ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ໄດ້ເນັ້ນຢໍ້າທີ່ຈະເພີ້ມທຶນຊ່ວຍເຫຼືອໃຫ້ແກ່ ຢູເຄຣນ ໃນຂະນະທີ່ໄປຢ້ຽມຢາມໂຮງງານຜະລິດລູກສອນໄຟ


ລາຍງານກ່ຽວກັບ ການເນັ້ນຢໍ້າຂອງ ທ່ານ ໄບເດັນ ທີ່ຈະເພີ້ມທຶນສະໜັບສະໜຸນໃຫ້ແກ່ ຢູເຄຣນ ໃນຂະນະທີ່ໄປຢ້ຽມຢາມໂຮງງານຜະລິດລູກສອນໄຟ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນມື້ວັນອັງຄານຜ່ານ​ມານີ້ ໄດ້ໄປຢ້ຽມຢາມໂຮງງານຢູ່ໃນລັດອາລາບາມາ ທີ່ຜະລິດອາວຸດ, ໂດຍທ່ານໄດ້ກ່າວວ່າ ມັນເປັນກະແຈສໍາຄັນ ສໍາລັບຢູເຄຣນ ໃນການປ້ອງກັນການຮຸກຮານຂອງ ຣັດເຊຍ. ທ່ານຍັງໄດ້ຜັກດັນຕໍ່ການຮຽກຮ້ອງຂໍເງິນເພີ້ມຈໍານວນ 33 ຕື້ໂດລາ ສໍາລັບການຊ່ວຍເຫຼືອ ຢູເຄຣນ. ນີ້ແມ່ນລາຍງານຂອງນັກຂ່າວ VOA ປະຈໍາທໍານຽບຂາວ ອານິຕາ ພາວ (Anita Powell), ເຊີ່ງທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈາ​ເວີລິນ (Javelin) ທີ່ຜະລິດໂດຍຊາວອາເມຣິກັນ ເປັນຫຼາຍກວ່າລູກສອນໄຟທີ່ມີນໍ້າໜັກ 23 ກິໂລ ອັນສະດວກໃນການພົກພາ ເພື່ອໃຊ້ຕ້ານກັບລະບົບລົດຖັງຂອງ ຣັດເຊຍ, ດ້ວຍໄລຍະຍິງທີ່ໄກເຖິງ 4 ກິໂລແມັດ, ອີງຕາມລາຍງານການລະບຸຂອງກອງທັບສະຫະລັດ. ສິ່ງນີ້ ສໍາລັບປະຊາຊົນຊາວ ຢູເຄຣນ ຫຼາຍລ້ານຄົນ, ມັນເປັນເຄື່ອງໝາຍ ໃນການຕໍ່ສູ້ຕ້ານຢັນການຮຸກຮານຈາກ ຣັດເຊຍ ຂອງພວກເຂົາເຈົ້າ, ແລະໄດ້ຮັບການຍົກຍ້ອງວ່າເປັນ “ນັກບຸນຈາເວີລິນ.”

ໃນມື້ວັນອັງຄານແລ້ວນີ້, ປະທານາທິບໍດີ ໂຈ ໄບເດັນ ໄດ້ໄປຢ້ຽມຢາມ ໂຮງ ງານທີ່ຜະລິດລະບົບລູກສອນໄຟໃນລັດອາລາບາມາ, ເຊິ່ງແຕ່ລະອັນແມ່ນມີຄ່າໃຊ້ຈ່າຍໂດຍລັດຖະບານສະຫະລັດເຖິງ 216,717 ໂດລາ.

ສະຫະລັດ ໄດ້ສົ່ງລະບົບລູກສອນໄຟເຫຼົ່ານີ້ໄປໃຫ້ຢູເຄຣນ ລວມທັງໝົດ 5,000 ລາຍການແລ້ວ, ແລະທ່ານໄບເດັນ ກໍຍັງໄດ້ກ່າວກັບພວກທີ່ປະກອບລູກສອນໄຟນີ້ວ່າ ວຽກຂອງພວກເຂົາເຫຼົ່ານີ້ ໄດ້ສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍ.

ທ່ານໄບເດັນ ກ່າວວ່າ:

“ພວກມັນມີປະສິດທິພາບສູງສຸດໃນການຕໍ່ຕ້ານລົດຖັງທີ່ເປັນເປົ້າໝາຍ. ຄວາມຈິງແລ້ວ, ພວກມັນມີຄວາມສໍາຄັນຫຼາຍ, ຈົນເຖິງຂະໜາດທີ່ມີເລື້ອງເລົ່າກ່ຽວກັບຜູ້ປົກຄອງຊາວ ຢູເຄຣນ ໂດຍໃສ່ຊື່ນີ້ໃຫ້ລູກຂອງພວກເຂົາເຈົ້າ, ຂ້າພະເຈົ້າບໍ່ໄດ້ເວົ້າຫຼິ້ນ ພວກເຂົາເຈົ້າຕັ້ງຊື່ໃຫ້ລູກທີ່ເກີດໃໝ່ວ່າ ຈາເວີລິນ ຫຼີ ຈາ​ເວີລິນາ.”

ໂຄສົກລະດັບສູງປະຈໍາກອງທັບຢູເຄຣນກ່າວວ່າ ທະຫານຜູ້ມີປະສົບການສູງ ແລະເຂັ້ມແຂງຢູ່ໃນກອງທັບຂອງປະເທດຢູເຄຣນ ພ້ອມດ້ວຍທະຫານອາສາສະໝັກທີ່ນັບບໍ່ໄດ້ ກໍາລັງນໍາໃຊ້ອາວຸດເຫຼົ່ານີ້ຢູ່ໃນການຕໍ່ສູ້.

ທ່ານໂອເລັກຊານດ໌ ສຕູປຸນ (Oleksandr Shtupun), ປະຈໍາຢູ່ກອງກໍາລັງກອງ​ທັບ​ແຫ່ງ​ຊາດຂອງຢູເຄຣນ ກ່າວວ່າ:

“ໃນຊວ່ງຫຼາຍມື້ກ່ອນໜ້ານັ້ນ, ໜ່ວຍປ້ອງກັນທາງອາກາດ ໄດ້ໂຈມຕີເປົ້າໝາຍເຮືອບິນລົບ 9 ລໍາ ເຊິ່ງປະກອບມີ ເຮືອບິນ ຊູ-25 ສອງລໍາ ແລະເຮືອບບິນຊະນິດ​ບໍ່​ມີ​ຄົນ​ຂັບ​ຫຼື UAVs (Unmanned Aerial Vehocles) 7 ລໍາ. ປະ ມານນຶ່ງມື້ທີ່ຜ່ານມາ, ສະເພາະແຕ່ໃນຂົງເຂດຂອງເມືອງໂດເນັສ໌ ແລະເມືອງລູຮານສ໌ ໄດ້ມີການຂັບໄລ່ການໂຈມຕີຂອງສັດຕູຢູ່ 9 ເທື່ອ, ລົດຖັງ 8 ເທື່ອ, ລະບົບປືນໃຫຍ່ 1 ເທື່ອ, ລົດຫຸ້ມເກາະ 24 ຄັນ, ລົດທີ່ມີລະບົບພິເສດ 1 ຄັນ, ແລະລົດ 5 ຄັນ ລວມເຖິງລົດຖັງ 2 ຄັນ ແມ່ນໄດ້ຖືກທໍາລາຍໄປແລ້ວ.”

ທ່ານໄບເດັນ ໄດ້ຂໍໃຫ້ສະພາສູງອະນຸມັດ 33 ຕື້ໂດລາ ເພື່ອຊ່ວຍເຫຼືອ ຢູເຄຣນ ທາງດ້ານການທະຫານ ແລະດ້ານອື່ນໆ. ເມື່ອໄວໆມານີ້ ເຈົ້າໜ້າທີ່ຂອງທໍານຽບຫ້າແຈກ່າວຕໍ່ສະພາສູງວ່າ ສະຫະລັດ ໄດ້ຈັດສົ່ງປະມານ 1 ສ່ວນ 3 ຂອງລູກສອນໄຟ ຈາເວີລິນ ແລະ ສຕິງເຈີ ໄປໃຫ້ ຢູເຄຣນແລ້ວ, ແລະຈະຕ້ອງໃຊ້ເວລາອີກຫຼາຍປີໃນການສົ່ງໄປເພີ້ມໃຫ້ພວກເຂົາອີກ.

