ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ​ໄບ​ເດັນ​​ໄປ​ຢ້ຽ​ມ​ຢາມ​ລັດ​ໂອ​ຮາຍ​ໂອ ເພື່ອ​ປະ​ກາດ​ແຜນ​ການ​ລົງ​ທຶນ​ໃນ​ພື້ນ​ຖານໂຄງ​ລ່າງ ແລະ​ໂນ້ມ​ນ້າວ​ຈິດ​ໃຈ​ຜູ້​ປ່ອນ​ບັດ


ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ​ກ່ຽວ​ກັບການ​ທຳ​ຄວາມ​ສະ​ອາດທ່າ​ເຮືອ​ຢູ່​ເຂດທະ​ເລ​ສາບ Great Lakes ມົນ​ລະ​ພິດ​ທາງ​ອຸດ​ສາ​ຫະ​ກຳຢູ່​ບ່ອນ​ຈອດ​ເຮືອ ໃນ​ເມືອງ​ລໍ​ເຣນ, ລັດ​ໂອ​ຮາຍ​ໂອ, ວັນ​ທີ 17 ກຸມ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ​ກ່ຽວ​ກັບການ​ທຳ​ຄວາມ​ສະ​ອາດທ່າ​ເຮືອ​ຢູ່​ເຂດທະ​ເລ​ສາບ Great Lakes ມົນ​ລະ​ພິດ​ທາງ​ອຸດ​ສາ​ຫະ​ກຳຢູ່​ບ່ອນ​ຈອດ​ເຮືອ ໃນ​ເມືອງ​ລໍ​ເຣນ, ລັດ​ໂອ​ຮາຍ​ໂອ, ວັນ​ທີ 17 ກຸມ​ພາ, 2022.

ປະທານາທິບໍດີໂຈ ໄບ​ເດັນ ໃນວັນພະຫັດວານນີ້ໄດ້ໄປຢ້ຽມຢາມເມືອງນ້ອຍ​ທີ່ຜະ​ລິດເຫຼັກແລະ​ມີອຸດສາຫະກຳຫລຸດ​ລົງໃນ​ລັດ​ໂອ​ຮາຍ​ໂອ ເພື່ອປະກາດແຜນການໃຊ້ຈ່າຍຫຼາຍພັນຕື້ໂດລາ ທີ່ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ສູງ​ສຸດຂອງທ່ານ ເພື່ອປະກາດໂຄງ​ການລິເລີ່ມ 1 ຕື້ໂດລາ ສຳລັບອະນາໄມ ແລະການຟື້ນຟູສິ່ງ ແວດລ້ອມ ແລະໂນ້ມ​ນ້າວ​ຈິດ​ໃຈ​ຂອງຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່ໃນລັດທີ່ສຳຄັນແຫ່ງນັ້ນ ກ່ອນການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ທີ່​ມີ​ການ​ແຂ່ງ​ຂັນ​ກັນຢ່າງດຸເດືອດ.

"ມື້ນີ້, ພວກເຮົາປະກາດການລົງທຶນ 1 ຕື້ - 1 ຕື້ໂດລາ - ຈາກຮ່າງ​ກົດ​ໝາຍໂຄງລ່າງພື້ນຖານ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ​ທີ່​ກ່າວຕໍ່ແຂກ ທີ່ຖືກເຊີນ ປະມານ 60 ຄົນ, ລວມທັງສະມາຊິກສະພາ, ເຈົ້າໜ້າທີ່ທີ່​ຖືກເລືອກຕັ້ງໃນທ້ອງຖິ່ນ ແລະພວກຜູ້ນໍາແຮງງານຢູ່ໃນບ່ອນຈອດເຮືອໃນເມືອງ​ລໍ​ເຣນ (Lorain) ທີ່ຕັ້ງ​ຢູ່​ແຄມທະເລສາບ, ລັດໂອ​ຮາຍ​ໂອ.

ທ່ານ​ໄບ​ເດັນ​ເວົ້າ​ວ່າ "ມັນຈະອະນຸຍາດໃຫ້ມີການຟື້ນຟູທະ​ເລ​ສາບໃຫຍ່ ຫລື Great Lakes ຢ່າງຫລວງ​ຫລາຍທີ່ສຸດໃນປະຫວັດສາດຂອງມັນ. ພວກເຮົາ ຈະເລັ່ງການອະນາໄມຈຸດ​ຕ່າງໆ ໃນທົ່ວ 6 ລັດໃນເຂດ​ອ່າງ Great Lakes ນັບ​ແຕ່​ເມືອງເດິ​ລູດ, ລັດ​ມິນ​ເນ​ໂຊ​ຕາ, ມີວວອກ​ກີ, ລັດ​ວິ​ສ​ຄອນ​ຊິນ, ແກ​ຣີ, ລັດອິ​ເດຍນາ, ໄປຈົນ​ເຖິງ​ເມືອງບັບ​ຟະ​ໂລ, ລັດນິວຢອກ, ແລະທຸກບ່ອນທີ່​ຢູ່ໃນລະຫວ່າງນັ້ນ.”

ລໍ​ເຣນເປັນເມືອງທີ່ມີປະຊາກອນປະມານ 65,000 ຄົນ ທີ່ມີຖະໜົນສາຍຫຼັກ ທີ່ເປ່​ເພ ແລ່ນເຂົ້າໄປເຖິງທະເລສາບເອີ​ຣີ. ຕົວ​ເມືອງ​ນີ້​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ການ​ຫຼຸດ​ລົງ​ຂອງ​ການ​ຜະລິດ​ອຸດ​ສະ​ຫະ​ກຳຂອງ​ອາ​ເມ​ຣິ​ກາ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ຜູ້ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ກ່ອນທ່ານໄບ​ເດັນທັງ​ສອງຄົນ​ ໄດ້​ໄປ​ຢ້ຽມ​ຢາມ​ເມືອງ​ຜະ​ລິດເຫຼັກ​ທີ່ເມື່ອ​ກ່ອນ​ເຄີຍ​ຮຸ່ງ​ເຮືອງ​ແຫ່ງນັ້ນ ​ເພື່ອ​ສະ​ແດງ​ຜົນ​ງານຂອງ​ພວກ​ເພິ່ນ ແລະ​ໂນ້ມ​ນ້າວ​ຈິດ​ໃຈ​ຂອງຜູ້ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​. ເຂດນີ້ຂອງ ອາເມຣິ​ກາ ມີຄວາມສໍາຄັນພິ​ເສດໃນປີນີ້, ຍ້ອນວ່າລັດໂອ​ຮາຍ​ໂອ​ທີ່​ມີ​ການ​ຍາດ​ແຍ່ງ​ກັນໜັກ ຈະມີ​ການບໍານານຂອງສະມາຊິກສະພາສູງຈາກພັກຣີພັບບລີກັນ, ທ່ານ​ຣອບ ພອດ​ແມນ (Rob Portman).

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນລົມ​ກັບ​ພວກ​ນັກ​ຂ່າວ​ກ່ອນຈະ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ​ຢູ່​ເດີນ​ດ້ານ​ໃຕ້​ຂອງທຳ​ນຽບ​ຂາວ, ວັນ​ທີ 17 ກຸມ​ພາ, 2022
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນລົມ​ກັບ​ພວກ​ນັກ​ຂ່າວ​ກ່ອນຈະ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ​ຢູ່​ເດີນ​ດ້ານ​ໃຕ້​ຂອງທຳ​ນຽບ​ຂາວ, ວັນ​ທີ 17 ກຸມ​ພາ, 2022

ຫຼື, ດັ່ງທີ່ອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ໄດ້ກ່າວໄວ້ໃນເວລາທ່ານໄປຢ້ຽມ ຢາມເມືອງທີ່ຢູ່ໃກ້ຄຽງກັນ​ນັ້ນ ໃນເດືອນມິຖຸນາຜ່ານ​ມາ ເພື່ອເຮັດການໂຮມຊຸມ ນຸມຄັ້ງ​ທຳ​ອິດ ​ພາຍຫລັງ​ທີ່​ທ່ານ​ເຊົາ​ເປັນປະທານາທິບໍດີແລ້ວ: "ປີຫນ້າ, ຄື້ນສີແດງຂອງພັກຣີພັບບລີກັນຈະເລີ້ມຕົ້ນຢູ່ທີ່ນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່ກ່າວຕໍ່ຝູງຊົນຢູ່ທີ່ເດີ່​ນ​ຈັດ​ງານຂອງຄາວ​ຕີລໍ​ເຣນ, ​ເຊິ່ງຕັ້ງ​ຢູ່​ໃນ​ເມືອງແວ​ລ​ລິງ​ຕັນ ທີ່​ຢູ່​ໃກ້ໆກັນ​ນັ້ນ. "ພວກເຮົາຈະຕໍ່ສູ້ເພື່ອໃຫ້ມີວຽກເຮັດງານທຳແກ່ຄອບຄົວ ໃນ​ລັດໂອ​ຮາຍຫຼາຍຂຶ້ນ, ມີການຈ້າງ​ງານ​ທີ່ຍຸຕິທຳ ສຳລັບຄົນງານໃນລັດໂອ​ຮາຍ​ໂອ, ແລະມີໂຮງງານຜະ​ລິດສິນ​ຄ້າ​ຫລາຍ​ຂຶ້ນ ທີ່ຜະລິດຕະພັນທີ່ພິມປະໂຫຍກ ທີ່ສວຍງາມ, ສວຍງາມຫລາຍ ທີ່​ບອກ​ວ່າ 'Made in the U.S.A.' ຊຶ່ງ​ແປ​ວ່າ ຜະ​ລິດ​ຢູ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG