ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ແລະທ່ານສີ ຫາ​ທາງ​ສ້າງ​ສະ​ຖຽນ​ລະ​ພາບ ໃຫ້​ແກ່​ຄວາມ​ສຳພັນ ສະຫະລັດ ແລະ ຈີນ


ແຟ້ມ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ (ຂວາ), ຢືນຢູ່ກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການພົບປະກັນຢູ່ທີ່ນອກກອງປະຊຸມສຸດຍອດ G-20, ໃນເກາະບາຫຼີ, ປະເທດອິນໂດເນເຊຍ, ວັນທີ 14 ພະຈິກ 2022.
ແຟ້ມ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ (ຂວາ), ຢືນຢູ່ກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການພົບປະກັນຢູ່ທີ່ນອກກອງປະຊຸມສຸດຍອດ G-20, ໃນເກາະບາຫຼີ, ປະເທດອິນໂດເນເຊຍ, ວັນທີ 14 ພະຈິກ 2022.

ຜູ້ນໍາຂອງ ສະຫະລັດ ແລະ ຈີນ ໄດ້ຕົກລົງກັນທີ່ຈະເປີດຊ່ອງທາງການຕິດຕໍ່ສື່ສານ ລຸນຫຼັງການໂອ້ລົມກັນແບບເຊິ່ງໜ້າເປັນຄັ້ງທໍາອິດຂອງພວກທ່ານທັງສອງ ນັບຕັ້ງແຕ່ທ່ານໄບເດັນ ເຂົ້າດໍາລົງຕໍາແໜ່ງ ເປັນປະທານາທິບໍດີຂອງສະຫະລັດ. ການພົບປະກັນ ມີຂຶ້ນຢູ່ນອກກອງປະຊຸມສຸດຍອດ ກຸ່ມ G-20 ໃນເດືອນພະຈິກ ຢູ່ທີ່ເກາະບາຫຼີ ປະເທດອິນໂດເນເຊຍ. ແຕ່ຫຼັງຈາກຄວາມເຄັ່ງຕຶງມາເປັນເວລາຫຼາຍປີກ່ຽວກັບການຄ້າ ແລະບັນຫາຂອງເກາະໄຕ້ຫວັນ, ຫຼາຍໆຄົນຄາດວ່າ ຄວາມຂັດແຍ້ງຕ່າງໆ ຍັງຄົງຈະດໍາເນີນຢູ່ຕໍ່ໄປ. ຫົວໜ້ານັກຂ່າວຂອງ VOA ປະຈໍາກະຊວງການຕ່າງປະເທດ ໄນກີ ຊິງ (Nike Ching) ມີລາຍງານທ້າຍປີກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ເປີດກວ້າງການສົນທະນາກັນ ກ່ຽວກັບການຟື້ນຟູຄວາມສໍາພັນທີ່ຊຸດ ໂຊມ ລົງລະຫວ່າງສອງປະເທດ ໃນການສົນທະນາກັນແບບໜ້າເຊິ່ງໜ້ານັັບຕັ້ງ ແຕ່ທ່ານໄບເດັນ ເຂົ້າມາດໍາລົງຕໍາແໜ່ງປະທານາທິບໍດີ, ໂດຍໃຫ້ຄໍາໝັ້ນສັນ​ຍາວ່າ ປະເທດທັງສອງຈະຟື້ນ​ຟູ​ການເຈລະຈາ ກ່ຽວກັບບູ​ລິ​ມະ​ສິດຕ່າງໆ​ຂອງໂລກ​ຄືນອີກຄັ້ງ.

ເພື່ອເປັນການຕິດຕາມຜົນການດໍາເນີນງານດັ່ງກ່າວ, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ຈະເດີນທາງໄປຢ້ຽມ

ຢາມປະເທດຈີນໃນຕົ້ນປີ 2023 ນີ້.

ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະ ລັດກ່າວວ່າ:

“ກ່ຽວກັບ ຈີນ, ເຊິ່ງເປັນນຶ່ງໃນຄວາມສໍາຄັນ ທີ່ຂ້າພະເຈົ້າຄິດວ່າ ແມ່ນຜົນຈາກການສົນທະນາທີ່ປະທານາທິບໍດີໄບເດັນມີກັບປະທານປະເທດສີ ເປັນການແບ່ງ ປັນມຸມມອງທີ່ພວກເຮົາຈໍາເປັນຕ້ອງເປີດກວ້າງແລະເສີມສ້າງເຄືອຂ່າຍການຕິດ ຕໍ່ສື່ສານ ລະຫວ່າງສອງປະເທດຂອງພວກເຮົາຢ່າງແທ້ຈິງ. ນັ້ນແມ່ນຄວາມຈໍາເປັນ ຖ້າຫາກພວກເຮົາຈະຄຸ້ມ​ຄອງຄວາມສໍາພັນ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບເພື່ອ ຮັບ​ມືກັບການແຂ່ງຂັນທີ່ພວກເຮົາມີຢູ່, ດັ່ງນັ້ນ ມັນຈຶ່ງຈະບໍ່ປ່ຽນທິດທາງໄປສູ່ຄວາມຂັດແຍ້ງກັນ.”

ລຸນຫຼັງການເດີນທາງໄປຢ້ຽມຢາມໄຕ້ຫວັນ ຂອງປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ໃນເດືອນສິງຫາທີ່ຜ່ານມາ, ຈີນ ໄດ້ໂຈະການສົນທະນາກ່ຽວກັບບັນຫາທາງສະພາບອາກາດ ແລະດ້ານການທະຫານ ກັບສະຫະລັດໄວ້ຊົ່ວ ຄາວ. ພ້ອມກັນນັ້ນ ຈີນຍັງໄດ້ເພີ້ມທະວີການປະຕິບັດງານທາງທະຫານ ເພື່ອຕໍ່ຕ້ານໄຕ້ຫວັນທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕ ທີ່ປັກກິ່ງອ້າງວ່າ ເປັນແຂວງນຶ່ງຂອງຕົນ.

ທັງສອງປະເທດ ໄດ້ກັບຄືນມາສຸມໃສ່ການປຶກສາຫາລືກ່ຽວກັບບັນຫາຂອງສະພາບອາກາດໃນລະຫວ່າງກອງປະຊຸມ COP27 ຢູ່ໃນປະເທດອີຈິບ, ເຊິ່ງທູດພິເສດຂອງສະຫະລັດ ທ່ານຈອນ ແຄຣີ (John Kerry) ແລະຕົວແທນຈາກປະເທດຈີນ ກ່າວຊົມ​ເຊີຍກ່ຽວກັບການຕິດຕໍ່ສື່ສານທີ່ໄດ້ຮັບການປັບປຸງຄືນໃໝ່.

ທ່ານສີ ເຊີນຫົວ (Xie Zhenhua), ທູດທາງດ້ານສະພາບອາກາດຂອງຈີນກ່າວວ່າ:

“ນີ້ແມ່ນວິທີ ທີ່ຂ້າພະເຈົ້າຈະສະແດງຄວາມຄິດເຫັນກ່ຽວກັບການປຶກສາຫາລືຢ່າງເປັນທາງການລະຫວ່າງ ຈີນ ແລະ ສະຫະລັດ; ມັນເປັນການສົນທະນາແບບກົງໄປກົງມາ, ເປັນມິດ, ໄປໃນທາງບວກ ແລະສ້າງສັນ.”

ແຕ່ນັກວິເຄາະໄດ້ເຕືອນວ່າ ປະເດັນຕ່າງໆທີ່ສໍາຄັນ ທີ່ໄດ້ເຮັດໃຫ້ເກີດການແຂ່ງຂັນ ແລະບໍ່ເຫັນດີເຊິ່ງກັນແລະກັນຂອງທັງສອງປະເທດດັ່ງກ່າວນີ້ ແມ່ນຍັງຄົງຈະມີຢູ່ຕໍ່ໄປ ເຊິ່ງລວມມີດ້ານການຄ້າ, ເທັກໂນໂລຈີ, ດ້ານສິດທິມະນຸດ, ບັນຫາໄຕ້ຫວັນ ແລະຄວາມຂັດແຍ້ງຕ່າງໆຢູ່ໃນເຂດທະເລຈີນໃຕ້.

ທ່ານເຊັດທ໌ ໂຈນສ໌ (Seth Jones), ຜູ້ອໍານວຍການໂຄງການຄວາມໝັ້ນຄົງລະຫວ່າງປະເທດ ຢູ່ທີ່ສູນກາງຍຸດທະສາດ ແລະການສຶກສາລະຫວ່າງຊາດ ກ່າວກັບ VOA ໂດຍຜ່ານຊູມວ່າ:

“ພວກເຮົາເຫັນວ່າ ປະເທດທັງສອງຕ່າງກໍພາກັນເສີ້ມ​ສ້າງອໍານາດທາງທະຫານ, ລວມທັງຢູ່ໃນຂົງເຂດ ອິນໂດ-ປາຊີຟິກ. ສະຫະລັດ ກໍາລັງປ່ຽນທັດສະນະຄະຕິຂອງພວກເຂົາເຈົ້າໄປທາງນັ້ນ; ຈີນ ຍັງຄົງສືບຕໍ່ເສີມ​ສ້າງກອງ​ທັບເຮືອ​ນ້ຳ
ເລິກ, ກໍ່ສ້າງການໂຈມຕີໄລຍະໄກ, ແລະເສີມສ້າງອາວຸດນິວເຄລຍໃນ​ທັງ​ສາມ
ດ້ານ ເພື່ອເປັນເຄື່ອງສະ​ກັດ​ກັ້ນ, ແລະເພື່ອຄວາມເປັນໄປໄດ້ໃນການໃຊ້ເຄືອຂ່າຍໄລຍະໄກເຫຼົ່ານັ້ນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າ ຄວາມຕັ້ງໃຈສໍາລັບການແຂ່ງຂັນ ແມ່ນເປັນສິ່ງທີ່ຫຼີກບໍ່ໄດ້.”

ຢູ່ໃນປະເທດກໍາປູເຈຍ, ເຈົ້າໜ້າທີ່ລະດັບສູງດ້ານຄວາມໝັ້ນຄົງຂອງສະຫະລັດ ແລະຈີນ ໄດ້ຫາລືກັນເຖິງຄວາມຈໍາເປັນໃນການປັບ​ປຸງການຕິດຕໍ່ສື່ສານໃນ​ຍາມ​ທີ່​ເກີດ​ວິ​ກິດ, ໃນລະຫວ່າງທີ່ສະຫະລັດ ຍັງຄົງມີຄວາມກັງວົນກ່ຽວກັບສິ່ງທີ່ວໍຊິງຕັນກ່າວວ່າ ເປັນພຶດຕິກໍາທາງດ້ານການທະຫານຂອງຈີນ “ທີ່ເພີ້ມຄວາມ​ເປັນອັນຕະລາຍຂຶ້ນເລື້ອຍໆ” ຢູ່ໃນພູມິພາກແຫ່ງນີ້.

Leaders of the United States and China agreed to maintain open lines of communication after their first in-person talks since Biden became U.S. president. The meeting took place on the sidelines of November’s G-20 summit in Bali. But after years of tension over issues including trade and Taiwan, many expect frictions will persist. State Department Bureau Chief Nike Ching has the report.

U.S. President Joe Biden and Chinese President Xi Jinping expressed an openness to repair the worsening relationship between the two countries in their first face-to-face talks since Biden became president, pledging that their countries will resume talks on major global priorities.

To follow up, Secretary of State Antony Blinken will visit China in early 2023.

Antony Blinken, U.S. Secretary of State

“With regards to China, one of the, I think, important outcomes of the conversation that President Biden had with President Xi was a shared view that we need to keep open –and indeed, strengthen – lines of communication between our countries. That is necessary if we’re going to responsibly manage the relationship to deal with the competition that we have so that it does not veer into conflict.”

Following House Speaker Nancy Pelosi’s visit to Taiwan in August, China suspended climate and military talks with the United States. China also intensified its military deployment against the self-ruled democracy that Beijing claims as its own.

The two countries resumed climate talks during COP27 in Egypt, where U.S. special envoy John Kerry and Chinese representatives praised the renewed communication.

Xie Zhenhua, China’s Climate Envoy

“This is how I would comment on the official consultation between China and the United States; It is very candid, friendly, positive, and very constructive.”

But analysts caution key issues that have driven competition and disagreement between the two countries still persist, including trade, technology, human rights, Taiwan, and the South China Sea.

Seth Jones, Center for Strategic and International Studies, Zoom

“We see both sides building up military power, including in the Indo Pacific. The U.S. is shifting its posture there; the Chinese continues to build a Bluewater Navy, build long range strike and build a nuclear weapons triad for deterrence. And potential use along those lines. So I think competition intention is inevitable.”

In Cambodia, top defense officials from the U.S. and China discussed the need to improve crisis communications, while the U.S. continues to raise concerns about what Washington said is “increasingly dangerous” behavior by the Chinese military in the region.

XS
SM
MD
LG