ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານໄບເດັນ ແລະ ທ່ານສີ ພົບປະກັນ ຢູ່ນອກກອງປະຊຸມສຸດຍອດ G-20 ທີ່ເກາະບາຫຼີ


Biden, Xi Meet at Sidelines of G-20 Bali
please wait

No media source currently available

0:00 0:02:03 0:00

ລາຍງານກ່ຽວກັບ ການພົບປະກັນລະຫວ່າງທ່ານໄບເດັນ ແລະທ່ານສີ ຢູ່ທີ່ດ້ານນອກການປະຊຸມສຸດຍອດ G-20 ໃນເກາະບາຫຼີ ປະເທດອິນໂດເນເຊຍ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນວັນຈັນແລ້ວນີ້ ຢູ່ທີ່ນອກກອງປະຊຸມສຸດຍອດ ຂອງກຸ່ມ G-20 ໃນເກາະບາຫຼີ, ເຊິ່ງເປັນເຈົ້າພາບຈັດໂດຍປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວິໂດໂດ. ຫົວໜ້ານັກຂ່າວ VOA ປະຈໍາທໍານຽບຂາວ ແພັດຊີ ວິດາກຸສວາຣາ ໄດ້ເດີນທາງໄປກັບປະທານາທິບໍດີ ແລະມີລາຍງານກ່ຽວກັບເລື້ອງນີ້,​ ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ທີ່ເກາະຕາກ​ອາ​ກາດບາຫຼີ ປະເທດອິນໂດເນເຊຍ, ໄດ້ຈັດ​ໃຫ້​ມີການປະຊຸມສຸດຍອດທີ່ຄາດຫວັງໄວ້ສູງ ຂອງປະເທດມະຫາອໍານາດ. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານປະເທດ ທ່ານສີ ຈິ້ນຜິງ, ຄູ່ຕຳ​ແໜ່ງ​ຝ່າຍ​ຈີນ.

ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນສູງ, ຜູ້ນໍາຂອງທັງສອງປະເທດ ໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນ ໃນການຄວບ​ຄຸມຄວາມແຕກຕ່າງ, ແລະໄດ້ຫຼີກເວັ້ນ​ ບໍ່​ໃຫ້​ເກີດ​ມີ​ການຂັດແຍ້ງກັນ.

ທ່ານສີ ຈິ້ນຜິງ, ປະທານປະເທດຈີນ ກ່າວເປັນພາສາຈີນກາງວ່າ:

“ພວກເຮົາ, ໃນຖານະເປັນຜູ້ນໍາຂອງປະເທດຈີນ ແລະສະຫະລັດ, ຄວນວາງບົດບາດໃນການຊີ້ນໍາ ແລະກໍານົດທິດທາງ ເພື່ອມອງຫາແນວທາງທີ່ຖືກຕ້ອງສໍາລັບການເຄື່ອນ​ໄຫວ​ໃນ​ຄວາມພົວພັນລະຫວ່າງສອງປະເທດຂອງພວກເຮົາ.”

ໃນການປະຊຸມທີ່ໃຊ້ເວລາຫຼາຍກວ່າ 3 ຊົ່ວໂມງ, ທ່ານໄບເດັນກ່າວວ່າ ທ່ານໄດ້ພະຍາຍາມທີ່ຈະຫຼຸດຄວາມເຄັ່ງຕຶງກ່ຽວ​ກັບໄຕ້ຫວັນທີ່ເປັນເກາະປົກຄອງຕົນເອງລົງ, ເຊິ່ງຈີນ ພິຈາລະນາວ່າ ເປັນແຂວງນຶ່ງຂອງຈີນທີ່ແຍກອອກ​ຈາກ​ຕົນ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ຈີນ ຈະພາຍາຍາມຮຸກຮານໄຕ້ຫວັນໃນເວລາອີກບໍ່ດົນນີ້, ແລະຂ້າພະເຈົ້າກໍຢາກໃຫ້ເປັນ​ທີ່ແຈ່ມແຈ້ງກ່ຽວກັບນະໂຍບາຍຂອງພວກເຮົາຕໍ່ໄຕ້ຫວັນວ່າ ບໍ່ໄດ້ມີການປ່ຽນແປງອັນໃດເລີຍ. ມັນຍັງຢູ່ໃນສະຖານະການແບບເກົ່າທີ່ພວກເຮົາມີ​ມາ, ຂ້າພະເຈົ້າຕ້ອງການສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ພວກເຮົາຕ້ອງການ​ຢາກເຫັນບັນຫາຂ້າມຊ່ອງແຄບໄຕ້ຫວັນ ໄດ້ຮັບການແກ້ໄຂໂດຍສັນຕິວິທີ.”

ທ່ານໄບເດັນກ່າວວ່າ ຖ້າປັກກິ່ງຫາກບໍ່ສາມາດຄວບຄຸມເກົາຫຼີເໜືອໄດ້, ສະຫະ ລັດຈະດຳ​ເນີນ​ການເພີ້ມຂຶ້ນ ເພື່ອປົກປ້ອງບັນດາປະເທດພັນທະມິດຂອງຕົນຢູ່ໃນພູມິພາກແຫ່ງນີ້.

ໃນຕອນເຊົ້າຂອງວັນຈັນທີ່ຜ່ານມາ, ທ່ານໄບເດັນ ພົບປະກັບປະທານາທິບໍດີໂຈໂກ ວິໂດໂດ, ເຊິ່ງເປັນປະທານຈັດການປະຊຸມສຸດຍອດ​ກຸ່ມ G-20, ອັນເປັນການເຕົ້າ​ໂຮມຂອງບັນດາຜູ້ນໍາ​ 20 ປະ​ເທດທີ່ມີລະບົບເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ:

“ດັ່ງທີ່ຂ້າພະເຈົ້າໄດ້ບອກພວກທ່ານໄປແລ້ວ, ທ່ານປະທານາທິບໍດີ, ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າຊິກັບຄືນເມືອປະເທດ.”

ການເວົ້າຢອກແບບເພື່ອນມິດ ຄືການປະຕິເສດຄວາມເຄັ່ງຕຶງທາງການທູດເປັນເວລາຫຼາຍເດືອນ ໄປໆມາໆ ລະຫວ່າງວໍຊິງຕັນ ແລະຈາກາຕາ.

​ໃນ​ຕອນຕົ້ນໆ, ຜູ້ນໍາຂອງບັນດາປະເທດຕາເວັນຕົກໄດ້ຂົ່ມຂູ່ທີ່ຈະ​ບໍ່​ເຂົ້າ​ຮ່ວມ​ປະ​ຊຸມ ເວັ້ນແຕ່ວ່າ​ອິນ​ໂດ​ເນ​ເຊຍຈະບໍ່​ໃຫ້ປະທານາທິບໍດີ​ຣັດ​ເຊຍ ທ່ານວລາດີເມຍ ປູຕິນ​ເຂົ້າ​ຮ່ວມ, ແຕ່​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ ກໍ​ຄື​ການ​ເຊື້ອເຊີນປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີແທນ​ໃຫ້​ມາ​ຮ່ວມ ທັງໆ​ທີ່ຢູເຄຣນ ບໍ່ແມ່ນສະມາຊິກຂອງກຸ່ມ G-20, ດັ່ງນັ້ນ ທ່ານເຊເລັນສກີ ຈຶ່ງມີ​ກຳ​ນົດເຂົ້າຮ່ວມການປະຊຸມຜ່ານທາງອອນລາຍ ໃນຂະນະທີ່ມົສກູ ໄດ້ສົ່ງລັດຖະມົນຕີກະຊວງການຕ່າງປະເທດ ທ່ານເຊີເກ ລາວຣອຟ ເຂົ້າຮ່ວມແທນ.

ສົງຄາມຢູ່ໃນ ຢູເຄຣນ ແລະຜົນກະທົບຂອງສົງຄາມຕໍ່ດ້ານຄວາມໝັ້ນຄົງທາງ​ດ້ານ​ອາຫານ ແລະ​ພະ​ລັງ​ງານ​ຂອງໂລກ ຈະເປັນຫົວຂໍ້ອັນສໍາຄັນໃນການສົນ ທະນາຫາ​ລື ຢູ່ໃນກອງປະຊຸມສຸດຍອດ​ກຸ່ມ G-20 ທີ່ໄດ້ເລີ້ມຕົ້ນຂຶ້ນໃນວັນອັງ ຄານວານນີ້.

U.S. President Joe Biden met with Chinese leader Xi Jinping Monday, on the sidelines of the G-20 Summit in Bali, hosted by Indonesian President Joko Widodo. White House Bureau Chief Patsy Widakuswara is traveling with the president and brings this report.

The resort island Bali, Indonesia, is the setting for the highly anticipated summit of the superpowers. U.S. President Joe Biden and Xi Jinping, his Chinese counterpart.

Amid heightened tensions, both leaders stressed the need to manage differences and avoid conflict.

Xi Jinping, Chinese President, Mandarin
"We, as the leaders of China and the United States, should play a role in guiding and setting the directions so as to find the correct direction for the development of the relations between our two countries."

In the meeting that lasted over three hours, Biden said he sought to lower tensions over Taiwan, a self-ruled island Beijing considers its breakaway province.

President Joe Biden

“I do not think there's any imminent attempt on the part of China to invade Taiwan, and I made it clear that our policy on Taiwan has not changed at all. It’s the same exact position we've had. I made it clear that we want to see cross-strait issues peacefully resolved.”

Biden said if Beijing is not able to rein in North Korea, the U.S. would move to further protect its allies in the region.

Earlier Monday, Biden met President Joko Widodo, host of the G-20 summit, a gathering of leaders of the world's 20 largest economies.

President Joe Biden

"As I told you, Mr. President, I don't think I'm going home."

The friendly banter belies months of intense diplomatic back and forth between Washington and Jakarta.

Initially Western leaders threatened a boycott unless Indonesia excluded Russian President Vladimir Putin. The compromise was to invite President Volodymyr Zelenskyy, despite Ukraine not being a G-20 member. Zelenskyy is scheduled to participate virtually, while Moscow is sending foreign minister Sergey Lavrov.

The war in Ukraine and its impact on global food and energy security will be high on the agenda, at the G-20 summit that begins Tuesday.

XS
SM
MD
LG