ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີຄວາມຄືບໜ້າ ໃນເລື້ອງ ປະເທດເນເທີແລນ ເຂົ້າຮ່ວມໃນການຫ້າມສົ່ງອອກຊິບ ໄປຈີນ ຂອງສະຫະລັດ


ປະທານາທິບໍດີ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ເນເທີແລນ ທ່ານມາກ ຣຸຕ ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 17 ມັງກອນ 2023.
ປະທານາທິບໍດີ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ເນເທີແລນ ທ່ານມາກ ຣຸຕ ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 17 ມັງກອນ 2023.

ໃນການພົບປະກັບນາຍົກລັດຖະມົນຕີ ເນເທີແລນ ທ່ານມາກ ຣຸຕ (Mark Rutte) ເມື່ອວັນອັງຄານວານນີ້ ຢູ່ທີ່ທຳນຽບຂາວ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ປາກົດວ່າ ບໍ່ມີຄວາມຄືບໜ້າໃນການຊັກຊວນໃຫ້ເນເທີແລນສະໜັບສະໜຸນຂໍ້ຈຳກັດໃໝ່ຂອງສະຫະລັດ ຕໍ່ການສົ່ງອອກ ເທັກໂນໂລຈີ ໃນການຜະລິດ ຊິປ (chip) ໄປຈີນ ຊຶ່ງເປັນພາກສ່ວນນຶ່ງທີ່ສຳຄັນຂອງຍຸດທະສາດໃນການແຂ່ງຂັນກັບປັກກິ່ງ ຂອງວໍຊິງຕັນ.

ໃນລະຫວ່າງການອອກມາປາກົດໂຕບໍ່ດົນ ຕໍ່ໜ້າບັນດານັກຂ່າວ ກ່ອນໜ້າທີ່ພວກເພິ່ນຈະເຂົ້າປະຊຸມ ທ່ານໄບເດັນ ໄດ້ກ່າວວ່າ ທ່ານ ແລະທ່ານຣຸຕ ໄດ້ເຮັດວຽກຮ່ວມກັນ ກ່ຽວກັບ “ວິທີເພື່ອຮັກສາເຂດອິນໂດ-ປາຊີຟິກ ໃຫ້ເສລີ ແລະເປີດກວ້າງ” ເພື່ອ “ຮັບມືກັບຄວາມທ້າທ້າຍຕ່າງໆຂອງຈີນ.”

ທ່ານກ່າວຕື່ມວ່າ “ເວົ້າແບບງ່າຍໆ ບໍລິສັດທັງຫຼາຍຂອງພວກເຮົາ ປະເທດຂອງພວກເຮົາ ມາເຖິງເວລານີ້ ແມ່ນກ້າວໄປພ້ອມກັນໃນອັນທີ່ພວກເຮົາໄດ້ເຮັດ ແລະ ວິໄສທັດຂອງພວກເຮົາສຳລັບອະນາຄົດ. ສະນັ້ນໃນມື້ນີ້ ຂ້າພະເຈົ້າມີຄວາມຍິນດີ ທີ່ຈະປຶກສາຫາລື ວິທີທີ່ພວກເຮົາສາມາດເຮັດໃຫ້ສາຍສຳພັນຂອງພວກເຮົາເລິກເຊິ່ງຂຶ້ນຕື່ມ ແລະເຮັດໃຫ້ຕ່ອງໂສ້ການລຳລຽງໝັ້ນຄົງ ເພື່ອເສີມສ້າງການຮ່ວມມືຂ້າມມະຫາສະໝຸດແອດແລນຕິກຂອງພວກເຮົາໃຫ້ເຂັ້ມແຂງ.”

ໂຄສົກທຳນຽບຂ່າວ ທ່ານນາງແຄຣິນ ຊອງ-ປີແອຣ ໄດ້ກ່າວວ່າ ຄະນະລັດຖະບານ ຈະສືບຕໍ່ຄວາມພະຍາຍາມຂອງຕົນ.

ທ່ານນາງ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ໃນວັນອັງຄານວານນີ້ ວ່າ “ພວກເຮົາບໍ່ກົດດັນພັນທະມິດ ຫຼື ຄູ່ພາຄີໃດໆ ຂອງພວກເຮົາ. ພວກເຮົາປຶກສາຫາລືກັບພວກເຂົາເຈົ້າຢ່າງໃກ້ຊິດ ແລະໃຫ້ພວກເຂົາ ຕັດສິນໃຈເອົາເອງ.”

ບໍລິສັດ ASML Holding NV ເປັນຜູ້ຜະລິດເຊມີຄອນດັກເຕີທີ່ທັນສະໄໝທີ່ສຸດຂອງໂລກ ສຳລັບລະບົບການພິມໃສ່ພື້ນທີ່ຂະໜາດນ້ອຍທີ່ສຸດທີ່ຈຳເປັນເພື່ອການຜິລິດຊິບທີ່ທັນສະໄໝທີ່ສຸດ ໂດຍມີສຳນັກງານໃຫຍ່ຕັ້ງຢູ່ໃນເມືອງແວລໂດເວັນ ເຮັດໃຫ້ເນເທີແລນ ເປັນປະເທດທີ່ສຳຄັນໃນການຊຸກຍູ້ບໍ່ໃຫ້ສົ່ງຊິບໄປໃຫ້ປັກກິ່ງ ຂອງວໍຊິງຕັນ.

ກ່ອນໜ້າການເດີນທາງມາຢ້ຽມຢາມຂອງທ່ານຣຸຕ ລັດຖະມົນຕີການຄ້າຂອງເນເທີແລນ ທ່ານນາງ ລີສຈ໌ ສະໄຣນີມາກເກີ (Liesje Schreinemacher) ໄດ້ກ່າວວ່າ ເນເທີແລນ ກຳລັງປຶກສາຫາລື ກັບບັນດາປະເທດໃນຢູໂຣບ ແລະເອເຊຍ ທີ່ເປັນພັນທະມິດ ແລະຈະບໍ່ຮັບເອົາຂໍ້ຈຳກັດໃໝ່ທີ່ກະຊວງການຄ້າຂອງສະຫະລັດ ທີ່ໄດ້ເລີ້ມຕົນຂຶ້ນໃນເດືອນຕຸລາ ຢ່າງອັດໂຕໂນມັດ.

ທ່ານນາງເວົ້າວ່າ “ເຈົ້າບໍ່ສາມາດເວົ້າວ່າ ພວກເຂົາໄດ້ກົດດັນພວກເຮົາມາເປັນເວລາສອງປີ ແລະດຽວນີ້ ພວກເຮົາຈະຕ້ອງລົງນາມໃນເສັ້ນບ່ອນຈຸດໆຫັ້ນ. ແລະພວກເຮົາຈະບໍ່ເຮັດ.”

ທ່ານຣຸຕ ບໍ່ໄດ້ເອີ່ຍເຖິງເລື້ອງເຊມີຄອນດັກເຕີ ກ່ອນໜ້າຂອງການພົບປະກັບທ່ານໄບເດັນ ໂດຍເພັ່ງເລັງໃສ່ເລື້ອງການບຸກລຸກຂອງຣັດເຊຍໃນຢູເຄຣນແທນ ບ່ອນທີ່ພັນທະມິດຂອງອົງການເນໂຕ້ ໄດ້ທຳງານຮ່ວມກັນເພື່ອສະໜັບສະໜຸນກີຢິບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG