ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບ​ເດັນ ໄປຢ້ຽມຢາມ ເຂດຝັ່ງຕາ​ເວັນຕົກ​ຂອງແມ່​ນ້ຳ​ຈໍ​ແດນ ແລ້ວ​ເດີນ​ທາງ​ໄປ ​ຍັງ ຊາ​ອຸ​ດີ ອາ​ຣາເບຍ

ທ່ານມາ​ມຸດ ອາບ​ບາສ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປາ​ແລ​ສ​ໄຕ​ນ໌ ແລະ​ທ່ານ​ໂຈ ໄບ​ເດັນ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດຢືນ​ຢູ່​ຕໍ່​ໜ້າ​ທະ​ຫານກອງ​ກຽດ​ຕິ​ຍົດຢູ່ຫໍ​ປະ​ຊຸມ Bethlehem ໃນເຂດຝັ່ງຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນ, ວັນ​ທີ 15 ກໍ​ລະ​ກົດ, 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ໄປຢ້ຽມຢາມເຂດຝັ່ງຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນ ຫລື West Bank ໃນວັນສຸກມື້ນີ້ ບ່ອນທີ່ທ່ານມີກຳນົດຈະພົບປະກັບຜູ້ນຳປາແລສໄຕນ໌, ທ່ານມາ​ມຸດ ອາບ​ບາສ (Mahmoud Abbas).

ທ່ານໄບ​ເດັນ ຄາດວ່າຈະປະກາດຊຸດເງິນຊ່ວຍ​ເຫລືອທີ່ສໍາຄັນ ສໍາລັບໂຮງຫມໍ ຕ່າງໆ ໃນເຂດເຈຣູຊາແລັມຕາເວັນອອກ, ອີງຕາມເຈົ້າຫນ້າທີ່ຂັ້ນສູງໃນ​ຄະ​ນະລັດ​ຖະ​ບານ.

ການປະກາດອື່ນໆທີ່ຢູ່​ໃນ​ແຜນນັ້ນ ​ຍັງລວມມີການສຸມໃສ່ການພັດທະນາເສດ ຖະກິດຂອງ​ຊາວປາ​ແລ​ສ​ໄຕ​ນ໌ ເຊັ່ນ: ການພັດທະນາເຄືອຂ່າຍໂທ​ລະ​ສັບໄຮ້ສາຍ 4G ໃນເຂດ​ກາ​ຊາ ແລະ ເຂດຝັ່ງຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານໄບ​ເດັນ ບໍ່​ໄດ້​ນຳ​ເອົາ​ແຜນການ​ໃໝ່​ໃດໆ ​ມາ​ໃຫ້​ແກ່​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ຊາວ​ປາ​ແລສ​ໄຕ​ນ໌ ​ແລະ ອິສຣາ​ແອລ.

ຮູບ​ຂອງ​ນາງ Shireen Abu Akleh, ນັກ​ຂ່າວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ປາ​ແລ​ສ​ໄຕ​ນ໌ ໄດ້ຖືກ​ເອົາ​ມາ​ວາງ​ໄວ້​ເທິງຕັ່ງໜ່ວຍ​ນຶ່ງ​ ຂະ​ນະ​ທີ່​ພວກ​ນັກ​ຂ່າວລໍ​ຖ້າ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ​ໄບ​ເດັນ ແລະ ປະ​ທາ​ນາ​ທິ​ບໍ​ດີ ມາ​ມຸດ ອາບ​ບາ​ສ ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ພົບ​ປະ​ກັນ​ແລ້ວ ຢູ່​ຫໍປະ​ຊຸມ Bethlehem ໃນເຂດຝັ່ງຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນ, ວັນ​ທີ 15 ກໍ​ລະ​ກົດ, 2022.

ຕໍ່ມາໃນວັນສຸກມື້ນີ້, ທ່ານໄບ​ເດັນໄດ້ເດີນທາງໄປຍັງຊາ​ອຸ​ດີ ອາ​ຣາ​ເບຍ. ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ທ່ານ​ຈະໄປເຖິງທີ່ນັ້ນ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ປະ​ກາດ​ໃນ​ຕອນ​ແລງ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ເປີດ​ເຂດ​ໜ່ານ​ຟ້າ​ຂອງ​ຕົນ​ໃຫ້ແກ່ “ເຮືອ​ບິນທຸກ​ຊະ​ນິດ” ຊຶ່ງ​ເປັນ​ການ​ຍຸ​ຕິ​ການ​ຫ້າມ​ຖ້ຽວ​ບິນ​ໄປຫາ ​ແລະອອກ​ຈາກ ອິ​ສ​ຣາ​ແອ​ລ.

​ໃນ​ວັນ​ພະຫັດ​ວານ​ນີ້, ທ່ານໄບ​ເດັນ ​ໄດ້​ພົບ​ປະ​ກັບນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານແຢ ລາ​ປິດ (Yair Lapid). ຫຼັງ​ຈາກ​ການ​ພົບ​ປະ​ກັນ ຜູ້​ນຳ​ທັງ ສອງ​ ​ກໍໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ ເພື່ອເຜີຍ​ແຜ່​ໃຫ້​ຄົນ​ຮູ້​ກ່ຽວກັບ​ຂໍ້​ຕົກ​ລົງ​ຂອງ​ພວກ​ເພິ່ນ ທີ່​ຈະ​ບໍ່​ຍອມ​ໃຫ້​ອີ​ຣ່ານ ​ກາຍ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ ທາງ​ນິວ​ເຄຼຍໄດ້.

ແຕ່​ຢ່າງ​ໃດ​ກໍ​ຕາມ, ​ພວກ​ເພິ່ນກໍ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ກ່ຽວ​ກັບ​ວິທີ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ໃນ​ການ​ສະກັດ​ກັ້ນ​ການ​ພັດທະນາ​ນິວ​ເຄຼຍຂອງ​ອີຣ່ານ.

"ຂ້າພະເຈົ້າສືບຕໍ່ເຊື່ອວ່າ ວິ​ທີ​ການ​ທາງການທູດແມ່ນວິທີທີ່ດີທີ່ສຸດ ເພື່ອໃຫ້ ບັນລຸຜົນຮັບອັນນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນ.

ສ່ວນທ່ານ​ລາ​ປິດກ່າວວ່າ "ສິ່ງດຽວທີ່ຈະເຮັດ​ໃຫ້ອີຣ່ານຍຸ​ຕິ​ໄດ້" "ກໍແມ່ນ ການບອກ​ໃຫ້ຮູ້ວ່າ ຖ້າພວກເຂົາສືບຕໍ່ພັດທະນາໂຄງການນິວເຄລຍຂອງຕົນ, ໂລກເສລີ ກໍຈະໃຊ້ກໍາລັງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG