ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຖືກຮຽກຮ້ອງໃຫ້ແຕ່ງຕັ້ງ ທູດພິ​ເສດ ດ້ານສິດທິມະນຸດ ສໍາລັບເກົາຫຼີເໜືອ


ແຟ້ມຮູບ-ໃນຮູບພາບ ວັນທີ 26 ມັງກອນ 2015, ຜູ້ທີ່ລົບໜີອອກຈາກເກົາຫຼີເໜືອ ປິດໜ້າຂອງພວກເຂົາເຈົ້າດ້ວຍໃບປິວ ເພື່ອປ້ອງກັນຄວາມປອດໄພສໍາລັບຍາດພີ່ນ້ອງຂອງພວກເຂົາເຈົ້າທີ່ຍັງອາໄສຢູ່ເກົາຫຼີເໜືອ, ໃນລະຫວ່າງການຊຸມນຸມປະທ້ວງກ່ຽວກັບການລະເມີດສິດທິມະນຸດຢູ່ໃນເກົາຫຼີເໜືອ, ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້.
ແຟ້ມຮູບ-ໃນຮູບພາບ ວັນທີ 26 ມັງກອນ 2015, ຜູ້ທີ່ລົບໜີອອກຈາກເກົາຫຼີເໜືອ ປິດໜ້າຂອງພວກເຂົາເຈົ້າດ້ວຍໃບປິວ ເພື່ອປ້ອງກັນຄວາມປອດໄພສໍາລັບຍາດພີ່ນ້ອງຂອງພວກເຂົາເຈົ້າທີ່ຍັງອາໄສຢູ່ເກົາຫຼີເໜືອ, ໃນລະຫວ່າງການຊຸມນຸມປະທ້ວງກ່ຽວກັບການລະເມີດສິດທິມະນຸດຢູ່ໃນເກົາຫຼີເໜືອ, ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້.

ກຸ່ມປົກ​ປ້ອງສິດທິມະນຸດຮຽກຮ້ອງໃຫ້ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນແຕ່ງຕັ້ງທູດພິເສດທາງດ້ານສິດທິມະນຸດສໍາລັບເກົາຫຼີເໜືອ, ເຊິ່ງເປັນ ຕໍາແໜ່ງທີ່ຫວ່າງມາຕັ້ງແຕ່ເດືອນ​ມັງ​ກອນ ປີ 2017 ນັ້ນ.

ກົດໝາຍສິດທິມະນຸດໃນເກົາຫຼີເໜືອປະຈໍາປີ 2004 ມີ​ຄຳ​ສັ່ງ​ແນະ​ນຳໃຫ້ປະ ທານາທິບໍດີຂອງສະຫະລັດ​ແຕ່ງ​ຕັ້ງບຸກ​ຄົນ​ນຶ່ງ​ສຳ​ລັບ​ເຮັດບົດບາດນີ້, ເຊິ່ງຂຶ້ນຢູ່ ກັບການຮັບຮອງເອົາຂອງສະພາສູງສະຫະລັດ.

ແຕ່ຢ່າງໃດກໍຕາມ, ຕໍາແໜ່ງດັ່ງກ່າວນີ້ຍັງຄົງຫວ່າງຢູ່, ເຖິງແມ່ນວ່າທ່ານ ໄບເດັນຈະໄດ້ຍົກລະ​ດັບ​ຂອງເລື້ອງສິດທິມະນຸດໃຫ້​ສູງ​ຂຶ້ນໃນທົ່ວໂລກກໍຕາມ.

ຜູ້​ດຳ​ລົງ​ຕຳ​ແໜ່ງກ່ອນ​ທ່ານ ຄືທ່ານດໍໂນລ ທຣໍາ ບໍ່ໄດ້ໃຫ້​ຄວາມ​ສຳ​ຄັນໃນບັນ​ຫາການລະເມີດສິດທິມະນຸດຢູ່ໃນເກົາຫຼີເໜືອ ຫຼັງຈາກມີກອງປະຊຸມສຸດຍອດຄັ້ງ ທໍາອິດຂອງ​ທ່ານຢູ່ທີ່ສິງກະໂປກັບຜູ້ນໍາເກົາຫຼີເໜືອ: ທ່ານກິມ ຈົງ ອຶນ ໃນ ເດືອນມິຖຸນາ ປີ 2018 ເປັນ​ຕົ້ນ​ມາ.

ອົງການຂ່າວ VOA ພະແນກພາສາເກົາຫຼີໄດ້ສອບຖາມໄປຍັງກະຊວງການ ຕ່າງປະເທດຕັ້ງ​ຫລາຍ​ຄັ້ງ, ລວມເຖິງໃນຕົ້ນເດືອນນີ້ອີກ ກ່ຽວກັບການ​ແຕ່ງ​ຕັ້ງດັ່ງກ່າວ.
“ຂ້າພະເຈົ້າບໍ່ມີການປະກາດຈາກ​ທາງ​ຄະ​ນະ​ລັດ​ຖະ​ບານ ຫຼື ຂໍ້ມູນໃໝ່ໃດໆ ໃນເວລານີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກກະຊວງການຕ່າງປະເທດທີ່ກ່າວຜ່ານທາງ ອີເມລ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ພວກເຮົາຍັງມີຄວາມເປັນ​ຫ່ວງກ່ຽວກັບສະຖານະ ການດ້ານສິດທິມະນຸດຢູ່ໃນເກົາຫຼີເໜືອ ຫຼື DPRK ແລະສະຫະລັດກໍມີ ຄວາມ ມຸ້ງໝັ້ນທີ່ຈະເອົາເລື້ອງສິດທິມະນຸດມາເປັນໃຈກາງດ້ານນະໂຍບາຍການ ຕ່າງປະເທດຂອງພວກເຮົາ.” ເກົາຫຼີເໜືອມີຊື່ຢ່າງເປັນທາງການວ່າ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ.

ທ່ານຟິລ ໂຣເບີຣ໌ທຊັນ (Phil Robertson), ຮອງຫົວ​ໜ້າພະແນກເອເຊຍໃນ​ອົງ​ການ Human Right Watch ກ່າວວ່າ “ສໍາລັບຄະ​ນະລັດຖະບານທີ່ກ່າວ ອ້າງວ່າ​ມີ​ຄວາມສົນໃຈຫລາຍເປັນພິເສດກ່ຽວກັບການ​ສົ່ງ​ເສີມດ້ານສິດທິມະນຸດ ແລະ ປະຊາທິປະໄຕຢູ່ໃນໂລກນີ້ແລ້ວ” ແມ່ນມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ “ດໍາເນີນການໃນທັນທີທັນໃດ ໃນເລື້ອງແຕ່ງຕັ້ງຜູ້ທີ່ມີຄວາມສາມາດທາງດ້ານ ສິດທິມະນຸດຢູ່ໃນເກົາຫຼີເໜືອ ເພື່ອດຳ​ລົງຕໍາແໜ່ງທີ່ສໍາຄັນນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG