ປະທານາທິບໍດີ ໂຈ ໄບເດັນ ໃນວັນອັງຄານວານນີ້ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຂະໜາດໃຫຍ່ໃນພາກເໜືອຂອງນະຄອນ ຟີນິກສ໌ ເຊິ່ງໄດ້ໃຫ້ຄວາມສຳຄັນໃນບົດບາດຂອງລັດ ອາຣິໂຊນາ ໃນການປ່ຽນແປງນະໂຍບາຍທີ່ສຳຄັນຂອງ ສະຫະລັດ ກ່ຽວກັບ ການຜະລິດເຊມີຄອນດັກເຕີ ຫຼື ໄມໂຄຣຊິບ.
ລັດຖະບານທ່ານ ໄບເດັນ ແມ່ນກຳລັງທຳການຜັກດັນ ເພື່ອຂະຫຍາຍການຜະລິດ ໄມໂຄຣຊິບ ພາຍໃນປະເທດ ດ້ວຍເງິນສະໜັບສະໜູນ ຈາກລັດຖະບານ ຫຼາຍກວ່າ 50 ຕື້ໂດລາ ໃນກົດໝາຍ ຊິບ ແລະ ວິທະຍາສາດສະບັບໃໝ່.
ການຢ້ຽມຢາມຂອງທ່ານ ໄບເດັນ ໃນໂຮງງານຜະລິດໃໝ່ທີ່ຖືກສ້າງໂດຍບໍລິສັດຍັກໃຫຍ່ດ້ານ ໄມໂຄຣຊິບ ຂອງ ໄຕ້ຫວັນ TSMC ໄດ້ມີຂຶ້ນໃນຂະນະທີ່ບໍລິສັດດັ່ງກ່າວໄດ້ປະກາດວ່າເຂົາເຈົ້າຈະສ້າງໂຮງງານຜະລິດແຫ່ງທີສອງຂຶ້ນ ແລະ ຈະຂະຫາຍການລົງທຶນຂອງເຂົາເຈົ້າເປັນສາມເທົ່າໃນນະຄອນ ຟີນິກສ໌ ເປັນ 40 ຕື້ໂດລາ.
ທ່ານ ໄບເດັນ ໄດ້ກ່າວວ່າ ມັນແມ່ນຂ່າວດີ ສຳລັບຜູ້ບໍລິໂພກທີ່ໃຫຍ່ທີ່ສຸດຂອງ TSMC ຄືບໍລິສັດ Apple.
ທ່ານ ໄບເດັນ ໄດ້ກ່າວວ່າ “ນີ້ແມ່ນໄມໂຄຣຊິບ ເຊມີຄອນດັກເຕີທີ່ທັນສະໄໝທີ່ສຸດໃນໂລກ. ຊິບດັ່ງກ່າວຈະໃຫ້ພະລັງງານ ແກ້ໂທລະສັບໄອໂຟນ ແລະ ແມັກບຸກ. ບໍລິສັດ Apple ຕ້ອງໄດ້ຊື້ຊິບທີ່ທັນສະໄໝທັງໝົດຈາກຕ່າງປະເທດ. ຕອນນີ້, ເຂົາເຈົ້າຈະນຳເອົາຕ່ອງໂສການສະໜອງສິນຄ້າຂອງເຂົາເຈົ້າກັບມາບ້ານຫຼາຍຂຶ້ນ. ມັນອາດເປັນການປ່ຽນແປງທີ່ສຳຄັນ.”
ບັນດາບໍລິສັດເທັກໂນໂລຈີ ສະຫະລັດ ໄດ້ເພິ່ງພາອາໄສຜູ້ຜະລິດເຊມີຄອນດັກເຕີຢູ່ຕ່າງປະເທດມາດົນນານ, ໂດຍສະເພາະກັບ TSMC, ເຊິ່ງແມ່ນໂຮງຫຼໍ່ທີ່ໃຫຍ່ທີ່ສຸດໃນໂລກ.
ການຮຽກຮ້ອງສຳລັບການປ່ຽນແປງໄດ້ເພີ່ມຂຶ້ນ ເວລາທີ່ ສະຫະລັດ ໄດ້ພົບວ່າຕົນເອງແມ່ນກຳລັງຍາດແຍ່ງກັນ ສຳລັບ ຊິບ ໃນການຂັດຂ້ອງ ຂອງຕ່ອງໂສ້ການສະໜອງສິນຄ້າ ທີ່ຖືກກະຕຸ້ນໂດຍໂຣກລະບາດ ໂຄວິດ-19.
ຄວາມເຄັ່ງຕຶງເມື່ອບໍ່ດົນມານີ້ກັບ ຈີນ ໄດ້ເພີ່ມຮູ້ສຶກເຖິງຄວາມຮີບດ່ວນ. ຈີນໄດ້ ພິຈາລະນາ ໄຕ້ຫວັນ ເປັນພາກສ່ວນນຶ່ງໃນດິນແດນຂອງເຂົາເຈົ້າ, ແລະ ບັນດາສະມາຊິກສະພາ ສະຫະລັດ ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມສາມາດໄລຍະຍາວເພື່ອຈັດຫາ ຊິບ ຊັ້ນດີ, ທີ່ມີຄວາມຈຳເປັນ ສຳລັບຄອມພິວເຕີ, ໂທລະສັບສະຫຼາດ, ລົດຍົນ, ເຮືອບິນລົບ ແລະ ສູນຂໍ້ມູນຕ່າງໆ.
ລັດຖະບານທ່ານ ໄບເດັນ ແມ່ນໄດ້ທຳການຜັກດັນ ເພື່ອຜະລິດຊິບທີ່ທັນສະໄໝທີ່ສຸດໃນ ສະຫະລັດ.