ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ບອກ ຢູເຄຣນ ວ່າ ສະຫະລັດ ແລະ ພັນທະມິດ ຈະຕອບໂຕ້ຢ່າງເດັດຂາດ ຖ້າ ຣັດເຊຍ ທຳການບຸກລຸກຕໍ່ໄປ


ໃນພາບທີ່ຖືກສະໜອງໃຫ້ໂດຍທຳນຽບຂາວນີ້, ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຢູ່ບ້ານພັກສ່ວນຕົວຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາແວ, 30 ທັນວາ, 2021. (Adam Schultz/The White House via AP)
ໃນພາບທີ່ຖືກສະໜອງໃຫ້ໂດຍທຳນຽບຂາວນີ້, ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຢູ່ບ້ານພັກສ່ວນຕົວຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາແວ, 30 ທັນວາ, 2021. (Adam Schultz/The White House via AP)

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວຕໍ່ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີິ ໃນວັນອາທິດວານນີ້ວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າຈະ “ຕອບໂຕ້ຢ່າງເດັດຂາດ” ຖ້າ ຣັດເຊຍ ຍັງ​ບຸກ​ລຸກ ຢູເຄຣນ ຕໍ່ໄປ.

ໃນການລົມໂທລະສັບ, ທຳນຽບຂາວໄດ້ກ່າວວ່າ ຜູ້ນຳທັງສອງທ່ານນັ້ນຍັງໄດ້ປຶກສາຫາລືກັນ ກ່ຽວ ກັບ ຄວາມພະຍາຍາມທາງການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ກ່ຽວກັບ ການ​ເສີມກຳລັງຂະໜາດໃຫຍ່ຂອງ ຣັດເຊຍ ຢູ່ຕາມເຂດຊາຍແດນກໍ້າຕາເວັນອອກຂອງ ຢູເຄຣນ.

ທ່ານ ໄບເດັນ ແລະ ທ່ານ ເຊເລັນສກີ ໄດ້ປຶກສາຫາລືກັນ ກ່ຽວກັບ ມາດຕະການຕ່າງໆ “ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນເຂດ ດອນບາສ ແລະ ການເຄື່ອນໄຫວທາງການທູດ ເພື່ອເລີ່ມການປະຕິບັດການຂໍ້ຕົກລົງ ມິງສ໌,” ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງທີ່ຖືກເປີດເຜີຍຫຼັງຈາກການໂທລະສັບໄດ້ສິ້ນສຸດລົງ.

ຖະແຫຼງການໄດ້ກ່າວວ່າ ທ່ານ ໄບເດັນ “ໄດ້ຢືນຢັນຄຳໝັ້ນສັນຍາຂອງ ສະ ຫະລັດ ອີກຄັ້ງນຶ່ງຕໍ່ອຳ ນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູເຄຣນ,” ແລະ ໄດ້ກ່າວຕື່ມວ່າ ທ່ານ ໄບເດັນ ຍັງໄດ້ “ກ່າວຢໍ້າເຖິງຄຳໝັ້ນສັນຍາ” ຂອງ ສະຫະລັດ ຕໍ່ກົດລະບຽບທີ່ວ່າ “ມັນບໍ່ມີຫຍັງ ກ່ຽວ ກັບ ເຈົ້າຖ້າບໍ່ມີເຈົ້າ.”

ທ່ານ ເຊເລັນສກີ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ ຜູ້ນໍາທັງສອງທ່ານໄດ້ປຶກສາຫາລືກັນ ກ່ຽວກັບ “ການດຳເນີນການຮ່ວມກັນຂອງ ຢູເຄຣນ, ສະຫະລັດ ແລະ ບັນດາຄູ່ຮ່ວມ ໃນການຮັກສາສັນຕິ ພາບໃນ ຢູໂຣບ, ປ້ອງກັນການຂະຫຍາຍຄວາມຂັດແຍ້ງ, ການປະຕິຮູບ ແລະ ຫຼຸດຜ່ອນອຳນາດທາງການເມືອງ ຂອງ​ພວກ​ຜະ​ເດັດ​ການ​ທີ່​ຮັ່ງ​ມີ.”

ທ່ານ ເຊເລັນສກີ ໄດ້ກ່າວວ່າ “ພວກເຮົາຂອບໃຈສຳລັບການສະໜັບສະໜູນທີ່ບໍ່ປ່ຽນແປງຕໍ່ ຢູເຄຣນ.”

ທ່ານ ໄບເດັນ ໄດ້ທຳຄວາມກ້າວໜ້າພຽງເລັກນ້ອຍກັບ ປະທານາທິບໍດີ ວລາດິເມຍ ປູຕິນ ໃນການເຮັດໃຫ້ທ່ານຖອນກອງທະຫານປະມານ 100,000 ຄົນທີ່ປະຈຳການຢູ່ຕາມເຂດຊາຍແດນ ຂອງ ຣັດເຊຍ ກັບ ອະດີດສະ​ຫະ​ພາບ ໂຊຫວຽດ ນັ້ນ. ແນວໃດກໍ່ຕາມ, ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ເຂົາ ເຈົ້າບໍ່ເຊື່ອວ່າທ່ານ ປູຕິນ ໄດ້ຕັດສິນໃຈ ທີ່ຈະບຸກລຸກ ຢູເຄຣນ.

ສະຫະລັດ ແລະ ບັນດາຜູ້ນຳ ຣັດເຊຍ ໄດ້ຈັດການລົມໂທລະສັບຍາວ 50 ນາ ທີໃນວັນພະຫັດທີ່ຜ່ານມາ, ດ້ວຍທ່ານ ໄບເດັນ ໄດ້ເຕືອນທ່ານ ປູຕິນ ອີກຄັ້ງນຶ່ງວ່າ ສະຫະລັດ ແລະ ບັນດາພັນທະ ມິດຕາເວັນຕົກຂອງເຂົາເຈົ້າຈະວາງມາດຕະການລົງໂທດດ້ານເສດຖະກິດທີ່ສຳຄັນຕໍ່ ມົສກູ ຖ້າທ່ານ ປູຕິນ ດຳເນີນການບຸກລຸກ ຢູເຄຣນ. ທ່ານ ໄບເດັນ ໄດ້ກ່າວໃນເດືອນທີ່ຜ່ານມາວ່າ ທ່ານບໍ່ໄດ້ພິ ຈາລະນາການຕອບໂຕ້ດ້ວຍກຳລັງທະຫານ.

U.S. President Joe Biden told Ukraine President Volodymyr Zelenskiy Sunday that the United States and its allies would “respond decisively” should Russia further invade Ukraine.

In a phone call, the White House said the two leaders also discussed diplomatic efforts to defuse tensions over Russia’s massive troop buildup along Ukraine’s eastern flank.

Biden and Zelenskiy discussed measures to “de-escalate tensions in Donbas and active diplomacy to advance implementation of the Minsk Agreements,” White House press secretary Jen Psaki said in a statement released after the call ended.

Biden “reaffirmed the United States’ commitment to Ukraine’s sovereignty and territorial integrity,” the statement said, adding that Biden also “underscored the commitment” of the U.S. to the principle of “nothing about you without you.”

Zelenskiy tweeted that the two leaders discussed “joint actions of Ukraine, the United States and partners in keeping peace in Europe, preventing further escalation, reforms, deoligarchization.”

“We appreciate the unwavering support of Ukraine,” Zelenskiy said.

Biden has made little progress with Russian President Vladimir Putin in getting him to withdraw about 100,000 troops stationed along Russia’s border with the former Soviet republic, although U.S. officials have said they do not believe Putin has decided to invade Ukraine.

The U.S. and Russian leaders held a 50-minute phone call last Thursday, with Biden again warning Putin that the United States and its Western allies would impose significant economic sanctions against Moscow were Putin to carry out a Ukraine invasion. Biden said last month he not considering a military response.

XS
SM
MD
LG