ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໄບເດັນ ຈະກ່າວຖະແຫລງ ກ່ຽວກັບວັນຄົບຮອບນຶ່ງປີ ຂອງການໂຈມຕີຕໍ່ລັດຖະສະພາ


ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ທີ່ຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ ໃນຂະນະຮອງປະທານາທິບໍດີ ຄາມາລາ ແຮຣິສ ຢືນຟັງ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ພຶດສະພາ 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ທີ່ຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ ໃນຂະນະຮອງປະທານາທິບໍດີ ຄາມາລາ ແຮຣິສ ຢືນຟັງ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ພຶດສະພາ 2021.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈະໃຊ້ວັນຄົບຮອບນຶ່ງປີທຳອິດ ຂອງການກໍ່ຈະລາຈົນ ຢູ່ທີ່ລັດຖະສະພາ ໃນວັນທີ 6 ມັງກອນ ເພື່ອໂອ້ລົມຢ່າງກົງໄປກົງມາ ກ່ຽວກັບຜົນກະທົບຂອງເຫດການທີ່ຕື່ນຕົກໃຈຄັ້ງນັ້ນ ແລະເພື່ອວາງຄວາມຮັບຜິດຊອບແກ່ອະດີດປະທານາທິບໍດີ ດໍໂນລ ທຣຳ ອີງຕາມການກ່າວຂອງທຳນຽບຂາວ ໃນວັນພຸດວານນີ້.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ກ່າວວ່າ “ຂ້າພະເຈົ້າກໍຄາດໝາຍວ່າ ປະທານາທິບໍດີ ໄບເດັນ ຈະໃຫ້ລາຍລະອຽດທີ່ສຳຄັນຂອງສິ່ງທີ່ໄດ້ເກີດຂຶ້ນຢູ່ທີ່ລັດຖະສະພາ ແລະຄວາມຮັບຜິດຊອບອັນດຽວຂອງປະທານາທິບໍດີ ທຣຳ ສຳ ລັບຄວາມວຸ້ນວາຍແລະການຄາດຕະກຳທີ່ພວກເຮົາໄດ້ເຫັນ.”

ທ່ານນາງຊາກີ ກ່າວຕື່ມອີກວ່າ “ແລະທ່ານຈະໂຕ້ແຍ້ງຢ່າງໜັກແໜ້ນກ່ຽວກັບການເຜີຍແຜ່ເລື້ອງທີ່ບໍ່ມີຄວາມຈິງ ໂດຍອະດີດປະທານາທິບໍດີ ໃນຄວາມພະ ຍາຍາມທີ່ຈະຫຼອກລວງປະຊາຊົນຊາວອາເມຣິກັນ ແລະພວກທີ່ສະໜັບສະໜຸນຂອງຕົນເອງ ພ້ອມກັນນັ້ນ ພະຍາຍາມຫັນຄວາມສົນໃຈໃນບົດບາດຕໍ່ສິ່ງທີ່ເກີດຂຶ້ນ ໄປຈາກຕົນເອງ. ສະນັ້ນແລ້ວ ແນ່ນອນ ທ່ານຈະກ່າວເຖິງຊ່ວງເວລານັ້ນ ເຖິງຄວາມສຳຄັນໃນປະຫວັດສາດຂອງການໂອນອຳນາດຢ່າງສັນຕິ ຂອງສິ່ງທີ່ພວກເຮົາຈຳເປັນຕ້ອງເຮັດເພື່ອປົກປ້ອງປະຊາທິປະໄຕຂອງພວກເຮົາເອງ ແລະ ເປັນການມອງໄປຂ້າງໜ້າ ແຕ່ທ່ານຍັງຈະສະທ້ອນໃຫ້ເຫັນກ່ຽວກັບບົດບາດ ທີ່ປະທານາທິບໍດີຄົນກ່ອນມີ.”

ຮອງປະທານາທິບໍດີ ຄາມາລາ ແຮຣິສ ຈະກ່າວໃຫ້ຄວາມເຫັນພ້ອມກັນກັບທ່ານໄບເດັນໃນຕອນເຊົ້າວັນພະຫັດມື້ນີ້. ເມື່ອຖືກຖາມວ່າ ທ່ານໄບເດັນ ຈະລະບຸຊື່ຂອງທ່ານທຣຳ ໃນລະຫວ່າງກ່າວຄຳປາໄສຕໍ່ລັດຖະສະພາ ຫຼືບໍ່ນັ້ນ ທ່ານນາງຊາກີ ກໍໄດ້ປະຕິເສດ.

ທ່ານນາງກໍໄດ້ກ່າວວ່າ “ພວກເຮົາກໍຈະເຫັນ ພວກເຮົາກຳລັງສະຫລຸບບົດຄຳປາໄສຢູ່. ແຕ່ຂ້າພະເຈົ້າຄຶດວ່າ ປະຊາຊົນຈະຮູ້ຈັກວ່າ ຜູ້ໃດ ທີ່ທ່ານໝາຍເຖິງ.”

ໃນວັນພຸດວານນີ້ເຊັ່ນກັນ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານແມຣິກ ກາຣແລນ ໄດ້ປະຕິຍານວ່າ ບັນດາໄອຍະການຂອງກະຊວງຍຸຕິທຳ ຈະຕາມລ່າຫາພວກກະທີ່ທຳຜິດ “ໃນທຸກລະດັບ” ທີ່ຮັບຜິດຊອບ ສຳລັບການກໍ່ຈະລາຈົນ.

ທ່ານບໍ່ໄດ້ລະບຸຊື່ຂອງບຸກຄົນໃດໆ ຜູ້ທີ່ອາດຈະປະເຊີນກັບການຖືກດຳເນີນຄະດີ ແຕ່ທ່ານໄດ້ກ່າວວ່າ “ຈະບໍ່ມີກົດລະບຽບທີ່ແຕກຕ່າງກັນສຳລັບພວກທີ່ມີອຳນາດ ແລະພວກທີ່ບໍ່ມີອຳນາດເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG