ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ຈະແຕ່ງຕັ້ງທ່ານນາງ ແຄເທີຣິນ ໄທ ເປັນທູດການຄ້າ ລະດັບສູງຂອງ ສະຫະລັດ


ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ໂຮງລະຄອນ The Queen. ນະຄອນ ວິລມິງຕັນ, ລັດ ເດລາແວ. 25 ພະຈິກ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ໂຮງລະຄອນ The Queen. ນະຄອນ ວິລມິງຕັນ, ລັດ ເດລາແວ. 25 ພະຈິກ, 2020.

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນຈະສະເໜີຊື່ທະ ນາຍຄວາມ ດ້ານການຄ້າທ່ານນາງ ແຄເທີຣິນ ໄທ ເປັນ ທູດການຄ້າລະດັບສູງຂອງ ສະຫະລັດ, ອີງຕາມການລາຍງານຂອງສື່ມວນ ຊົນ ສະຫະລັດ ໃນວັນພຸດວານນີ້.

ທ່ານນາງ ໄທ ປັດຈຸບັນນີ້ແມ່ນຫົວໜ້າສະພາການຄ້າສຳລັບຄະນະກຳມະ ການ ດ້ານງົບປະມານສະພາຕໍ່າ.

ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ຜູ້ທີ່ໄດ້ຜັກດັນທ່ານນາງ ໄທ ໃຫ້ເປັນທູດການຄ້າ ສະຫະລັດ ຂອງທ່ານ ໄບເດັນ ໄດ້ກ່າວຢໍ້າເຖິງຄວາມ ລ່ຽນໄຫຼໃນການເວົ້າພາສາ ຈີນກາງ ແລະ ຄວາມຊຳນານຂອງລາວໃນສາຍ ພົວພັນການຄ້າລະຫວ່າງ ສະຫະລັດ ກັບ ຈີນ.

ຖ້າຖືກຢືນຢັນ, ທ່ານນາງຈະເປັນແມ່ຍິງທີ່ບໍ່ແມ່ນຄົນຜິວຂາວຄົນທຳອິດ ທີ່ກຳບົດບາດດັ່ງກ່າວ.

ນຶ່ງວັນກ່ອນໜ້ານັ້ນ, ທ່ານ ໄບເດັນ ໄດ້ແຕ່ງຕັ້ງສະມາຊິກສະພາຍິງສັງກັດ ພັກເດໂມແຄຣັດ ທ່ານນາງ ມາເຊຍ ຟັດຈ໌ ເປັນຫົວໜ້າກະຊວງພັດທະນາ ທີ່ຢູ່ອາໄສ ແລະ ຕົວເມືອງ.

ພ້ອມກັນນັ້ນໃນວັນອັງຄານທີ່ຜ່ານມາ, ທ່ານ ໄບເດັນ ໄດ້ສະເໜີຊື່ທ່ານ ທອມ ວິລແຊັກ ເປັນຜູ້ນຳພາກະຊວງກະສິກຳ, ເປັນວຽກງານທີ່ທ່ານໄດ້ກຳ 8 ປີພາຍໃຕ້ອະດີດປະທານາທິບໍດີ ບາຣັກ ໂອບາມາ, ເຊິ່ງເວລານັ້ນທ່ານ ໄບເດັນ ເປັນຮອງປະທານາທິບໍດີ. ທ່ານ ວິລແຊັກ ຍັງເປັນອະດີດຜູ້ປົກ ຄອງລັດ ໄອໂອວາ ຢູ່ພາກຕາວັນຕົກຕອນກາງ, ເຊິ່ງແມ່ນນຶ່ງໃນລັດກະສິ ກຳທີ່ສຳຄັນຂອງປະເທດ.

ບັນດາຜູ້ສະໜັບສະໜູນທ່ານນາງ ຟັດຈ໌, ອະດີດສະມາຊິກສະພາລັດ ໂອໄຮໂອ, ລວມທັງມາຊິກສະພາຕໍ່າລັດ ຄາໂຣໄລນາໃຕ້ ທ່ານ ເຈັມສ໌ ຄລາຍເບີນ, ຜູ້ທີ່ໄດ້ມີບົດບາດທີ່ສຳຄັນໃນການຊ່ວຍ ເຫຼືອທ່ານ ໄບເດັນ ໄດ້ຮັບການສະເໜີຊື່ເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຮັດນັ້ນ, ໄດ້ຮຽກຮ້ອງຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ໃຫ້ສະເໜີຊື່ທ່ານນາງເປັນລັດ ຖະມົນຕີ ກະຊວງກະສິກຳ, ໂດຍອ້າງເຖິງຈຸດເພັ່ງເລັງຂອງທ່ານນາງທີ່ຈະຫຼຸດຜ່ອນຄວາມອຶດຫິວ ໃນຖານະເປັນສະມາຊິກຂອງຄະນະກຳມະການກະສິກຳສະພາຕໍ່າ.

ແຕ່ແຫຼ່ງຂ່າວຕ່າງໆເວົ້າວ່າທ່ານ ໄບເດັນ ໄດ້ເລືອກກທ່ານນາງ ຟັດຈ໌ ສຳລັບຕຳແໜ່ງລັດຖະມົນຕີການພັດທະນາທີ່ຢູ່ອາໄສ ແລະຜັງເມືອງຍ້ອນວ່າທ່ານນາງໄດ້ ເປັນຜູ້ສະໜັບສະໜູນການລົງທຶນສ້າງທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງທີ່ມີລາຄາບໍ່ແພງ.

ທ່ານນາງ ຟັດຈ໌ ແມ່ນຄົນອາເມຣິກັນ ເຊື້ອສາຍອາຟຣິກາຄົນທີສອງທີ່ຖືກແຕ່ງຕັ້ງໃນຄະນະລັດ ຖະບານຂອງທ່ານ ໄບເດັນ, ລຸນຫຼັງການຕັດສິນໃຈຂອງທ່ານ ໄບເດັນ ໃນວັນຈັນທີ່ຜ່ານມາ ເພື່ອແຕ່ງ ຕັ້ງນາຍພົນກອງທັບບົກທີ່ອອກບຳນານ ແລ້ວ ທ່ານ ລອຍດ໌ ອອສຕິນ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ. ຜູ້ທີ່ຈະເປັນປະທານາທິບໍດີຄົນໃໝ່ດັ່ງກ່າວ ໄດ້ຖືກກົດດັນຫຼາຍຂຶ້ນໂດຍກຸ່ມສະ ໜັບສະໜູນຈາກກຸ່ມຊົນສ່ວນນ້ອຍ ເພື່ອໃຫ້ປະຕິບັດຕາມຄຳສັນຍາການໂຄສະນາຫາສຽງຂອງທ່ານ ສຳລັບຄວາມຫຼາກຫຼາຍທາງດ້ານເຊື້ອຊາດ ແລະຊົນເຜົ່າຢູ່ໃນຄະນະລັດຖະບານຂອງທ່ານ ໂດຍປະກອບມີຄົນຜິວດຳ, ອາເມຣິກາລາຕິນ ແລະ ເອເຊຍ.

U.S. President-elect Joe Biden is poised to nominate trade lawyer Katherine Tai as the top U.S. trade envoy, U.S. media reported Wednesday.

Tai is currently the chief trade counsel for the House Ways and Means Committee.

Democratic lawmakers who pushed for Tai to be Biden’s U.S. trade representative noted in particular her fluency in Mandarin and her expertise in U.S.-China relations.

If confirmed, she would be the first woman of color in the role.

A day earlier, Biden named Democratic Congresswoman Marcia Fudge to head the Department of Housing and Urban Development.

Also on Tuesday, Biden nominated Tom Vilsack to lead the Department of Agriculture, a job he held for eight years under former President Barack Obama, for whom Biden served as vice president. Vilsack is also a former governor of the midwestern state of Iowa, one of the nation’s crucial agricultural states.

Supporters of Fudge, a veteran Ohio lawmaker, included Democratic South Carolina Congressman James Clyburn, who played a key role in helping Biden secure the Democratic presidential nomination.

Clyburn called on the president-elect to nominate Fudge as agriculture secretary, citing her focus on reducing hunger as a member of the House Agriculture Committee.

But sources say Biden chose Fudge for the HUD post because she has been a longtime champion of affordable housing and infrastructure investment.

Fudge is the second African American chosen by Biden for his Cabinet, following his decision Monday to name retired Army Gen. Lloyd Austin as secretary of defense. The incoming president has been under growing pressure by minority advocacy groups to fulfill his campaign promise to diversify his cabinet with a wide range of Blacks, Latinos and Asians.

XS
SM
MD
LG