ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ ສະພາ ຮັດແໜ້ນກົດໝາຍປືນ


US Gun Control -- USAGM
please wait

No media source currently available

0:00 0:03:44 0:00

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນກຳລັງຮຽກຮ້ອງໃຫ້ລັດຖະສະພາຮັບຜ່ານກົດ ໝາຍປືນທີ່ເຄັ່ງຄັດກວ່າເກົ່າລຸນຫຼັງການຍິງສັງຫານໝູ່ ສອງຄັ້ງໃນລັດ ຈໍເຈຍ ແລະໂຄໂລຣາໂດ. ນັກຂ່າວວີໂອເອປະຈຳທຳນຽບຂາວ ແພັດຊີ ວິດາຄຸສວາຣາ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ລຸນຫຼັງການຍິງສັງຫານໝູ່ຢູ່ຕະຫຼາດໃນເມືອງ ບູລເດີ ລັດ ໂຄໂລຣາໂດ, ພຽງບໍ່ເທົ່າໃດວັນຫຼັງຈາກການຍິງກັນຢູ່ຮ້ານອາບອົບນວດໃນນະຄອນ ແອັດແລນຕ້າ ລັດ ຈໍເຈຍ, ທຸງຊາດແມ່ນໄດ້ຖືກຊັກລົງເຄິ່ງເສົາອີກຄັ້ງນຶ່ງຢູ່ທຳນຽບຂາວ ເພື່ອເປັນກຽດໃຫ້ແກ່ຜູ້ເຄາະຮ້າຍ.

ໃນວັນອັງຄານທີ່ຜ່ານມາປະທານາທິບໍດີ ໂຈ ໄບເດັນ ໄດ້ຮຽກຮ້ອງລັດຖະສະພາໃຫ້ດຳເນີນການໃນທັນທີ ເພື່ອຮັດແໜ້ນກົດໝາຍປືນຂອງ ອາເມຣິກາ ທີ່ແມ່ນນຶ່ງໃນກົດໝາຍທີ່ໂຍະຍານທີ່ສຸດ ໃນປະເທດທີ່ມີປະຊາທິປະໄຕກ້າວໜ້າທີ່ສຸດຂອງໂລກ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ “ພວກເຮົາສາມາດຫ້າມອາວຸດເຄິ່ງອັດຕະໂນມັດ ແລະ ຊອງລູກປືນ ທີ່ບັນຈຸໄດ້ຫຼາຍລູກໃນປະເທດນີ້ອີກຄັ້ງນຶ່ງ.”

ການຫ້າມອາວຸດເຄິ່ງອັດຕະໂນມັດ 10 ປີໄດ້ຖືກຮັບຜ່ານໂດຍລັດຖະສະພາໃນ ປີ 1994, ແລະ ໄດ້ໝົດອາຍຸໃນປີ 2004, ແລະ ບໍ່ໄດ້ຖືກຕໍ່ອາຍຸຍ້ອນການຄັດຄ້ານຢ່າງຮຸນແຮງຂອງພັກຣີພັບບລີກັນ. ການຂັດແຍ້ງຂອງພັກການເມືອງຢ່າງແຮງ ກ່ຽວກັບ ບັນຫາດັ່ງກ່າວແມ່ນຍັງຄົງມີຢູ່, ໃນຂະນະທີ່ມັນຖືກນຳມາເປັນຫຼັກຖານໂດຍການໃຫ້ໃນການສະພາສູງ ກ່ຽວກັບ ການຄວບຄຸມປືນເມື່ອວັນອັງຄານທີ່ຜ່ານມາ.

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ ເທັດ ຄຣູສ ກ່າວວ່າ “ສິ່ງທີ່ ໄດ້ເກີດຂຶ້ນໃນຄະນະກຳມະການນີ້ ຫຼັງຈາກການຍິງສັງຫານໝູ່ທຸກຄັ້ງແມ່ນການສະເໜີຂອງພັກເດໂມແຄຮັດ ເພື່ອຍາດເອົາປືນໄປຈາກປະຊາຊົນທີ່ປະຕິບັດຕາມກົດໝາຍ, ເພາະວ່ານັ້ນແມ່ນຈຸດປະສົງທາງການເມືອງຂອງເຂົາເຈົ້າ.”

ທ່ານ ຈັກ ກຣາສລີ, ສະມາຊິກສະພາສູງພັກຣີພັບບລີກັນໄດ້ກ່າວວ່າ “ຄືຄົນ ອາເມຣິກັນຫຼາຍຄົນ, ຂ້າພະເຈົ້່າຍົກສູງສິດທິໃນການຄອບຄອງປືນຂອງເຂົາເຈົ້າ. ໃນການສົນທະນາ ກ່ຽວກັບ ການຄວບຄຸມປືນນັ້ນ, ພວກເຮົາບໍ່ຄ່ອຍຈະ ພິຈາລະນາວ່າ ຄົນອາເມຣິກັນສາມັກຄີກັນຫຼາຍປານໃດໃນການສະໜັບສະໜູນຂອງເຂົາເຈົ້າ ແລະ ການໃຊ້ສິດຂອງເຂົາເຈົ້າ.“

ທ່ານ ໄບເດັນ ຍັງໄດ້ຮຽກຮ້ອງສະພາສູງໃຫ້ຮັບຜ່ານຮ່າງກົດໝາຍທີ່ແນໃສ່ການຂະຫຍາຍການກວດກາປະຫວັດສຳລັບເຈົ້າຂອງປືນທີ່ພັກເດໂມແຄຣັດ ໄດ້ຮັບຜ່ານເມື່ອບໍ່ດົນມານີ້ໃນສະພາຕໍ່າ.

ສະມາຊິກສະພາສູງ ທ່ານ ຣິເຈີດ ບລູເມັນຕໍ, ຈາກພັກເດໂມແຄຣັດ ໄດ້ກ່າວວ່າ “ການຂະຫຍາຍການກວດກາປະຫວັດ, ກົດໝາຍຄວາມສ່ຽງຂັ້ນຮຸນແຮງເພື່ອຫຼຸດຜ່ອນການຂ້າໂຕຕາຍ, ການຍິງສັງຫານໝູ່ ແລະ ອາຊະຍາກຳຄວາມຄຽດຊັງ. ປົກປ້ອງຜູ້ເຄາະຮ້າຍຄວາມຮຸນແຮງໃນຄອບຄົວ ແລະ ມາດຕະຖານການຮັກສາວັດຖຸອັນຕະລາຍ. ທັງໝົດນີ້ແມ່ນມາດຕະການທີ່ຢູ່ໃນເອື້ອມມືຂອງພວກເຮົາ.”

ໃນຂະນະທີ່ທ່ານ ໄບເດັນ ໄດ້ທຳການໂຄສະນາ ກ່ຽວກັບ ການສິ້ນສຸດຄວາມຮຸນແຮງຈາກປືນນັ້ນ, ມັນຍັງບໍ່ແນ່ນອນວ່າ ທ່ານຈະສາມາດໃຊ້ນະໂຍບາຍການເມືອງ ກ່ຽວກັບ ບັນຫາດັ່ງກ່າວ ໄດ້ຫຼາຍຊໍ່າໃດເວລາທີ່ທ່ານມີບູລິມະສິດທາງກົດໝາຍນິບັນຍັດອື່ນໆລວມມີແຜນການໂຄງລ່າງພື້ນຖານມູນຄ່າ 3 ພັນຕື້ໂດລາ ແລະ ການປະຕິຮູບຄົນເຂົ້າເມືອງ.

ປະທານາທິບໍດີສັງກັດພັກເດໂມແຄຣັດ ກ່ອນໜ້ານີ້ໄດ້ພະຍາຍາມ ແລະປະສົບກັບຄວາມລົ້ມແຫຼວທີ່ຈະຮັບຜ່ານກົດໝາຍປືນທີ່ເຂັ້ມງວດກວ່າເກົ່າ, ລວມທັງ ທ່ານບາຣັກ ໂອບາມາ, ລຸນຫຼັງການຍິງກັນຢູ່ໂຮງຮຽນໃນປີ 2012 ທີ່ໄດ້ສັງ ຫານ 27 ຄົນ, ລວມທັງເດັກນ້ອຍ 20 ຄົນ.

ສິດທິໃນການຄອບຄອງປືນແມ່ນຖືກປົກປ້ອງໂດຍລັດຖະທຳມະນູນຂໍ້ທີສອງຂອງ ສະຫະລັດ. ດ້ວຍການວິ້ງເຕັ້ນສະໜັບສະໜູນປືນທີ່ເຂັ້ມແຂງ, ມັນໄດ້ເປັນເລື່ອງຍາກທີ່ຈະຮັບຜ່ານກົດໝາຍເພື່ອຫ້າມມັນ.

ທ່ານ ແດແຣລ ມິລເລີ, ຈາກມະຫາວິທະຍາໄລ ດູກ ໄດ້ກ່າວວ່າ “ຖ້າອັນໃດຈະປະສົບຜົນສຳເລັດ, ຂ້າພະເຈົ້າຄິດວ່າມັນຈະຕ້ອງເປັນການຮຽກຮ້ອງສຳລັບ ການກວດກາປະຫວັດທົ່ວໄປສຳລັບການໂອນອາວຸດປືນ, ປິດຊ່ອງຫວ່າງທີ່ອີງໃສ່ອິນເຕີແນັດ ຫຼື ຊ່ອງຫວ່າງອື່ນໆທີ່ມີຢູ່ໃນລະບົບການກວດກາປະຫວັດໃນປັດຈຸບັນ.”

ຄົນອາເມຣິກັນ ເປັນເຈົ້າຂອງປືນ ປະມານ 45 ເປີເຊັນ ຂອງຈຳນວນພົນລະເຮືອນທັງໝົດຂອງໂລກ, ປືນປະມານ 120 ກະບອກສຳລັບປະຊາຊົນທຸກໆ 100 ຄົນ.

ປະເທດດັ່ງກ່າວ ຍັງມີອັດຕາການຕາຍຍ້ອນປືນທີ່ສູງທີ່ສຸດ, ເກືອບ 40,000 ຄັ້ງໃນປີ 2019, ອີງຕາມສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ.

U.S. President Joe Biden is urging Congress to pass tighter gun laws following two mass shootings in Georgia and Colorado. White House correspondent Patsy Widakuswara has the story.

Following a mass shooting in a supermarket in Boulder, Colorado, just days after deadly shootings ...

at three spas in Atlanta, Georgia,

flags are again lowered at the White House to honor the victims.

On Tuesday President Joe Biden urged Congress to immediately act to tighten America’s gun laws that are among the least restrictive in the world’s advanced democracies.

“We can ban assault weapons and high-capacity magazines in this country once again."

The 10-year assault-weapons ban was passed by Congress in 1994, expired in 2004, and has not been renewed due to fierce Republican opposition. A sharp partisan divide on the issue remains,

as evidenced by a Senate hearing on gun control Tuesday.

“What happens in this committee after every mass shooting is Democrats propose taking away guns from law abiding citizens, because that's their political objective.”

"Like many Americans, I cherish my right to bear arms. In the dialog about gun control, we rarely consider how many Americans are united in their advocacy and enjoyment of this right."

Biden also urged the Senate to pass bills aimed at expanding background checks for gun owners that Democrats recently passed in the House of Representatives.

“Expanded background checks, extreme risk laws to prevent suicides, mass shootings and hate crimes. Protecting domestic violence victims, and safe storage standard. These kinds of measures are within our reach.”

While Biden campaigned on ending gun violence, it is unclear how much political capital he can spend on the issue when he has other legislative priorities including a $3 trillion infrastructure plan and immigration reform.

Previous Democratic presidents have tried and failed to pass tighter gun laws, including Barack Obama,

following the 2012 school shooting that killed 27 people, including 20 children.

The right to own firearms is protected by the Second Amendment to the U.S. Constitution. With a strong pro-gun lobby, it has been difficult to pass laws restricting them.

“If anything was going to make it through, I think it will be requiring universal background checks for the transfer of firearms, closing loopholes that are based on the internet or other kinds of loopholes that exist in the current background check system.”

Americans own roughly 45 percent of all the world’s civilian firearms, about 120 guns for every 100 residents.

The country also has the highest rate of gun deaths, almost 40,000 in 2019, according to the U.S. Centers for Disease Control and Prevention.

XS
SM
MD
LG