ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ກ່າວວ່າ ທ່ານຈະບໍ່ຍົກເລີກການລົງໂທດທາງດ້ານເສດຖະກິດຕໍ່ອີຣ່ານ ເວັ້ນເສຍແຕ່ວ່າ ເຕຫະຣານຈະຕັດການກັ່ນທາດຢູເຣນຽມລົງ ໃຫ້ຢູ່ໃນລະດັບທີ່ໄດ້ຕົກລົງກັນໄວ້ໃນສົນທິສັນຍາສາກົນປີ 2015 ເພື່ອແນໃສ່ ສະກັດກັ້ນການພັດທະນາອາວຸດນິວເຄຼຍ ຂອງປະເທດດັ່ງ ກ່າວ.
ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານຢາກໃຫ້ສະຫະລັດເຂົ້າຮ່ວມສົນທິສັນຍານິວເຄຼຍກັບອີຣ່ານທີ່ອະດີດປະທານາທິບໍດີ ດໍໂນລ ທຣໍາໄດ້ຖອນສະຫະລັດອອກນັ້ນ.
ແຕ່ເມື່ອຖືກຖາມໂດຍກົງຢູ່ໃນການໃຫ້ສຳພາດກັບໂທລະພາບ CBS ທີ່ອອກອາກາດໃນວັນອາທິດວານນີ້ ທີ່ວ່າ ສະຫະລັດຈະຍົກເລີກການລົງໂທດກ່ອນເພື່ອໃຫ້ອີຣ່ານກັບຄືນມາສູ່ການເຈລະຈາຫລືບໍ່ນັ້ນ, ທ່ານໄບເດັນໄດ້ຕອບແບບງ່າຍວ່າ “ບໍ່” ເທົ່ານັ້ນ.
ທ່ານໄດ້ງຶກຫົວສະແດງຄວາມເຫັນດີ ກັບຜູ້ຈັດລາຍການໂນຣາ ໂອດອນແນລ (Norah O’Donnell) ຂອງໂທລະພາບ CBS ທີ່ເວົ້າວ່າ ທຳອິດເຕຫະຣ່ານຕ້ອງຢຸດການກັ່ນທາດຢູຣານຽມ ທີ່ສູງກ່ວາລະດັບທີ່ໄດ້ຮັບອະນຸຍາດໃຫ້ຢູ່ພາຍໃຕ້ສົນທິສັນຍາທີ່ວ່ານັ້ນກ່ອນ.
ຂໍ້ຕົກລົງດັ່ງກ່າວໄດ້ອະນຸຍາດໃຫ້ອີຣ່ານກັ່ນທາດຢູຣານຽມໃນລະດັບຄວາມເຂັ້ມຂຸ້ນ 3.67 ເປີເຊັນ. ແຕ່ວ່ານັບແຕ່ກາງປີ 2019 ເປັນຕົ້ນມາ, ປະເທດດັ່ງກ່າວໄດ້ຜັກດັນການກັ່ນທາດຢູເຣນຽມໃຫ້ສູງຂຶ້ນສູ່ລະດັບ 4.5 ເປີເຊັນ, ແລະຈາກນັ້ນໃນເດືອນທີ່ຜ່ານມານີ້ແມ່ນຂຶ້ນເຖິງ 20 ເປີເຊັນ - ໃນລະດັບທີ່ປະເທດນັ້ນໄດ້ບັນລຸ ກ່ອນມີຂໍ້ຕົກລົງກັນ.
ບັນດານັກຊ່ຽວຊານກ່າວວ່າດຽວນີ້ ເຕຫະຣ່ານມີທາດຢູເຣນຽມທີ່ມີລະດັບຕໍ່າສະສົມໄວ້ພຽງພໍ ສຳລັບຜະລິດອາວຸດນິວເຄຼຍຢ່າງໜ້ອຍສອງລູກ, ຖ້າປະເທດນີ້ເລືອກທີ່ຈະດຳເນີນການຜະລິດຂອງພວກເຂົາເຈົ້າ. ແຕ່ບັນດາເຈົ້າໜ້າທີ່ອີຣ່ານ, ໄດ້ໃຫ້ເຫດຜົນແຕ່ໃດມາ ຕໍ່ບັນດາລັດຖະບານຂອງປະເທດຕາເວັນຕົກທີ່ມີຄວາມສົງໄສມາແຕ່ດົນນານມາແລ້ວນັ້ນວ່າ ໂຄງການນິວເຄຼຍຂອງຕົນ ແມ່ນມີຈຸດປະ ສົງ ໃນທາງສັນຕິ.
ຜູ້ນຳສູງສຸດຂອງອີຣ່ານ, ທ່ານອາຢາໂຕລາ ອາລີ ຄາເມນີ (Ayatollah Ali Khamenei) ກ່າວຢູ່ໃນໂທລະພາບຂອງລັດວ່າ ຖ້າສະຫະລັດຢາກ “ໃຫ້ອີຣ່ານກັບຄືນໄປຫາຄຳໝັ້ນສັນຍາຂອງຕົນ, ສະຫະລັດຕ້ອງໄດ້ຍົກເລີກ ທຸກມາດຕະ ການລົງໂທດໃນທາງປະຕິບັດເສຍກ່ອນ, ຈາກນັ້ນພວກເຮົາຈຶ່ງຈະທໍາການກວດສອບ ແລະກວດເບິ່ງວ່າ ການລົງໂທດໄດ້ຖືກຍົກເລີກຢ່າງຖືກຕ້ອງຫລືບໍ່, ແລ້ວພວກເຮົາຈຶ່ງຈະກັບໄປຫາຄຳໝັ້ນສັນຍາ ຂອງພວກເຮົາທີ່ໄດ້ໃຫ້ໄວ້."
ຄຳປາໄສຜ່ານທາງໂທລະພາບ ຂອງທ່ານຄາເມນີ ແມ່ນເທື່ອທຳອິດທີ່ທ່ານໄດ້ກ່າວ ນັບຕັ້ງແຕ່ມີພິທີສາບານຕົວ ເຂົ້າຮັບຕໍາແໜ່ງຂອງທ່ານໄບເດັນໃນວັນທີ 20 ມັງກອນເປັນຕົ້ນມາ.