ້ລະບົບບໍລິການດ້ານສາທາລະນະສຸກເກີດການ ເສຍຫາຍໄປເປັນສ່ວນໃຫຍ່ອັນເຮັດໃຫ້ປະຊາຊົນມີຄວາມສ່ຽງສູງຕໍ່ໂຣກພາຍຫລັງນໍ້າບົກແຫ້ງ. ຊົງລິດ ໂພນເງິນມີລາຍງານມາສະເໜີຈາກບາງກອກ.

ທ່ານແສງດາວ ສີວິໄລ, ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດຖະແຫລງວ່າໄພ ນໍ້າຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ລະບົບບໍລິການດ້ານສາທາລະນະສຸກເກີດການເສຍຫາຍໄປເປັນສ່ວນໃຫຍ່ ແລະເປັນການຍາກທີ່ຈະຟຶື້ນຟູໃຫ້ກັບຄືນມາໃຊ້ການໄດ້ຢ່າງເປັນປົກກະຕິພາຍໃນໄລຍະເວລາອັນສັ້ນ ຈຶ່ງນັບເປັນສະພາບການທີ່ປະຊາຊົນໃນແຂວງສະຫວັນນະເຂດຕ້ອງປະເຊີນກັບຄວາມສູງສູງຕໍ່ໂຣກໄພຕ່າງໆ ທີ່ສາມາດຈະເກີດຂຶ້ນໄດ້ພາຍຫລັງຈາກນໍ້າໄດ້ບົກແຫ້ງລົງແລ້ວນັ້ນ ດັ່ງທີ່ທ່ານແສງດາວ ຢືນຢັນວ່າ:

“ເມືອງທີ່ມັນກະທົບໜັກຫລະແມ່ນ ເມືອງເຊໂປນ, ເມືອງວີລະບຸຣີ, ເມືອງພິນ ແລະກໍຍັງ ເມືອງນອງເນາະ ແລະບັນຫາທີ່ກະທົບຫັ້ນຫລະແມ່ນນໍ້າຖ້ວມສຸກສາລາ ທີ່ວ່າມັນເອົາເຄື່ອງ ອຸປະກອນການແພດ ອີ່ຫຍັງຕ່າງໆ ຢູ່ໃນຫັ້ນອອກບໍ່ທັນ ເພາະວ່ານໍ້າມາໄວ ນອກຈາກສຸກສາລາທີ່ຖືກຖ້ວມແລ້ວຫລະແມ່ນ ຈໍານວນນໍ້າສ້າງກະຖືກຖ້ວມ 71 ໜ່ວຍ, ນໍ້າບາດານນີ້ຖືກ ຖ້ວມ 1,171 ໜ່ວຍ ແລະຈໍານວນວິດຖ່າຍນີ້ 3,114 ໜ່ວຍ ນອກຈາກນັ້ນ ແມ່ນກ໋ອກນໍ້າປະມານ 570 ໜ່ວຍ.”

ໂດຍໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ໄດ້ເກີດຂຶ້ນນັບແຕ່ວັນທີ 7 ຕຸລາ 2020 ເປັນຕົ້ນມາ ຊຶ່ງເກີດຈາກພາຍຸຝົນ 2 ໜ່ວຍຕິດຕໍ່ກັນທັງນີ້ ໂດຍຈາກການເກັບກຳຂໍ້ມູນຜົນກະທົບໃນຂັ້ນເບື້ອງຕົ້ນຂອງທາງການແຂວງສະຫວັນນະເຂດ ປະເມີນວ່າ ຈະຕ້ອງນຳໃຊ້ງົບປະມານຫຼາຍກວ່າ 1,350 ຕື້ກີບສຳລັບການຟື້ນຟູການຜະລິດແລະສ້ອມແປພື້ນຖານໂຄງຫລ່າງຕ່າງໆ ທີ່ເກີດການເສຍຫາຍຢ່າງກວ້າງຂວາງຈາກໄພນ້ຳຖ້ວມໃນຄັ້ງນີ້.

ສ່ວນທ່ານວາລີຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະການລົງທຶນຂອງແຂວງສະຫວັນນະເຂດຢືນຢັນວ່າ ການລະບາດຂອງພະຍາດໄວຣັສໂຄວິດ-19 ເຮັດໃຫ້ທາງການແຂວງສະຫວັນນະເຂດ ຕ້ອງຫລຸດຄາດໝາຍການຂະຫຍາຍຕົວທາງເສດຖະກິດໃນປີ 2020 ລົງຈາກລະດັບ 9.5 ເປີເຊັນ ມາເປັນບໍ່ເກີນ 3.2 ເປີເຊັນ ທຽບກັບປີ 2019 ທີ່ເສດຖະກິດແຂວງສະຫວັນນະເຂດຂະຫຍາຍຕົວໃນອັດຕາສະເລ່ຍ 9 ເປີເຊັນນັ້ນ ຫາກແຕ່ວ່າ ການທີ່ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນອັດຕາສະເລ່ຍ 3.2 ເປີເຊັນ ໃນປີ 2020 ກໍບໍ່ແມ່ນເລື້ອງງ່າຍ ເພາະຈະຕ້ອງໃຊ້ທຶນຫຼາຍກວ່າ 1,645 ຕື້ກີບ ໃນຂະນະທີ່ທາງການແຂວງສະຫວັນນະເຂດຄາດວ່າ ຈະສາມາດປະກອບສ່ວນເຂົ້າໃນການລົງທຶນໄດ້ພຽງ 42 ກວ່າຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອຈະຕ້ອງເພິ່ງພາການລົງທຶນ ແລະການຊ່ວຍເຫຼືອຈາກຕ່າງປະເທດເປັນຫລັກ ຈຶ່ງຈະບັນລຸເປົ້າໝາຍດັ່ງກ່າວໄດ້ຈິງ.

ທາງດ້ານທ່ານສັນຕິພາບ ພົມວິຫານ ເຈົ້າແຂວງແຂວງສະຫວັນນະເຂດກໍຍອມຮັບວ່າ ການຂະຫຍາຍ ຕົວທາງເສດຖະກິດທີ່ຕ່ຳກວ່າຄາດໝາຍ ຍັງໄດ້ກະທົບຕໍ່ການຫລຸດຜ່ອນບັນຫາຍາກຈົນຂອງປະຊາຊົນໃນແຂວງສະຫວັນນະເຂດດ້ວຍ ໂດຍເຫັນໄດ້ຈາກການຈັດຕັ້ງປະຕິບັດທີ່ໄດ້ຕ່ຳກວ່າ ແຜນການໃນປີ 2019 ທີ່ເສດຖະກິດຂອງແຂວງສະຫວັນນະເຂດຂະຫຍາຍຕົວໃນອັດຕາສະເລ່ຍ 9.5 ເປີເຊັນ ຂະນະທີ່ແຜນການວາງໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ໂດຍມີສາເຫດມາຈາກໄພນ້ຳຖ້ວມແລະສົງຄາມການຄ້າລະຫວ່າງຈີນກັບສະຫະລັດອາເມຣິກາ ອັນເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ ຫຼື GDP ສະເລ່ຍເປັນລາຍຮັບຂອງປະຊາຊົນແຂວງສະຫວັນນະເຂດ ໄດ້ທີ່ລະດັບ 2,126 ໃນຂະນະທີ່ແຜນການວາງໄວ້ທີ່ລະດັບ 2,188 ຕໍ່ຄົນຕໍ່ປີ.

ສ່ວນການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໃນແຂວງສະຫວັນນະເຂດໃນປີ 2019 ທີ່ຜ່ານມາ ກໍສາມາດລົບລ້າງຄວາມຍາກຈົນໄດ້ 952 ຄອບຄົວກັບປະກາດໃຫ້ 9 ບ້ານຫລຸດພົ້ນຈາກບັນຫາຍາກຈົນ ຈຶ່ງຍັງເຫຼືອ 7,084 ຄອບຄົວໃນ 94 ບ້ານທີ່ຍາກຈົນຢ່າງຍິ່ງ.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາດເພື່ອການພັທທະນາ (UNDP) ໃນລາວເປີດເຜີຍວ່າ ການທີ່ລາວປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງຄືສາເຫດສຳຄັນທີ່ເຮັດໃຫ້ການຫລຸດຜ່ອນບັນຫາຍາກຈົນປະຕິບັດໄດ້ຕ່ຳກວ່າເປົ້າໝາຍ ຊຶ່ງເຫັນໄດ້ຈາກປະຊາຊົນລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງທີ່ຄິດເປັນ 9 ເປີເຊັນຂອງປະຊາກອນລາວທັງໝົດ ໃນນີ້ແບ່ງເປັນກຸ່ມທີ່ອາໄສຢູ່ໃນເຂດຕົວເມືອງ 153,184 ຄົນ ກັບກຸ່ມທີ່ອາໄສຢູ່ຊົນນະບົດ 479,729 ຄົນ ແລະປາກົດວ່າ ແຂວງສະຫວັນນະເຂດມີຈຳນວນປະຊາຊົນຍາກຈົນຫລາຍທີ່ສຸດໃນລາວ ກໍຄືເກີນກວ່າ 230,000 ຄົນອີກດ້ວຍ.

XS
SM
MD
LG