ທ່ານມາຣ໌ກ ແຄນຊຽນ (Mark Cancian), ທີ່ປຶກສາອາວຸໂສເພື່ອໂຄງການຄວາມໝັ້ນຄົງລະຫວ່າງຊາດ ແຫ່ງສູນກາງຍຸດທະສາດ ແລະການສຶກສາລະຫວ່າງປະເທດ ກ່າວຜ່ານທາງຊູມວ່າ:

“ພວກເຮົາບໍ່ສາມາດຈັດຫາອາວຸດທີ່ສະເພາະເຈາະຈົງເຫຼົ່ານີ້ເປັນຈໍານວນຫຼາຍ ຫຼືຫຼາຍກວ່ານີ້ໃຫ້ແກ່ປະເທດ ຢູເຄຣນ ໄດ້, ສະຫະລັດ ຈໍາເປັນຕ້ອງມີອາວຸດເຫຼົ່ານີ້ສໍາລັບປະເທດຕົນເອງ ເພື່ອປະຕິບັດຕາມແຜນການອື່ນໆຂອງສົງຄາມ. ແລະປັດຈຸບັນກໍມີທ່າທາງວ່າ ພວກເຮົາໄດ້ຢູ່ໃນຈຸດທີ່ຕໍ່າກວ່ານັ້ນແລ້ວ. ຂ້າພະເຈົ້າຄິດວ່າ ພວກເຮົາສາມາດທົດແທນການຊ່ວຍເຫຼືອດ້ວຍອາວຸດປະເພດອື່ນໆໄດ້. ແຕ່ຂ້າພະເຈົ້າຄິດວ່າ ມັນແມ່ນສັນຍານທີ່ວ່າ ດ້ວຍເຫດໃດພວກເຈົ້າຈຶ່ງຈະບໍ່ເຫັນການສົ່ງຄວາມຊ່ວຍເຫຼືອກ່ຽວກັບ ຈາເວລິນ ແລະ ສຕິງເຈີ ໃນອະນາຄົດຕໍ່ໜ້າ.”

ການຜັກດັນແບບຕໍ່ເນື່ອງ ເພື່ອຜະລິດ ແລະສະໜອງໃຫ້ແກ່ຢູເຄຣນ ມັນຍັງຄົງຖືກຂັດຂວາງໂດຍການຜະລິດທີ່ທ້າທາຍ ອັນພົວພັນກັບການລະບາດຄັ້ງໃຫຍ່ຂອງພະຍາດໂຄວິດ-19. ໃນອາທິດນີ້, ກະຊວງປ້ອງກັນຄວາມໝັ້ນຄົງຂອງໄຕ້ຫວັນ ໄດ້ແຈ້ງເຖິງຄວາມຫຼ້າຊ້າເປັນເວລາຫຼາຍປີ ໃນການສັ່ງຊື້ອາວຸດສົງຄາມຈາກສະຫະລັດ, ອັນເປັນຜົນມາຈາກຄວາມສາມາດໃນການຜະລິດທີ່ຈໍາກັດຂອງຊາວອາເມຣິກັນ.

ທ່ານມາຣ໌ກ ແຄນຊຽນ ຍັງໄດ້ກ່າວຜ່ານທາງຊູມອີກວ່າ:

“ສິ່ງທີ່ພວກເຮົາໄດ້ຈັດມອບໃຫ້ແກ່ຢູເຄຣນ ບໍ່ໄດ້ສົ່ງຜົນກະທົບທີ່ຮຸນແຮງຕໍ່ຄວາມ ສາມາດຂອງພວກເຮົາໃນການສະໜອງຕໍ່ເຫດການສຸກເສີນອື່ນໆ. ຂ້າພະເຈົ້າຄິດວ່າ ເມື່ອເວລາຜ່ານໄປ ພວກເຈົ້າກໍຈະເຫັນການທົດແທນບາງຢ່າງທີ່ເຮົາຈະເອົາມາມອບໃຫ້ແກ່ ຢູເຄຣນ ວ່າແມ່ນຫຍັງ. ແລະນັ້ນ ພວກເຈົ້າກໍຈະເຫັນການເພີ້ມຂຶ້ນໃນງົບປະມານປ້ອງກັນປະເທດ ດັ່ງທີ່ພວກເຮົາໄດ້ທົດແທນ ຄືກັບສິ່ງທີ່ພວກເຮົາມອບໃຫ້ແກ່ ຢູເຄຣນ, ເມື່ອໃດທີ່ເຮົາຍັງສາມາດປະຕິບັດວຽກງານເຫຼົ່ານີ້ໄດ້ ຂ້າພະເຈົ້າຄິດວ່າ ພວກເຮົາຄົງຈະບໍ່ເປັນຫຍັງ. ແຕ່ ພວກເຮົາຕ້ອງໄດ້ປະຕິບັດກ່ຽວກັບສິ່ງຕ່າງໆເຫຼົ່ານັ້ນ.”

