ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໄບ​ເດັນ ແລະ​ທ່ານ​ສີ ຈະ​ພົບ​ປະ​ກັນ ​ທາງ​ອອນ​ລາຍ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ ​ນີ້


ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຈັດ​ກອງ​ປະ​ຊຸມທາງ​ອອນ​ລາຍກ​ັບທ່ານ​ສີ ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນຢູ່​ຫ້ອງ Situation ໃນ​ທຳ​ນຽບ​ຂາວ, ວັນ​ທີ 18 ມີ​ນາ, 2022. (ພາບ​ສະ​ໜອງ​ໃຫ້​ໂດຍທຳ​ນຽບ​ຂາວ)
ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຈັດ​ກອງ​ປະ​ຊຸມທາງ​ອອນ​ລາຍກ​ັບທ່ານ​ສີ ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນຢູ່​ຫ້ອງ Situation ໃນ​ທຳ​ນຽບ​ຂາວ, ວັນ​ທີ 18 ມີ​ນາ, 2022. (ພາບ​ສະ​ໜອງ​ໃຫ້​ໂດຍທຳ​ນຽບ​ຂາວ)

ສະ​ຫະລັດ ​ແລະ ຈີນ ກຳ​ລັງວາງ​ແຜນ ​ຈັດການ​ພົບ​ປະ​ກັນທາງອອນລາຍ​ ລະຫວ່າງ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ ​ໃນ​ອາທິດ​ສຸດ​ທ້າຍ​ຂອງ​ເດືອນ​ກໍລະກົດນີ້, ພາຍຫຼັງ​ທີ່​ຫົວ​ໜ້າ​ນັກ​ການ​ທູດ​ຈາກ 2 ປະ​ເທດ ​ທີ່​ມີເສດຖະກິດ​ນຳໜ້າໝູ່​ຂອງ​ໂລກ​ໄດ້​ພົບ​ປະ​ກັນ​ໃນ​ອາທິດ​ແລ້ວ​ນີ້ ຢູ່ນອກ​ກອງ​ປະ​ຊຸມຂອງ​ກຸ່ມຈີ 20 (G-20) ທີ່​ເກາະ​ບາ​ຫຼີ, ປະ​ເທດອິນ​ໂດ​ເນ​ເຊຍ.

ເຈົ້າ​ໜ້າ​ທີ່​ຈີນ​ ໄດ້​ສະ​ເໜີ​ໃຫ້​ຈັດ​ກອງ​ປະຊຸມ​ທາງ​ອອນ​ລາຍ ​ລະຫວ່າງ​ປະທານາ ທິບໍດີ​ສະ​ຫະລັດ, ທ່ານ​ໂຈ ໄບ​ເດັນ ​ແລະ ປະທານ​ປະ​ເທດຈີນ, ທ່ານ​ສີ ຈິ້ນຜິງ ຂຶ້ນ​ໃນ​ວັນ​ທີ 25 ກໍລະກົດ​,​ ອີງຕາມ​ແຫຼ່ງຂ່າວ​ທາງ​ການ​ທູດ​ທີ່​ຄຸ້ນ​ເຄີຍ​ກັບ​ການ​ພົບ​ປະ​ກັນ​ທີ່​ດຳ​ເນີນ​ໄປ 5 ຊົ່ວ​ ໂມງ​ໃນ​ວັນ​ເສົາ​ທີ່ຜ່ານ​ມາ ລະຫວ່າງ​ທີມງານ​ທີ່​ນຳ​ພາໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ຫວັງ ຢີ.

ກອງປະຊຸມແບບ​ພົບ​ກັນ​ສອງ​ຕໍ່​ສອງເປັນ​ເວ​ລາ 20 ນາທີ ທີ່ໄດ້ວາງແຜນໄວ້ ກ່ອນໜ້ານີ້ລະຫວ່າງທ່ານບ​ລິງ​ເຄັນ ແລະຫວັງ ບໍ່ໄດ້ມີ​ຂຶ້ນ ພາຍຫຼັງມີການສົນ ທະນາທີ່ຍາວນານລະຫວ່າງເຈົ້າໜ້າທີ່ສະຫະລັດ ກັບຈີນ ເຊິ່ງກວມເອົາຫົວຂໍ້ ຕ່າງໆ ລວມທັງສົງຄາມຂອງຣັດເຊຍຕໍ່ຢູເຄຣນ, ໄຕ້ຫວັນ, ສິດທິມະນຸດ ແລະ ເກົາຫຼີເໜືອແລ້ວ.

"ກ່ຽວກັບປະທານປະ​ເທດ ສີ ແລະປະທານາທິບໍດີໄບ​ເດັນນັ້ນ, ຄວາມຄາດຫວັງ ຂອງພວກເຮົາກໍແມ່ນວ່າ ພວກເພິ່ນຈະມີໂອກາດທີ່ໂອ​ລົມ​ກັນ ໃນບໍ່​ເທົ່​າ​ໃດອາ ທິດຂ້າງຫນ້າ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເຄັນ ທີ່ກ່າວຕໍ່ວີໂອເອໃນລະຫວ່າງ ກອງປະຊຸມຖະ​ແຫລງຂ່າວ ໃນວັນອາທິດຜ່ານ​ມາ ​ຢູ່ທີ່ບາງກອກຂອງໄທ.

ທ່ານແອນ​ໂທ​ນີ ບ​ລິງ​ເຄັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ທ່ານ​ຫວັງ ຢີ (ຊ້າຍ), ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນຕຶກ Nusa Dua ຢູ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 9 ກໍ​ລະ​ກົດ, 2022.
ທ່ານແອນ​ໂທ​ນີ ບ​ລິງ​ເຄັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ທ່ານ​ຫວັງ ຢີ (ຊ້າຍ), ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນຕຶກ Nusa Dua ຢູ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 9 ກໍ​ລະ​ກົດ, 2022.

ເມື່ອຖືກຖາມວ່າ ທ່ານໄບ​ເດັນ ແລະທ່ານສີ ສາມາດຈັດການປະຊຸມແບບ​ນັ່ງ ພົບກັນ​ເຊິ່ງ​ໜ້າຄັ້ງທໍາອິດຂອງພວກເພິ່ນໃນເດືອນພະຈິກນີ້ ຫລືບໍ່, ທ່ານບ​ລິງ​ເຄັນ ກ່າວວ່າ ທ່ານບໍ່ສາມາດເວົ້າກ່ຽວກັບ "ສິ່ງທີ່ອາດຈະເກີດຂຶ້ນໃນລະດູໃບ ໄມ້ປົ່ງປີນີ້."

​ໄທ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ຂອງ​ຜູ້​ນຳ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ເອ​ເຊຍ-ປາຊີ​ຟິກ ຫຼື APEC ​ໃນ​ວັນ​ທີ 18-19 ເດືອນພະຈິກ​ນີ້. ສ່ວນອິນ​ໂດ​ເນ​ເຊຍ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ G-20 ​ໃນ​ວັນ​ທີ 15-16 ພະຈິກ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ບອກ​ລັດຖະບານ​ໄທ​ວ່າ ທ່ານ​ສີ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC ຖ້າ​ຫາກ​ທ່ານ​ບໍ່​ມີ​ພັນທະອັນ​ອື່ນ. ທ່ານສີ ບໍ່ໄດ້ອອກຈາກປະ ເທດຈີນ ນັບຕັ້ງແຕ່ມີການລະບາດ ຂອງໂຄວິດ-19 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG