ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ເປັນ​ເຈົ້າ​ພາບ ​ຕ້ອນ​ຮັບ ກຳ​ມາທິກ​ານຢູ​ໂຣບ ເພື່ອ​ຫາ​ລືກ່ຽວ​ກັບ​ຈີນ ການ​ຊ່ວຍ​ເຫຼືອ​ດ້ານ​ດິນ​ຟ້າ​ອາ​ກາດ


ກຳ​ມາ​ທິ​ການຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດີ ເລ​ເຢັນ ​ຢູ່ທີ່​ພະ​ລ​າດ​ຊະ​ວັ​ງວິນ​ເຊີ ປະ​ເທດ​ອັງ​ກິດ 27 ກຸມ​ພາ 2023
ກຳ​ມາ​ທິ​ການຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດີ ເລ​ເຢັນ ​ຢູ່ທີ່​ພະ​ລ​າດ​ຊະ​ວັ​ງວິນ​ເຊີ ປະ​ເທດ​ອັງ​ກິດ 27 ກຸມ​ພາ 2023

ປະທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ພົບ​ປະ​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຢູ​ໂຣ​ບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດີ​ ເລ​ເຢັນ ໃນ​ວັນ​ສຸກ​ມື້​ນີ້ ຢູ່​ທີ່​ທຳ​ນຽບ​ຂາວ ເພື່ອຫາ​ລື​ກ່ຽວ​ກັບ​ການ​ລົງ​ໂທດ​ທີ່​ອາດ​ມີ​ຂຶ້ນ​ຕໍ່​ຈີນ ທ່າມ​ກາງ​ຄວາມ​ເປັນ​ຫ່ວງວ່າ ປັກ​ກິ່ງ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ສົ່ງ​ອາ​ວຸດ​ໄປ​ໃຫ້​ຣັດ​ເຊຍ ແລະ​ຄວາມ ​ບໍ່​ສະ​ບາຍ​ໃຈຂອງ​ຢູ​ໂຣບ​ກ່ຽວ​ກັບແຜນ​ການຂອງວໍຊິ​ງ​ຕັນ ທີ່​ຈະ​ໃຫ້​ເງິນ​ອຸດ​ໜຸນ​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ຣິ​ກາ ພາຍໃຕ້​ຮ່າງ​ກົດ​ໝາຍ​ຫລຸດ​ຜ່ອນເງິນ​ເຟີ້.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ທ່ານ​ນາງວອນ ເດີ ເຢນ ຍັງ​ຈະ​ສົນ​ທະ​ນາ​ການ​ຮ່ວ​ມ​ມື​ສະ​ຫະ​ລັດ​ກັບຢູ​ໂຣບ ເພື່ອ​ຕໍ່​ສູ້​ກັບ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ ຜ່ານ​ການ​ລົງ​ທຶນ​ໃນ​ເທັກ​ໂນ​ໂລ​ຈີ​ທີ່​ສະ​ອາດ ອີງ​ໃສ່​ການ​ເຊື່ອມ​ໂຍງ​ໃນ​ການ​ສະ​ໜອງສິນ​ຄ້າທີ່​ປອດ​ໄພ​ ນັ້ນ​ຄື​ຄຳ​ເວົ້າ​ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ​ຄາ​ຣິນ ຊັງ​ປີ​-ແອ​ຣ ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ.

ການ​ປະ​ຊຸມ​ນີ້​ແມ່ນ​ເທື່ອ​ຫລ້າ​ສຸດ ​ໃນ​ການ​ພົບ​ທາງ​ກ​ານ​ທູດລະ​ດັບ​ສູງ​ທີ່​ມີ​ມາ​ເປັນ ລຳ​ດັບ ກັບ​ບັນ​ດາ​ຜູ້​ນຳ​ຢູ​ໂຣບ ເພື່ອ​ປະ​ສານ​ງານ​ສະ​ໜັບ​ສະ​ໜູນ​ແກ່​ຢູ​ເຄ​ຣນ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ ນຶ່ງ​ປີ​ຫລັງ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ​ທ່ານ​ໄບ​ເດັນ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍຣະ​ມັນ ທ່ານ​ໂອ​ລາ​ຟ ​ໂຊ​ລ​ສ໌ ໃນ​ວໍ​ຊິງ​ຕັນ​ອາ​ທິດ​ແລ້ວ​ນີ້. ເດືອນ​ແລ້ວ​ນີ້​ທ່ານ​ໄດ້​ເດີນ​ທາງ​ໄປ​ກິ​ຢິບ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊີ​ເລນ​ສກີ ຫລັງ​ຈາກ​ນັ້ນ​ໄປ​ວໍ​ຊໍ ເພື່ອ​ຢ້ຽມ​ຢາມ​ປະ​ທາ​ນາ​ທິ​ບໍ​ດີ​ອັນ​ເດ​ຣ ດູ​ດາ ແລະ​ບັນ​ດາ​ຜູ້​ນຳ​ບູຄາ​ແຣດ ເກົ້າ.

U.S. President Joe Biden will meet European Commission President Ursula von der Leyen on Friday at the White House to discuss potential sanctions against China amid concerns that Beijing is preparing to send weapons to Russia, and Europe's frustration over Washington's plans to subsidize American companies under the Inflation Reduction Act.

Biden and von der Leyen also will discuss U.S.-EU coordination to combat the climate crisis through investing in clean technology based on secure supply chains, White House press secretary Karine Jean-Pierre said in a statement.

The meeting is the latest in a flurry of high-level diplomacy with European leaders to coordinate support for Ukraine in defending itself one year after Russia's invasion. Biden met with German Chancellor Olaf Scholz in Washington last week. Last month, he traveled to Kyiv to meet with Ukrainian President Volodymyr Zelenskyy, then to Warsaw to visit Polish President Andrzej Duda and leaders of the Bucharest Nine.

XS
SM
MD
LG