ແຕ່ ອີກດົນປານໃດ? ຣັດເຊຍ ຍັງຄົງດໍາເນີນການໂຈມຕີຂອງພວກເຂົາຢູ່ຢ່າງຕໍ່ເນື່ອງ, ເຊິ່ງປັດຈຸບັນກໍເຂົ້າອາທິດທີ 9 ແລ້ວ.

ສະຫະລັດ ແລະບັນດາປະເທດພັນທະມິດ ຍັງຄົງສົ່ງອາວຸດ ແລະຄວາມຊ່ວຍ ເຫຼືອອື່ນໆໄປໃຫ້ຂົງເຂດທີ່ມີຄວາມຂັດແຍ້ງ.

ແລະ ນະທີ່ນີ້ ບໍ່​ມີຫຍັງທີ່ຍັງຈະຫຼົງເຫຼືອຢູ່.

President Joe Biden on Tuesday visited an Alabama facility that manufactures weapons he said were key to fending off Russia’s invasion of Ukraine. He also pushed his request for $33 billion in supplemental aid for Ukraine. This report from VOA White House correspondent Anita Powell.

The Javelin is more than just a 23-kilogram (50-pound) American-made portable anti-tank missile system, with a top range of 4 kilometers (2.5 miles), according to U.S. Army specifications. …… It is, for millions of Ukrainians, a symbol of their fight against Russian aggression, and has been canonized in memes as “Saint Javelin.”

On Tuesday, President Joe Biden visited an Alabama facility that manufactures these missile systems, each of which costs the U.S. government $216,717.

The U.S. has sent more than 5,000 of them to Ukraine, and Biden told weapons assemblers that their work has made a big difference.

President Joe Biden

“They're extremely effective against a wide range of armored targets. // In fact, they've been so important, there’s even a story about Ukrainian parents naming their children — not a joke — their newborn child, Javelin or Javelina.”

Ukraine’s 200,000-strong professional army — plus countless volunteer soldiers — is putting these weapons to use, said the top military spokesman.

Oleksandr Shtupun, Armed Forces of Ukraine (In Ukrainian)

"Over the previous day, air defense units hit nine air targets: two Su-25 aircraft and seven UAVs [unmanned aerial vehicles]. Only in the territories of Donetsk and Luhansk regions over the past day, nine enemy attacks were repelled. And eight tanks, one artillery system, twenty-four armored vehicles, one special vehicle, and five vehicles, including two tankers, were destroyed."

Biden is asking Congress to approve $33 billion more in military and other aid to Ukraine. Pentagon procurement officials recently told Congress that the U.S. has sent about a third of its Javelin and Stinger missile stocks to Ukraine and will need years to replenish them.

Mark Cancian, Center for Strategic and International Studies (Zoom)

“We're not going to be able to provide many or any more of these particular weapons to the Ukrainians — the United States needs these weapons itself to execute certain war plans. And we are likely below those levels right now. I think we will probably substitute other kinds of munitions. But this was, I think, a signal about why you weren't going to see Javelins and Stingers in future aid packages.”

The breakneck push to produce and supply Ukraine is also hampered by pandemic-related production challenges. Taiwan’s Defense Ministry this week announced a years-long delay on its order of U.S. howitzers, which it attributed to limited American production capacity.

Mark Cancian, Center for Strategic and International Studies (Zoom)

“What we're providing to Ukraine has not seriously affected our ability to respond to other contingencies. I think that over time, you're going to see some substitution in what we give to Ukraine. And you're going to see an increase in the defense budget as we have to backfill what we've given to Ukraine. As long as we can do all of those things. I think we'll be fine. But we're going to have to do those things.”

But for how much longer? Russia continues its assault, now in its ninth week.

The U.S. and allies continue to flood the zone with arms and aid.

And here is what is left.

XS
SM
MD
LG